ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າໜ້າທີ່ ພັກລັດ ຄ້າຂາຍໄມ້ເຖື່ອນ
Anonymous

Date:
ເຈົ້າໜ້າທີ່ ພັກລັດ ຄ້າຂາຍໄມ້ເຖື່ອນ
Permalink   
 


ເຈົ້າໜ້າທີ່ກວດກາປ່າໄມ້ແຂວງອັດຕະປື ຢືດໄມ້ຂະຍຸງທີ່ຊຸກເຊືອງໄວ້ໃນລົດ ໂດຍແມ່ນເຈົ້າໜ້າທີ່ ປກສ ເປັນຄົນຂັບ ມຸ່ງໜ້າກຽມອອກດ່ານ

Untitled-1.jpg

 

ແຂວງອັດຕະປືລາຍງານວ່າ:ພາຍຫຼັງໄດ້ຮັບການລາຍງານ ຈາກພົນລະເມືອງດີ ວ່າມີບຸກຄົນເປົ້າໝາຍ ກຽມລັກລອບເຄື່ອນຍ້າຍໄມ້ທີ່ຜິດກົດໝາຍ ດັ່ງນັ້ນ ເຈົ້າໜ້າທີ່ປ່າໄມ້ແຂວງອັດຕະປືຈິ່ງໄດ້ຈັດກຳລັງອອກລັດ ຢູ່ເຂດບ້ານຊ້າຍ ເມືອງໄຊເສດຖາ  ມາຮອດເວລາປະມານ 7 ໂມງ ໄດ້ພົບເຫັນລົດເປົ້າໝາຍ ເປັນລົດ fortuner ທະບຽນ ກຳແພງນະຄອນ ຂລ 5656 ມຸ່ງໜ້າອອກສູ່ຊາຍແດນຫວຽດນາມ.ເຈົ້າໜ້າທີ່ປ່າໄມ້ ຈຶ່ງໄດ້ອອກລັດ ພ້ອມທັງກວດຄົ້ນພາຍໃນລົດ ພົບໄມ້ຂະຍຸງ 11 ທ່ອນສັ້ນ ບໍລິມາດ 0,670 ແມັດກ້ອນ ເຊິ່ງຄົນຂັບ ແມ່ນເຈົ້າໜ້າທີ່ ປກສ ແຂວງອັດຕະປື ເຄີຍເປັນຄະນະ ຕມ ດ່ານສາກົນພູເກືອ ປະຈຸບັນຍ້າຍໄມ້ເຂົ້າມາຢູ່ແຂວງອັດຕະປືແລ້ວ, ຄາດວ່າຜູ້ກ່ຽວ ຄົງຈະເຄີຍທຳທຸລະກິດລັກສະນະນີ້ມາດົນແລ້ວ ໂດຍສວຍໃຊ້ໜ້າທີ່ຕຳແໜ່ງ ເຄີຍເປັນ ຮອງຫົວໜ້າ ຕມ ປະຈຳດ່ານສາກົນພູເກືອ.  ເຊິ່ງໃນໄລຍະກວດຄົ້ນພົບຂອງກາງ ຜູ້ກ່ຽວກໍ່ບໍ່ຍອມເຮັດບົດບັນທຶກ.



__________________
Anonymous

Date:
Permalink   
 

ຮອງປະທານປະເທດຊີ້ນໍາ ກະຊວງ ປ້ອງກັນຄວາມສະຫງົບ ປັບປຸງລະບົບປະຊາທິປະໄຕຂັ້ນຮາກຖານໃຫ້ເຂັ້ມແຂງ

image-161.jpeg

 

ການຊີ້ນໍາຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານ ປອ ພັນຄຳ ວິພາວັນ ຮອງປະທານປະເທດເຂົ້າຮ່ວມໃນມື້ປິດກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ຕາມບໍລິເວນຈຸດສຸມ ກະຊວງ ປກສ ໄລຍະ 5 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າ ໃນວັນທີ 19 ທັນວາ 2017, ທ່ານກ່າວວ່າ: ກະຊວງ ປກສ ຕ້ອງເປັນເຈົ້າການໃນການຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຢູ່ຕາມຈຸດສຸມຕ່າງໆໃຫ້ຫຼາຍ ແລະ ທົ່ວເຖິງ, ມີແບບແຜນອັນລະອຽດແທດເຖິງທ້ອງຖິ່ນຮາກຖານ ເພື່ອໂຄສະນາແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ, ລະບຽບການ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລົງເຖິງຮາກຖານ, ປະຊາຊົນ, ນໍາພາ ແລະ ຊີ້ນໍາໜ່ວຍພັກ, ອໍານາດການປົກຄອງ ແລະ ການຈັດຕັ້ງຂັ້ນບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ. ຄຽງຄູ່ກັນນັ້ນ, ກໍາລັງທີ່ລົງຮາກຖານການເມືອງຕ້ອງເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້, ກຸ່ມຄົນບໍ່ດີທີ່ແອບແຝງຢູ່ໃນຮາກຖານປະຊາຊົນ, ຄຸ້ມຄອງສໍາມະໂນຄົວ, ຕິດຕາມການເໜັງຕິງຂອງພົນລະເມືອງ ກໍາໃຫ້ໄດ້ສະພາບພົນລະເມືອງ ການເຂົ້າ-ອອກຂອງປະຊາຊົນແຕ່ລະບ້ານ, ການຍົກຍ້າຍມາຂອງພົນລະເມືອງນັບທັງຄົນລາວ, ຄົນຕ່າງປະເທດເຂົ້າມາຕັ້ງພູມລໍາເນົາບໍ່ຖືກຕ້ອງ, ແກ້ໄຂຄວາມບໍ່ສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະພາບການຫຍໍ້ທໍ້, ສ້າງໃຫ້ໄດ້ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ຕາມຄາດໝາຍແຜນການວາງອອກ, ສາມາດຮັກສາໄດ້ຄວາມສະຫງົບຢ່າງແທ້ຈິງ.

ກອງປະຊຸມ, ໄດ້ໄຂຂຶ້ນໃນລະຫວ່າງວັນທີ 18-19 ທັນວາ 2017 ໂດຍການເປັນປະທານຂອງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ, ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານ ໃນໄລຍະ 5 ປີຜ່ານມາ, ຮັບຝັງການລາຍງານຂອງບັນດາເຈົ້າແຂວງ-ນະຄອນຫຼວງ, ກົມກອງ, ບ້ານຕົວແບບ, ປະກອບຄໍາຄິດຄໍາເຫັນຂອງຄະນະຜູ້ແທນ, ຄົ້ນຄວ້າປຶກສາຫາລືຫຼາຍບັນຫາ ແລະ ໄດ້ຮັບການຖາມເຈາະຈິ້ມຂອງຄະນະປະທານກອງປະຊຸມຕໍ່ກັບວຽກງານຕ່າງໆ ເພື່ອຊອກໃຫ້ເຫັນໄດ້ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງດ້ານວຽກງານຕ່າງໆໃນໄລຍະຜ່ານມາ; ພ້ອມນັ້ນ, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືກໍານົດທິດທາງໃນຕໍ່ໜ້າ ທີ່ຈະໄດ້ພ້ອມກັນສຸມໃສ່ໃນວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ໃຫ້ມີປະສິດທິຜົນສູງ, ປະສົບຜົນສໍາເລັດໄປຕາມລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນກໍແມ່ນວຽກງານດ້ານການເມືອງແນວຄິດຂອງສະມາຊິກພັກ, ພະນັກງານ, ອໍານາດການປົກຄອງບ້ານ, ພໍ່-ແມ່ປະຊາຊົນບັນດາເຜົ່າເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຕິ, ຄໍາສັ່ງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຢ່າງເລີກເຊິ່ງ ແລະ ທົ່ວເຖິງຮາກຖານຢ່າງແທ້ຈິງ, ສືບຕໍ່ເຮັດໃຫ້ປະເທດຊາດມີສະຖຽນລະພາບ, ມີຄວາມສະຫງົບ, ສ້າງຄອບຄົວ, ບ້ານ ໃຫ້ມີຄວາມໜັກແໜ້ນ ແລະ ຮູ້ເຮັດວຽກງານປ້ອງກັນຄວາມສະຫງົບ ສາມາດເປັນເສນາທິການໃຫ້ກັບຂັ້ນເທິງໄດ້ຢ່າງມີຄວາມເຊື່ອໝັ້ນ.

--------------------------------------------

ປະຊາທິປະໄຕ ແບບ ພັກຄອມມຸນິດ

 



__________________
Anonymous

Date:
Permalink   
 

ເຮັດໃຫ້ປະຊາຊົນຂາດຄວາມເຊື່ອຖື.



__________________
Anonymous

Date:
Permalink   
 

ບໍ່ເຄີຍເຊື່ອພວກຂີ້ສໍ້ພວກນີ້...



__________________
Anonymous

Date:
Permalink   
 

ຈັບໄດ້ແຕ່ເຈົ້າໜ້າທີ່ຊັ້ນນ້ອຍ ຊັ້ນໃຫຍ່ລາຍເຊັນງາມ ບໍ່ສາມາດດົມກົ້ນມັນໄດ້ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard