ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນງານລາວເວົ້າວ່າ ໄປໄທ ຍ້ອນຫຍັງ?
Anonymous

Date:
ຄົນງານລາວເວົ້າວ່າ ໄປໄທ ຍ້ອນຫຍັງ?
Permalink   
 


ຄົນງານລາວເວົ້າວ່າ ໄປໄທ ຍ້ອນຫຍັງ?

image

 

ຄົນລາວທີ່ຂ້າມໄປຊອກຫາວຽກເຮັດງານທໍາ ຢູ່ປະເທດເພືອນບ້ານ ໂດຍສະເພາະ ປະເທດໄທ ມີຈໍານວນຫລວງຫລາຍ ຊຶ່ງຄາດກັນວ່າ ມາຮອດສູ່ມື້ນີ້ ອາດມີເຖິງ 5 ແສນຄົນ ທີ່ທັງໄປແບບຖືກຕ້ອງ ຕາມກົດໝາຍ ແລະລັກລອບຂ້າມຊາຍແດນໄປ.

ເມື່ອເວົ້າເຖິງເຫດຜົລຫລືສາເຫດ ທີ່ພາໃຫ້ຄົນລາວ ໄປເຮັດວຽກຢູ່ຕ່າງປະເທດ ໂດຍທົ່ວໄປແລ້ວ ແມ່ນຢາກວ່າຄ້າຍຄືກັນ ບໍ່ວ່າຈະເປັນຜູ້ ທີ່ມີວິຊາສະເພາະ ມີໃບປະກາດສະນິຍະບັດ ຫລື ຜູ້ບໍ່ມີວິຊາສະເພາະ ບໍ່ມີວິຊາຊີບນັ້ນ ກໍຄືຍ້ອນຄວາມທຸກຍາກ ຂາດເຂີນ, ບໍ່ມີເງິນມີຄໍາ ພໍທີ່ຈະຈ້າງເຂົ້າ ເຮັດວຽກເຮັດການ ນຳຣັຖ ແລະບໍ່ມີເສັ້ນບໍ່ມີສາຍ ທີ່ເປັນເຈົ້າເປັນນາຍ ໃນການຈັດຕັ້ງ ຂອງພັກແລະຣັຖ. ຕາມຄໍາເວົ້າຂອງ ຊາວໜຸ່ມລາວ ກຸ່ມນຶ່ງ ທີ່ເຮັດວຽກຢູ່ໄທ ຊຶ່ງຂ້າພະເຈົ້າ ໄດ້ພົບພໍ້ ທີ່ປະເທດໄທ ເມື່ອໄວໆ ມານີ້.

ທ້າວ ນ້ອຍ ນາມສົມມຸດ ເວົ້າຢູ່ບາງກອກ ວ່າຕົນມາເຮັດວຽກຢູ່ໄທ ໄດ້ 3-4 ປີແລ້ວ ພາຍຫລັງທີ່ຮຽນຈົບ ປຣິນຍາຕຣີ ແລະຫາວຽກງານ ເຮັດບໍ່ໄດ້ ເພາະມີແຕ່ໃບປະກາດ ແຕ່ບໍ່ມີເງິນ ບໍ່ມີເສັ້ນມີສາຍ ພໍທີ່ຈະຊ່ວຍໃຫ້ຕົນມີໂອກາດ ໄດ້ເຂົ້າເຮັດວຽກນຳຣັຖ ຄືກັນກັບຄົນອື່ນໆ ທີ່ ຮຽນຈົບມາພ້ອມກັນ. ດັ່ງນັ້ນຈຶ່ງເຮັດໃຫ້ຕົນຈໍາຕ້ອງ ໄດ້ມາເຮັດວຽກຢູ່ໄທ:

"ມາໄດ້ 3-4 ປີເຮັດວຽກຢູ່ນີ້ ກໍຢູ່ບ້ານເຮົາກໍຄືເຮົາຮູ້ ຮຽນຈົບປຣິນຍາຕຣີ ກະບໍ່ມີວຽກເຮັດງານທໍາ ຂນາດຮຽນຈົບປຣິນຍາໂທ ມາຈາກຕ່າງ ປະເທດ ກະຍັງບໍ່ມີວຽກເຮັດງານທໍາ ເພາະວ່ານຶ່ງມາ ເຮົາຕ້ອງມີເສັ້ນມີສາຍ ສອງ ມາຕ້ອງມີເງິນ ທຸກຢ່າງຕ້ອງຈ້າງ ເຂົ້າ."

ພ້ອມດຽວກັນນັ້ນ ໝູ່ຂອງເຂົາອີກຜູ້ນຶ່ງ ທີ່ມາເຮັດວຽກຢູ່ໄທ ນຳກັນນັ້ນກໍເວົ້າ ເສີມຂຶ້ນໃນທໍານອງດຽວກັນວ່າ ການທີ່ຈະໄດ້ເຂົ້າເຮັດວຽກ ຢູ່ຂແນງການໃດນຶ່ງ ຂອງຣັຖ ສໍາລັບຄົນລາວ ທົ່ວໄປແລ້ວ ແມ່ນເປັນເຣື່ອງທີ່ຍາກຫລາຍ ເຖິງແມ່ນ ວ່າຈະມີຄວາມຮູ້ ຄວາມສາມາດ ຢູ່ແລ້ວກໍຕາມ ຍ້ອນບໍ່ມີເງິນມີຄຳ ພໍທີ່ຈະຈ້າງເຂົ້າ ຫລືບໍ່ມີພີ່ນ້ອງ ເຮັດການຢູ່ບ່ອນໃດບ່ອນນຶ່ງ ມາກ່ອນ, ບໍ່ແມ່ນເປັນລູກເຈົ້າ ຫລານນາຍ ພໍທີ່ຈະເຂົ້າເຮັດວຽກ ໄດ້ງ່າຍ ເພາະຢູ່ ສປປລາວ ຍຸກນີ້ ເປັນຍຸກ ເຫັນແກ່ເງິນ ເຫັນແກ່ໜ້າຕາ ເປັນຍຸກຊື້ຈ້າງ ທັງເຂົ້າຮຽນ ແລະເຂົ້າເຮັດ ວຽກງານ:

"ຕ້ອງຈ້າງເຂົ້າ ຄົນຈົນຄົນລາວເຮົານີ້ບໍ່ມີເງິນຈ້າງເຂົ້າ ຄວາມຮູ້ຄວາມ ສາມາດເຮົາມີ ຈ້າງເຂົ້າເຮັດວຽກຈ້າງເຂົ້າຮຽນ ນີ້ຄືບັນຫາຫລັກເລີຍ ທີ່ເຮັດໃຫ້ ຄົນລາວ ມາເຮັດວຽກຢູ່ໄທ ເພາະຍ້ອນວ່າ ເຮົາບໍ່ມີເງິນ ໄປຈ້າງເຮັດວຽກ ໃນປະເທດລາວ."

ຄົນງານລາວ ຢູ່ປະເທດໄທ ອີກຜູ້ນຶ່ງ ກໍເວົ້າວ່າ ຕົນຮຽນຈົບດ້ານໄຟຟ້າ ຢູ່ລາວ ໄດ້ມາເຮັດວຽກທາງດ້ານ ອິເລັກໂຕຣນິກຢູ່ໄທ ຕາມວິຊາ ສະເພາະ ທີ່ຕົນໄດ້ຮຽນມາ, ເຮັດວຽກດ້ານເອເຫລັກໂຕຣນິກ ມາໄດ້ 5 ປີແລ້ວ, ມາເຮັດວຽກແບບຖືກຕ້ອງ ຕາມກົດໝາຍ:

"ຂ້າພະເຈົ້າຈົບດ້ານການໄຟຟ້າ ແຕ່ດຽວນີ້ມາເຮັດວຽກຢູ່ໄທ ເຮັດວຽກ ກັບພວກອິເລັກໂຕຣນິກ ມາຖືກຕ້ອງຕາມກົດໝາຍ ເພາະວ່າເຂົາ ຕ້ອງການງານ ທີ່ມີສີມື ມີຄວາມຮູ້ ຢ່າງຂ້າພະເຈົ້າ ມາເຮັດຢູ່ເມືອງໄທ ກະເຮັດແບບເຂົາຕ້ອງການ ເລີຍ ມາຢູ່ໄທ ກະເຮັດຕາມວິຊາ ສະເພາະ ທີ່ເຮົາຮຽນມາ."

ແລະຄົນງານລາວອີກຜູ້ນຶ່ງ ກໍເວົ້າວ່າຕົນມາຈາກແຂວງສວັນນະເຂດ ເມື່ອຕົນຮຽນຈົບຫ້ອງ ປ.5 ກໍບໍ່ຄິດຢາກຮຽນຕໍ່ໄປອີກ ເພາະເຫັນໄທ ບ້ານຫລາຍຄົນ ທີ່ຮຽນສູງກວ່າຕົນ ຈົບມາແລ້ວກໍບໍ່ໄດ້ ເຮັດວຽກເຮັດການຫຍັງ ແລະ ອີກຢ່າງນຶ່ງ ພໍ່ແມ່ຂອງຕົນ ກໍທຸກຍາກ, ມີເອື້ອຍ ອ້າຍນ້ອງ ນໍາກັນຫລາຍຄົນ, ບໍ່ມີເຊື້ອສາຍປະຕິວັດ, ບໍ່ຢູ່ໃນຖັນແຖວ ຂອງພັກຂອງຣັຖ ກໍເລີຍຕັດສິນໃຈ ມາຊອກວຽກງານເຮັດຢູ່ໄທ ກັບໝູ່, ຫາເງິນສົ່ງກັບໄປຊ່ວຍພໍ່ແມ່ ທີ່ຢູ່ທາງບ້ານ ຄົງດີກ່ອນ. ແລະປີນີ້ ກໍເປັນປີທີ 3 ແລ້ວ ທີ່ຕົນ ມາເຮັດວຽກຢູ່ໄທ:

"ຖ້າເກີດເຮົາບໍ່ມີເສັ້ນສາຍ ບໍ່ມີເງິນກະເຮັດບໍ່ໄດ້ ເຂົາສິເອົາແຕ່ພວກ ເສັ້ນສາຍເຂົາ ເຂົ້າໄປຄືວ່າເຮົານີ້ຈະເກັ່ງປານໃດ ກະຢ່າ ຄັນເກີດວ່າ ບໍ່ຢູ່ໃນ ຖັນແຖວ ຂອງພັກຂອງຣັຖນີ້ ເຮົາກະຕົກກະປັອງໄປ ເຂົາສິເອົາແຕ່ພວກປະຕິວັດ ເທົ່ານັ້ນລະ ມາເຮົາເປັນຄົນ ທັມດາ ເຂົາວ່າເຮົາ ເປັນສິ່ງເສດເຫລືອ ຂອງເຂົາ ມາແຕ່ສວັນ9ເຊໂນ ຮຽນຮອດປ. 5 ຕອນນີ້ກະບໍ່ມີຫຍັງ ມີແຕ່ບັດ."

ແລະວ່າ ຕອນທີ່ຕົນມາໄທຕອນນັ້ນ ກໍມາແບບບໍ່ຖືກຕ້ອງຕາມກົດໝາຍ. ດີແຕ່ວ່າ ເມື່ອມາເຮັດວຽກງານແລ້ວ ກໍຕັ້ງໃຈເຮັດ, ທາງໄທເພິ່ນ ກໍໃຫ້ໂອກາດ ໃຫ້ນາຍຈ້າງ ໃຫ້ຄົນງານຕ່າງດ້າວ ໄປຂຶ້ນທະບຽນ ເພື່ອເຮັດວຽກຢູ່ໄທໄດ້ ແບບຖືກຕ້ອງ ຕາມກົດໝາຍ. ແລະກໍຖືໄດ້ວ່າຕົນ ເປັນຄົນໂຊກດີຫລາຍ, ມີບັດເຮັດວຽກ, ມີໜັງສືຖືກຕ້ອງທຸກຢ່າງ ຕາມກົດໝາຍຂອງໄທ ຊຶ່ງໝາຍຄວາມວ່າ ໄດ້ເສັຽພາສີ, ໄດ້ຮັບສິດທິ ຄຸ້ມຄອງ ໃນດ້ານຕ່າງໆ ຮວມທັງ ທາງສຸຂພາບນ້ຳດ້ວຍ:

"ມາແລ້ວ ທາງໄທກໍເຮັດໃບອະນຸຍາດ ທໍາງານໃຫ້ຖືກຕ້ອງ ຕາມກົດໝາຍໄທ ໄດ້ເສັຽພາສີ ໃຫ້ມີສິດທິຄຸ້ມຄອງ ທາງດ້ານສາທາຣະນະສຸກ ສິດທິຕ່າງໆ."

 



__________________
Anonymous

Date:
Permalink   
 

ໃນຂະນະດຽວກັນ ຄົນລາວອີກຜູ້ນຶ່ງ ໃນກຸ່ມຄົນງານ ກໍໄດ້ເວົ້າເຖິງກໍຣະນີ ຂອງຕົນ ມາເປັນຕົວຢ່າງ ແລະເວົ້າແບບລວມໆວ່າ ທັງໝົດນັ້ນ ຄືບັນຫາຂອງຄົນລາວ ທັມດາສາມັນທົ່ວໄປ ຈໍານວນຫລວງຫລາຍ ຈໍາຕ້ອງໄດ້ລັກລອບ ຂ້າມຊາຍແດນ ເຂົ້າມາ ເຮັດວຽກ ຢູ່ປະເທດໄທ ຊຶ່ງເປັນຄວາມຈິງ ທີ່ບໍ່ມີໃຜ ປະຕິເສດໄດ້ ແລະທາງການລາວ ກໍຕ້ອງຍອມຮັບ. ແລະວ່າຕົນເອງມາເຮັດວຽກ ຢູ່ໄທ ຕັ້ງແຕ່ອາຍຸ ບໍ່ຮອດ 20 ປີ, ດຽວນີ້ອາຍຸ 32 ປີແລ້ວ:

"ມາເຮັວຽກຢູ່ໄທ ມາກະແຕ່ກ່ອນ ເຮັດບັດທ່ອງທ່ຽວເຂົ້າມາ ມາລະກະເຮັດບັດ ຄູ່ມື້ນີ້ກະມີບັດແຮງງານ. ຖາມວ່າໃຜສິຢາກຈາກບ້ານເກີດ ເມືອງນອນມາ ຄັນມີວຽກເຮັດ ບໍ່ເຖິງຂັ້ນລາຄາແພງ ເງິນເດືອນພໍໃຊ້ ສິນຄ້າບໍ່ແພງ."

ເຂົາເວົ້າຕໍ່ໄປວ່າຖ້າຢູ່ລາວ ມີວຽກງານເຮັດ ບໍ່ເຖິງຂັ້ນວ່າໄດ້ເງິນຫຼາຍດອກ, ໄດ້ພໍກຸ້ມຢູ່ກຸ້ມກິນ ກໍເປັນອັນວ່າພໍຢູ່ໄດ້ແລ້ວ ຢູ່ບ້ານຕົນເອງ. ແລະວ່າການມາເຮັດວຽກຢູ່ໄທ ຂອງຕົນນັ້ນໜ້າເສັຽດາຍ ຢູ່ບ່ອນວ່າຕົນຮຽນຮອດແຕ່ຫ້ອງ ປ.5 ເທົ່ານັ້ນ ບໍ່ມີຄວາມຮູ້ຄວາມສາມາດສູງ ຄືກັນກັບຄົນອື່ນ ຫລາຍຄົນ ທີ່ມີໂອກາດ ໄດ້ເຮັດວຽກດີຢູ່ໄທ. ມາເຮັດວຽກຢູ່ໄທ ກໍອາໃສຄວາມສາມາດ ຂອງຕົນ ໄດ້ເປັນຜູ້ຊ່ວຍຫົວໜ້າ ພໍ່ຄົວຄົນໄທ ໄດ້ເງິນຄ່າແຮງງານ ກຸ້ມຢູ່ກຸ້ມກິນ, ພໍມີ ເງິນທ້ອນຫອມ ໄວ້ຝາກເມືອ ໃຫ້ພໍ່ແມ່ໃຊ້ຈ່າຍ ແດ່ຈຳນວນນຶ່ງ ໃນຂະນະທີ່ມີຄົນ ລາວຫລາຍຄົນ ທີ່ເຮັດວຽກກໍ່ສ້າງ ຊຶ່ງເປັນວຽກອ່າວໜັກແດ່ ແລະເງິນຄ່າແຮງງານ ກໍບໍ່ໄດ້ດີພໍປານໃດ:

"ເຮົາມາຢູ່ນີ້ກຖືວ່າໄດ້ດີແລ້ວ ຄົນໄທກໍເປັນ chef ເຮົາກໍເປັນຜູ້ຊ່ວຍອາສັຍຄວາມສາມາດ ຂອງເຮົາແຕ່ຫຼາຍຄົນກະຄັນວ່າ ເຮັດວຽກກໍ່ສ້າງ ແຮງງານ ກໍບໍ່ໄດ້ສໍ່າໃດ."

ເຂົາເວົ້າຕໍ່ໄປວ່າ ຕົນໄດ້ກັບເມືອຢາມພໍ່ແມ່ເລື້ອຍຢູ່, ເທື່ອຫລ້າສຸດກໍແມ່ນປີກາຍນີ້ ໄດ້ເຫັນສິ່ງແຕກຕ່າງກໍຄື ໃນເຂດບ້ານຂອງຕົນ ແລະຢູ່ ເຂດບ້ານໃກ້ຄຽງ ມີເຮືອນຫລັງໃໝ່ຂຶ້ນມາຫລາຍຫລັງ ຊຶ່ງສ່ວນນຶ່ງກໍແມ່ນເງິນ ທີ່ຜູ້ໄປເຮັດວຽກຢູ່ໄທ ສົ່ງໄປໃຫ້ ພໍ່ແມ່ຄອບຄົວ ທາງບ້ານປຸກນັ້ນເອງ.

ອີກສິ່ງນຶ່ງທີ່ຄົນງານລາວເຮັດວຽກຢູ່ໄທ ເວົ້າເປັນສຽງດຽວກັນນັ້ນ ຄືຢາກໃຫ້ທາງການລາວ ຊ່ວຍເຮັດໃຫ້ຄົນລາວ ເປັນຕົ້ນຊາຍໜຸ່ມຍິງສາວ ມີວຽກເຮັດ ງານທຳ ຢູ່ຕາມເຂດແຂວງຕ່າງໆ ໃນທົ່ວປະເທດລາວ, ໃຫ້ຂຶ້ນເງິນຄ່າແຮງງານ ພໍໄດ້ຢູ່ໄດ້ກິນ ເພື່ອບໍ່ໃຫ້ຄົນລາວ ຫລັ່ງໄຫລ ໄປເຮັດວຽກ ຢູ່ນອກປະເທດ ເປັນຕົ້ນແມ່ນໄທ.



__________________
Anonymous

Date:
Permalink   
 

ຄົນຂ້າງບ້ານຂ້ອຍເຄີຍຈ້າງຜູ່ສາວນ້ອຍບ້ານກ້ວຍ ສາລະວັນມາເປັນແມ່ບ້ານ ເດືອນລະ 300000₭

ເຮັດບໍ່ຮອດປີ ໝູ່ມັນກໍ່ມາຊວນໄປເຮັດວຽກຢູ່ໄທ ມັນວ່າໄດ້ຫລາຍກ່ວານີ້ ຫັກຄ່າໃຊ້ຈ່າຍຕ່າງໆອອກ

ກໍ່ເຫຼືອເງິນຝາກມາໃຫ້ຄອບຄົວໃຊ້ຫລາຍພັນບາດ. 

ຂະບວນການຄ້າມະນຸດຂ້າມຊາດໃນລາວມີຄາຖາລິ້ນທອງ ໄປຍົວະເດັກນ້ອຍຢູ່ຕາມບ້ານນອກທີ່ດ້ອຍ

ໂອກາດຂາດການສຶກສາ ແລະມີຄວາມທຸກຍາກ ຢາກໄດ້ຈັກຄົນກໍ່ໄດ້ລື່ນຄາດໝາຍ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard