ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມໂປ່ງໃສໃນສານ ສປປລາວ
Anonymous

Date:
ຄວາມໂປ່ງໃສໃນສານ ສປປລາວ
Permalink   
 


ຄວາມໂປ່ງໃສໃນສານ ສປປລາວ

1c51b44d-566a-480f-b9e6-1676401b1b1f.jpe

ໃນກອງປະຊຸມຮ່ວມຣະຫວ່າງ ກະຊວງຍຸຕິທັມ ສານສູງສຸດ ປະຊາຊົນ ຫ້ອງການອັຍການ ແລະ ກະຊວງຮັກສາຄວາມສງົບພາຍໃນ, ໃນມື້ ວັນອັງຄານ ຜ່ານມາຢູ່ນະຄອນຫລວງວຽງຈັນ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄດ້ຮຽກຮ້ອງ ໃຫ້ມີການປັບປຸງຣະບົບ ຍຸຕິທັມ ໃນລາວໃຫ້ດີຂື້ນ.

ທ່ານວ່າຜແນກຮັບຜິດຊອບກ່ຽວກັບ ການບັງຄັບໃຊ້ກົດຫມາຍ, ຫ້ອງການປົກຄອງ, ຫ້ອງການອັຍການ ແລະການຕັດສິນຄະດີ ຕ້ອງເຮັດໃຫ້ ດີທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອຄ້ຳປະກັນ ສິດທິປະຊາຊົນ ຜູ້ທີ່ສຸຈຣິດ ຖືກປົກປ້ອງ, ຜູ້ເຮັດຜິດ ຖືກລົງໂທດ.

ທ່ານໄດ້ກ່າວກ່ຽວກັບການດຳເນີນຄະດີ ໃນຣະຍະທີ່ຜ່ານມາ ວ່າຍັງມີການບົກຜ່ອງຫຼາຍຢູ່ ໃນຈຳນວນຄະດີອາຍາ 9,300 ຄະດີ ຣະຫວ່າງ ປີ 2013 ຫາ 2016 ທີ່ສາມາດແກ້ໄຂໄດ້ ປະມານ 5 ພັນ ຄະດີ, ແລະໃນຈຳນວນ 1 ພັນ 5 ຮ້ອຍຄະດີ ກ່ຽວກັບ ຂໍ້ຂັດແຍ່ງທາງເສຖກິດ ສາມາດແກ້ໄຂໄດ້ 1,100 ຄະດີ, ຄະດີກ່ຽວກັບ ການຄ້າມະນຸດ 402 ຄະດີ ແລະຄະດີກ່ຽວກັບການຄ້າຢາເສບຕິດ ຈຳນວນ 7700 ຄະດີ ໃນນັ້ນ 70% ສາມາດຕັດສີນລົງໂທດ ຜູ້ກຳທຳຜິດ ໄດ້ໃນການດຳເນີນ ຄະດີຂອງສານ ໃນຣະຍະ 9 ເດືອນ ໃນປີນີ້.

ທ່ານວ່າ ການດຳເນີນຄະດີ ໃນລາວຍັງຂາດຈະຣິຍະທັມ,ຄຸນນະທັມ ແລະຈັນຍາບັນ ໃນການຕັດສິນຄະດີ ໃນຫລາຍກໍຣະນີຢູ່ ຕ້ອງການ ປັບປຸງຣະບົບຍຸຕິທັມໃນລາວ ໃຫ້ດີຂື້ນ. ທ່ານ ທອງລຸນ ເວົ້າວ່າຂະບວນການຍຸຕິທັມໃນລາວ ຍັງຂາດຄວາມໂປ່ງໃສ ແລະຂາດມາຕຖານ ໃນການດຳເນີນຄະດີ ເພື່ອໃຫ້ຄວາມເປັນທັມ ແກ່ປະຊາຊົນ ຫລື ຕ້ອງຜູ້ຫາໃນຄະດີ ດັ່ງກ່າວ ແລະເຈົ້າຫນ້າທີ່ ບາງຄົນກໍມີຄວາມລໍາອຽງ ໃນການສືບສວນ ແລະດຳເນີນຄະດີ.

ໃນຂນະດຽວກັນ ປະທານສະພາແຫ່ງຊາດລາວ ຍານາງ ປານີ ຍ່າທໍ່ຕູ້ ກໍໄດ້ເນັ້ນກ່ຽວກັບເຣື້ອງນີ້ ຕໍ່ກອງປະຊຸມ ດັ່ງກ່າວວ່າ ໃຫ້ເອົາໃຈໃສ່ ໃນການຕັດສີນຄະດີ ແບບຍຸຕິທັມ ໃຫ້ແກ່ຜູ້ຕ້ອງຫາ ປາສຈາກການລໍາອຽງ ໃນການ ດຳເນີນຄະດີ. ຍານາງໄດ້ ຮຽກຮ້ອງໃຫ້ ມີການເອົາ ໃຈໃສ່ ສຶກສາອົບຮົມ ການເມືອງ, ແນວຄິດໃຫ້ ມີຄວາມໜັກແໜ້ນ ໃນເງື່ອນໄຂ ແຫ່ງການປະຕິບັດກົນໄກ ໃນຣະບົບກົດຫມາຍ. ເຊີດຊູ ບົດບາດຂອງອົງການຕຸລາການ, ສ້າງຄວາມເປັນເອກພາບ ທາງດ້ານທັສນະ ແລະ ການກະທຳ ຢູ່ໃນສານປະຊາຊົນ ແຕ່ລະຂັ້ນ ໃຫ້ມີ ປະສິດທິພາບ, ສາມາດນຳພາ ປະຕິບັດໜ້າທີ່ ການເມືອງ ຂອງຕົນຢ່າງໜັກແໜ້ນ,

ຍານາງ ໄດ້ຮຽກຮ້ອງ ໃຫ້ມີການບູຣະນະ ແລະ ປັບປຸງການຈັດຕັ້ງ ຂອງສານປະຊາຊົນ ໃຫ້ມີມາຕຖານ ເພື່ອສອດຄ່ອງກັບສະພາບຄວາມ ເປັນຈິງຂອງຄະດີຄວາມ ໃນການເຊື່ອມໂຍງ ກັບພາກພື້ນ ແລະສາກົນ,ເອົາໃຈໃສ່ບຳລຸງ ສ້າງຜູ້ພິພາກສາ, ພະນັກງານຂອງສານທາງດ້ານ ທິສດີການເມືອງ ການປົກຄອງ ເພື່ອເຮັດໃຫ້ສານລາວ ມີຄວາມເຊື່ອຖື ຫລາຍຂຶ້ນ, ເປັນແບບຢ່າງ ໃນການປະຕິບັດ ລະບຽບກົດໝາຍ ໄປຄຽງຄູ່ກັບ ວິວັທນາການ ຂອງການປ່ຽນແປງ ຂອງໂລກ ໃນຍຸກໂລກາພິວັດ.

ການຍົກລະດັບທາງດ້ານຍຸຕິທັມ ແລະການເອົາໃຈໃສ່ ນຳພາການປະຕິບັດໜ້າທີ່ ການເມືອງ ຂອງສານປະຊາຊົນ ໃນການພິຈາຣະນາ ຕັດສິນຄະດີ ໃຫ້ບັນລຸ ຄາດໝາຍທີ່ ວາງໄວ້, ດ້ວຍການ ປະກັນຄຸນນະພາບ ໃນການຕັດສິນຄະດີ ໃຫ້ຖືກຕ້ອງ ແລະເປັນທັມ, ໃຫ້ແກ່ ຜູ້ຕ້ອງຫາ.

ການນຳກໍຄືຜູ້ພິພາກສາຂອງສານ ປະຊາຊົນທຸກຂັ້ນ ຈົ່ງເສີມຂະຫຍາຍມູນເຊື້ອ ອັນດີງາມ ແລະເພີ່ມທະວີ ຄວາມສາມັກຄີ ເປັນປຶກແຜ່ນ, ເປັນໃຈກາງໃນການ ຮັກສາຄວາມຍຸຕິທັມ ເພື່ອເຮັດໃຫ້ ການຕັດສິນ ແລະພິພາກສາຄະດີ ມີປະສິດທິພາບຂື້ນ, ຮ່ວມທັງການປະຕິບັດ ມີຈຸດສຸມ, ມີການຕິດຕາມກວດກາ ແລະສະຫຼຸຸບ ຖອດຖອນບົດຮຽນ ຢ່າງເປັນເປັນທັມ ແລະປະຕິບັດຫນ້າທີ່ ດ້ວຍຄວາມຮັບຜິດຊອບ ແລະເປັນທັມ ຊື່ສັດຕໍ່ຫນ້າທີ່ ການງານຂອງຕົນ.

ຍານາງໄດ້ຮຽກຮ້ອງໃຫ້ ຫນ່ວຍງານທີ່ກ່ຽວຂ້ອງ ທາງດ້ານຍຸຕິທັມ ໃຫ້ຄວາມເປັນທັມ ແກ່ຜູ້ຕ້ອງຫາ ແລະສົ່ງເສີມ ຂະບວນກົດຫມາຍ ໃນລາວ ໃຫ້ມີປະສິດທິພາບ ຫລາຍຂື້ນ.

ກະຊວງການຕ່າງປະເທດ ສະຫະຣັຖ ອອກບົດລາຍງານ ກ່ຽວກັບການຕັດສີນຄະດີ ຂອງສານລາວວ່າ ຍັງບໍ່ປະຕິບັດຕາມຂະບວນການ ຍຸຕິທັມ ທີ່ສານຫລາຍປະເທດ ປະຕິບັດກັນ ເປັນຕົ້ນຍັງບໍ່ມີ ທະນາຍຄວາມ ເປັນຜູ້ປ້ອງກັນສິດທິຜູ້ຕ້ອງຫາ ແລະ ສານລາວຍັງລົງໂທດ ຜູ້ຕ້ອງຫາ ປາສຈາກການສືບສວນ ຢ່າງເລິກຊື່ງແລະຖີ່ຖ້ວນ ກ່ອນຈະຕັດສີນຄະດີ.

ຣາຍງານວ່າ ຈ່າສານແລະເຈົ້າຫນ້າທີ່ຣັດ ບາງຄົນອາດຮັບເງິນສິນບົນ ຈາກຕັດສີນຄະດີ ໃນສານລາວ ຈຶ່ງເຮັດໃຫ້ຜູ້ມີເງີນ ບໍ່ຖືກລົງໂທດ ແລະ ປະຊາຊົນ ຜູ້ທຸກຍາກ ເປັນຜຸ້ໄດ້ຮັບເຄາະຮ້າຍ ຫລາຍກວ່າ.

ສານລາວ ຍັງລະເມີດສິດທິ ຜູ້ຕ້ອງຫາ ໃນການຕັດສີນຄະດີ ໂດຍບໍ່ໄດ້ຜ່ານ ຂັ້ນຕອນ ຂະບວນການຍຸຕິທັມ ໃນຫລາຍກໍຣະນີ ຜູ້ຕ້ອງຫາ ຈະຖືກຈັບກຸມຄຸມຂັງ ແລະຫຼາຍກໍຣະນີ ກໍຖືກຫ້າມຢ້ຽມຢາມ ຈາກພໍ່ແມ່ ແລະຍາດພີ່ນ້ອງ ໃນທີ່ກັກຂັງແລະຫຼາຍຄົນ ກໍຖືກປະຕິເສດ ການປີ່ນປົວ ເມື່ອຍາມເຈັບໄຂ້ ໃນທີ່ກັກຂັງ.

ນອກຈາກນັ້ນ ກໍແມ່ນກຸ່ມຖືສາສນາໃນລາວ ຍັງຖືກທາງການລາວ ຈັບກຸມ ລົງໂທດ ຫລາຍຢູ່ຍ້ອນການເຊື່ອຖື ສາສນາ ຄຣີສຕຽນ ຂອງ ພວກຂະເຈົ້າ ບາງກໍຣະນີ ປາສຈາກການດຳເນີນຄະດີ ໃນສານ ກ່ຽວກັບສິດທິມະນຸດ ໃນລາວ ທາງລາວ ຍັງລະເມີດ ສິດທິມະນຸດ ຂອງ ປະຊາຊົນລາວຫຼາຍຢູ່ ເປັນຕົ້ນການຈັບກຸມ ນັກຕໍ່ຕ້ານຣັຖບານ ຫລາຍຄົນແລະຫລາຍຄົນ ກໍຖືກຕັດສີນໃສ່ຄຸກ ໂດຍທີ່ບໍ່ຜ່ານຂະບວນການ ຍຸຕິທັມ ເປັນຕົ້ນຄົນງານລາວສາມຄົນຈາກໄທ ແລະໃນຫຼາຍກໍຣະນີ ກໍຫາຍສາບສູນໄປເລີຍ ເຈົ້າຫນ້າທີ່ກະຊວງຕ່າງປະເທດ ສະຫະຣັດ ກ່າວກ່ຽວກັບ ສະພາບການສິດທິມະນຸດ ໃນລາວ ໃນຣະຍະທີຜ່ານມາວ່າ:

ກະຊວງຕ່າງປະເທດສະຫະຣັດ ອອກບົດລາຍງານປະຈຳປີ ໃນແຕ່ລະປີຍັງຣະບຸ ສປປລາວ ຣະເມີດສິດທິ ຂັ້ນພື້ນຖານ ປະຊາຊົນລາວ ຫລາຍຢູ່ ເປັນຕົ້ນສິດທິ ການປາກເວົ້າ ການຊຸມນຸມ ການສະແດງອອກ ແລະ ສິດທີອື່ນໆ.

ນັກວິຊາການລາວ ເວົ້າວ່າ ສານລາວ ຍັງຂາດມາຕຖານ ໃນການຕັດສີນຄະດີ ຜູ້ຕ້ອງຫາຫລາຍຢູ່ ແລະຫລາຍຄົນຖືກຄຸກ ໂດຍທີ່ບໍ່ຮູ້ວ່າ ໂທດຂະເຈົ້າ ນັ້ນແມ່ນຫຍັງ.



__________________
Anonymous

Date:
Permalink   
 

ບັ້ງຕົວະໃໝ່



__________________
Anonymous

Date:
Permalink   
 

ເຫັນຄຳເວົ້າຂອງປະທານສະພາ ຍານາງ ປານີ ຍ່າທໍ່ຕູ້ ແລ້ວ ກໍເຫັນວ່າປະຊາຊົນຫມົດຄວາມຫວັງນຳລະບົບສານຕຸລາການຂອງ ສປປລາວ.

ການວາງຕົວຂອງຂະບວນການຍຸຕິທັມນັ້ນບໍ່ມີຈະຣິຍະທັມ,ຄຸນນະທັມ ແລະຈັນຍາບັນ ກໍເພາະການຕັດສິນຄວາມຕ່າງໆ ແມ່ນແນ່ໃສ່ແນວຄິດທາງດ້ານການເມືອງເປັນຫລັກ ບໍ່ແມ່ນອິງໃສ່ເອົາຫລັກຖານເປັນຫລັກໃນການຕັດສິນຄະດີ. ສຳລັບຜູ້ທີ່ລື້ງເຄີຍນຳລະບົບສານຢູ່ໃນປະເທດເສຣີແລ້ວ ໃຫ້ຄຶດວ່າທຸກຢ່າງໃນປະເທດຄອມມິວນິສ໌ ສປປລາວ ແມ່ນກົງກັນຂ້າມຢ່າງຫນ້າມືເປັນຫລັງມືເກືອບຫມົດທຸກຢ່າງ.

ໂດຍສະເພາະສິ່ງທີ່ສຳຄັນທີ່ສຸດ ກໍຄື ທ່ານຈະບໍ່ມີທະນາຍຄວາມເປັນຜູ້ຕໍ່ສູ້ຄະດີຄວາມໃຫ້ທ່ານ ດັ່ງທີ່ປະເທດອື່ນເຂົາມີກັນ.

ທ່ານຈະຖືກກ່າວຫາ ຕູ່ຫາ ຍັດຍຽດໂທດໃສ່ ຕ່າງໆ ນາໆ ໂດຍທີ່ທ່ານຈະບໍ່ມີທາງຕໍ່ສູ້ຫລືຟ້ອງຮ້ອງຄະດີໄດ້ແຕ່ຢ່າງໃດ.

ລະບົບສານຕຸລາການກໍເປັນພຽງເຄື່ອງມືຂອງພັກແລະລັດ ມີໄວ້ພຽງເພື່ອປາບປາມປະຊາຊົນ ແລະປົກປັກຮັກສາສະມາຊິກພັກເທົ່ານັ້ນ ບໍ່ແມ່ນເພື່ອຮັກສາຄວາມຍຸຕິທັມໃດໆທັງສິ້ນ. ຕົວຢ່າງທີ່ເຫັນກັນທົ່ວໄປກໍຄື ສະມາຊິກພັກລັດມັກຂົ່ມຂູ່ຂູດຮີດເອົາລັດເອົາປຽບປະຊາຊົນແຕ່ຈະບໍ່ຖືກລົງໂທດໃດໆ ແຕ່ຖ້າປະຊາຊົນຮ້ອງທຸກຫລືທັກຖາມຂື້ນມາ ກໍຈະຖືກໃສ່ຮ້າຍປ້າຍສີທັນທີ່ວ່າ ທຳລາຍຊື່ສຽງພັກລັດ ທັງທີ່ຫລັກຖານມີຢູ່ ແຕ່ຄວາມຍຸຕິທັມມັນບໍ່ມີ...



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard