ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເສັ້ນທາງສາຍໄຫມ ຂອງຈີນ ໜີ້ສິນ ຈະຖ້ວມ ລາວ
Anonymous

Date:
ເສັ້ນທາງສາຍໄຫມ ຂອງຈີນ ໜີ້ສິນ ຈະຖ້ວມ ລາວ
Permalink   
 


ເສັ້ນທາງສາຍໄຫມ ຂອງຈີນ ໜີ້ສິນ ຈະຖ້ວມ ລາວ

1e4c4cc0-caf0-4dd0-833c-2de08adda4ea.png

 

ຫນັງສືພີມ Bloomberg ຣາຍງານ ອ້າງຕາມຂໍ້ມູນ ຈາກສູນຄົ້ນຄວ້າເພື່ອການພັທນາ ໃນໂລກ ຣະບຸວ່າ ເສັ້ນທາງເສຖກິດ ສາຍໄຫມ BELT & ROAD ຂອງຈີນ ຈະສ້າງຫນີ້ສິນ ທີ່ບໍ່ຈຳເປັນ ໃຫ້ແກ່ປະເທດ ທີ່ທຸກຍາກຫລາຍປະເທດ ໃນໂລກ ທີ່ເສັ້ນທາງສາຍດັ່ງກ່າວ ຈະຜ່ານ ແລະຈະຖືກສ້າງ ເລີ້ມຈາກປະເທດ ຈິບູຕີ ໃນອາຟຣິກາ ມາຮອດ ສປປລາວ ໃນອາຊຽນ ຮ່ວມທັງປະເທດ ອື່ນໆ, ດັ່ງ ມົງໂກເລັຽແລະ ເກີກິສຖານ.

ບົດຣາຍງານດັ່ງກ່າວ ຣະບຸຕໍ່ໄປວ່າ ໂຄງການເສຖກິດໃຫມ່ ໃນສັຕວັດຕໍ່ໄປ ທີ່ຈະເລີ້ມຈາກ ການສ້າງໂຄງຮ່າງພື້ນຖານ ໃນໂຄງການ ຣົດໄຟຄວາມໄວສູງຂອງຈີນ ໃນຈຸດປະສົງ ເພື່ອເຊື່ອມໂຍງ ເສຖກິດສາຍໃຫມ່ ຣະຫວ່າງຢູໂຣບ ເອເຊັຽ ແລະອາຟຣິກາ ຈະເຮັດໃຫ້ປະເທດ ທີ່ທຸກຍາກຢູ່ແລ້ວ ທີ່ຈະຮ່ວມສ້າງເສັ້ນທາງ ດັ່ງກ່າວກັບຈີນ ຕິດຫນີ້ຫລາຍຂື້ນ ເລີ້ມຈາກປະເທດ ຈີບູຕີ ໃນອາຟຣິກາ ມາຮອດ ປະເທດ ເກີກິຈສະຖານ ສປປລາວ ມານດີບ ມົງໂກເລັຍ ມົງເຕີເນກໂຣ ປາກິສຖານ ແລະ ຕາຈີກີສະຖານ ມີຄວາມສ່ຽງຕໍ່ການເປັນຫນີ້ ຫລາຍຂື້ນ ເປັນຕົ້ນ ຈີນ.

ທ່ານ JOHN HURLEY ຜູ້ຮ່ວມຄົ້ນຄວ້າກ່ຽວກັບເຣື້ອງນີ້ ໃນສູນກາງດັ່ງກ່າວເວົ້າວ່າ ໂຄງການເສັ້ນທາງສາຍໃຫມ ຂອງຈີນ ຈະໃຫ້ ທຸກຢ່າງແກ່ ປະເທດທີ່ທຸກຍາກ ຕ້ອງການ, ເປັນຕົ້ນ ເງິນກູ້ໃນການສ້າງ ໂຄງຮ່າງພື້ນຖານ  ທີ່ຫລາຍປະເທດຕ້ອງການ ຢູ່ແລ້ວ.

ນັກຄົ້ນຄວ້າ ອີກທ່ານນຶ່ງ ຈາກກະຊວງການຄັງ ຂອງສຫະຣັດ ເວົ້າວ່າ, ແຕ່ເງິນກູ້ຊນິດດັ່ງກ່າວ ເປັນເງິນກູ້ເກີນກວ່າ ຄວາມດີ ແລະ ຄາດຫມາຍໃນໂຄງການ ດັ່ງກ່າວ. ທ່ານວ່າ ເງິນກູ້ໃນໂຄງການດັ່ງກ່າວ ມາຈາກຫລາຍຮູບແບບ ແລະຫລາຍແຫລ່ງທີ່ ຮ່ວມດ້ວຍແຫລ່ງ ເງິນກູ້ ຈາກກອງທຶນເສັ້ນທາງສາຍໄຫມ ເອງ ຈາກທະນາຄານພັທນາເອເຊັຽ ແລະຈາກກອງທຶນບຳນານ ແຫ່ງຊາດຂອງຈີນ.

ທະນາຄານແຫ່ງຊາດຈີນ ໄດ້ໃຫ້ເງິນກູ້ໃນຫລາຍໆຮ້ອຍໂຄງການ ໃນຫລາຍປະເທດ ທີ່ເສັ້ນທາງສາຍໄຫມ ຈະຜ່ານ ຊຶ່ງເປັນບ່ອນທີ່ ນັກລົງທຶນ ຈາກຫລາຍປະເທດມີຄວາມຢ້ານກົວ ໃນການລົງທຶນ.

ແຫຼ່ງຂ່າວ Bloomberg ອອກບົດຣາຍງານໃນເດືອນຕຸລາ ຜ່ານມາວ່າມີ 68 ປະເທດໃນໂລກ ຮ່ວມໃນບັນຊີເສັ້ນທາງ ເສຖກິດສາຍໄຫມ ຂອງຈີນ ໃນນັ້ນ ໃນບັນດາ 27 ປະເທດຖືວ່າ ເປັນການໃຫ້ເງິນກູ້ ຣະດັບສ່ຽງ ຫລືຕ່ຳກວ່າມາຕຖານ ການໃຫ້ເງິນ ກູ້ທົ່ວໄປໃນໂລກ ຈາກສາມບໍຣິສັດ rating ຮະດັບໂລກ. ອີກ 14 ປະເທດທີ່ຮ່ວມດ້ວຍ ອັຟການິສະຖານ ອິຣານ ແລະຊີເຣັຽ ເປັນປະເທດທີ່ບໍ່ຖືກ rate ຫລືວ່າ ຖອນຕົວຈາກ ການໃຫ້ rate ໃນການກູ້ຢືມເງິນ ໃນໂຄງການນີ້.

ທ່ານ HURLEY ແລະກຸ່ມນັກຄົ້ນຄວ້າໄດ້ແນະນຳ ໃຫ້ທາງການຈີນ ໃຫ້ເງິນກູ້ໃນໂຄງການ ເສັ້ນທາງສາຍໄຫມ ໃນຮູບແບບເງີນກູ້ ໃນໂຄງການພັທນາຕ່າງໆ ແບບດຽວກັບ ທະນາຄານໂລກ ໃຫ້ມີຫລາຍພາກສ່ວນເຂົ້າຮ່ວມ ມີຣາຍລະອຽດ ແລະຂໍ້ຕົກລົງ ຣະຫວ່າງຈີນ ກັບບັນດາປະເທດ ທີ່ກູ້ຢືມເງິນ ທີ່ສາມາດບັງຄັບໃຊ້ໄດ້ ກັບຄູ່ຮ່ວມໂຄງການ ແລະຜູ້ໃຫ້ເງິນກູ້ ຈະມາຈາກແຫລ່ງເງິນກູ້ ໃດກໍຕາມ ໃຫ້ມີມາຕຖານດຽວກັນ.

ທ່ານວ່າ ໃນນາມຈີນ ເປັນຜູ້ສ້າງໂຄງການແລະໃຫ້ເງິນກູ້ ແກ່ປະເທດພັທນາ ທີ່ເຂົ້າຮ່ວມໂຄງການ ຕ້ອງຫລີກລ່ຽງ ຄວາມສ່ຽງຈາກການ ໃຫ້ເງີນກູ້ແບບການຄ້າ ຕ້ອງເປັນເງິນກູ້ ແບບການພັທນາຕ່າງໆ ເພື່ອຫລີກລ່ຽງ ດອກເບັ້ຽສູງ ແລະຕິດຫນີ້ເພີ້ມຂຶ້ນ ທີ່ຫລາຍປະເທດ ບໍ່ສາມາດຈ່າຍຄືນໃຫ້ໄດ້.

ການໃຫ້ເງິນກູ້ໃນໂຄງການດັ່ງກ່າວຂອງຈີນ ຈະເຮັດໃຫ້ປະເທດເຫລົ່ານັ້ນ ກາຍເປັນລູກຫນີ້ ຂອງຈີນຫລາຍຂຶ້ນ ຊື່ງໂຄງການນີ້ ຈະເປັນ ຜົນປໂຍດຂອງຈີນຫຼາຍກວ່າ ປະເທດເຫລົ່ານັ້ນ ໃນຣະຍະຍາວໃນການ ຂຍາຍອິດທິພົນການການຄ້າ ເສຖກິດ ແລະ ການລົງທືນ ຮ່ວມດ້ວຍການເມືອງ ແລະການທະຫານຂອງຈີນ ໃນໂລກໃນອະນາຄົດ.

ສຳລັບ ສປປລາວ ແລ້ວ ໂຄງການຣົຖໄຟຄວາມໄວສູງ ລາວ-ຈີນ ຈາກຂຸນຫມີງ ຫາ ນະຄອນຫລວງວຽງຈັນໃນເສັ້ນ ທາງຍາວປະມານ 409 ກິໂລແມັດ ທີ່ຈະລົງທຶນ ສ້າງປະມານ 6.7 ຕື້ໂດລາ 70% ແມ່ນຈີນລົງທຶນ ແລະ 30% ແມ່ນຣັຖບານລາວ ໂດຍ ຈະໃຊ້ແຮ່ທາດ ເປັນການຈ່າຍທົດແທນ ແລະເງິນສົດ ໃນບາງສ່ວນ ເງິນກູ້ດັ່ງກ່າວ ຈະເຮັດໃຫ້ລາວ ຂາດງົບປະມານ ແລະການຕິດຫນີ້ເພີ້ມຂື້ນ. ສປປລາວ ຈະຕິດຫນີ້ຕ່າງປະເທດ ເກີນຍອດຜົລຜລິດຮ່ວມ ຊຶ່ງໃນທຸກມື້ນີ້ ສະຖານະພາບທາງດ້ານ ການເງິນຂອງລາວ ກໍຢູ່ໃນທ່າອ່ຽງ ຈະໄປບໍ່ລອດ ຢູ່ແລ້ວ ອາສັຍແຕ່ການຊ່ອຍເຫລືອ ແລະການກູ້ຢືມເງິນ ຈາກຕ່າງປະເທດ ໃນແຕ່ລະປີ ແລະຈີນກໍຮູ້ດີວ່າ ສປປ ລາວ ມີຄວາມສ່ຽງ ໃນການຈ່າຍຫນີ້ຄືນ ແຕ່ກໍຍັງໃຫ້ກູ້ເງິນ ໃນໂຄງການດັ່ງກ່າວ. ກ່ຽວກັບ ການຕີດຫນີ້ຈີນ ເຈົ້າຫນ້າທີ່ລາວ ທ່ານນຶ່ງເວົ້າວ່າ: --ສຽງ---

ໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ 70 ສ່ວນຮ້ອຍ ຂອງມູນຄ່າ ການກໍ່ສ້າງ ແມ່ນການລົງທຶນ ຂອງບໍຣິສັດຈີນ. ລາວລົງທຶນ 30% ຫລັງຈາກສ້າງແລ້ວ ບໍຣິສັດຈີນ ເປັນເຈົ້າຂອງ ດໍາເນີນກິຈການເປັນ ເວລາ 50 ແທນ. ບາງຄົນ ກໍວ່າມັນ ບໍ່ກຸ້ມຄ່າເພາະວ່າ ບໍ່ມີຄົນລາວ ພໍເທົ່າໃດຄົນ ຈະເດີນທາງ ໂດຍຣົດໄຟ ຣັຖບານ ມີລາຍໄດ້ໜ້ອຍຢູ່ແລ້ວ ຈະເອົາເງິນ ມາແຕ່ ບ່ອນໃດ ໃຊ້ໜີ້ສີນຄືນ.

ໃນປີ 2012 ໂຕເລກ ຜົນຜລິດຮວມຍອດ ຫລື GDP ຂອງປະເທດມີແຕ່ປະມານ 9,500 ລ້ານໂດລາ ມາຮອດປີ 2014  ຣັຖບານ ຂາດຣາຍໄດ້ ຢ່າງໜັກໜ່ວງ ແລະໃນປີ ແຮ່ງເພີ້ມການຂາດລາຍໄດ້ ແລະຂາດງົບປະມານ ໃນການສ້າງສາ ປະເທດຊາດ ຫລາຍຂື້ນ.

ໃນເດືອນ ຕຸລາ ປີ 2012 ສະພາແຫ່ງຊາຕ ໄດ້ອະນຸມັດ ໂຄງການສ້າງທາງ ຣົດໄຟ ຄວາມໄວສູງ ດັ່ງກ່າວ ໂດຍສະເໜີ ໃຫ້ກູ້ຈີນ ໃນຈໍານວນເງີນ 6,800  ລ້ານໂດລາ ເພື່ອນໍາມາໃຊ້ໃນໂຄງການ ສ້າງທາງຣົດໄຟສາຍນີ້. ຣັຖບານລາວ ໃຫ້ເຫດຜົນວ່າ ມັນມີຄວາມ ຈໍາເປັນ ໃນການພັທນາປະເທດ ເພືີ່ອເຊື່ອມໂຍງເສຖກິດ ຂອງລາວ ເຂົ້າໃນຂົງເຂດ.

ຕາມເອກກະສານ ສັນຍາເງິນກູ້ຢືມ ຈໍານວນດັ່ງກ່າວ ຣັຖບານລາວ ຕ້ອງເອົາທຸກຣາຍໄດ້ ແລະຊັພສິນ ຂອງບໍຣິສັດ ຣົດໄຟຂອງຈີນ ສ່ວນການລົງທຶນ ຂອງລາວ ແລະບໍ່ແຮ່ສອງແຫ່ງ ເປັນສິ່ງຄໍ້າປະກັນ ຊຶ່ງເປັນເອກກະສານ ບົດວິພາກທາງເສຖກິດ ທີ່ຊີ້ໃຫ້ເຫັນ ເຖິງຣາຍໄດ້ ແລະຣາຍຈ່າຍ ໃນແຕ່ລະຍະ ຂອງການດໍາເນີນງານ ຫລັງຈາກ ກິຈການຣົດໄຟ ຖືກເປີດໃຊ້ ບໍຣິການແລ້ວ.

ລາວແລະຈີນ ໄດ້ສຶກສາ ສັນຍາການກູ້ຢືມເງິນ ແລະຣາຍລະອຽດ ທາງເທັກນິກ ໃນການສ້າງທາງ ຣົດໄຟ ຫລັງຈາກ ມີການ ຊັກຊ້າ ແລະ ປ່ຽນແປງ ສັນຍາສະບັບ ເກົ່າຫລາຍສະບັບກ່ອນ ໂຄງການຣົດໄຟ ຈະຖືກສ້າງ ໃນນັ້ນຮ່ວມທັງ ເງິນກູ້ ຣະຍະຍາວ ດ້ວຍດອກເບັ້ຽຕ່ຳ ແລະສິ່ງຄ້ຳປະກັນຕ່າງໆ ທີ່ລາວມີໃຫ້ຈີນ ໃນການຢືມເງິນສ້າງ.

 



__________________
Anonymous

Date:
Permalink   
 

ໂຄງການສ້າງທາງຣົດໄຟ ຄວາມໄວສູງ ທີ່ມີມູນຄ່າ ແພງທີ່ສຸດ ເກີນຄວາມສາມາດ ຂອງເສຖກິດລາວ ຈະຮອງຮັບໄດ້ນີ້ ໄດ້ສ້າງ ຄວາມກັງວົນໃຫ້ ແກ່ບັນດາ ປະເທດ ທີ່ໃຫ້ການຊ່ວຍເຫລືອລາວ. ໃນເດືອນຕຸລາປີ 2013 ກອງທຶນ ການເງິນສາກົນ IMF ໄດ້ກ່າວເຕືອນລາວ ວ່າ ໂຄງການນີ້ ຈະເຮັດໃຫ້ໜີ້ສີນ ຕ່າງປະເທດຂອງລາວ ກະໂດດສູງຂຶ້ນ ຈາກ ປັດຈຸບັນ ໃນເວລານັ້ນປິ 2013 ປະມານ 32.5% ຂອງຜົນຜລິດຮວມຍອດ ຂອງປະເທດຫລື GDP ຂຶ້ນເປັນ 125% ຂອງ GDP. IMF ວ່າ ໜີ້ສິນ ດັ່ງກ່າວ ລື່ນກາຍຣະດັບ ຂີດໝາຍ ທີ່ເສຖກິດຂອງລາວ ສາມາດຮັບໄດ້ ແລະວ່າປະເທດຊາຕ ອາດຕົກຢູ່ໃນຖານະ ອ່ອນໄຫວ ຕໍ່ເຫດການ ທີ່ບໍ່ຄາດຝັນ ທີ່ ອາດເກີດຂຶ້ນໄດ້ ຍົກໂຕຢ່າງ ຖ້າເກີດວ່າ ປະເທດຈີນ ປະສົບກັບວິກິດການ ສິນເຊື່ອ ທາງການເງິນ ຫລືວ່າ ໃນເວລາທີ່ຣາຄາ ບໍ່ແຮ່ຕົກຕໍ່າ, ລາວຈະໄດ້ຮັບ ຜົນກະທົບຢ່າງຫນັກ ໃນການໃຊ້ຫນີ້ຈີນ ຍ້ອນວ່າແຫລ່ງຊັພຍາກອນ ທີ່ສປປລາວໃຊ້ ຮັບປະກັນເງິນກູ້ ຈະຕົກຢູ່ໃນຖານະ ອ່ອນໄຫວແລະສ່ຽງ, ສປປລາວຈະມີບັນຫາ ເຫດວິກິດທາງດ້ານການເງິນເກີດຂຶ້ນ ໃນປະເທດ ແລະຈະເຮັດໃຫ້ເກີດ bankruptcy ໄດ້.

ໃນເວລາ ດຽວກັນ ທະນາຄານພັທນາເອເຊັຽ ຫລື ເອດີບີ ກໍຕີຣາຄາວ່າ ມັນເປັນໂຄງການ ທີ່ເສຖກິດ ຣະດັບລາວ ນີ້ຊື້ບໍ່ໄດ້. ພຽງແຕ່ ຈ່າຍຄ່າ ດອກເບັ້ຽ ປະຈໍາປີ ໃນການຢືມເງິນ ນັ້ນມັນກໍຕົກເປັນ ເກືອບ 20 ສ່ວນຮ້ອຍ ຂອງ ງົບປະມານ ຣາຍຈ່າຍ ປະຈໍາປີ ຂອງ ຣັຖບານ ແລ້ວ.

ທາງການລາວຫວັງວ່າ ໂຄງການສ້າງທາງ ຣົດໄຟ ຈະຊ່ວຍໃຫ້ລາວ ພັທນາເສຖກິດ ຂອງປະເທດໄປໄວ ແລະຈະຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ລົງແລະເປັນການ ປະກອບສ່ວນ ໃຫ້ໂຄງຮ່າງ ພື້ນຖານ ຄົມມະນາຄົມ ພູມີພາກ ເຊື່ຶອມຈອດກັນ.

ແຕ່ນັກວິເຄາະ ເສຖກິດ ຈາກສະຖາບັນ ຕ່າງປະເທດ ໃຫ້ຄວາມເຫັນ ວ່າ ໂຄງການໃຫ່ຍໆໃນລາວ ສ່ວນຫລາຍແລ້ວ ແມ່ນຄວາມພຍາຍາມ ຂອງນັກລົງທຶນ ໃນການຊັກຊວນ ໃຫ້ຜູ້ມີອໍານາດ ໃນຣັຖບານ ແລະສະຖາບັນ ແຫ່ງຊາຕ ຕັດສີນໃຈວ່າ ແຜນການລົງທຶນ ນີ້ມີ ສັກກະຍາພາບສູງ ໃນການ ດ້ກໍາໄຣ ຄືນມາ ດ້ວຍການໃຫ້ສີນບົນ ສົມມະນາຄຸນ ແກ່ເຈົ້າໜ້າທີ່ ເພື່ອໃຫ້ໂຄງການ ເກີດຂຶ້ນ.

ນັກວິເຄາະທ່ານນີ້ເວົ້າວ່າ ໂຄງການລົງທຶນ ທີ່ຢືມເງິນຈໍານວນ ມະຫາສານ ດັ່ງກ່າວນີ້ ຈະໃຊ້ເວລາຫລາຍ ສິບປີ ໃນການ ໃຊ້ໜີ້ສີນຄືນ, ແຕ່ມັນຈະບໍ່ສາມາດ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໄດ້ຕາມທີ່ຣັຖບານ ຫວັງໄວ້ຕາບໃດທີ່ ໂຄງການ ຍັງຕິດຫນິ້ຢູ່ ຍ້ອນລາຍໄດ້ ຈາກການດຳເນີນງານ ຈະເອົາໄປໃຊ້ຫນີ້ຫມົດ.

ນັກວິຊາການລາວ ທ່ານນຶ່ງເວົ້າວ່າ ໃນເວລານີ້ ຣັຖບານລາວ ກຳລັງພະນັນ ກັບຄວາມສ່ຽງ ຍ້ອນບໍ່ຢາກເສັຽ ໂອກາດໃນການ ທີ່ຈະເຮັດໃຫ້ລາວ ເປັນປະເທດເຊື່ອມຕໍ່ ທາງບົກໃນພູມີພາກ ເພາະລາວຖືວ່າ ມັນຈະຍົກຣະດັບ ເວທີ ທາງການເມືອງສາກົນ ຂອງລາວ ໃຫ້ສູງຕື່ມ ແລະຈະເຮັດໃຫ້ ລາວ ເປັນທີ່ສົນໃຈ ຂອງນັກລົງທຶນ ໃນຂົງເຂດ ແລະໃນໂລກ ໃນການກະຕຸ້ນເສຖກິດ ຂອງລາວ ໃນອານາຄົດ.

ແຕ່ເຖິງຢ່າງໃດກໍຕາມ ເຫດຜົນທີ່ວ່າ ລາວ ຈະຕິດໜີ້ ຢ່າງມະຫາສານ ໃນການຢືມເງິນ ມາສ້າງທາງຣົດໄຟ ຄວາມໄວສູງ ນີ້, ນັກວິເຄາະລາວ ທ່ານນີ້ເວົ້າວ່າ ຣັຖບານລາວ ບໍ່ຫວັ່ນ ຕໍ່ໜີ້ສິນ ເພາະເຫັນວ່າ ຊັພຍາກອນ ທັມະຊາຕ ຍັງມີຫລາຍຢູ່ໃນລາວ. ແຕ່ຈະໄປຮອດເສັ່ນລູກເສັ່ນຫລານ ຫລືບໍ່ນັ້ນ ຕ້ອງຄິດກັນ ຕາມຫລັງ.



__________________
Anonymous

Date:
Permalink   
 

ພະຍຸລະດູຮ້ອນພັດຖະລົ່ມ ຫຼາຍເຂດ ໃນລາວ

13a7c8a4-3ed7-4fc4-b0cc-8a53c4150eba.png

 

ພະຍຸລະດູຮ້ອນ ໄດ້ພັດເຂົ້າທຳລາຍ ຫຼາຍເມືອງຫຼາຍແຂວງຂອງລາວ ໃນຕອນບ່າຍ ວັນທີ 14 ມິນາ ນີ້ໂດຍສະເພາະ ແຂວງສວັນນະເຂດ ແຂວງຄຳມວ່ນ ແຂວງຈຳປາສັກ ແລະ ນະຄອນຫລວງວຽງຈັນ ທີ່ມີຝົນຕົກແຮງ ແລະ ໝາກເຫັບລົງ ສ້າງຄວາມເສັຽຫາຍຢ່າງໜັກ. ດ່ັງ ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ມີນາ ນີ້ວ່າ:

"ເຂດບ້ານໂນນຄູ້ ໂດຍແມ່ນແຫຼະ ມີວັດບ້ານໂນນຄູ້ເສັຽຫາຍຫຼາຍ ພະວັນເກີດ ພະອີ່ຫຍັງກະລົ້ມໝົດ ຫຼັງຄາກໍໝຸ່ນໝົດ ເຮືອນປະຊາຊົນ ກໍ່ມີ ວັດກໍ່ມີ ຕາມເຟສທີ່ເພິ່ນ ເອົາລົງຫັ້ນ."

ເຈົ້າໜ້າທີ່ກ່າວຕື່ມວ່າ ໃນແຂວງສວັນນະເຂດ ກໍ່ມີ 3 ຫາ 4 ເມືອງ ທີ່ຖືກພະຍຸລະດູຮ້ອນພັດຖະລົ່ມຢ່າງໜັກ ເປັນຕົ້ນແມ່ນ ເມືອງຊົນບູລີ ເມືອງພະລານໄຊ ເມືອງໄຊບູລີ ໂດຍສະເພາະ ເມືອງຊົນບູລີ ຫຼັງຄາວັດບ້ານໂນນຄູ້ ຫັກລົງທັບ ພະພຸດທະຮູບ ກວ່າ 10 ອົງ ລົ້ມເພພັງ ເສັຽຫາຍຢ່າງໜັກ ຮວມເຖິງບ້ານເຮືອນ ປະຊາຊົນກວ່າ 50 ຫລັງ ກໍ່ໄດ້ຮັບຄວາມເສັຽຫາຍ ເຊັ່ນດຽວກັນ.

ສ່ວນແຂວງຄຳມວ່ນ ແລະຈຳປາສັກ ກໍ່ມີສະພາບລົມພະຍຸພັດຖະລົ່ມ ຢ່າງໜັກ ເຮັດໃຫ້ຮ້ານຂາຍເຄື່ອງ ຈຳນວນຫລາຍ ເພພັງເສັຽຫາຍ ພ້ອມມີໝາກເຫັບຕົກ ນໍາອີກ .

ນອກຈາກນັ້ນ ທີ່ນະຄອນຫລວງວຽງຈັນ ກໍ່ມີຫລາຍພື້ນທີ່ ທີ່ໄດ້ຮັບຄວາມເສັຽຫາຍ ຈາກພະຍຸ ຊຶ່ງມີປ້າຍໂຄສະນາ ຂນາດໃຫຍ່ ບໍຣິເວນ ຮ້ານສັພສິນຄ້າ ວຽງຈັນ ເຊັນເຕີ ຫັກພັງລົງມາ ເຮັດໃຫ້ການສັນຈອນ ໃນເຂດນັ້ນຕິດຂັດ.

ກົມອຸຕຸນິຍົມວິທຍາ ແລະອຸທົກກະສາດ ລາຍງານວ່າໃນລະຍະນີ້ ສະພາບອາກາດຢູ່ພາກກາງ ແລະພາກໃຕ້ຂອງລາວ ຍັງມີຄວາມກົດດັນ ອາກາດຕໍ່າ ຊຶ່ງຈະເຮັດໃຫ້ບາງພື້ນທີ່ ຍັງມີຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະມີລົມແຮງ. ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ ຂນະນີ້ໄດ້ແຈ້ງໃຫ້ ພາກສ່ວນທີ່ກຽ່ວຂ້ອງ ເກັບກຳຂໍ້ມູນ ຂອງພື້ນທີ່ ໄດ້ຮັບຄວາມເສັຽຫາຍ ໄປແລ້ວທັງໃນ ນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ເພື່ອຈະໄດ້ປະເມີນ ຄວາມເສັຽຫາຍ ແລະ ຈະໄດ້ດຳເນີນການ ຊ່ວຍເຫລືອຕໍ່ໄປ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard