ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສໍ້ລາດບັງຫລວງ ອາດເຮັດໃຫ້ ການເງິນ ຂອງ ລັດຖະບານ ລົ້ມລະລາຍ ”
Anonymous

Date:
ການສໍ້ລາດບັງຫລວງ ອາດເຮັດໃຫ້ ການເງິນ ຂອງ ລັດຖະບານ ລົ້ມລະລາຍ ”
Permalink   
 


img_0541.jpg

“ປະທານປະເທດ ສປປ ລາວ ເນັ້ນໜັກວ່າ ການສໍ້ລາດບັງຫລວງ ອາດເຮັດໃຫ້ ການເງິນ ຂອງ ລັດຖະບານ ລົ້ມລະລາຍ ”

ປະທານ​ປະ​ເທດ​ລາວ ເ​ນັ້ນ​ໜັກ​ວ່າການ​ທຸດຈະລິດຂອງ​ບັນດາ​ພະນັກງານ​ພັກ​ລັດ ຈະ​ເຮັດ​ໃຫ້​ເກີດ​ບັນຫາ​ລົ້ມ​ລະລາຍ ​ແລະ​ສ້າງ​ຄວາມຫາຍຍະນະ​ທາງ​ດ້ານ​ການ​ເງິນ​ຂອງ​ລັດຖະບານ​ໄດ້​ໃນໄລ​ຍະ​ຍາວ​ດ້ວຍ

ທ່ານ​ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແລະ​ເລຂາທິການໃຫຍ່​ພັກ​ລັດ ປະຈໍາພັກ​ລັດປະຊາຊົນລາວ​ ໄດ້​ໃຫ້​ກາ​ນຍອມຮັບ​ວ່າການ​ນຳ​ໃຊ້​ອຳ​ນາດ​ຢ່າງ​ບໍ່​ຖືກ ຕ້ອງ​ຕາມລະບຽບ​ກົດໝາຍ​ຂອງ ບັນດາ​ພະນັກງານ​ພັກ​ ​ແລະ ລັດ​ທີ່​ເພີ້​ມຂື້ນ​ເລື້ອຍໆ​ນັ້ນ ​ໄດ້​ກໍ່​

ໃຫ້​ເກີດ​ບັນຫາຫ​ຍໍ້​ທໍ້​ພາຍ​ໃນ​ພັກ ​ແລະລັດ ລັດຖະບານ​ເພີ້​ມຂື້ນ​ນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ງົບປະມານ​ຂອງລັດຖະບານ​ໄປ​ເພື່ອ​ຜົ​ນປະໂຫຍ​ດ ສ່ວນ​ໂຕ​ນັ້ນ​ຍັງ​ຈະ​ເຮັດ​ໃຫ່​ເກີດ​ບັນຫາລົ້ມ​ລະລາຍ ​ແລະ​ສ້າງ​ຄວາມ​ຫາຍຍະນະ​ທາງ​ດ້ານ​ການ​ເງິນ​ຂອງ​ລັດຖະບານ​ ​ໃນ​ໄລຍະ​ຍາວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ເນັ້ນ​ຢໍ້າ​ໃນ​ກອງ​ປະ​ຊຸມ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ລັດ ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ:

“​ໂດຍ​ສະ​ເພາະ​ແມ່ນ​ມີ​ການລະ​ເມີດວິ​ໃນ​ແຜນການ​ເງິນ​ຢ່າງ​ກວ້າງ​ຂວາງ ​ເຊັນ​ການ​ຕົກລົງ​ໂຄງການ​ລົງທຶນ​ຂອງ​ລັດ ບໍ່​ຄຳ​ນຶ່ງ​ເຖິງ​ຄວາມ​ສາມາດ​ຊໍາ​ລະສະ​ສາງ ຂອງ​ງົບ​ປະ​ມານ ການ​ລົງທຶນໃສ່​ໂຄງການ​ໂຄງຮ່າງຢ່າ​ງ​ກວ້າງ​ຂວາງ​ໃຫຍ່​ໂຕ ​ແຕ່​ບໍ່​ຕິດ​ພັນ​ກັບ​ການ​ດຳ​ເນີນ​ໂຄງການ​ລົງ​ທືນທີ່​ຈະ​ສ້າງ​ແຫ​ລ່ງລາຍຮັບ​ແກ່​ງົບປະມານ ປະປ່ອຍໃຫ້​ມີ​ການ​ລົງທຶນ​ຂອງ​ລັດ ມີ​ມູນ​ຄ່າ​ສູງ​ເກີນ​ຄວາມ​ຈິງ​ຫລາຍ​ເທົ່າ ບວກ​ກັບ​ການ​ລົງທຶນ​ນອກ​ແຜນ ​ໄດ້​ສ້າງ​ຄວາມ​ຫາຍຍະນະ​ຕໍ່​ລະບົບ​ການ​ເງິນ ງົບປະມານ​ຂອງ​ລັດ.”

ກ່ອນ​ໜ້າ​ນີ້ ຄະນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ລາຍງານ​ວ່າ​ໃນໄລຍະຫ້າ​ປີທີ່ຜ່ານ​ມາ ຄະນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ຮັບ​ຈົດໝາຍ​ຮ້ອງ​ຮຽນ​ຈາກ​ປະຊາຊົນ​ລາວ​ຈຳນວນ 3,640

ສະບັບ ທີ່​ຮຽກຮ້ອງ​ຂໍ​ໃຫ້​ດຳ​ເນີນ​ມາດ​ຕະການ​ກວດກາ​ການ​ໃຊ້​ອຳນາດ ​ແລະ​ບໍ່ປະຕິບັດໜ້າ​ທີ່​ຂອງ​ບັນດາ​ສະ​ມາ​ຊິກ​ພັກ​ລັດ ທີ່​ຖືກ​ສົງ​ໄສ​ວ່າ​ໄດ້​ປະຕິບັດ​ໜ້າທີ່ ​ແລະ​ໃຊ້​ອຳນາດ​ໂດຍ​ທຸດຈະລິດ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ໂຕ ຊຶ່ງ​ໄດ້ກໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຕໍ່​ປະ​ເທດ​ຊາດ​ຢ່າງ​ຫລວງຫລາຍ.

ທັ້ງນີ້​ໂດຍ​ຈາກ​ການ​ກວດກາ​ໃນ​ຈຳນວນ 734 ກໍ​ລະ​ນີ​ເປົ້າ​ໝາຍ​ຕາມ​ການ​ຮຽກ ຮ້ອງ​ດັ່ງກ່າວ​ກໍ​ພົບ​ວ່າ ການ​ທຸດຈະ​ລິດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຄິດ​ເປັນ​ມູນ​ຄ່າ​ເຖິງ 4,145.86 ຕື້

​ກີບ ພ້ອມ​ດ້ວຍ​ການ​ເສຍ​ຫາຍ​ໃນ​ສ່ວນ​ຂອງ​ເງິນຕາ​ຕ່າງປະ​ເທດ 70.77 ລ້ານໂດ​ລາສະຫະລັດ ກັບ ​381.68 ລ້ານ​ບາດ ​ແລະ 539,518 ຢວນ ທັງ​ຍັງ​ມີ​ການ​ລັກລອບ​ຂາຍໄມ້​ຂອງ​ລັດຖະບານ ​ໂດຍ​ຜິດກົດໝາຍ​ຫລາຍ​ກວ່າ 4 ລ້ານ​ເມຕຣິກກ້ອນ​ອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ວັນ​ໄຊ ພອງ​ສະຫວັນ ຮອງ​ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໃຫ້ການ​

ຍອມຮັບ​ວ່າ ​ພັກກຳລັງ​ປະ​ເຊີນ​ກັບ​ບັນຫາ​ການຈັດ​ຕັ້ງ​ທີ່​ບໍ່​ມີ​ປະສິດທິພາບຫລາ​ຍຂຶ້ນນັບ

​ມື້ ​ໂດຍ​ມີ​ສາ​ເຫດມາ​ຈາກ​ການ​ປະຕິບັດ​ໂຕຈິງ ທີ່ຂາດຄວາ​ມຮັບຜິດຊອບຕໍ່​ສ່ວນ​ຮ່ວມ

​ຂອງ​ສະມາຊິກ​ພັກ​ລັດ​ເປັນສຳຄັນ ​ເຊັ່ນ​ການ​ຫລິ້ນ​ພັກ​ຫລິ້ນ​ພວກ​ ການ​ບໍ່​ຍອມຮັບ​ການ​

ວິຈານ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ ການອາຄາດມາ​ດຮ້າຍຕໍ່​ກັນ ກາ​ນບໍ່​ຍອມຮັບ​ໃນ​ຄວາມ​ຮູ້

ຄວາມ​ສາມາດ​ລະຫວ່າງ​ຜູ້​ບັງຄັບ​ບັນຊາ ​ແລະ​ຜູ້ໃຕ້​ບັງຄັບ​ບັນຊາ ການ​ບໍ່​ເຄົາລົບ​ລະບຽບ​

ຂອ​ບພັກ​ລັດ ​ແລະ​ການ​ທຸດຈະລິດ.



__________________
Anonymous

Date:
RE: ການສໍ້ລາດບັງຫລວງ ອາດເຮັດໃຫ້ ການເງິນ ຂອງ ລັດຖະບານ ລົ້ມລະລາຍ ”
Permalink   
 


img_0540.jpg

​ໂດຍ​ໃນ​ຮອບ​ຫ້າ​ປີ​ທີ່​ຜ່ານ​ມາ​ອຳນາດ​ການ​ນໍາ​ຂອງ​ສູນ​ກາງ​ພັກ​ລັດ ​ໄດ້​ຕັ້ດສິນ​ລົງ​ໂທດ​

ທາງ​ວິ​ໃນ​ຕໍ່​ສະມາຊິກ​ພັກ​ຈຳນວນ 1,806 ຄົນ ​ໃນ​ນີ້​ເປັນ​ສະມາຊິກ​ເພດ​ຍິງ 171 ຄົນ​ທີ່

​ສວຍ​ໃຊ້ຕຳ​ແໜ່​ງໜ້າ​ທີ່​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ໂຕ ​ແລະ​ພ້ອມ​ກັນ​ນີ້​ກໍ​ໄດ້​

ປົດ​ຈາກ​ຕຳແໜ່​ງສະມາຊິກ​ພັກ​ລັດ​ອີກ​ 1,007 ຄົນ ທີ່​ປະຕິບັດ​ໜ້າ​ທີ່ຄັດ​ຕໍ່​ແນວທາງ​ນະ

​ໂຍບາຍ​ຂອງ​ພັກ ​ແລະ​ມີ​ສະມາຊິກ​ພັກ​ລັດ​ຈຳນວນ​ນຶ່ງ ທີ່​ໄດ້​ຊື້​ຈ້່າງດ້ວຍ​ຮູບ​ແບບ​ຕ່າງໆ

​ເພື່ອ​ເຮັດ​ໃຫ້​ພວກ​ຕົນ​ໄດ້​ເປັນ​ສະມາຊິກ​ພັກ ​ແລະ​ກໍ​ໄດ້​ສວຍ​ໃຊ້​ຕຳແໜ່​ງໜ້າ​ທີ່​ສະ​ແຫວ​ງ

ຫາ​ຜົນ​ປະ​ໂຫຍ​ດສ່ວນ​ໂຕ​ໃນ​ທຸກ​ວົງ​ການ​ຢ່າງ​ກວ້າງ​ຂວາງ.

ທາງ​ດ້ານ​ທ່ານ​ບຸນ​ທອງ ຈິດ​ມະນີ ປະທານ​ອົງການ​ກວດກາ​ລັດຖະບານ ຖ​ະແຫລ​ງຢືນ

ຢັນ​ວ່າການ​ສະ​ເໜີ​ໂຄງການ​ພັດທະນາ​ຕ່າງໆ​ເຂົ້າແຜນການ​ຂອງ​ລັດຖະບານ​ໃນ​ໄລຍະ

​ຕໍ່​ໄປ​ນີ້ ຈະ​ຕ້ອງ​ຜ່ານ​ການ​ປະ​ເມີນ ​ແລະ​ພິຈາລະ​ນາ​ຢ່າ​ງລະອຽດຮອບດ້ານ ຫລັງ​ຈາກ​

ນັ້ນ​ຍັງ​ຈະ​ຕ້ອງ​ຜ່ານ​ການ​ອະນຸມັດ​ຂອງ​ລັດຖະບານ ​ແລະ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຮັບ

ຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ເສຍ​ກ່ອນ ຈຶ່ງ​ຈະ​ຈັດ​ຕັ້ງ​ປະຕິບັດໂຄງ​ການ​ໄດ້​ຕໍ່​ໄປ.



__________________
Anonymous

Date:
Permalink   
 

ພວກຄວາຍ ສູຕັ້ດສິນ​ລົງ​ໂທດ​

ທາງ​ວິ​ໃນ​ຕໍ່​ສະມາຊິກ​ພັກ​ຈຳນວນ 1,806 ຄົນ

ຊື່ແລະມາມສະກຸນ, ສະມາຊິກພັກມີໃຜແດ່? ທຳງານຢູ່ກະຊວງໃດແດ່?

ຄືບບໍ່ບອກລາຍລະອຽດໃຫ້ປະຊາຊົນຮູ້



__________________
Anonymous

Date:
Permalink   
 

img_0541.jpg

ຄິດວ່າຄົງປາບຍາກ ເພາະເອົາຄົນປັນຍາອອ່ນ ຂຶ້ນມາບໍຣິຫານປະເທດ



__________________
Anonymous

Date:
Permalink   
 

img_0541.jpg

ຖູຍຢ່າເວົ້າບໍ່ຢາກໄດ້ຍີນ. ປາບໄດ້ອີ່ຫລີບໍ? ຄັນເຮັດໄດ້ຫະນະຊອ່ຍລົງມາປາບແນ່ເດີຢູ່ເມຶອງຈຳພອນ.ແຂວງສະຫວັນນະເຂດນິ ເຂດທີ່ສີບເອັດ. ມີທູກຮູບແບບ. ແຕ່ລະມຶ້ເລາະຫາເກັບເງີນນຳປະຊາຊົນ. ຈັກຫນອ່ຍກະວ່າເກັບເອົາໄປເສຍຄ່ານັ້ນຄ່ານີ້. ຜົນສູດທ້າຍໄປຊຶ້ງົວມາເຜົາ. ຊຶ້ແບ້ມາກີນ. ເກັບນຳປະຊາຊົນໄດ້ຍາມໃດ ມີການກີນຊູມກັນຍາມນັ້ນ. ມາປາບດູທຳໄດ້ບໍ່. ຄັນປາບໄດ້ຊິຂໍດົມດາກດອກທ່ານເອີຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard