ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ອາຈເຂົ້າເປົ້າສິ້ງຊອມ ຂອງອົງການ ສາກົນ
Anonymous

Date:
ລາວ ອາຈເຂົ້າເປົ້າສິ້ງຊອມ ຂອງອົງການ ສາກົນ
Permalink   
 


ລາວ ອາຈເຂົ້າເປົ້າສິ້ງຊອມ ຂອງອົງການ ສາກົນ

4a5fd626-c39c-4bb1-90b7-627f99bcc7aa.png

 

ຄນະກັມມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະການສນອງເງິນທຶນ ໃຫ້ແກ່ຜູ້ກໍ່ການຮ້າຍ ສປປລາວ ໄດ້ຈັດກອງປະຊຸມແຫ່ງຊາດ ຂຶ້ນເທື່ອທຳອິດ ໃນມື້ວັນທີ 12 ມິນາ ຜ່ານມາ ຢູ່ຫ້ອງວ່າການ ທະນາຄານແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງການເງິນ ສປປລາວ ແລະກໍເປັນປະທານ ຄນະກັມມະການ ຕ້ານການຟອກເງິນ ແລະການສນອງ ເງິນທຶນ ໃຫ້ແກ່ກຸ່ມກໍ່ການຮ້າຍ ຊຶ່ງກອງປະຊຸມເທື່ອທຳອິດ ຄັ້ງນີ້ ມີເຈົ້າຫນ້າທີ່ຈາກ ຫຼາຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈາກຫຼາຍກະຊວງ ແລະຫລາຍຫນ່ວຍງານພາກຣັດ.

ກອງປະຊຸມເທື່ອນີ້ ໄດ້ດຳເນີນໄປ ຕາມແຜນການ ການເຮັດວຽກ ຂອງຄນະກັມມະການ ຕ້ານການຟອກເງີນ ໂດຍໄດ້ມີການຣາຍງານເຖິງ ຄວາມຄືບຫນ້າ ໃນການຈັດຕັ້ງປະຕິບັດວຽກງານ ໃນຣະຍະທີ່ຜ່ານມາ ນອກຈາກນັ້ນ ຍັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາທີ່ພົ້ນເດັ່ນ ໃນ ການຕ້ານການຟອກເງິນ, ກົນໄກການດຳເນີນງານ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບເອົາການຈັດຕັ້ງປະຕິບັດ ໃນ 40 ຂໍ້ ແນະນຳ ຂອງອົງການຕ້ານການຟອກເງິນສາກົນ ຫລື FATF ແລະຫລາຍບັນຫາທີ່ມີ ການພົວພັນກັບບັນຫາ ການຟອກເງິນໃນໃນຂົງເຂດ.

ຍານາງ ແພງສີ ແພງເມືອງ ຫົວຫນ້າຫ້ອງການຂໍ້ມູນ ກ່ຽວກັບການຟອກເງິນ ໄດ້ຣາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ຂອງຄນະກັມມາ ທິການ ຕ້ານການຟອກເງິນ ຕໍ່ກອງປະຊຸມໂດຍລະອຽດ,

ການເຂົ້າເປັນສະມາຊິກ ຕ້ານການຟອກເງິນຂອງອົງການ ຕ້ານການຟອກເງິນສາກົນ ແລະອາຊຽນ ເພື່ອບໍ່ໃຫ້ ສປປລາວ ຕົກເປັນເປົ້າການ ຕິດຕາມ ຂອງຫນ່ວຍງານຕ້ານການຟອກເງິນສາກົນ ແລະເພື່ອເຮັດໃຫ້ຣະບົບການເງິນ ຂອງ ສປປລາວ ມີຄວາມ ເປັນຣະບຽບຮຽບຮ້ອຍ ມີຄວາມແຂງແກ່ນຫມັ້ນຄົງ ເພື່ອເຊື່ອມເຂົ້າກັບພາກພື້ນ ແລະອົງການສາກົນ ໃນການຕ້ານການ ຟອກເງິນ ແລະສນອງທຶນ ໃຫ່ແກ່ກຸ່ມ ກໍ່ການຮ້າຍ.

ໃນກອງປະຊຸມໄດ້ຮັບເອົາ 40 ຂໍ້ ແນະນຳຂອງອົງການຕ້ານການຟອກເງິນສາກົນ ແລະ 4 ຂໍ້ແນະນຳ ຂອງພາກພື້ນ ໃນນັ້ນຮ່ວມດ້ວຍ ການຈັດຕັ້ງປະຕິບັດຢ່າງຈິງຈັງ ໃນການປາບປາມກຸ່ມຟອກເງິນໃນລາວ ມາດຳເນີນຄະດີແລະລົງໂທດຕາມກົດໝາຍ ຕ້ານການຟອກເງິນ ຂອງທາງການລາວ ຢ່າງເດັດຂາດແລະຈິງຈັງ.

ສປປລາວໄດ້ລົງນາມໃນສົນທິສັນຍາ ຕ້ານການຟອກເງິນ ເມື່ອເດືອນກໍຣະກະດາຜ່ານມາ ທະນາຄານແຫ່ງຊາວລາວ ຮ່ວມດ້ວຍກະຊວງ ຮັກສາຄວາມສງົບພາຍໃນ ແລະສານປະຊາຊົນສູງສຸດ ສປປລາວ ໄດ້ລົງນາມໃນບັດບັນທຶກຄວາມເຂົ້າໃຈ ໃນການຕ້ານການຟອກເງິນ ໃນລາວ ຢ່າງເປັນທາງການ ໃນເດືອນກໍຣະກະດາ ຜ່ານມາ. ດັ່ງປະທານທະນາຄານ ແຫ່ງຊາດລາວ ທ່ານ ສົມເພົ້າ ໄພສິດ ກ່າວໃນ ຕອນນື່ງວ່າ:

“ດຳຣັດໃນການຕ້ານການຟອກເງິນ ຍັງມີຂໍ້ຈຳກັດແລະບໍ່ສອດຄ່ອງ ກັບມາຕຖານສາກົນ.”

ການຕ້ານການຟອກເງິນແລະສນອງທຶນ ໃຫ້ແກ່ກຸ່ມກໍ່ການຮ້າຍ ເປັນບັນຫາສຳຄັນໃນໂລກແລະໃນຂົງເຂດ ທຸກປະເທດຕ້ອງໄດ້ປະຕິບັດ ການຕ້ານການຟອກເງິນ ຢ່າງຈິງຈັງ ບົນພື້ນຖານ ກົດຫມາຍສາກົນ ວ່າດ້ວຍການຕ້ານການຟອກເງິນ.

ບັນຫາການຟອກເງິນເປັນບັນຫາ ສລັບສັບຊ້ອນ ທາງການລາວ ຕ້ອງການຂໍ້ມູນ ຈາກປະຊາຊົນ ແລະຫນ່ວຍງານຕ່າງໆ ໃນການຕ້ານ ບັນຫານີ້ ຮ່ວມດ້ວຍອົງການຕ່າງຊາດ ທີ່ມາລົງທຶນໃນລາວ.

ສານປະຊາຊົນສູງສຸດໃນລາວ ເປັນຜູ້ດຳເນີນຄະດີ ດັ່ງກ່າວ ເພື່ອບໍ່ໃຫ້ບັນຫານີ້ ເກີດຂຶ້ນໃນລາວ.

ສປປລາວໄດ້ຫຼຸດພົ້ນ ຈາກບັນຊີສີເທົາ ຂອງອົງການຕ້ານການຟອກເງິນສາກົນ ແຕ່ຍັງມີຄວາມສ່ຽງຕໍ່ການຟອກເງິນຢູ່ຫຼັງຈາກໄດ້ຫຼຸດ ອອກຈາກບັນຊີ ດັ່ງກ່າວວ່າງເດືອນຜ່ານມາ.

ໃນຄຳປາສັຍຕໍ່ກອງປະຊູມ ພົລໂທ ກົງທອງ ພົງວິຈິດ ຮອງປະທານຕ້ານການຟອກເງິນ ແຫ່ງຊາດລາວກ່າວວ່າ ສປປລາວ ສຳເຣັດຜົລ ໃນການບັງຄັບໃຊ້ ຂໍ້ຜູກມັດສາກົນວ່າດ້ວຍການຟອກເງິນ ດ້ວຍການສນັບສນູນ ຈາກອົງການສາກົນ ເປັນຕົ້ນ ທະນາຄານໂລກ.

ຣັຖບານລາວຍັງບໍ່ປະເຊີນກັບບັນຫາການຟອກເງິນແລະສນອງເງິນທຶນໃຫ້ແກ່ ກຸ່ມກໍ່ການຮ້າຍ ໃນຣະຍະທີ່ຜ່ານມາ ແຕ່ຕ້ອງໄດ້ ປະຕິບັດ ຕາມກົດຣະບຽບ ຕ້ານການຟອກເງິນສາກົນ ຢ່າງເຄັ່ງຄັດໃນການດຳເນີນງານ ຂອງທະນາຄານຕ່າງໆ ໃນລາວ ເພື່ອບໍ່ໃຫ້ບັນຫານີ້ເກີດຂຶ້ນ.

ການເຕີບໂຕຂອງເສຖກິດໂລກ ມີຄວາມຄືບຫນ້າໃນຫລາຍປະເທດໃນໂລກ ແລະໃນຂົງເຂດ ແຕ່ການຟອກເງິນ ຈະສ້າງບັນຫາ ໃຫ້ການ ເຕີບໂຕ ດັ່ງກ່າວໄດ້ ຖ້າບໍ່ມີການປາບປາມ ແລະແກ້ໄຂ.

ສປປລາວ ຈະຖືກທົບທວນບັນຫາການຟອກເງິນ ຈາກອົງການຕ້ານການຟອກເງິນສາກົນ ເປັນເທື່ອທີສອງ ຣະຫວ່າງ ປີ 2020-2021.

ໃນກອງປະຊຸມ ວັນທີ 19 ມິຖຸນາ 2014 ສະມາຊິກສະພາແຫ່ງຊາດ ສປປລາວ ໄດ້ພິຈາຣະນາ ຮ່າງກົດໝາຍໃໝ່ ວ່າດ້ວຍການສະກັດກັ້ນ ແລະຕ້ານການຟອກເງິນ ການສນອງເງິນໃຫ້ແກ່ ການກໍ່ການຮ້າຍ ກ່ອນທີ່ ສປປລາວ ຈະກ້າວເຂົ້າສູ່ ປະຊາຄົມ ສາກົນ.

ຮ່າງກົດໝາຍນັ້ນມີ 72 ມາດຕຣາ ເປັນ 1 ໃນຈໍານວນຮ່າງກົດໝາຍໃໝ່ 2 ສະບັບອັນມີທັງຮ່າງກົດໝາຍວ່າດ້ວຍ ການກວດສອບເອກຣາດ ຊຶ່ງຣັຖບາລໄດ້ສເນີຕໍ່ ກອງປະຊຸມ ສມັຍສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 7. ດັ່ງສະມາຊິກ ສະພາແຫ່ງຊາດ ທ່ານນຶ່ງ ເວົ້າວ່າ:

“ກົດຫມາຍສະບັບນີ້ ມີຄວາມຈຳເປັນຕ້ອງໄດ້ສ້າງ ແລະ ຮອງຮັບນຳໃຊ້ ຢູ່ ສປປລາວ ໃນເງື່ອນໄຂໃຫມ່.”

ທ່ານ ສອນໄຊ ສິດພະໄຊ ຮອງຫົວໜ້າ ທະນາຄານແຫ່ງຊາດ ຊຶ່ງເປັນຜູ້ສເນີຮ່າງກົດໝາຍ ກ່າວວ່າມັນເປັນສິ່ງສໍາຄັນ ສໍາລັບ ປະເທສລາວ ທີ່ຈະມີກົດໝາຍ ຕ້ານການຟອກເງິນ ແລະການຕອບສນອງ ຄວາມມຸ້ງໝາຍ ຂອງປະຊາຄົມສາກົນ.

ທ່ານກ່າວຢູ່ໃນຣະຫວ່າງກອງປະຊຸມວ່າ:

“ໃນດໍາຣັດ ຂອງນາຍົກຣັຖມົນຕຣີ ກ່ຽວກັບການຕ້ານການຟອກເງິນ ແລະຕ້ານການ ສນັບສນູນເງິນທຶນ ຂອງການກໍ່ການຮ້າຍ ທີ່ມີພຽງ 35 ມາດຕຣາ ນັ້ນມັນມີຂໍ້ຈໍາກັດ ຫລາຍຢ່າງ."

ທ່ານວ່າເມື່ອຮ່າງກົດໝາຍ ສະບັບນີ້ຖືກຮັບຜ່ານ ຈາກສະພາແຫ່ງຊາດ ແລະປະກາດໃຊ້ແລ້ວ ມັນຈະສະທ້ອນໃຫ້ເຫັນ ເຖິງຄວາມຕັ້ງໃຈ ຂອງຣັຖບາລ ແລະ ຈະຊຸກຍູ້ຄວາມພຍາຍາມ ທີ່ຈະເຮັດວຽກ ຮ່ວມກັບຂົງເຂດ ແລະໃນໂລກ ເພື່ອເອື້ອອໍານວຍ ໃຫ້ແກ່ການພັທນາ ເສຖກິດສັງຄົມຢູ່ລາວ.

ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການເວົ້າວ່າ ບັນຫາການຟອກເງິນໃນລາວ ເປັນບັນຫາສລັບຊັບຊ້ອນ ສາກົນສົງສັຍ ວ່າມີການຟອກເງິນ ເກີດຂຶ້ນໃນລາວ ແຕ່ບໍ່ສາມາດ ພິສູດໄດ້ ສ່ວນໃຫຍ່ ຈະເປັນແຫລ່ງເງິນມາຈາກ ກຸ່ມຄ້າຢາເສບຕິດ ແລະກຸ່ມຄ້າ ຂອງເຖື່ອນປະເພດ ຕ່າງໆໃນລາວ ແລະໃນຂົງເຂດ ແຕ່ຫນ່ວຍງານທີ່ກ່ຽວຂ້ອງ ຍັງບໍ່ສາມາດພິສູດໄດ້ ວ່າມີການຟອກເງິນທີ່ແທ້ຈິງ ຫລືບໍ່ໃນລາວ ຊຶ່ງໃນ ປັດຈຸບັນ ອົງການຕ້ານການຟອກເງິນສາກົນ ຍັງຈັບຕາເບິ່ງລາວ ຢູ່ນອກຈາກລາວແລ້ວ ກໍຍັງມີ ບາງປະເທດ ໃນຂົງເຂດນຳອີກ.

ບາງໂຄງການຂອງນັກລົງທຶນໃນລາວ ມີການຟອກເງິນຢູ່ເບື້ອງຫລັງ ດັ່ງການປູກ ຢາງພາລາ ແລະການຂຸດຄົ້ນແຮ່ທາດ ແລະການສ້າງ ໂຄງຮ່າງພື້ນຖານ ປະເພດຕ່າງໆ ເປັນຕົ້ນສນາມບິນ ສນາມກິລາ ຫລືທຸຣະກິດ ທີ່ຖືກຕ້ອງຕາມກົດຫມາຍ ບາງທຸຣະກິດ ໃນລາວ ດ້ວຍການສົມຮູ້ຮ່ວມຄິດ ກັບເຈົ້າຫນ້າທີ່ລາວ ບາງຄົນ ແຕ່ບໍ່ສາມາດພິສູດໄດ້.



__________________
Anonymous

Date:
Permalink   
 

ຄວນສິ້ງຊອມ ລົງໂທດແຕ່ 40 ປີ ກ່ອນພຸ້ນນະ ຜູ່ຮັ່ງກໍ່ກິນຈົນຕາຍຫລາຍຄົນແລ້ວ

ຈຶ່ງປະເຕີປະຕາຫາມາສິ້ງຊອມ, ກໍ່ດີກ່ວາບໍ່ສິ້ງເນ໊າະ ໂຊກດີ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard