ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄທຢຶດຢາບ້າ 11 ລ້ານເມັດ ນຳເຂົ້າຈາກ ສປປ.ລາວ
Anonymous

Date:
ໄທຢຶດຢາບ້າ 11 ລ້ານເມັດ ນຳເຂົ້າຈາກ ສປປ.ລາວ
Permalink   
 


ໄທຢຶດຢາບ້າ 11 ລ້ານເມັດ ນຳເຂົ້າຈາກ ສປປ.ລາວ

258.jpg

 

 

255.jpg254.jpg

 

ໃນວັນທີ 23 ມັງກອນ 2018 ວ່າ: ເຈົ້າໜ້າທີ່ຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ຈັງຫວັດນະຄອນພະນົມ ຮ່ວມກັນຖະແຫຼງຂ່າວການຈັບກຸ່ມ ຢາບ້າ ຈຳນວນ 11,000,000 ເມັດ ມູນຄ່າປະມານ 2,000 ລ້ານບາດ ພ້ອມຜູ້ຕ້ອງຫາ 1 ຄົນ ສືບເນື່ອງມາຈາກເມື່ອວັນທີ 22 ມັງກອນ 2018 ທີ່ຜ່ານມາ ເຈົ້າໜ້າທີ່ໃນນະຄອນພະນົມໄດ້ຮັບແຈ້ງມາວ່າ ຈະມີເຮືອລັກລອບນຳເຂົ້າຢາເສບຕິດຈາກປະເທດເພື່ອນບ້ານ (ສປປ.ລາວ) ເຂົ້າມາບໍລິເວນບ້ານນາໜອງບົກ ຕຳບົນໄຊຍະບຸຣີ ອຳເພີທ່າອຸເທນ ຈັງຫວັດນະຄອນພະນົມ ຈຶ່ງໄດ້ວາງແຜນຊຸດດັກຊຸ້ມຈັບກຸມ.

ຕໍ່ມາເຈົ້າໜ້າທີ່ພົບເຮືອຕ້ອງສົງໄສ ມີຜູ້ໂດຍສານມານຳເຮືອປະມານ 20 ຄົນ ແລ່ນອອກມາຈາກບໍລິເວນບ້ານໃໝ່ ຂອງ ສປປ.ລາວ ຂ້າມແມ່ນ້ຳຂອງຈົນມາເຖິງບໍລິເວນຂັນໄດແພປາບ້ານນາໜອງບົກ ຊຸດດັກຊຸ້ມກັບກຸມຈຶ່ງໄດ້ສະແດງຕົວຂໍກວດຄົ້ນ ເຮັດໃຫ້ຜູ້ທີ່ຢູ່ເທິງເຮືອຕ່າງກໍ່ພາກັນໂດດນ້ຳໜີໄປຄົນລະທິດລະທາງ ເຈົ້າໜ້າທີ່ສາມາດຄວບຄຸມຕົວໄດ້ 1 ຄົນ ເປັນເຍົາວະຊົນລາວ ອາຍຸ 17 ປີ ກວດສອບຂອງກາງພົບຖົງຢາງສີດຳຂະໜາດໃຫຍ່ຈຳນວນ 37 ຖົງ ພາຍໃນບັນຈຸຢາບ້າ 11,000,000 ເມັດ ໂດຍຜູ້ຕ້ອງສົງໄສຮັບສາລະພາບວ່າ ມີໜ້າທີ່ຮັບຈ້າງສົ່ງເຄື່ອງເທົ່ານັ້ນ ສ່ວນຢາບ້າທັງໝົດເປັນຂອງກຸ່ມວ້າແດງ.



__________________
Anonymous

Date:
Permalink   
 

ທະນາຄານໂລກເຜີຍ ການດຳເນີນທຸລະກິດທີ່ບໍ່ຖືກລະບຽບໃນລາວ ເປັນໄພອັນຕະລາຍ-ຄວາມໜ້າອັບອາຍຂອງຊາດ

WhatsApp-Image-2018-01-19-at-09.45.51.jp

 

ທະນາຄານໂລກປະຈຳ ສປປ ລາວໄດ້ເຜີຍແຜ່ລາຍງານທີ່ລະບຸກ່ຽວກັບຜົນຮ້າຍຂອງການດຳເນີນທຸລະກິດທີ່ບໍ່ຖືກລະບຽບ ແລະ ລັດຂັ້ນລັດຕອນ ໂດຍໄດ້ດຳເນີນການສຳຫຼວດວິສາຫະກິດຕ່າງໆຢູ່ໃນ ສປປ ລາວ ໃນປີ 2016 ເຊິ່ງ 77% ຂອງວິສາຫະກິດທີ່ຖືກສຳຫຼວດເປີດເຜີຍວ່າ ຕົນເອງໄດ້ແຂ່ງຂັນກັບຫົວໜ່ວຍທຸລະກິດນອກລະບົບ ຫຼື ບໍ່ໄດ້ຂຶ້ນທະບຽນ.
ນອກນັ້ນ ອີກ 40% ຂອງວິສາຫະກິດທີ່ເຂົ້າຮ່ວມໃນການສຳຫຼວດບອກວ່າ ການປະຕິບັດທີ່ບໍ່ເປັນທາງການເປັນບັນຫາທີ່ຮ້າຍແຮງ ແລະ ອີກ 27% ບອກວ່າການປະຕິບັດທີ່ບໍ່ເປັນທາງການເປັນປັນຫາທີ່ຮ້າຍແຮງທີ່ສຸດ. ໃນບົດລາຍງານໄດ້ລະບຸບັນດາການປະຕິບັດທີ່ບໍ່ເປັນທາງການເຊິ່ງບໍລິສັດທີ່ມີຂະໜາດຂ້ອນຂ້າງໃຫຍ່ປະຕິບັດ ແລະ ກາຍເປັນອຸປະສັກຮ້າຍແຮງຕໍ່ການດຳເນີນທຸລະກິດ ໃນນັ້ນປະກອບມີ: ການຂຶ້ນທະບຽນວິສາຫະກິດທີ່ບໍ່ຄົບຖ້ວນ, ການຫຼົບຫຼີກອາກອນ, ການຫຼີກເວັ້ນກົດລະບຽບທີ່ສັບສົນ ຫຼື ຫຍຸ້ງຍາກ, ວັດທະທຳໂດຍລວມກ່ຽວກັບການບໍ່ປະຕິບັດຕາມລະບຽບ ເຊິ່ງທັງໝົດນີ້ ໄດ້ສົງຜົນກະທົບຫຼາຍດ້ານ ໂດຍສະເພາະຜົນໄດ້ຮັບທີ່ບໍ່ຍຸຕິທຳ ເມື່ອບໍລິສັດທີ່ບໍປະຕິບັດຕາມກົດລະບຽບກົດໝາຍ ບໍ່ຊຳລະອາກອນຢ່າງຖືກຕ້ອງ ຕັດລາຄາໃຫ້ຕໍ່າກວ່າບໍລິສັດທີ່ດຳເນີນການຖືກຕ້ອງຕາມລະບຽບ ແລະ ເຮັດໃຫ້ລັດສູນເສຍລາຍຮັບ. ໃນລາຍງານຍັງລະບຸອີກວ່າ ນອກຈາກຜົນກະທົບຂ້າງເທິງນັ້ນແລ້ວ, ການປະຕິບັດທີ່ບໍ່ເປັນທາງການໃນການດຳເນີນທຸລະກິດໃນລາວຍັງເປັນ “ຄວາມໜ້າອັບອາຍຂອງຊາດ” ທີ່ສ່ອງແສງໃຫ້ເັນເຖິງປັນຫາໃນໄລຍະຍາວຂອງການສໍ້ລາດບັງຫຼວງ ແລະ ການປະຕິບັດລະບຽບກົດໝາຍທີ່ບໍ່ພຽງພໍ. ແນວໃດກໍຕາມ ບົດລາຍງານດັ່ງກ່າວໄດ້ມີຂໍ້ສະເໜີແນະວ່າ: ບໍ່ມີລູກປືນນັດດຽວທີ່ສາມາດລຶບລ້າງບັນຫານີ້ໄດ້ໃນທັນທີທັນໃດ ແຕ່ວ່າ ລັດສາມາດຈັດການວິທີແກ້ໄຂປັນຫາໄດ້ໂດຍສຸມໃສ່ດ້ານໃດດ້ານໜຶ່ງ ຫຼື ທັງໝົດ ເຊິ່ງຂໍ້ສະເໜີແນະດັ່ງກ່າວປະກອບມີ ຂໍ້ສະເໜີຕົ້ນຕໍ ທີ່ລະບຸວ່າ ລັດຄວນກຳນົດບູລິິມະສິດການບໍລິການຜ່ານປະຕູດຽວທີ່ມີປະສິດທິພາບ ແລະ ສາມາດປະຕິບັດໄດ້, ສ້າງຄວາມເຂັ້ມແຂງໃຫ້ລະບົບສ່ວນສາອາກອນ, ລຶບລ້າງ ຫຼື ປັບປຸງຫຼັກການທີ່ບໍ່ຈຳເປັນ ແລະ ສັບສົນຫຍຸ້ງຍາກ ແລະ ປູກຝັງຈິດສຳນຶກຂອງປະຊາຊົນໃຫ້ສະໜັບສະໜູນການດຳເນີນທຸລະກິດທີ່ຖືກຕ້ອງ ແລະ ເໝາະສົມ. ສ່ວນຂໍ້ແນະນຳສຳຮອງ ບົດລາຍງານລະບຸວ່າ ລັດຄວນປັບປຸງລະບົບການວິເຄາະ, ຕິດຕາມ, ປະເມີນຜົນກ່ຽວກັບກົດໝາຍໃນປັດຈຸບັນ ແລະ ດຳເນີນການປະຕິຮູບໃຫ້ດີຂຶ້ນ ແລະ ແລກປ່ຽນ-ນໍາໃຊ້ຂໍ້ມູນທີ່ທັນກັບກຳນົດເວລາ ແລະ ເຊື່ອຖືໄດ້.



__________________
Anonymous

Date:
Permalink   
 

ກະເຫັນດີ

 



__________________
Anonymous

Date:
Permalink   
 

ຖ້າເປັນຄວາມຈິງ, ນີ້ແມ່ນການສູນເສຍຢ່າງມະຫາສານຂອງກຸ່ມການນຳ

ທີ່ມີສ່ວນພົວພັນກັບຂະບວນການຄ້ານີ້.

 



__________________
Anonymous

Date:
Permalink   
 

Anonymous wrote:

ຖ້າເປັນຄວາມຈິງ, ນີ້ແມ່ນການສູນເສຍຢ່າງມະຫາສານຂອງກຸ່ມການນຳ

ທີ່ມີສ່ວນພົວພັນກັບຂະບວນການຄ້ານີ້.

 


 ເອົາລະບົບໂຈນມາປົກຄອງປະເທດ ມັນກໍມີຜົນອອກມາເປັນຈັ່ງຊີ້

ມີຫຍັງທີ່ຖືກກົດຫມາຍຢູ່ໃນ ສປປລາວ ?

ເຮັດກົດຫມາຍອອກມາຈົນຖ້ວມຫົວໂຕເອງ ແຕ່ບໍ່ມີໃຜໃຊ້

ເຮັດຫຍັງກໍພຽງແຕ່ຢາກໄດ້ຫນ້າ ເພາະໃຜໆ ກໍຫນ້າໃຫຍ່ທໍ່ຝາ...

ມາດຕະຖານຂອງໂລກເຂົາມີ ເຂົາມາວັດແທກແລ້ວ ມີແຕ່ຂີ້ຫມາເຕັມກະດົ້ງ

ງາມຫນ້າຫລາຍ !

ມັນບໍ່ອາຍດອກ ຫນ້າມັນດ້ານເກີນໄປ..........

 

 



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ຖ້າເປັນຄວາມຈິງ, ນີ້ແມ່ນການສູນເສຍຢ່າງມະຫາສານຂອງກຸ່ມການນຳ

ທີ່ມີສ່ວນພົວພັນກັບຂະບວນການຄ້ານີ້.

 


 ເອົາລະບົບໂຈນມາປົກຄອງປະເທດ ມັນກໍມີຜົນອອກມາເປັນຈັ່ງຊີ້

ມີຫຍັງທີ່ຖືກກົດຫມາຍຢູ່ໃນ ສປປລາວ ?

ເຮັດກົດຫມາຍອອກມາຈົນຖ້ວມຫົວໂຕເອງ ແຕ່ບໍ່ມີໃຜໃຊ້

ເຮັດຫຍັງກໍພຽງແຕ່ຢາກໄດ້ຫນ້າ ເພາະໃຜໆ ກໍຫນ້າໃຫຍ່ທໍ່ຝາ...

ມາດຕະຖານຂອງໂລກເຂົາມີ ເຂົາມາວັດແທກແລ້ວ ມີແຕ່ຂີ້ຫມາເຕັມກະດົ້ງ

ງາມຫນ້າຫລາຍ !

ມັນບໍ່ອາຍດອກ ຫນ້າມັນດ້ານເກີນໄປ..........

 

 


 ອະດີດການນຳຫລາຍຄົນເປັນນັກອາດຊະຍາກັມ ຢ້ານຖືກລົງໂທດຈຶ່ງໂຕນໜີອອກປ່າໄປຊົ້ນຂີ້ແຮ້ແກວແດງ

ສະນັ້ນ ລູກຫລານເຂົາຈຶ່ງສືບຕໍ່ມູນເຊື້ອນີ້. ການຄ້າຂາຍຢາເສບຕິດເປັນນະໂຍບາຍນຶ່ງທີ່ຈະເບື່ອເມົາເຍົາວະຊົນ

ໃນປະເທດເສຣີເພື່ອໃຫ້ເຂົາບໍ່ສົນໃຈໃນວຽກບ້ານການເມືອງ, ນຳໃຊ້ເງິນຈະນວນນີ້ເຂົ້າໃນການໂຄ່ນລົ້ມອຳນາດ

ເສຣີປະຊາທິປະໄຕຕາມກົດຂອງຄອມມຸຍນິດທີ່ຣະບຸວ່າ: ປະເທດປ້ອມດ່ານໜ້າສັງຄົມນິຍົມຕ້ອງປະກອບສ່ວນ

30% ຂອງ GDP ເຂົ້າໃນການຂະຫຍາຍຣະບອບສັງຄົມນິຍົມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard