ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳສັ່ງເລຂທີ 15 ຖືກຝ່າຝືນ
Anonymous

Date:
ຄຳສັ່ງເລຂທີ 15 ຖືກຝ່າຝືນ
Permalink   
 


ຄຳສັ່ງເລຂທີ 15 ຖືກຝ່າຝືນ

image

 

ຄນະກວດກາ ສູນກາງພັກປະຊາຊົນ ປະຕິວັດລາວ ກວດພົບ ຜູ້ຣະເມີດ ຄຳສັ່ງເລກທີ 15 ຂອງນາຍົກຣັຖມົນຕຣີ ທີ່ເຂັ້ມງວດໃນການ ຄວບຄຸມແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ແລະທຸຣະກິດໄມ້ ເກືອບເຖິງ 600 ຄົນໃນທົ່ວປະເທດ. ໃນນັ້ນມີ ພະນັກງານຣັຖ 50 ຄົນ ມີສ່ວນກ່ຽວຂ້ອງນໍາ; ດັ່ງເຈົ້າໜ້າທີ່ ຄນະກວດກາສູນກາງພັກ ກ່າວຕໍ່ RFA ໃນມື້ວັນທີ 10 ພຶສພາ ນີ້ວ່າ:

"ມີການກວດກາ ຂອງຄນະກວດກາຂອງແຂວງ ມີການພົບເຫັນ ການຊຸກເຊື່ອງໄມ້ຫັ້ນນ່າ ໄປບໍ່ຮອດບໍ່ເຖິງ ໄປບໍ່ຮອດບໍ່ເຖິງແລ້ວ ກໍ່ໄປ ກວດກາ ໄປເຫັນຫັ້ນນ່າ ຄນະກວດກາ ຂອງໄທເຮົາ ກໍ່ບັນທຶກໄວ້ແລ້ວ.”

ທ່ານກ່າວຕື່ມວ່າໃນການກວດກາ ການປະມູນໄມ້ 50 ພັນປາຍແມັດກ້ອນ ແຕ່ປີ 2015 ຫາ 2016 ມູນຄ່າທັງໝົດ 116 ຕື້ປາຍກີບ ໄດ້ ພົບເຫັນຜູ້ກະທໍາຜິດ}າຍເຖິງ 595 ຄົນ. ໃນນັ້ນມີຜູ້ປະກອບການ ໂຮງງານປຸງແຕ່ງໄມ້ ແລະຮ້ານຂາຍເຟີນີເຈີ້ 182 ຄົນ, ປະຊາຊົນທົ່ວໄປ 363 ຄົນ ແລະພະນັກງານຣັຖ 50 ຄົນ. ການລົງໂທດຜູ້ກະທໍາຜິດທີ່ວ່ານັ້ນໄດ້ມອບໃຫ້ຄນະກວດກາ ພັກ-ຣັຖແຂວງນັ້ນໆ ເປັນຜູ້ດຳເນີນ ການ.

ໃນການກວດກາພະນັກງານ ພັກ-ຣັຖ ໃນແຕ່ລະແຂວງ ພົບເຫັນການອະນຸຍາດ ໃຫ້ໂຄຕາໄມ້ ໃນສົກປີ 2015-2016 ທັງໝົດ 166 ພັນ ແມັດກ້ອນ, ຄືນໄມ້ໃຫ້ຣັຖ ທັງໝົດ 94 ພັນແມັດກ້ອນ. ສ່ວນທີ່ເຫລືອ 72 ພັນແມັດກ້ອນ ຖືກຂາຍໃຫ້ໂຮງງານປຸງແຕ່ງ ໄມ້ໃນ ລາວ ແລະຂາຍໄປຕ່າງປະເທດ.

ການກະທຳຜິດ ຂອງຜູ້ຕ້ອງຫາ ທີ່ເປັນພະນັກງານຣັຖ ແມ່ນການໃຊ້ອຳນາດ ໄປໃນທາງທີ່ຜິດ ທີ່ເອື້ອອຳນວຍຜົນປະໂຫຍດ ໃຫ້ຄອບຄົວ ຂອງຕົນ ແລະກຸ່ມນາຍທຶນຄ້າໄມ້. ນັບແຕ່ ປີ 2015 ເປັນຕົ້ນມາ ຣັຖເສັຍຫາຍຫລາຍເຖິງ 1 ພັນປາຍຕື້ກີບ.

ໃນປີ 2017 ກົມການເມືອງສູນກາງພັກ ກໍໄດ້ອອກຄຳສັ່ງຍ້າຍ ທ່ານ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື ໄປຮັບໜ້າທີ່ໃໝ່ ຢູ່ສະພາ ວິທຍາສາດສັງຄົມແຫ່ງຊາດ ໃນວັນທີ 21 ພຶສຈິກາ 2018 ຊຶ່ງມີການສົງສັຍກັນວ່າ ເປັນຍ້ອນ ມີການພົວພັນກັບ ທຸຣະກິດ ຄ້າໄມ້ສົ່ງອອກ ໄປຕ່າງປະເທດ ແລະບັນຫາທີ່ດິນນຳດ້ວຍ.



__________________
Anonymous

Date:
Permalink   
 

ນັກຮຽນຖືກຍິງ ທີ່ບ້ານພູແຊວ ເມືອງພູກູດ ແຂວງຊຽງຂວາງ

Screen%2BShot%2B2018-05-11%2Bat%2B23.03.Screen%2BShot%2B2018-05-11%2Bat%2B23.03.

 

ມີລາຍງານຈາກຊາວບ້ານວ່າ ເກີດເຫດສະເທືອນຂັວນ ແລະ ຫົດຫູ່ ນັກຮຽນຖືກຍິງ ທີ່ບ້ານພູແຊວ  ແຂວງຊຽງຂວາງ  ເຊິ່ງເຫດດັ່ງກ່າວແມ່ນເກີດຂື້ນໃນວັນທີ 10 ພຶດສະພາ 2018 ຜ່ານມານີ້  ໂດຍຈະເກີດເຫດແມ່ນເຂດພື້ນທີ່ບ້ານພູແຊວ ເມືອງພູກູດ ແຂວງຊຽງຂວາງ ເຊິ່ງຄົນຮ້ານໄດ້ເຂົ້າມາຍິງນັກຮຽນທີ່ກຳລັງມາເຂົ້າໂຮງຮຽນ ເປັນເດັກຜູ້ຍິງອາຍຸ 13 ປີ ເຂົ້າ ຮ/ຮ ມໍ1 . ຂໍ້ມູນເບື້ອງຕົ້ນແມ່ນຈົ້າໜ້າທີ່ກຳລັງຊອກຫາຜູ້ຮ້າຍ ແລະ ສາເຫດການກໍ່ເຫດແບບອົງອາດແບບໄຮ້ຄວາມປານີ ແລະ ບໍ່ຮູ້ສຶກສົງສານນ້ອງນັກຮຽນທີ່ຍັງໄຮ້ດຽວສາ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard