ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ, ຢູໂຣບ ຫາລື ເຣື້ອງສິທທິມະນຸສ
Anonymous

Date:
ລາວ, ຢູໂຣບ ຫາລື ເຣື້ອງສິທທິມະນຸສ
Permalink   
 


ລາວ, ຢູໂຣບ ຫາລື ເຣື້ອງສິທທິມະນຸສ

image

 

ສປປລາວ ແລະ ສະຫະພາບຢູໂຣບ ປະຊຸມຫາລື ກ່ຽວກັບ ບັນຫາ ສິທທິມະນຸສ ໃນລາວ ຄັ້ງທີ 8 ເມື່ອວັນທີ 15 ມີນາ 2018 ນີ້ ທີ່ກຸງ Brussels ປະເທດ Belgium ແລະ ໄດ້ອອກຖແລງການຮ່ວມ ວ່າທັງ 2 ຝ່າຍ ໄດ້ມີໂອກາດ ເວົ້າເຖິງ ບັນຫາຕ່າງໆ ນັບຕັ້ງແຕ່ ເຣື່ອງການໃຫ້ສັຕຍາບັນ ສົນທິສັນຍາສາກົລຕ່າງໆ ວ່າດ້ວຍ ສິທທິມະນຸສ ໄປຈົນເຖິງ ສິທທິ ຂອງກຸ່ມຄົນ ທີ່ສ່ຽງ, ສິທທິ ຂອງແມ່ຍິງ ແລະ ເດັກນ້ອຍ ໄປຈົນເຖິງ ສິທທິ ຂອງຄົນພິການ ແລະ ຮວມເຖິງ ເຣື່ອງການຄ້າມະນຸສ, ເສຣີພາບ ໃນການໂຮມຊຸມນຸມ ແລະ ຈັດຕັ້ງສະມາຄົມ ແລະ ການສະແດງຄວາມຄິດເຫັນ.

ກ່ຽວກັບ ບັນຫາ ທີ່ຍົກຂຶ້ນ ມາເວົ້າກັນນັ້ນ ຍານາງ ວະ​ນິດາ ເທພສຸວັນ, ປະທານຂະບວນການລາວ ເພື່ອສິທທິມະນຸສ, ໄດ້ກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ໃນມື້ວັນທີ 19 ມີນານີ້ ຈາກປະເທດຝຣັ່ງເສດ ວ່າ:

"ດີແລ້ວ ທີ່ປີນີ້ ສະຫະພາບເອີໂຣບ ໄດ້ຍົກເອົາຂໍ້ຕ່າງໆນີ້ ຂຶ້ນມາເວົ້າ ມັນຮອດເວລາແລ້ວ ທີ່ສະຫະພາບເອີໂຣບ ຄວນເຊົາສະແດງ ທ່າທີອ່ອນແອ ຫລື ແບບສົມຮູ້ຮ່ວມຄິດ ກັບຣັຖບານລາວ ທີ່ບໍ່ເຄີຍ ນັບຖືສົນທິສັນຍາ ສາກົລສິທທິມະນຸດ ຊຶ່ງຕົນເອງໄດ້ເຊັນ."

ເວົ້າສະເພາະ ຖານະການໃຫ້ສັຕຍາບັນ ສົນທິສັນຍາສາກົລ ວ່າດ້ວຍ ສິທທິມະນຸດ ແລະ ສົນທິສັນຍາສາກົລ ເພື່ອການປົກປ້ອງທຸກຄົນ ຈາກການບັງຄັບ ໃຫ້ຫາຍສາບສູນນັ້ນ ດຣ. ບຸນທອນ ຈັນທະລາວົງ ວີເຊີ, ປະທານອົງການພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ກໍກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ຈາກປະເທດ ອອສເຕຣເລັຽ ໃນມື້ດຽວກັນນີ້ ວ່າ:

"ຕາມທີ່ ພວກເຮົາເຂົ້າໃຈ ທາງການສປປລາວ ພະຍາຍາມຫລີກ ເພື່ອບໍ່ຢາກໃຫ້ ທາງສາກົລນີ້ ຜັກດັນໃຫ້ເພິ່ນແກ້ໄຂ ບັນຫາລະເມີດ ສິທທິມະນຸດ ພວກເພິ່ນຄວນ ຈະຕ້ອງໃຫ້ ສັຕຍາບັນ ໂຕນີ້ ຄວນຮັບເອົາ ໄປແກ້ໄຂ ຖ້າຫາກ ຕ້ອງການຮ່ວມມື ກັບສາກົລ ໃນການ ພັທນາປະເທດລາວ ໃຫ້ຈະເຣີນ ມັນຕ້ອງມີການນັບຖືສິທທິມະນຸດ ຢູ່ໃນລາວ."

ແລະ ເມື່ອເວົ້າເຖິງ ການໄປຢ້ຽມຢາມ ສປປລາວ ຂອງຜູ້ຣາຍງານພິເສດ ສະຫະປະຊາຊາດ ທຸກທ່ານ ຊຶ່ງ ທາງສະຫະພາບຢູໂຣບ ຊຸກຍູ້ ໃຫ້ສປປລາວ ເຊື້ອເຊີນ ແບບບໍ່ກໍານົດເວລານັ້ນ ສປປລາວ ເວົ້າວ່າ ຈະສືບຕໍ່ເຊື້ອເຊີນ ເປັນກໍຣະນີຣະນີໄປ. ໃນການເຈຣະຈາກັນ ຣະຫວ່າງ ສະຫະພາບຢູໂຣບ ແລະ ສປປລາວ ຄັ້ງທີ 8 ນີ້ ຍັງໄດ້ເວົ້າກັນເຖິງ ກໍຣະນີ ຄົນທີ່ຖືກກັກຂັງ ຫລື ຖືກໃຫ້ຫາຍສາບສູນ ຢູ່ລາວ, ສະຫະພາບຢູໂຣບ ໄດ້ສນັບສນູນໃຫ້ລາວ ປັບປຸງ ການປະຕິບັດກົດໝາຍ ເພື່ອໃຫ້ລາວ ກາຍເປັນຣັຖແຫ່ງກົດໝາຍ ໃນປີ 2020 ແລະ ໃຫ້ລາວ ປະຕິບັດ ສິທທິມະນຸສ ເພື່ອໃຫ້ວາຣະ ປີ 2030 ເພື່ອການພັທນາ ແບບຍືນຍົງ ປາກົດຜົລ. ພ້ອມກັນນັ້ນ ທັງ 2 ຝ່າຍ ໄດ້ຕົກລົງ ກັນວ່າ ຈະເສີມຂຍາຍການຮ່ວມມື ໃນການສົ່ງເສີມ ແລະປົກປ້ອງສິທທິ ມະນຸດພາຍໃຕ້ ກົລໄກ ສິທທິມະນຸດ ຂອງສະຫະປະຊາຊາດ.



__________________
Anonymous

Date:
Permalink   
 

ປະ​ທ້ວງ ຕ້ານ​ການ​ປົກ​ຄອງ ຜະ​ເດັດ​ການ: ລາວ​ໂພນ​ທະ​ເລ

image

 

ໃນໂອກາດ ກອງປະຊຸມ ສຸດຍອດພິເສດ ຣະຫວ່າງ ອາຊຽນ ແລະ ອອສເຕຣເລັຍ ວັນທີ 17 ມິນາ 2018 ນີ້, ອົງການພັນທະມິດ ເພື່ອປະ ຊາທິປະໄຕ ໃນລາວ, ຣັຖບາລລາວ ພັດຖິ່ນ ແລະ ຊຸມຊົນຊາວລາວ ຮ່ວມກັບ ຊາວຂເມນເສຣີ, ວຽດນາມເສຣີ ຮວມທັງ ຊາວໂຣຮິງຢາ ຮ່ວມກັນ ຈັດການເດີນຂະບວນ ປະທ້ວງ ຕ້ານພວກຄອມມິວນິສ ແລະ ຜະເດັດການລາວ, ວຽດນາມ, ກຳພູຊາ ແລະ ປະເທສອື່ນໆ ໃນກຸ່ມປະເທສ ອາຊຽນ ເພື່ອສິທທິມະນຸດ ແລະ ປະຊາທິປະໄຕ ຢູ່ນະຄອນຊິດນີ, ປະເທສ ອອສເຕຣເລັຽ ຊຶ່ງມີຜູ້ເຂົ້າຮ່ວມ 3,000 ປາຍຄົນ.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານພັນທະມິດ ເພື່ອປະຊາທິປະໄຕໃນລາວ, ໃຫ້ສັມພາດ ວິທຍຸ ເອເຊັຽ ເສຣີ ຜ່ານທາງໂທຣະສັບ ໃນມື້ ວັນທີ 17 ມິນາ 2018, ຊຶ່ງເບື້ອງຕົ້ນ ຍານາງກ່າວເຖິງ ການທວງ ແລະ ຄຳຮຽກຮ້ອງ ໃນຣະຫວ່າງ ການເດີນຂະບວນ ປະທ້ວງ ນັ້ນວ່າ:

(ສຽງສັມພາດ)

ການເດີນຂະບວນປະທ້ວງ ຄັ້ງໃຫຍ່ ຢູ່ນະຄອນຊິດນີ ປະເທສອອສເຕຣເລັຍ ຂອງ ຊຸມຊົນ ທີ່ຕໍ່ສູ້ ເພື່ອຄວາມເປັນທັມ ໃນມື້ວັນທີ 17 ມິນາ 2018 ນີ້ ຜູ້ເຂົ້າຮ່ວມ ການປະທ້ວງ ຖືວ່າ ເປັນການປະທ້ວງ ຄັ້ງປວັດສາດ ອີກຄັ້ງນຶ່ງ ທີ່ມີມວນຊົນປະເທດຕ່າງໆ ຮວມທັງຊຸມຊົນ ຊາວລາວ, ກຳພູຊາ, ວຽດນາມ, ໂຣຮິງຢາ ໃນກຸ່ມ ປະເທດອາຊຽນເຂົ້າຮ່ວມ 3,000 ປາຍຄົນ ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ໃຫ້ເກີດ ມີແກ່ປວງຊົນ ໃນຂົງເຂດນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard