ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ຍັງຈະເປັນ ປະເທດ ດ້ອຍພັທນາ ປີ 2020
Anonymous

Date:
ສປປລາວ ຍັງຈະເປັນ ປະເທດ ດ້ອຍພັທນາ ປີ 2020
Permalink   
 


ສປປລາວ ຍັງຈະເປັນ ປະເທດ ດ້ອຍພັທນາ ປີ 2020

29572980_191381771590294_14794691601820826239900_191381828256955_801097348874000

 

ອົງການສະຫະປະຊາຊາດ ປະຈຳລາວ ໄດ້ປະກາດໃນມື້ວັນທີ 16 ມິນາ 2018 ຜ່ານມາວ່າ ສປປລາວ ອາດຖືກຖອນ ອອກຈາກບັນຊີ ຣາຍຊື່ ປະເທດດ້ອຍພັທນາ ໄດ້ໃນປີ 2024 ຖ້າຫາກວ່າສາມາດຜ່ານ 3 ມາຕຖານ ການວັດແທກຫຼືດັຊນີ ໃນເງື່ອນໄຂ ທີ່ສຳຄັນ ທີ່ ສະຫະປະຊາຊາດວາງໄວ້. ແຕ່ໃນປີ 2020 ຈະບໍ່ສາມາດ ຜ່ານໄດ້.

ດັຊນີທີ່ວ່ານັ້ນ ຄືຣາຍໄດ້ສະເລັ່ຍຕໍ່ຫົວຄົນ ຊຶ່ງມາຕຖານຂັ້ນຕ່ຳແມ່ນ 1,230 ໂດລາ ສະຫະຣັຖ ຕໍ່ປີ, ຄວາມກ້າວໜ້າ ທາງດ້ານເສຖກິດ ແລະການພັທນາ ມະນຸດ, ດັ່ງ ອັດຕຣາການເສັຽຊີວິດ ຂອງແມ່ແລະເດັກນ້ອຍ ການເຂົ້າໂຮງຮຽນ ແລະອື່ນໆ. ດັ່ງ ຍານາງ LIDIKO HAMOS-SOHIO ຫົວຫນ້າຝ່າຍ ປະຊາສຳພັນ ອົງການຊ່ອຍເຫລືອ ສະຫະປະຊາຊາດ ຫລື UNDP ປະຈຳລາວ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 29 ມິນາ ວ່າ; ເປັນເທື່ອທຳອິດທີ່ສປປລາວ ຜ່ານດັຊນີ ຂໍ້ກຳນົດເປົ້າໝາຍ ການອອກຖານະ ເປັນປະເທດດ້ອຍພັທນາ ໄດ້ 2 ດັຊນີ ໃນຈຳນວນ 3 ດັຊນີ ແຕ່ຍັງດັຊນີນຶ່ງ ບໍ່ຜ່ານ.

ຍານາງຍັງບອກອີກວ່າ 3 ປີຜ່ານມາຣັຖບາລລາວ ປະຕິບັດໄດ້ດີຂຶ້ນເລື້ອຍໆ ຣະຫວ່າງປີ 2015 ຫາປີ 2018 ສປປລາວ ສາມາດຜ່ານໄດ້ ແຕ່ 2 ດັຊນີ ຍັງອີກ 1 ດັຊນີ ທີ່ຍັງບໍ່ສາມາດ ປະຕິບັດໄດ້ ດັ່ງສະພາບຄວາມຫມັ້ນຄົງ ດ້ານເສຖກິດໃນລາວ.

ເຈົ້າຫນ້າທີ່ ສະຫະປະຊາຊາດ ທ່ານນີ້ເວົ້າຕື່ມວ່າ ສອງດັຊນີ ຫລື index ທີ່ ສປປລາວ ສາມາດຜ່ານໄດ້ນັ້ນກໍແມ່ນ HUMAN RESOURCES INDEX  ດັ່ງການເສັຽຊີວິດ ຂອງແມ່ແລະເດັກນ້ອຍ ການເຂົ້າໂຮງຮຽນແລະອື່ນໆແລະ GROSS NATIONAL INCOME PER CAPITA INDEX ດັ່ງຣາຍໄດ້ຮວມຍອດ ຕໍ່ຫົວຄົນຕໍ່ປີ, ແຕ່ສຳລັບ ECONOMIC ASSET INDEX ດັ່ງຄວາມ ຫມັ້ນຄົງ ທາງດ້ານເສຖກິດ ການຜລິດ ແລະການສົ່ງອອກຕ່າງໆ ຍັງບໍ່ສາມາດປະຕິບັດໄດ້.

ແຕ່ຕ້ອງໄດ້ເບິ່ງກັນອີກຕໍ່ໄປວ່າ  ສປປລາວ ຈະຮັກສາມາຕຖານນັ້ນໄວ້ໄດ້ຫລືບໍ່ ພາຍໃນ 3 ປີຂ້າງຫນ້າ ຄືແຕ່ປີ 2018 ຫາປີ 2021 ຖ້າເຮັດໄດ້ ສະຫະປະຊາຊາດ ກໍຈະຖອນລາວ ອອກຈາກກຸ່ມປະເທສ ດ້ອຍພັທນາໃນປີ 2024. ຍານາງ ກ່າວເພີ້ມວ່າ; ຖ້າວ່າພາຍໃນປີ 2021 ສປປລາວ ຖືກຄນະກັມມະການ ພົບວ່າສາມາດຜ່ານ 3 ດັຊນີ ການວັດແທກຂໍ້ກຳນົດ, ສປປລາວ ຈະສາມາດຫລຸດພົ້ນ ຈາກ ຖານະການເປັນ ປະເທດດ້ອຍພັທນາໄດ້ ໃນປີ 2024.

ແຕ່ເຖິງຢ່າງໃດກໍຕາມ ກຸ່ມນັກວິເຄາະເວົ້າວ່າ ເປັນການຍາກທີ່ ສປປລາວ ຈະຫລຸດພົ້ນຈາກຖານະການເປັນ ປະເທດດ້ອຍພັທນາ ໄດ້ໃນປີ 2020 ແລະ 2024 ຍ້ອນວ່າ ຍັງມີຄົນທຸກຍາກຫລາຍ ຢູ່ໃນລາວ ແລະບັນຫາອື່ນໆ ເປັນຕົ້ນ ການເຂົ້າໂຮງຮຽນ ຣາຍໄດ້ຕໍ່ຫົວຄົນ ແລະ ການເສັຽຊີວີດຂ ອງແມ່ຍີງແລະເດັກນ້ອຍ ໃນຍາມຖືພາ ແລະໃນຍາມອອກລູກ ຍັງສູງຢູ່ແລະລາຍໄດ້ຕໍ່ຫົວຄົນ ຍັງຕ່ຳຢູ່, ດັ່ງເຈົ້າຫນ້າທີ່ ພັທນາຊົນນະບົດ ນາງນຶ່ງເວົ້າວ່າ:

 



__________________
Anonymous

Date:
Permalink   
 

"ບາງຄົນເດືອນນຶ່ງບໍ່ໄດ້ຮອດພັນກີບແມ່ນບໍ... ຄິດວ່າເປັນໄປໄດ້ຍາກ ເພາະເວລາເຮົາລົງໄປເຂດທ້ອງຖິ່ນ ຄວາມເຂົ້າໃຈ ຂອງປະຊາຊົນ ມີຄວາມຕ້ອງການອັນນີ້ ແຕ່ຕ້ອງໄດ້ເອື່ອຍອີງໃສ່ວ່າ ຕ້ອງມີທຶນເຂົ້າໄປຊ່ອຍເຫລືອ ຕລອດເຮືອນຊານ ບ້ານຊ່ອງ ປະຊາຊົນຫລາຍໆເຂດ ຍັງເປັນມຸງຫຍ້າຄາ ເຮົາຈະເວົ້າວ່າຫລຸດພົ້ນໄດ້ແນວໃດ ທັ້ງທີ່ຊີວິດຄວາມເປັນຢູ່ ຂະເຈົ້າຍັງບໍ່ດີຂຶ້ນເທື່ອ."

ການທີ່ຈະຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາ ສປປລາວຕ້ອງໄດ້ຜ່ານ 18 ເງື່ອນໄຂຫລືເປົ້າຫມາຍ ຂອງອົງການ ສະຫະປະຊາຊາດ ຊຶ່ງເງື່ອນໄຂ ຫລືເປົ້າຫມານດັ່ງກ່າວ ຖືກວັດແທກດ້ວຍດັຊນີ ດັ່ງທີ່ກ່າວມາຂ້າງເທິງນັ້ນ.

ເປົ້າຫມາຍສະຫັດສວັດ ແມ່ນຂໍ້ກຳນົດ ຂອງສະຫະປະຊາຊາດ ໃຫ້ປະເທດດ້ອຍພັທນາປະຕິບັດ ທີ່ຮ່ວມດ້ວຍ ສປປລາວ ເພື່ອແກ້ໄຂບັນຫາ ຄວາມທຸກຍາກ ໃນໃນປະເທດຂອງຕົນ ໃນການຫລຸດພົ້ນ ຈາກຖານະການເປັນ ປະເທດດ້ອຍພັທນາ ໃນໂຄງການ ພັທນາທີ່ຍືນຍົງ ສະຫະປະຊາຊາດ.

ສຳລັບເປົ້າຫມາຍສະຫັດສວັດ ສະຫະປະຊາຊາດຣະຫວ່າງ ປີ 2015-2030 ທີ່ເອິ້ນວ່າ ເປົ້າຫມາຍໃຫມ່ ນັ້ນມີ 17 ເປົ້າຫມາຍ ແຕ່ ສປປລາວ ມີ 18 ຕື່ມອີກນຶ່ງເປົ້າຫມາຍ ແມ່ນການເກັບກູ້ຣະເບີດ ທີ່ບໍ່ທັນແຕກໃນລາວ. ໃນຈຳນວນ 17 ເປົ້າຫມາຍທີ່ ປະເທດດ້ອຍພັທນາ ສະຫະປະຊາຊາດ ຮ່ວມດ້ວຍ ສປປລາວ ຈະຕ້ອງປະຕິບັດ ເພື່ອໃຫ້ຫລຸດພົ້ນ ຈາກຖານະການເປັນ ປະເທດດ້ອຍພັທນາ ນັ້ນມີດັ່ງນີ້.

1-ລຶບລ້າງຄວາມທຸກຍາກໃຫ້ໄດ້ 0%

2-ລຶບລ້າງຄວາມອຶດຫວິໃຫ້ໄດ້ 0%.

3-ໃຫ້ປະຊາຊົນມີສຸຂພາບແຂງແຮງແລະການຢູ່ກິນທີ່ດີ.

4-ຍົກຣະດັບຄຸນນະພາບທາງດ້ານການສຶກສາໃຫ້ໄດ້ມາຕຖານ.

5-ຍົກຣະດັບຄວາມສເມີພາບຣະຫວ່າງເພດວັຍໃຫ້ສູງກວ່າເກົ່າ.

6-ຍົກຣະດັບ ຄຸນນະພາບນ້ຳສະອາດ.

7-ໃຊ້ພລັງງານສະອາດ ແລະບໍ່ແພງ ຮ່ວມທັງພລັງງານທາງເລືອກ.

8-ຍົກຣະດັບຄຸນນະພາບໂຮງງານ ບ່ອນເຮັດວຽກແລະການເຕີບໂຕທາງເສຖກິດ.

9-ສົ່ງເສີມຄວາມຄິດປະດິດສ້າງ, ສ້າງຕັ້ງໂຮງງານແລະພັທນາໂຄງຮ່າງພື້ນຖານ ໃຫ້ທັນສມັຍ.

10-ຫລຸດຜ່ອນຊ່ອງວ່າງຣະຫວ່າງຄວາມສເມີພາບ ຣະຫວ່າງເພດວັຍໃຫ້ຫມົດໄປ.

11-ໃຫ້ເປັນຊຸມຊົນເມືອງສີຂຽວ.

12-ໃຫ້ມີຜລິດຜົລທີ່ດີແລະມີຄວາມຮັບຜິດຊອບ.

13-ຮ່ວມແກ້ໄຂບັນຫາສະພາບອາກາດປ່ຽນແປງ.

14-ຮ່ວມອະນຸຮັກສິ່ງທີ່ມີຊິວິດໃຕ້ນ້ຳ.

15- ຮ່ວມອະນຸຮັກ ສິ່ງທີ່ມີຊິວິດເທິງໜ້າດິນ

16-ສ້າງຄວາມສງົບ ຄວາມຫມັ່ນຄົງ ສະຖຽນຣະພາບ ແລະການປົກຄອງ ທີ່ໂປ່ງໃສ.

17-ຮ່ວມພັທນາກັບນານາຊາດ

ສຳລັບ ສປປລາວມີ 18 ຂໍ້ ທີ່ຮ່ວມດ້ວຍການເກັບກູ້ຣະເບີດ ທີ່ບໍ່ທັນແຕກໃນລາວ. ແຕ່ຫລາຍພາກສ່ວນ ເວົ້າວ່າ ສປປລາວ ຈະບໍ່ບັນລຸ ເປົ້າຫມາຍ ດັ່ງກ່າວໄດ້ໃນປີນັ້ນ ຍ້ອນຍັງມີຄົນທຸກຍາກ ຫລາຍຢູ່ໃນລາວ.

ບັນຫາອື່ນໆ ທີ່ກ່າວມາຂ້າເທິງນັ້ນ ກໍບໍ່ສາມາດປະຕິບັດໄດ້ 100% ເປັນຕົ້ນການສຶກສາ ສາທາຣະນະສຸກ ກໍຍັງບໍ່ໄດ້ ມາຕຖານ, ການ ຕາຍຂອງແມ່ແລະເດັກນ້ອຍ ໃນຍາມຖືພາແລະເກີດໃຫມ່ ຍັງສູງຢູ່, ອາຫານແລະໂພຊນາການ ຍັງຂາດແຄນ, ໂຣຄຕ່າງໆ ຍັງບໍ່ສາມາດ ແກ້ໄຂໄດ້ແລະບັນຫາອື່ນໆໃນ 18 ເງື່ອນໄຂໃຫມ່ຂອງສະຫະປະຊາຊາດ ຍັງບໍ່ສາມາດປະຕິບັດໄດ້. ດັ່ງປະຊາຊົນລາວ ທ່ານນຶ່ງເວົ້າວ່າ:

"ທຸກຄືເກົ່າ ທຸກວ່າເກົ່າ ອາຫານການກິນກໍບໍ່ມີ ນ້ຳສະອາດ ດັ່ງນ້ຳລິນຫຼືນ້ຳປະປາ ທີ່ສ້າງໃຫ້ກໍບໍ່ມີນ້ຳ ນ້ຳບໍ່ອອກ ປະຊາຊົນໄດ້ໄປຕັກນ້ຳ ໃນຫ້ວຍໃນຫນອງກິນ."

ເຖິງຢ່າງໃດກໍຕາມ ນັກວິເຄາະ ທ່ານນີ້ ເວົ້າຕື່ມວ່າ ບັນຫາໃຫຍ່ ທີ່ ສປປລາວ ບໍ່ສາມາດບັນລຸ ເປົ້າຫມາຍສະຫັດສວັດ ໄດ້ນັ້ນແມ່ນ ການສໍ້ຣາສບັງຫລວງ ໃນລາວ ການຮົ່ວໄຫລ ຂອງງົບປະມານ ການຂາດດູນການຄ້າ ແລະຂາດດູນງົບປະມານ ໃນລາວ ຮ່ວມທັງ ຂາດ ການບໍຣິຫານ ຈັດການໃນການແກ້ໄຂບັນຫາ ດັ່ງກ່າວ ຊຶ່ງປະຊາຊົນ ຜູ້ທຸກຍາກໃນເຂດເປົ້າຫມາຍ ເຂດຊົນນະບົດ ຍັງບໍ່ຖືກພັທນາເລີຍ ໃນຫລາຍເຂດ ຍັງທຸກຍາກກວ່າເກົ່າ ຍ້ອນຖືກບັງຄັບ ໃຫ້ໂຍກຍ້າຍ ຈາກບ່ອນຢູ່ອາສັຍ ຂອງຂະເຈົ້າ ຍ້ອນໂຄງການພັທນາຕ່າງໆ ຂອງ ຣັຖບານ ແລະນັກລົງທຶນຕ່າງຊາດ ເປັນຕົ້ນການສ້າງເຂື່ອນໄຟຟ້າ ຂຸດຄົ້ນແຮ່ທາດ ແລະປູກຕົ້ນໄມ້ ເສຖກິດໃນລາວ ແລະໂຄງການອື່ນໆ ທີ່ຣັຖບານລາວ ອະນຸຍາດ ໃຫ້ນັກລົງທຶນຕ່າງຊາດ ມາລົງທຶນໃນລາວ ເພື່ອສ້າງ ຣາຍຮັບໃຫ້ແກ່ ປະເທດຊາດນັ້ນເອງ ໂດຍບໍ່ຄຳນຶງເຖິງ ຄວາມທຸກຍາກ ຂອງປະຊາຊົນ ທີ່ຈະຕາມມາຈາກໂຄງການເຫລົ່ານັ້ນ.

ດ້ວຍເຫດຜົລດັ່ງກ່າວທັງຫມົດນີ້ ຈຶ່ງເວົ້າໄດ້ວ່າ ສປປລາວ ຈະບໍ່ສາມາດຫລຸດພົ້ນຈາກ ຖານະການເປັນປະເທດດ້ອຍພັທນາໄດ້ ໃນປີ 2020 ແລະ 2024. ອາດຈະໃຊ້ເວລາ ອີກຫລາຍປີ.



__________________
Anonymous

Date:
Permalink   
 

ສະຖານະພາບການເງິນ ຂອງລາວ

770ceee0-2262-41ff-8393-f2482507703a.png

 

ນັກວິຊາການຕ່າງຊາດເວົ້າວ່າ ສປປລາວ ກະຕືລື້ລົ້ນໃນການສ້າງເສັ້ນທາງຣົດໄຟ ຄວາມໄວສຸງ ແລະ ການຢາກຫລຸດພົ້ນ ຈາກຖານະການ ເປັນປະເທດ ດ້ອຍພັທນາ ຂອງອົງການ ສະຫະປະຊາຊາດ ຈະເຮັດໃຫ້ເສຖກິດ ຂອງປະເທດ ຫລົ້ມຈົມ ຫລື bankruptcy ໄດ້.

ສປປລາວ ຍັງຢູ່ໃນບັນຊີລາຍຊື່ ປະເທດດ້ອຍພັທນາ ສະຫະປະຊາຊາດ ຕ້ອງການຢາກຍົກຖານະຕົນເອງ ອອກຈາກລາຍຊື່ ດັ່ງກ່າວ ແຕ່ ການກະທຳ ດັ່ງກ່າວ ຣັຖບານລາວ ຕ້ອງໄດ້ຢືມເງິນ ຈາກຕ່າງປະເທດ ຢ່າງຫລວງຫລາຍເພື່ອມາໃຊ້ ໃນການພັທນາ ໂຄງຮ່າງພື້ນຖານ ປະເພດຕ່າງໆ ເພື່ອຍົກຮະດັບຖານະຕົນເອງ ໃນນັ້ນຮ່ວມທັງ ໂຄງການຣົດໄຟຄວາມໄວສູງ ທີ່ ລາວສ້າງໃນປັດຈຸບັນ.

ນະໂຍບາຍຂອງຣັຖບານລາວ ໃນປັດຈຸບັນແມ່ນສ່ຽງຕໍ່ການເຕີບໂຕ ທາງດ້ານເສຖກິດ ໃນຣະຍະສັ້ນ ແຕ່ເພື່ອຜົລປະໂຍດ ຣະຍະຍາວ ຊຶ່ງ ການກະທຳດັ່ງກ່າວ ຈະເຮັດໃຫ້ສະພາບການເງິນຂອງລາວ ເກີດເຫດວິກິດໄດ້.

ສປປລາວ ເປັນນຶ່ງໃນບັນດາ ປະເທດດ້ອຍພັທນາໃນອາຊຽນ ທີ່ຮ່ວມດ້ວຍ ກຳພູຊາ ແລະພະມ້າ ໃນການບືນຂຶ້ນຈາກຖານະການເປັນ ປະເທດດ້ອຍພັທນາ ດັ່ງກ່າວ ລາວຕ້ອງໄດ້ຍົກຣະດັບ ຍອດຜົລຜລິດຮ່ວມໃຫ້ຄົນລາວ ມີຣາຍໄດ້ຕໍ່ຫົວຄົນ ປະມານ 1250 ໂດລາຕໍ່ປີ ຫລືຫລາຍກວ່ານັ້ນ, ໃນການກະທຳດັ່ງກ່າວ ສປປລາວ ຕ້ອງໄດ້ຢືມເງິນຈາກຕ່າງປະເທດ ຢ່າງຫລວງຫລາຍ ເພື່ອສົ່ງເສີມການພັທນາ ແລະສ້າງໂຄງຮ່າງພື້ນຖານ ໃນການກະຕຸ້ນເສຖກິດໃນລາວ.

ທາງການລາວ ຕ້ອງການຢາກຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາ ໃນປີ 2020 ຈືຶ່ງໄດ້ຢືມເງິນຢ່າງຫລວງຫລາຍ ມາສ້າງ ຖນົນຫົນທາງ ຂົວ ແລະສາທາຣະນຸປະໂພກ ທາງດ້ານເສຖກິດ ປະເພດຕ່າງໆ ໃນນັ້ນຮ່ວມດ້ວຍ ໂຄງການຣົດໄຟ ລາວ-ຈີນ ຊຶ່ງການ ຢືມເງິນ ຂອງຣັຖບານລາວ ຕ້ອງໄດ້ມີການຄ້ຳປະກັນ ຈາກຫລາຍຢ່າງ ເປັນຕົ້ນຊັພຍາກອນທັມມະຊາດ ແລະຣາຍໄດ້ທີ່ລາວ ໄດ້ຮັບຈາກ ການໃຫ້ສຳປະທານ ໃນໂຄງການຕ່າງໆໃນລາວ.

ໃນແຜນການຣະຍະຍາວ ໂຄງການດັ່ງກ່າວຈະຍົກຣະດັບ ການຄ້າແລະການລົງທຶນໃນລາວ ແຕ່ໃນຣະຍະສັ້ນ ຈະເຮັດໃຫ້ລາວລົ້ມລະລາຍ ໄດ້ ຊຶ່ງໃນປັດຈຸບັນນີ້ ຣັຖບານລາວ ຍັງໃຊ້ຫນີ້ທີ່ຕົນຢືມ ມາຮ່ວມລົງທຶນ ໃນຫລາຍໂຄງການ ໃນລາວ, ເປັນຕົ້ນ ການສ້າງເຂື່ອນໄຟຟ້າ ຫລາຍເຂື່ອນ ທີ່ຮ່ວມດ້ວຍເຂື່ອນແມ່ນ້ຳຂອງ ແລະການຂຸດຄົ້ນແຮ່ທາດ ຍັງບໍ່ຫມົດເທື່ອ ແລະຫນີ້ກໍເພີ້ມຂຶ້ນເລື້ອຍໆ.

ສປປລາວຢືມເງິນຈາກຈີນຫລາຍຂຶ້ນ ໃນແຕ່ລະປີ ຍ້ອນຂາດດູນການຄ້າ ແລະຂາດດູນງົບປະມານ ຮ່ວມດ້ວຍລາຍຮັບຮົ່ວໄຫລ ໃນລາວ. ທະນາຄານໂລກ ປະເມີນວ່າ ສປປລາວ ຕິດຫນີ້ຈີນເຖີງ 55% ຂອງຫນີ້ທັງຫມົດ ທີ່ຣັຖບານລາວ ຢືມ ຕ່າງປະເທດ ໃນປີ 2012 ແລະ ໃນປີ 2015 ລາວຕິດຫນີ້ ຈີນເຖິງ 44% ຂອງຫນີ້ທັງຫມົດ.

ປັດຈຸບັນ ຫນີີ້ສິນຂອງຣັຖບານລາວ ຢູ່ໃນສັດສ່ວນ 68% ຂອງຍອດຜົລຜິດຮ່ວມແຫ່ງຊາດ ໃນນັ້ນເຄິ່ງນຶ່ງແມ່ນຢືມຈາກຈີນ ຊຶ່ງການຢຶມເງິນ ຈາກແຫລ່ງດຽວ ເປັນຄວາມສ່ຽງຕໍ່ ສປປລາວ ຈະເຮັດໃຫ້ລາວ ມີບັນຫາຖ້າເສຖກິດ ຈີນ ທົດຖອຍ ເພາະລາວ ອາສັຍຈີນ ພຽງປະເທດດຽວ ໃນການຢືມເງິນ ຈີນອາດຈະໃຊ້ອຳນາດ ແລະອິດທິພົນ ຂອງຈີນ ບີບບັງຄັບລາວ ທາງອອກໃນການເປັນ ປະເທດອະທິປະຕັຍ ຂອງລາວ.

ຖ້າລາວບໍ່ສາມາດຈ່າຍຫນີ້ໃຫ້ຈີນໄດ້ ຈີນອາດຍຶດຊັບສິນ ສີ່ງທີ່ລາວເອົາມາໃຊ້ໃນການຄ້ຳປະກັນຫນີ້ ເປັນຕົ້ນທີ່ດິນ ຊັພຍາກອນທັມຊາດ ແຮ່ທາດ ແລະໂຄງການຕ່າງໆ ຂອງຣັຖບານ.

ສປປລາວດີ້ນຮົນ ໃນການຊອກຫາລາຍໄດ້ ເພື່ອມາໃຊ້ຫນີ້ຈີນ ແລະຫນີ້ຫລາຍປະເທດ ໃນປັດຈຸບັນ ແຕ່ການດີ້ນຮົນດັ່ງກ່າວ ກໍປະສົບກັບ ຫລາຍບັນຫາ ເປັນຕົ້ນການສໍ້ຣາສບັງຫລວງ ຣາຍຮັບຮົ່ວໄຫລ ຂາດການບໍຣິຫານ ຈັດການທາງດ້ານການເງິນ ການຄ້າແລະການລົງທຶນ ຕລາດການຄ້າຂອງລາວ ກໍບໍ່ໃຫຍ່ ແລະຜົລຜລິດຕ່າງໆ ກໍບໍ່ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະຫລາຍບັນຫາ.

ນັກເສຖສາດເວົ້າວ່າ ສປປລາວເສັຽງົບປະມານຫຼາຍລ້ານໂດລາ ໃນແຕ່ລະປີ ຍ້ອນການສໍ້ຣາສບັງຫຼວງ. ອົງການໂປ່ງໃສສາກົນ ຈັດລາວ ຢູ່ໃນອັນດັບ ທີ 123 ໃນຈຳນວນ 176 ປະເທດ ທີ່ມີການສໍ້ຣາສບັງຫລວງ ຣາຍໃຫຍ່ໃນໂລກ. ບໍຣິສັດຕ່າງຊາດ ລັ່ງເລໃຈ ໃນການມາ ລົງທຶນໃນລາວ ຈຶ່ງເຮັດໃຫ້ທາງການລາວ ຂາດຣາຍໄດ້ ແລະບໍ່ມີຊ່ອງທາງອື່ນ ໃນການຢືມເງິນ ຈາກຕ່າງປະເທດ ຈຶ່ງອາສັຍ ແຕ່ຈີນ ປະເທດດຽວ.



__________________
Anonymous

Date:
Permalink   
 

ຕາບໃດທີ່ ພັກປະຕິວັດຂີ້ສໍ້ປະຊາຊົນ ຍັງຢູ່

ປະເທດລາວກໍຍັງຈະດ້ອຍພັດທະນາໄປເລື້ອຍ ໆ 

ເພາະບໍ່ມີວີ່ແວວຫລືຫລັກຖານອັນໃດທີ່ຊີ້ໃຫ້ເຫັນວ່າ

ປະຊາຊົນລາວຈະພົ້ນທຸກໄດ້ ໃນອີກ 2 ປີຂ້າງຫນ້ານີ້.

ເມື່ອຮອດເວລາ ພວກພັກຂີ້ສໍ້ ກໍຈະພາກັນອອກມາແກ້ໂຕ ແກ້ຫນ້າ ແບບນ້ຳເນົ່າ ໆ ແບບເກົ່າ ຄື :

 "ປະເທດເຮົາ ບໍ່ມີເງິນ - ຖ້າບໍ່ຢາກໃຫ້ເຮົາດ້ອຍ ກະເອົາເງິນມາຊ່ອຍເຮົາ ໃຫ້ຫລາຍທໍ່ໃດກໍໄດ້ ! "

ພາສາໄທ ເຂົາເວົ້າວ່າ : ພູດແບບ ໄອ້ ເຮັ້ຍໄປໄດ້........ແກ້ໄມ້ໄດ ກໍໄປໂຕນນ້ຳຕາຍສິ  !!!

ປະເທດອື່ນເຂົາກໍມີ 2 ມື 2 ຕີນ ຄື ພວກສູ່ຫັ້ນລະ

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard