ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຊື້ອຊາດລາວຈາກ ການາດາ
Anonymous

Date:
ເຊື້ອຊາດລາວຈາກ ການາດາ
Permalink   
 


26229713_751664198370696_378827524055133

ໃນຕອນເຊົ້າວັນທີ 5 ມັງກອນ 2018, ຄະນະຜູ້ແທນຄົນເຊື້ອຊາດລາວ ຈາກປະເທດການາດາ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນບານເຕະມິດຕະພາບ ຢູ່ ສປປ ລາວ ຫລາຍກວ່າ 50 ຄົນ ໄດ້ເຂົ້າຢ້ຽມຂໍ່ານັບຄະນະນໍາສູນກາງແນວລາວສ້າງຊາດ, ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ.ໂອກາດດັ່ງກ່າວ, ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ແຈ້ງໃຫ້ຄະນະຜູ້ແທນດັ່ງກ່າວຊາບກ່ຽວກັບ ພາລະບົດບາດກຳມະການສູນກາງແນວລາວສ້າງຊາດຢູ່ຕ່າງປະເທດ ວ່າເປັນຕົວແທນຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ທີ່ມີພາລະບົດບາດສ້າງກຳລັງແຮງປວງຊົນ ແລະ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງຂອງຊາວລາວຢູ່ຕ່າງປະເທດ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຄວາມອາດສາມາດ, ພ້ອມທັງເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ເປັນຜູ້ຮັບສ່ອງແສງມານະຈິດ, ຄວາມມຸ່ງມາດປາຖະໜາ ແລະ ຄວາມຄິດຄວາມເຫັນຂອງຊາວລາວຢູ່ຕ່າງປະເທດ ແລະ ເປັນໃຈກາງປະສານສົມທົບລະຫວ່າງຊຸມຊົນຊາວລາວຢູ່ຕ່າງປະເທດ ກັບ ສປປ ລາວ.

ທ່ານປະທານສູນກາງແນວລາວສ້າງຊາດ ຍັງໄດ້ຮຽກຮ້ອງໃຫ້ພີ່ນ້ອງລາວຢູ່ຕ່າງປະເທດ ຈົ່ງເພີ່ມທະວີຄວາມສາມັກຄີຮັກແພງກັນ ເພື່ອເປັນປຶກແຜ່ນ, ເປັນກ້ອນກຳລັງໜຶ່ງທີ່ສຳຄັນໃນວົງຄະນະຍາດແຫ່ງຊາດ ແລະ ສືບຕໍ່ສ້າງຄວາມສາມັກຄີ, ຮັກແພງກັບພີ່ນ້ອງຊາວລາວຢູ່ພາຍໃນປະເທດໂດຍຜ່ານກິດຈະກໍາຕ່າງໆ ເຊັ່ນ: ການມາທ່ອງທ່ຽວ, ການມາທອດກັນຖິນ ຫລື ທອດຜ້າປ່າ ໂດຍສົມທົບກັບພຸດທະສາສະນິກະຊົນຢູ່ ສປປ ລາວ ຫລື ຈະປະກອບສ່ວນເຂົ້າໃນການພັດທະນາການສຶກສາ, ສາທາລະນະສຸກ ແລະ ດ້ານອຶ່ນໆ ຕາມເງື່ອນໄຂຕົວຈິງ.

26196292_751664191704030_564638995054630

ໃນຕອນທ້າຍ, ທ່ານປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ແຂ່ງຂັນກິລາບານເຕະມິດຕະພາບ ຂອງພີ່ນ້ອງຊາວລາວຈາກ ປະເທດການາດາ ໃນຄັ້ງນີ້ ແລະ ຍາມໃດພວກທ່ານກໍ່ຍັງຄິດຮອດ ແລະ ກັບມາຢ້ຽມຢາມບ້ານເກີດເມືອງນອນ ເຖິງວ່າຈະດໍາລົງຊີວິດຢູ່ຕ່າງປະເທດກໍ່ຕາມ ພ້ອມທັງມີຈິດໃຈຮັກເຊື້ອ-ແພງຊາດ, ຮັກໃນຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ຊຶ່ງພວກທ່ານໄດ້ອະນຸລັກຮັກສາ ແລະ ເຜີຍແຜ່ໃຫ້ ຊາວຕ່າງປະເທດຮູ້ເຫັນ ເອກະລັກ ວັດທະນະທຳອັນດີງາມຂອງຊາດລາວ ພ້ອມທັງໄດ້ພະຍາມຍາມ ຖ່າຍທອດໄປສູ່ຄົນລຸ້ນໜຸ່ມຕໍ່ໄປ.

ໃນວັນດຽວກັນນີ້, ຄະນະຜູ້ແທນຄົນເຊື້ອຊາດລາວ ຈາກປະເທດການາດາ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນບານເຕະມິດຕະພາບ ຢູ່ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບຄະນະນໍາກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ໃນໂອກາດນີ້, ທ່ານລັດຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ແຈ້ງສະພາບລວມການພັດທະນາການສຶກສາໃນ ສປປ ລາວ ໂດຍສັງເຂບ ກ່ຽວກັບການພັດທະນາ ແລະ ການສົ່ງເສີມການສຶກສາຂອງ ສປປ ລາວ ໃນໄລຍະຜ່ານມາ, ຜົນງານການພັດທະນາການສຶກສາທີ່ພົ້ນເດັ່ນ, ບັນດາມະຫາວິທະຍາໄລຢູ່ແຕ່ລະແຂວງ, ການປະຕິຮູບການສຶກສາ ແລະ ຄວາມແຕກໂຕນການພັດທະນາການສຶກສາຢູ່ເຂດຕົວເມືອງ ແລະ ເຂດຊົນນະບົດ.

ທ່ານ ລັດຖະມົນຕີ ຍັງກ່າວວ່າ: ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນຊຶ່ງບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວ, ພີ່ນ້ອງເຫລົ່ານີ້ເປັນແຫລ່ງກຳລັງແຮງອັນໜຶ່ງໃນການສ້າງສາພັດທະນາປະເທດຊາດ, ເປັນປັດໄຈສຳຄັນໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ເຂົາເຈົ້າອາໄສຢູ່ ແລະ ກັບບັນດາອົງການຈັດຕັ້ງສາກົນ ທີ່ຕິດພັນກັບເຂົາເຈົ້າ. ພັກ-ລັດມີຄວາມມຸ່ງຫວັງເປັນຢ່າງຍີ່ງທີ່ຢາກໃຫ້ພີ່ນ້ອງຊາວລາວທັງຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມຮັກແພງສາມັກຄີກັນ ມີຄວາມທະນົງໃຈຕໍ່ການເປັນຄົນລາວ, ເຊື້ອຊາດລາວ, ມີຈິດໃຈຮັກຊາດຢ່າງສູງສົ່ງ ມີຄວາມດຸໝັ່ນຂະຫຍັນພຽນ ປະກອບສ່ວນເຂົ້າໃນພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາ.ໃນຕອນທ້າຍ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ແຂ່ງຂັນກິລາບານເຕະມິດຕະພາບ ຂອງຄະນະຜູ້ແທນເຊື້ອຊາດລາວຈາກ ປະເທດ ການາດາ ໃນຄັ້ງນີ້ ແລະ ກ່າວຍ້ອງຍໍ ສັນລະເສີນຕໍ່ນ້ຳໃຈຂອງຄົນເຊື້ອຊາດລາວຢູ່ ປະເທດ ການາດາ ທີ່ຍາມໃດກໍ່ໃຫ້ການອູ້ມຊູຍາດຕິພີ່ນ້ອງຢູ່ພາຍໃນປະເທດ, ປະກອບສ່ວນດ້ານວັດຖຸ ແລະ ສະຕິປັນຍາເຂົ້າໃນການຮ່ວມມືຊ່ວຍເຫຼືອທາງດ້ານການສຶກສາຢູ່ເຂດຊົນນະບົດ ແລະ ປະກອບສ່ວນທາງດ້ານອື່ນໆ ໃຫ້ແກ່ບ້ານເກີດເມືອງນອນທີ່ແສນຮັກຂອງຕົນ ພ້ອມທັງ ໄດ້ອວຍພອນໃຫ້ຄະນະຜູ້ແທນຄົົນເຊື້ອຊາດລາວ ຈາກການາດາ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

 



__________________
Anonymous

Date:
Permalink   
 

ພວກລາວລີງCanana ອົດສາຊື້ປີ້ໂຍນມາແຕ່ໄກ ແຕ່ໃດ້ການຕ້ອນຮັບໃດ້ສຳນີ້ບໍ່???

ບໍ່ເຫັນມີຄົນໄປຊົມເຊີຍຫລືໃຫ້ກຳລັງໃຈເລຍ ເປັນຕາອາຍແທນນໍ້??? 55555555555

26195677_215803872324215_263823977802155

26195443_215803908990878_13103624863179226231255_215803932324209_62179276365519226230250_215803885657547_40300835937400426195648_215803948990874_215900002410434



__________________
Anonymous

Date:
Permalink   
 

ເຂົາເອີ້ນພວກເຈົ້າ ເຊື້ອຊາດລາວ ການາດາ ຂ້ອຍໄດ້ຍິງຄຳນີ້ ກໍຊາບຊຶ້ງພໍແລ້ວ

ບໍ່ຄືພີ່ນ້ອງ ລາວຫວຽດນາມ ເນາະ ?



__________________
Anonymous

Date:
Permalink   
 

ຂໍຍ້ອງຍໍສັນຣະເສີນນ້ຳໃຈກ້າຫານ ເສຍສະລະຂອງພີ່ນ້ອງລາວ-ການາດຽນ

ທີ່ເດີນທາງມາແຂ່ງຂັນກິລາບານເຕະມິດຕະພາບໃນ ສປປ ລາວ ຕາມແຜນ

ນະໂຍບາຍຂອງຣັຖບານຜະເດັດການຄອມມຸຍນິດລາວ-ແກວ.

ຖ້າເຂົ້າໃຈບໍ່ຜິດ, ພີ່ນ້ອງລາວທີ່ຖືກຣັຖບານການາດາຮັບໄປຕັ້ງຖິ່ນຖານ

ໃນປະເທດຂອງເພິ່ນ ສ່ວນຫລາຍແມ່ນຂ້າຣາຊການແລະພົນລະເຮືອນ

ບໍ່ເຄີຍໄດ້ຮັບຄວາມທຸກທໍຣະມານໃນສູນສັບພະທຸກຈຶ່ງກ້າກືນກິນນ້ຳອ້ອຍ
ທີ່ປົນເຈືອໄປດ້ວຍຢາພິດຂອງເຈົ້າໜ້າທີ່ສະຖານທູດລາວໃນປະເທດອາເມຣິກາ.

ຂໍໃຫ້ທ່ານຈົ່ງໂຊກດີ !

 



__________________
Anonymous

Date:
Permalink   
 

ແຜນການອັນແນບນຽນຂອງພັກ-ລັດນີ້ມັນຊ່າງປະເສີດເລີດລ້ຳແທ້ໆ

ບວກກັບພວກຄົນລາວເຮົາທີ່ມີແນວຄິດເທົ່າກັບຫາງອື່ງກໍຍັງມີຫລາຍ

ເພາະຄົນຈຳນວນນີ້ເປັນຄົນທີ່ " ຫມາກິນຄວາມຄຶດ " ທັງນັ້ນ.



__________________
Anonymous

Date:
Permalink   
 

Anonymous wrote:

ແຜນການອັນແນບນຽນຂອງພັກ-ລັດນີ້ມັນຊ່າງປະເສີດເລີດລ້ຳແທ້ໆ

ບວກກັບພວກຄົນລາວເຮົາທີ່ມີແນວຄິດເທົ່າກັບຫາງອື່ງກໍຍັງມີຫລາຍ

ເພາະຄົນຈຳນວນນີ້ເປັນຄົນທີ່ " ຫມາກິນຄວາມຄຶດ " ທັງນັ້ນ.


 ເຈັບບໍ່ຈຳ. ຖ້າເຂົາຖືກໄລ່ຂ້າມຂອງອີກເທື່ອນຶ່ງພຸ້ນລະ ຈຶ່ງຈະຮູ້ສຶກ, ຖືກເຂົາຕົວຕົນເອງ

ເທື່ອນຶ່ງແລ້ວ ຍັງອິ່ນອອຍລູກຫລານມາໃຫ້ເຂົາຕົວະຕື່ມອີກ. ບຸກຄົນເຫຼົ່ານີ້ອາດຈະຄິດ

ວ່າຕົນເອງຈະໄດ້ມາລົງທຶນໂກຍເງິນຄືນັກລົງທຶນຈີນ ຫວຽດນາມ ຄິດວ່າລູກຫລານຂອງ

ຕົນມີການສຶກສາສູງ ອາດຈະໄດ້ເປັນໃຫຍ່ເປັນໂຕໃນອະນາຄົດ ຈຶ່ງເຂົ້າມາລູບແຂ່ງເລຍຫຳ

ເຂົາ ເບິ່ງແລ້ວກໍ່ໜ້າສົງສານ !



__________________
Anonymous

Date:
Permalink   
 

/download.spark?ID=2089407&aBID=138054

ຢາກໄປຮຽນກິນໝານຳບັກ ໄກສອນຕີ້......ພວກນີ້26229713_751664198370696_378827524055133



__________________
Anonymous

Date:
Permalink   
 

Anonymous wrote:

/download.spark?ID=2089407&aBID=138054

ຢາກໄປຮຽນກິນໝານຳບັກ ໄກສອນຕີ້......ພວກນີ້26229713_751664198370696_378827524055133


 ຢູ່ປະເທດ ແຄນາດານີ້ອາກາດມັນຫນາວຫລາຍ ດັ່ງນັ້ນຄົນຫນ້າກະຮອກສມອງປາຊິວຈຳນວນນີ້ ມີສມອງບໍ່ຄົບຖ້ວນຈຶ່ງໃຊ້ຫົວໂປ້ຕີນຄິດແທນ

ແລ້ວພາກັນແຫ່ແຫນໄປຄືລູກເປັດເທບ ... ນີ້ລະເພິ່ນວ່າ: " ພວກສລາດແຕ່ແນວໂງ່ໆ "



__________________
Anonymous

Date:
Permalink   
 

ຄົນລາວຈຳພວກນີ້ກຳລັງຖືກໃຊ້ເປັນເຄື່ອງມືຂອງພັກລັດທີ່ຢາກຫລອກລວງຄົນທັງໂລກວ່າ

ພັກລັດຕ້ອງການຄົນເຊື້ອຊາດລາວກັບຄືນຖິ່ນຖານບ້ານເດີມ ທັງໆທີ່ບໍ່ໄດ້ມີຄວາມຈິງຈັງ ຈິງໃຈຫຍັງ.

ອີກຢ່າງນຶ່ງຄົນລາວຈຳພວກນີ້ ກໍເປັນພຽງນັກສວຍໂອກາດເທົ່ານັ້ນ

ບໍ່ໄດ້ມີຄວາມສຳຄັນໃດໆ ທັງຫມົດ ເປັນໄດ້ແຕ່ເຄືອງມືຕີນຂອງພັກຄອມມິວນີສ໌.

ຖ້າຫນີອອກຈາກປະເທດການາດາໄດ້ ກໍຄົງຈະເປັນການດີ ເພາະການາດາກໍຕ້ອງການ

ແຕ່ຄົນທີ່ຮັກເສຣີພາບເທົ່ານັ້ນ. ປະເທດການາດາຮັບລ້ຽງເອົາໄວ້ ຊ່ອຍເຫຼືອເອົາໄວ້

ເພາະຄຶດວ່າຢາກຫນີຈາກລະບອບຄອມມິວນີສ໌ ແລະຢາກມີຊີວິດຢູ່ຢ່າງເສຣີ...

ປະເທດການາດາ ຮູ້ສຶກຜິດຫວັງຢ່າງຍິ່ງ ຕໍ່ຄົນຈຳພວກນີ້.

ຖ້າຄົນລາວຈຳພວກນີ້ຂໍຫນັງສືກັບລາວຢ່າງຖາວອນເລີຍກໍຈະດີ ເພາະການເປັນນົກສອງຫົວ

ນັ້ນມັນເປັນບໍ່ໄດ້ສ້າງຫຍັງດີຕໍ່ປະເທດການາດາ ແລະປະເທດການາດາກໍຈະບໍ່ຖືກປະນາມ

ວ່າ ຖືກຕົ້ວະຕົ້ມຈາກຄົນຈຳພວກນີ້ ໃນເວລາທີ່ພວກເຂົາຢາກມາຂໍລີ້ໄພ.

 

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard