ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການລໍາລຽງ ຢາເສພຕິດ ເພີ້ມຂຶ້ນ
Anonymous

Date:
ການລໍາລຽງ ຢາເສພຕິດ ເພີ້ມຂຶ້ນ
Permalink   
 


ການລໍາລຽງ ຢາເສພຕິດ ເພີ້ມຂຶ້ນ

0dd167e3-beea-44b0-a2d7-d957d00df0c3.png

 

ເປັນທີ່ສັງເກດເຫັນວ່າ ໃນຣະຍະຫລັງໆມານີ້ ພາຍຫລັງທີ່ນັກຄ້າຢາເສບຕິດ ຣາຍໃຫຍ່ຂອງລາວ ຮວມທັງທ້າວ ໄຊຊະນະ ແກ້ວພິມພາ ແລະ ທ້າວ ສີສຸກ ດາວເຮືອງ ຖືກຈັບເມື່ອປີກາຍມາ ກໍຍັງເຫັນວ່າ ການລັກລອບຂົນຢາເສບຕິດ ຮວມທັງຢາບ້າ ຈາກ ສປປລາວ ໄປ ປະເທສເພື່ອນບ້ານ ເປັນຕົ້ນແມ່ນໄທ ແລະວຽດນາມ ເພີ້ມຂຶ້ນນໍາເລື້ອຍໆ, ໃນຂນະທີ່ລັກຂົນໄປ ກໍາພູຊາ ກໍມີຫລາຍ ແຕ່ກໍບໍ່ເປັນຂ່າວ ອອກມາພໍເທົ່າໃດ.

ເມື່ອວັນທີ 2 ເມສາ 2018 ຕໍາຣວດແລະທະຫານ ພາກ 3 ຂອງໄທ ທີ່ແຂວງຊຽງຮາຍ ກໍຍຶດໄດ້ຢາບ້າ 9,400,000 ເມັດ, ຢາເຄ ແລະ ຢາໄອຊ໌ ເກືອບ 1,000 ກິໂລ, ເປັນມູນຄ່າທັງໝົດ 1,700 ລ້ານບາດ. ຢາເສບຕິດທີ່ວ່ານີ້ ຖືກລັກຂົນມາທາງເຮືອ ທີ່ແວ່ພັກຢູ່ ບ້ານ ດອນສວັນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປລາວ ແລ້ວເອົາຂ້າມໄປເຂດ ບ້ານຫ້ວຍລຶກ ເມືອງວຽງແກ່ນ ແຂວງຮຽງຮາຍ ປະເທສໄທ.

ແລະໃນມື້ວັນທີ 3 ເມສາ ທາງການໄທກໍໄດ້ຍຶດຢາບ້າ ປະເພດ crystal ໄດ້ 788 ກິໂລ, ມູນຄ່າເກືອບເຖິງ 38 ລ້ານໂດລາ ສະຫະຣັຖ ຢູ່ໃນຣົດກະບະ ທີ່ແຂວງຊຽງຮາຍ ໃກ້ກັບຊາຍແດນ ສປປລາວ ແລະໄດ້ກວດພົບຢາບ້າ ຫລາຍກວ່າ 9 ລ້ານເມັດ ໃນຖົງປຸຍຢູ່ໃນຣົດ ຫ່າງຈາກແມ່ນໍ້າຂອງ ທີ່ແບ່ງລາວກັບໄທ ປະມານ 100 ແມັດ.

ທະຫານໄທ ຜູ້ຂໍສງວນຊື່ ກ່າວຕໍ່ອົງການຂ່າວ AFP ວ່າ “ໄດ້ກວດພົບຢາເສພຕິດທັງສອງຊນິດນີ້ ຢູ່ໃນຣົດກະບະ ທີ່ເມືອງວຽງແກ່ນ ແຂວງຊຽງຮາຍ”.

ກ່ອນໜ້ານັ້ນຄື ວັນທີ 29 ມິນາ ຕໍາຣວດ ແຂວງນະຄອນສີທໍາມະຣາດ ກໍໄດ້ຈັບຜູ້ຕ້ອງຫາ 6 ຄົນ ຢູ່ດ່ານກວດຕາມທາງຫລວງອາຊຽນ 41 ຢູ່ເມືອງທໍາພັນນະຣາ ໃນຂໍ້ຫາລັກຂົນກັນຊາ 501 ກິໂລ, ມູນຄ່າ 20 ລ້ານບາດ ຈາກ ສປປລາວ ເພື່ອຫວັງລໍາລຽງ ໄປພາກໃຕ້ຂອງໄທ.

ເວົ້າສະເພາະກໍຣະນີຍຶດຢາເສບຕິດໄດ້ ໃນມື້ວັນທີ 2 ເມສາ ທີ່ວ່ານັ້ນ ເຈົ້າໜ້າທີ່ໄທ ໄດ້ຈັບຜູ້ຕ້ອງຫາ ທີ່ເປັນຄົນໄທ 3 ຄົນ ໃນຂນະທີ່ ກໍາລັງ ຂົນຢາເສບຕິດ ຊຶ່ງໄດ້ ຮັບມາຈາກເຮືອຂົນສົ່ງສິນຄ້າ ຂນາດໃຫຍ່ສົມຄວນ ຂອງລາວ ເພື່ອລໍາລຽງ ຕໍ່ໄປແຂວງ ອື່ນໆຂອງໄທ.

ຈາກການສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ໄທ ຜູ້ຕ້ອງຫາ 3 ຄົນ ທີ່ເປັນຊາຍ ສອງຄົນ ແລະຍິງຄົນນຶ່ງ ໃຫ້ການວ່າ ພວກຕົນເປັນພຽງ ຄົນລໍາລຽງ ຢາເສບຕິດເທົ່ານັ້ນ, ບໍ່ຮູ້ແຫລ່ງທີ່ມາ ຕົ້ນຕໍຂອງມັນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໜ່ວຍເຮືອຮັກສາ ຄວາມສງົບຕາມລໍາແມ່ ນໍ້າຂອງ ແຂວງຊຽງຮາຍ ຜູ້ປະຕິບັດງານ ໃນການຈັບກຸມ ພວກລັກຂົນສົ່ງຢາເສບຕິດ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ເມສາ ນີ້ແມ່ນວ່າ; ການຍຶດຢາເສບຕິດ ແລະຈັບຜູ້ຕ້ອງຫາໄດ້ເທື່ອນີ້ ແມ່ນເປັນໄປດ້ວຍ ການຮ່ວມມືຣະຫວ່າງ ຕໍາຣວດ ແລະທະຫານ:

"ທ່ານເວົ້າວ່າ ກໍຣະນີນີ້ ເປັນການປະຕິບັດງານຮ່ວມກັນຣະຫວ່າງ ທະຫານແລະຕໍາຣວດ ພວກຄ້າຢາເສຕິດ ໃຊ້ເຮືອສິນຄ້າລາວຂນາດໃຫຍ່ ສົມຄວນ ຂົນຢາເສບຕິດເຂົ້າມາໄທ ມີຫລາຍຄົນຂົນຢາບ້າ ຢາເຄ ຢາໄອຊ໌ ຂຶ້ນເຮືອ ພໍເຮືອອອກຈາກຝັ່ງລາວ ມາເຖິງຝັ່ງໄທ ກໍໃຊ້ຄົນລາວ ທີ່ຢູ່ໃນເຮືອ ຟ້າວຂົນຢາເສບຕິດ ນັ້ນອອກຈາກເຮືອຂຶ້ນຣົດ, ໃຊ້ເວລາບໍ່ເຖິງເຄິ່ງຊົ່ວໂມງ ກໍຂົນແລ້ວ."

ກ່ຽວກັບເຣື່ອງທີ່ມາຂອງຢາເສບຕິດນັ້ນ ເຈົ້າໜ້າທີ່ໄທ ສັນນິຖານວ່າ ຜລິດໃນຣັຖຊານ ປະເທສພະມ້າ ໂດຍກຸ່ມວ້າແດງ, ຢາເສບຕິດຖືກ ລໍາລຽງ ລົງມາທາງເຮືອ ຜ່ານເຂດສາມຫລ່ຽມຄໍາ, ຜ່ານເມືອງຕົ້ນເຜິ້ງ ແລະມາພັກຢູ່ເຂດບ້ານດອນສວັນ ເມືອງຫ້ວຍຊາຍ ກ່ອນຈະຖືກລັກ ຂົນຂ້າມແມ່ນໍ້າຂອງໄປເຂດ ບ້ານຫ້ວຍລຶກ ເມືອງຊຽງແກ່ນ ແຂວງຊຽງຮາຍ ຂອງໄທ ດັ່ງທີ່ທ່ານກ່າວວ່າ.

"ຢາບ້າຊຸດນີ້ມາຈາກຊົນກຸ່ມນ້ອຍ ທີ່ຢູ່ຕິດກັບຈີນ ເປັນຢາບ້າຂອງຊົນຊາດວ້າ ແລະຖືກລໍາລຽງມາຈາກຣັດຊານຕອນເໜືອ ຜ່ານລົງມາ ລາວ ຜ່ານສາມຫຼ່ຽມຄໍາ ຜ່ານເມືອງຕົ້ນເຜິ້ງ ມາພັກຢູ່ບ້ານດອນສວັນ ເມືອງຫ້ວຍຊາຍ ທີ່ຕິດກັບເມືອງປາກທາ. ຄືນນັ້ນໄດ້ປະສານກັບ ທາງ ສປປລາວ ຜ່ານທາງໂຄງການ ແມ່ນໍ້າຂອງ ປອດໄພ SAVE THE MEKONG."

ຕາມຂ່າວວັນທີ 4 ເມສາ ນີ້ວ່າປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ແລະທະຫານໄທ ກໍາລັງເລັ່ງສອບປາກຄໍາ ຜູ້ຕ້ອງຫາຊາວໄທ 3 ຄົນ ເພື່ອຮູ້ ຂໍ້ມູນກ່ຽວກັບທີ່ມາ ຂອງຢາເສບຕິດນັ້ນຕື່ມ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງວ່າການແຂວງບໍ່ແກ້ວ; ກອງບັນຊາການປ້ອງກັນຄວາມ ສງົບແຂວງ, ຫ້ອງການຄນະກັມການກວດກາ ແລະຄວບຄຸມຢາເສບຕິດແຂວງ ແລະຫ້ອງການປາບປາມຢາເສບຕິດ ກອງບັນຊາການປກສ ແຂວງບໍ່ແກ້ວ ຮວມທັງຫ້ອງການ ປົກຄອງເມືອງ ແລະຫ້ອງການ ປກສ ເມືອງຫ້ວຍຊາຍ ແຕ່ເຈົ້າໜ້າທີ່ເວົ້າວ່າ ບໍ່ໄດ້ຮັບຣາຍງານກ່ຽວກັບ ຂ່າວທີ່ວ່ານັ້ນ, ຮູ້ຂ່າວແຕ່ນໍາທາງເຟສບຸກ ໃນຂນະທີ່ບາງຫ້ອງການ ບໍ່ມີຄົນຮັບໂທຣະສັບ.

ແຕ່ໃນມື້ວັນທີ 7 ເມສາ ຕຳຣວດປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງ ຢືນຢັນວ່າ ຢາເສບຕິດທີ່ຕຳຣວດໄທ ຍຶດໄດ້ ໃນມື້ວັນທີ 2 ເມສາ ນັ້ນເປັນຂອງກຸ່ມວ້າແດງ ພະມ້າ ທີ່ລຳລຽງລົງມາທາງເຮືອ ຕາມລຳແມ່ນ້ຳຂອງ ຈາກປະເທສພະມ້າ ໂດຍໃຊ້ລາວເປັນ ທາງຜ່ານ. ດັ່ງທີ່ ເຈົ້າໜ້າທີ່ຕຳຣວດ ປະຈຳດ່ານກວດຄົນເຂົ້າເມືອງ ເມືອງຕົ້ນເຜິ້ງ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:

 



__________________
Anonymous

Date:
Permalink   
 

82e84848-1a16-48bc-ae95-9468d1962492.png

“ຢານີ້ແມ່ນເປັນຢາຂອງພະມ້າ ແຕ່ວ່າເຂົາໃສ່ເຮືອລ່ອງມາ ຜ່ານເຮົານີ້ໄປ ມາພັກຢູ່ນີ້ກະບໍ່ດົນດອກ ເພາະວ່າເຂົາກະຢ້ານເຈົ້າໜ້າທີ່ລາວ ເຮົາກວດ ເຂົາມາຈອດແບບ ພັກກິນເຂົ້າກິນນໍ້າ ນີ້ໜ່າ ແລະເຂົາກະມີຄົນຂອງເຂົາ ມາຮັບເອົາຢູ່ຝັ່ງໄທ.”

ທ່ານກ່າວຕື່ມວ່າ ການທີ່ເຈົ້າໜ້າທີ່ຕໍາຣວດໄທຍຶດຢາເສບຕິດໄດ້ເປັນຈໍານວນຫລວງຫລາຍ ຄັ້ງນີ້ ກໍຍ້ອນມີການແຈ້ງຂ່າວ ຈາກເຈົ້າໜ້າທີ່ ພະມ້າໃຫ້ຮູ້ວ່າຈະມີການຂົນສົ່ງ ຢາເສບຕິດຄັ້ງໃຫຍ່ເຂົ້າໄປໄທ. ນອກຈາກການລັກຂົນຢາເສບຕິດຊນິດຕ່າງໆ ເຂົ້າໄປໄທແລ້ວ ກໍຖືກຂົນ ຈາກ ສປປລາວ ໄປວຽດນາມ ເຊັ່ນກັນ ຊຶ່ງເຈົ້າໜ້າທີ່ວຽດນາມ ຍຶດໄດ້ຫລາຍຢູ່ເລື້ອຍໆ.

ໃນມື້ວັນທີ 21 ມິນາທີ່ຜ່ານມາ ຂ່າວທາງການວຽດນາມ ຣາຍງານວ່າ ກອງກໍາລັງປ້ອງກັນຊາຍແດນຮ່ວມ ລາວ-ວຽດນາມ ໄດ້ຮ່ວມກັນ ສະກັດກັ້ນ ການລັກຂົນຢາເສບຕິດ ຕາມເສັ້ນທາງ ທີ່ຢູ່ໃກ້ກັບຊາຍແດນ ຂອງສອງປະເທສ ເມື່ອວັນທີ 18 ມິນາ.

ກໍາລັງປ້ອງກັນຊາຍແດນແຂວງ Quang Tri ຂອງວຽດນາມເວົ້າວ່າໄດ້ຈັບຊາວລາວ 5 ຄົນ ຢູ່ຊາຍແດນ ໃນເຂດແຂວງສາລະວັນ ແລະ ຍຶດຢາເສດຕິດກະຕຸ້ນເສັ້ນປະສາດຈໍານວນ 50,600 ເມັດແລະຢາບ້າຊນິດ crystal. ຈາກການສອບສວນຂອງ ເຈົ້າໜ້າທີ່ພົບວ່າຜູ້ຕ້ອງຫາ 5 ຄົນ ນັ້ນເປັນພາກສ່ວນນຶ່ງ ຂອງກຸ່ມຄ້າຢາເສບຕິດ ຂ້າມຊາດ ຣະຫວ່າງ ໄທ, ລາວ ແລະວຽດນາມ ຊຶ່ງໄດ້ຖືກມອບໃຫ້ ທາງການລາວ ດໍາເນີນຄະດີ.

ເມື່ອວັນທີ 19 ມິນາຜ່ານມານີ້ ຂ່າວ VNA ກໍຣາຍງານຈາກກຸງຮ່າໂນ້ຍວ່າ ກໍາລັງຮັກສາຊາຍແດນ ແຂວງຮ່າຕິນ ພາກກາງວຽດນາມ ຈັບຊາຍຄົນນຶ່ງ

ທີ່ພຍາຍາມລັກ ຂົນຢາບ້າ 15 ກິໂລຈາກ ສປປລາວ ໄປວຽດນາມໃນມື້ວັນທີ 18 ມິນາ. ຜູ້ຕ້ອງຫາຊື່ທ້າວ Cu Mua ເປັນຊາວມົ້ງ ຈາກແຂວງບໍລິຄຳໄຊ ຂອງລາວ.

ແລະຂ່າວ Xinhua ຂອງທາງການຈີນ ກໍຣາຍງານຈາກກຸງຮ່າໂນ້ຍ ໃນມື້ວັນທີ 14 ມິນາວ່າ ເຈົ້າໜ້າທີ່ຮັກສາຊາຍແດນ ແຂວງ Dien Bien ພາກເໜືອວຽດນາມ ໄດ້ປະສານງານກັບອົງການ ທີ່ກ່ຽວຂ້ອງຂອງລາວ ຈັບຜູ້ຊາຍລາວ 3 ຄົນທີ່ຄ້າຂາຍ ແລະ ຂົນສົ່ງຢາເສບຕິດ ທີ່ຜລິດເອົາເອງ ຈາກລາວໄປວຽດນາມ.

ເຈົ້າໜ້າທີ່ໄດ້ຍຶດເຮໂຣອິນ 60 ຫໍ່ ຢາກະຕຸ້ນເສັ້ນປະສາດ 40 ພັນເມັດ, ປືນນຶ່ງກະບອກ ແລະເຄື່ອງມີອື່ນໆອີກຈຳນວນນຶ່ງ. ສ່ວນວ່າການ ລັກຂົນຢາເສບຕິດຈາກ ສປປລາວ ເຂົ້າປະເທສ ກຳພູຊາ ກໍມີຂ່າວຢູ່ເລື້ອຍ ແຕ່ຖ້າທຽບໃສ່ ການລັກຂົນເຂົ້າໄທ ແລະວຽດນາມ ແມ່ນຫຼຸດ ລື່ນກັນຫລາຍ.

ເມື່ອມື້ວັນທີ 5 ມິນາ ທີ່ຫາກໍຜ່ານມານີ້ Phnom Penh Post ຣາຍງານວ່າ ຜູ້ຊາຍລາວຄົນນຶ່ງ ທີ່ໄດ້ພຍາຍາມລັກຂົນຢາບ້າ ຈຳນວນ 30 ກິໂລ ເຂົ້າກຳພູຊາ ຜ່ານທາງແຂວງຊຽງແຕງ ຖືກນຳຂຶ້ນສານ ກຳພູຊາ ພາຍຫລັງທີ່ຖືກຈັບ ໃນມື້ວັນທີ 3 ມິນາ.

ແລະກ່ອນໜ້ານັ້ນ Khmer Times ກໍຣາຍງານໃນມື້ວັນທີ 25 ສິງຫາ 2017 ວ່າ ເຈົ້າໜ້າທີ່ຕຳຣວດແຂວງຊຽງແຕງ ຈັບຊາວລາວຜູ້ນຶ່ງ ໃນຂໍ້ຫາພຍາຍາມ ລັກນຳຢາບ້າ ຈຳນວນ 2 ກິໂລ ຂ້າມຊາຍແດນ ເຂົ້າເມືອງ ຊຽມປາງ ແຂວງຊຽງແຕງ ໃນມື້ວັນທີ 24 ສິງຫາ ແລະ ຖືກນຳຂຶ້ນສານກຳພູຊາ ໃນມື້ຕໍ່ມາ.

ສລຸບແລ້ວເຫັນວ່າ ການລັກລອບຂົນຢາເສບຕິດຊນິດຕ່າງໆ ຮວມທັງເຮໂຣອິນ, ຢາບ້າ, ຢາໄອຊ໌ ຈາກ ສປປລາວ ເຂົ້າປະເທສເພື່ອນບ້ານ ຫລາຍຂຶ້ນນໍາເລື້ອຍໆ ເປັນຕົ້ນເຂົ້າໄທ ແລະວຽດນາມ.



__________________
Anonymous

Date:
Permalink   
 

ການລໍາລຽງ ມີເພີ້ມຂື້ນ ສົມຄວນແກ່ເວລາແລ້ວ ທີ່ຈະຕ້ອງອອກກົດຫມາຍເດັດ

ແລະປ່າວປະກາດໃຫ້ຮູ້ເລີຍວ່າ ໂທດມີຢູ່ພຽງສະຖານດຽວ ຄື ປະຫານຊີວິດ !

ສັງຄົມເດືອດຮ້ອນຫລາຍ ຍ້ອນຢາດັ່ງກ່າວ...

ຮອດຍາມປະກາດສົງຄາມ ກັບພວກຄາຕະກອນສັງຄົມນີ້ໄດ້ແລ້ວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard