ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຊີນເຂົ້າຮ່ວມການເດີນຂະບວນປະທ້ວງທີ່ ນະຄອນຫລວງຊິດນີ ຄັ້ງວັນທີ່ 17 ມິນາ 2018
Anonymous

Date:
ເຊີນເຂົ້າຮ່ວມການເດີນຂະບວນປະທ້ວງທີ່ ນະຄອນຫລວງຊິດນີ ຄັ້ງວັນທີ່ 17 ມິນາ 2018
Permalink   
 


ເຖິງ: ການຈັດຕັ້ງການເມືອງ,​ສາມະຄົມ ຕ່າງໆ ຂອງລາວ, ພໍ່ແມ່ພີ່ນ້ອງລາວຜູ້ຮັກຊາດ ແລະ ຮັກ ປະຊາທິປະໄຕ, ສະມາຊິກ ພປລ ແລະ ຊາວສາກົນຜູ້ຮັກຫອມຄວາມເປັນທັມ ທີ່ປະເທດ ອອສເຕຣເລັຽ ແລະ ໃນທົ່ວໂລກ.
ເນື່ອງໃນໂອກາດ ກອງປະຊຸມພິເສດ ຂອງ ກຸ່ມອາຊຽນ ກັບ ອອສເຕຣເລັຽທີ່ ຈະມີຜູ້ນຳສູງສຸດ ຂອງ ບັນດາປະເທດ ຕ່າງໆ ຈາກກຸ່ມອາຊຽນຈະມາຮ່ວມກອງປະຊຸມດັ່ງກ່າວ ໂດຍແມ່ນ ຣັຖບານປະເທດ ອອສເຕຣເລັຽ ເປັນເຈົ້າພາບຈັດຂຶ້້ນ, ພວກເຮົາອົງການພັນທະມິຕເພື່ອປະຊາທິປະໄຕໃນລາວ ຮ່ວມ ກັບການຈັດຕັ້ງຕ່າງໆ ທາງການເມືອງ ແລະ ສາມະຄົມ ພ້ອມທັງ ຊຸຸມຊົນລາວ ທີ່ປະເທດອອສເຕຣເລັຽ ແລະ ຊາວ ຂເມນເສຣີ, ວຽດນາມເສຣີ ແລະ ປະເທດ ອື່ນໆ ໃນກຸ່ມອາຊຽນ ຈະຈັດການເດີນ ຂະບວນ ປະທ້ວງ ຜູ້ນຳສູງສຸດຂອງປະເທດທີ່ເປັນຜະເດັດການໃນກຸ່ມອາຊຽນທີ່ມີການກົດຂີ່ຂົ່ມເຫັງ ປະຊາຊົນໃນ ປະເທດ ຂອງຕົນ ເຊັ່ນ ສປປລາວ, ກຳພູຊາ ແລະ ວຽດນາມ,ພ້ອມດຽວກັນນີ້ ກໍ່ເພື່ອ ປະນາມການ ຄອບຄອງວຽດນາມໃນລາວ ແລະ ກໍ່ເພື່ອຮຽກຮ້ອງຕໍ່ຣັຖບານ ອອສເຕຣເລັຽ ຊ່ວຍ ພັກດັນໃຫ້ ມີການ ແກ້ໄຂບັນຫາການລະເມີດສິດທິມະນຸສໃນລາວ, ດັ່ງນັ້ນຈຶ່ງຂໍຮຽນເຊີນ ບັນດາການຈັດຕັ້ງການເມືອງ,​ສາມະຄົມ ຕ່າງໆ ຂອງລາວ, ພໍ່ແມ່ພີ່ນ້ອງລາວຜູ້ຮັກຊາດ ແລະ ຮັກ ປະຊາທິປະຊາທິປະໄຕ, ສະມາຊິກ ພປລ ແລະ ຊາວສາກົນຜູ້ຮັກຫອມຄວາມເປັນທັມ ທີ່ປະເທດ ອອສເຕຣເລັຽ ແລະ ໃນທົ່ວໂລກ ມາ ຮ່ວມກັນ ເດີນຂະບວນປະທ້ວງ ຊຶ່ງຈະຈັດຂຶ້ນ ໃນວັນເສົາ, ວັນທີ່ 17 ມິນາ 2018
ເວລາ 10ໂມງເຊົ້າ ເປັນຕົ້ນໄປ ຢູ່ທີ່ ດ້ານຂ້າງ ຫ້ອງປະຊຸມ ຕາມທີ່ຢູ່ດັ່ງນີ້:
Sydney Town Hall square 464- 484 Kentstreet Sydney 2000, Australia
ທ່ານສາມາດເຂົ້າເບິງແຜນທີ່ຕາມຂ່າງລຸ່ມນີ້ :
http://www.bing.com/search…
ການເດີນຂະບວນຄັ້ງນີ້ ເປັນຄັ້ງຍິ່ງໃຫຍ່, ຄາດວ່າ ຈະມີຜູ້ເຂົ້າຮ່ວມປະທ້ວງຂອງລາວເສຣີ, ຂເມນ ເສຣີ ແລະ ວຽດນາມເສຣີ ຮ່ວມນຳກັນ ປະມານ ສອງພັນກວ່າຄົນ.
ລາຍລະອຽດ ກະຣຸນາຕິດຕໍ່ຫາຄະນະກັມມະການຈັດການປະທ້ວງດັ່ງນີ້໊:
ທ່ານ ເດັດ ສີແສງຣັດ ທີ່ ຊິດນີ, ໂທຣມືຖື: +61- 4- 50 68 87 57
ທ່ານ ຄຳແຜ້ວ ລັຖມະນີ ທີ່ແມລເບິນ, ໂທຣມືຖື: +61 -4- 04 16 99 27
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ທີ່ ເຢັຽຣະມັນ,​ໂທຣມືຖື: +49-173-29 30 267

ພວກເຮົາຫວັງວ່າ ທ່ານ ຈະ ສະຣະເວລາ ອັນມີຄຸນຄ່າເຂົ້າຮ່ວມການເດີນຂະບວນປະທ້ວງຄັ້ງສຳຄັນນີ້.

ທີ່ເຢັຽຣະມັນ, ວັນທີ່ 11 ມິນາ 2018

ປະທານ ພັນທະມິຕເພື່ອປະຊາທິປະໄຕໃນລາວ
ດຣ. ບຸນທອນ ຈັນທະລາວົງ-ວີເຊີ



__________________
Dove™

Date:
RE: ເຊີນເຂົ້າຮ່ວມການເດີນຂະບວນປະທ້ວງທີ່ ນະຄອນຫລວງຊິດນີ ຄັ້ງວັນທີ່ 17 ມິນາ 2018
Permalink   
 


ຂ້າພະເຈົ້າຂໍປະທ້ວງຢູ່ໂລກ Cyber, ຂໍໃຫ້ທຸກຄົນໂຊກດີ ແລະ ປະສົບຜົນສຳເຣັດ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard