ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຍິງເຊື້ອສາຍລາວ ລົງແຂ່ງຂັນ ເປັນສະມາຊິກສະພາ ລັດໂອຮາຍໂອ
Anonymous

Date:
ແມ່ຍິງເຊື້ອສາຍລາວ ລົງແຂ່ງຂັນ ເປັນສະມາຊິກສະພາ ລັດໂອຮາຍໂອ
Permalink   
 


Maharath-Tina4-660x330.jpg

ຄວາມໄຝ່ຝັນຂອງ ນາງທີນາ ມະຫາຣາດ ສັງກັດ​ພັກເດ​ໂມ​ແຄຣັດ ຜູ້​ສະໝັກແຂ່ງຂັນ​ເປັນ​ສະມາຊິກ​ສະພາເຂດ​ສາມ ປະຈຳ​ລັດ​ໂອຮາ​ຍ​ໂອ ໄດ້ຫຍັບໃກ້ເຂົ້າມາເທື່ອລະກ້າວ ຊຶ່ງອາດຈະກາຍເປັນຄວາມ​ຈິງກໍໄດ້. ໃນໄລຍະນຶ່ງປີ​ຜ່ານມາ ນາງທີນາ ໄດ້ທຳການໂຄສະນາຫາສຽງຢ່າງ​ບໍ່ລົດລະ ແລະໄດ້ຊອກຫາທຶນຮອນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຈາກຜູ້ສະໜັບສະໜູນເພື່ອມາ​ໃຊ້ຈ່າຍ​ ໃນ​ການ​ໂຄສະນາຫາ​ສຽງ ​ຕໍ່ສູ້​ກັບຄູ່​ແຂ່ງ ຄື​ ນາງ​ແອນ ​ກອນ​ຊາເລ​ສ ສັງກັດພັກຣີພັບບລິກັນ.ປັດຈຸບັນນີ້ ນາງທີນາມີເງິນໂຄສະນາຫາສຽງຢູ່ປະມານ 300,000ໂດລາ ຊຶ່ງໜ້ອຍກວ່າຄູ່​ແຂ່ງ ທີ່ມີຢູ່ເຖິງນຶ່ງລ້ານໂດລາ. ​ແຕ່​ນັ້ນ​ບໍ່ໄດ້ແມ່ນອຸບປະສັກ​ທີ່ສ້າ​ງຄວາ​ມທໍ້ຖອຍ​ໃຫ້​ແກ່ຍານາງ​ທີນາ.

ນາງ​ທີ​ນາ ມະຫາຣາດ ອາຍຸ 27 ປີ ສຳ​ເລັດ​ການສຶກສາ​ປະລິນຍາ​ຕີ ຝ່າຍລັດຖະສາດ. ຈາກມະຫາວິທະຍາໄລໂອຮາຍໂອ ນາງແມ່ນອາເມລິກາ ເຊື້ອສາຍລາວ ເກີດຢູ່ໃນລັດໂອຮາຍໂອ ສະຫະລັດອາເມຣິກາແມ່ນ​ຊາວ​ເອ​ເຊຍ​ທີ່ຖື​ວ່າ​ເປັນ​ຊົນ​ກຸ່ມ​ນ້ອຍລຸກຢືນ​ຂຶ້ນຕໍ່ສູ້ເພື່ອເປັນປາກ​ເປັນສຽງ ​ໃຫ້​ແກ່ບັນດາຊົນກຸ່ມນ້ອຍຜູ້​ທີ່ບໍ່​ມີ​ປາກ​ສຽງ​ດົ​ງດັງ​ແລະເພື່ອສັງຄົມ​ສ່ວນ​ໃຫຍ່ຊຶ່ງ ​ນາງທີ​ນາໄດ້​ກ່າວ​ເຖິງເປົ້າໝາຍທີ່​ຈະ​ຮັບໃຊ້ຢູ່​ໃນເຂດຂອງ​ຜູ້ກ່ຽວ​ດັ່ງນີ້:

ເວທີຫລິ້ນ​ການ​ເມືອງ​ຢູ່​ໃນ​ສະຫະລັດ ເພື່ອຮັບໃຊ້ຢູ່ໃນຕຳແໜ່ງອັນສຳຄັນ​ບໍ່ວ່າຈະຢູ່ໃນລະດັບລັດຖະບານທ້ອງຖິ່ນ ລະດັບລັດ ແລະລະດັບລັດະບານກາງ​ ກໍຕາມ ກໍແມ່ນຈະເປັນເລື້ອງສະລັບຊັບຊ້ອນທີ່​ສຸດ ຜູ້​ສະໝັກຕ້ອງ​ຕຽມ​ໂຕ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ
ຕ່າງໆ ​ໂດຍ​ສະ​ເພາະ​ທາງ​ດ້ານ​ສ່ວນ​ໂຕ ທີ່ບັນດາ​ນັກ​ຂ່າວ ​ແລະ​ຄູ່​ແຂ່ງຂັນ​ ຈະຊອກ​ຄົ້ນ​ນຳ​ເອົາ​ຂໍ້​ມູນທີ່​ເປັນ​ຈຸດ​ອ່ອນອອກ​ມາ​ປະຈານ ​ເພື່ອ​ໃຫ້​ຜູ້​ປ່ອນ​ບັດ​ໄດ້ຮູ້​ຄວາມບໍ່​ຂາວສະອາດເພື່ອເອົາຊະນະ.

ຕາ​ມປົກກະຕິ​ແລ້ວ ຜູ້​ສະໝັກ​ເຂົ້າ​ແຂ່ງຂັນ​ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພັກ​ການ​ເມືອງຂອງ​ຕົນທີ່​ສັງກັດ​ຢູ່​ນັ້ນ ​ແຕ່​ວ່າ ນາງທີ​ນາ ຜູ້​ສັງກັດ​ພັກ​ເດ​ໂມ​ແຄຣັດໄດ້​ຖືກ​ປະຕິ​ເສດ​ການ​ສະໜັບສະໜູນຈາກ​ພັກ​ ເຖິງ​ແມ່ນ​ວ່າ​ຈະໄດ້ຮັບ​ໄຊຊະນະໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນມາແລ້ວກໍຕາມ ຊຶ່ງ ນາງ​ທີ​ນາ ​ໄດ້ກ່າວ​ເຖິງ​ເຫ​ດຜົນ​ວ່າ:


download-3.jpg

ຄຳຂວັນຄຳນຶ່ງ ເປັນພາສາອັງກິດໄດ້ກ່າວໄວ້ວ່າ “Be All You Can Be” ຊຶ່ງໝາຍຄວາວ່າ “ເຈົ້າຢາກເປັນຫຍັງ ເຈົ້າກໍຈະເປັນໄດ້ໝົດ” ຊຶ່ງ ນາງ​ທີ​ນາ ​ມະຫາລາດ ​ໄດ້​ສະ​ແດງ​ໃຫ້​ເປັນໂຕຢ່າງ ​ແລະ​ເປັນ​ແມ່ຍິງ​ອາ​ເມລິກາ ​ເຊື້ອສາຍ​ລາວ​ຄົນ​ນຶ່ງ ທີ່​ໄດ້​ປູ​ທາງວາງ​ບົດບາດ​ໄວ້​ ໃຫ້​ແກ່​ບັນດາ​ເຍົາວະ​ຊົນ​ລຸ້​ນຕໍ່​ໄປ​.

 



__________________
Anonymous

Date:
RE: ແມ່ຍິງເຊື້ອສາຍລາວ ລົງແຂ່ງຂັນ ເປັນສະມາຊິກສະພາ ລັດໂອຮາຍໂອ
Permalink   
 


“​ໂຊກ​ບໍ່​ດີ​ທີ່​ພັກ​ເດ​ໂມ​ແຄຣັດ ບໍ່​ໃຫ້ການ​ສະ​ນັບ​ສະ​ໜູນ​ແກ່​ຂ້າພະ​ເຈົ້າ ​ເພາະວ່າ ຂ້າພະ​ເຈົ້າ​ມີ​ເບື້ອງ​ຫຼັງ​ບໍ່​ຂາວ​ສະອາດ ​ແລະ​ເຂົາ​ເຈົ້າ​ເຫັນ​ວ່າ​ ມັນຈະເປັນການຍາກ​ທີ່​ຂ້າພະ​ເຈົ້າ​ຈະໄດ້​ຮັບໄຊຊະນະ. ປັດຈຸບັນ​ນີ້ ​ຂ້າພະ​ເຈົ້າ​ໄດ້​ຮັບ​ທືນຈາກ​ບັນດາ​ຜູ້​ບໍລິຈາກ ທີ່​ມາ​ຈາກ​ຄອບຄົວ ໝູ່​ເພື່ອນ ພ້ອມ​ດ້ວຍ​ປະຊາ​ຄົມ​ເອ​ເຊຍ. ນອກຈາກ​ນັ້ນແລ້ວ ຂ້າພະເຈົ້າ​ ຍັງ​ປະສົບ​ກັບ​ບັນຫາ​ທີ່ວ່າຜູ້​ສະໝັກ​ຢູ່​ພັກ​ດຽ​ວກັນ​ກີດກັ້ນ​ຂ້າພະເຈົ້າ ​ພະຍາຍາມເກັບກໍາເອົາ​ລາຍ​ເຊັນ​ ເພື່ອ​ເປັນ​ການ​ຢັ້ງຢຶນ​ ບໍ່​ໃຫ້​ຂ້າ​ພ​ະເຈົ້າ​ວິ້ງ ເຕັ້ນສະໝັກ ແຕ່​ເຂົາ​ເຈົ້າ​ບໍ່​ສຳ​ເລັດ. ຄູ່​ແຂ່ງ​ຜູ້​ທີ​ສອງ​ຢູ່ໃນ​ພັກ​ເດ​ໂມ​ແຄຣັດ ທີ່ຂ້າພະ​ເຈົ້າ​ໄດ້​ໄຊຊະນະ​ ດ້ວຍຄະແນນ 70 ຕໍ່ 30 ​ສຽງ ​ຊຶ່ງພາໃຫ້​ນາງໄດ້​ຕົກ​ອອກໄປ​ແລ້ວ. ​ເຫດຜົນ​ທີ່​ພັກ​ເດ​ໂມ​ແຄຣັດບໍ່​ໃຫ້ການ​ຊຸກຍູ້​ ຂ້າພະ​ເຈົ້າ​ກໍ​ເພາະວ່າ ​ໃນ​ສາຍຕາ​ທາງດ້ານ​ການ​ເມືອງ​ແລ້ວ ​ເຂົາ​ເຈົ້າ​ເຫັນ​ວ່າ​ຂ້າພະ​ເຈົ້າ​ບໍ່ເໝາະ​ສົມ ​ເພາະວ່າ ຂ້າພະ​ເຈົ້າ​ບໍ່​ແມ່ນ​ຄົນ​ອາ​ເມຣິກາ​ອີ່ຫຼີ ຂ້າພະ​ເຈົ້າ​ແມ່ນຄື​ດັ່ງ​ທີ່ໄດ້ເຫັນຫັ້ນແລ້ວ. ຂ້າພະ​ເຈົ້າ​ໄດ້
​ຜ່ານຊີວິດ​ຄວາມ​ເປັນ​ມາ ແລະ​ເຕີ​ບ​ໂຕຢູ່ໃນ​ຄອບຄົວອົບ​ພະຍົບ​ ຂ້າພະ​ເຈົ້າ​ໄດ້​ຜ່ານ​ກັບ​ບັນຫາ​ຄື​ດັ່ງ​ທີ່ຫຼາຍໆຄົນ​ມີ ​ແລະ​ຂ້າພະ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ຮູບ​ຮ່າງ​ທີ່​ດີ​ເລີດ​ສຳລັບ​ຜູ້​ສະໝັກ​ເປັນ​ນັກ​ການ​ເມືອງ ດັ່ງ​ທີ່​ເຂົາ​ເຈົ້າ​ເຫັນ. ​ເວລາ​ຂ້າພ​ະ​ເຈົ້າມີ​ອາຍຸ​ໄດ້ 16 ປີຂ້າພະ​ເຈົ້າໄດ້ເກີດ​ອຸປະຕິ​ເຫດ​ລົດຕຳ​ກັນທີ່​ໄດ້​ອອກ​ຂ່າວ​ໄປ​ທົ່ວ ຂ້າພະ​ເຈົ້າ​ຍັງ​ມີ​ບັນຫາ​ເວລາຮຽນ​ຢູ່ມະຫາວິທະຍາ​ໄລ ​ເພາະວ່າ​ຂ້າພະ​ເຈົ້າ​ໄດ້ເອົາ​ເຫລົ້າ​ໃຫ້​ພີ່​ນ້ອງ​ດື່ມ​ເວລາ​ນາງ​ຍັງ​ມີ​ອາຍຸ​ຕໍ່າ​ກວ່າ 21 ປີ ​ແລະ​ແນ່ນອນ ​ການ​ຢ່າ​ຮ້າງ​ຂອງ​ຂ້າພ​ະ​ເຈົ້າ ​ທີ່​ຕ້ອງເຮັດ​ໃຫ້​ຂ້າພະ​ເຈົ້າ​ຂໍລົ້ມລະລາຍຍົກເລີກໜີ້ສິນ.”

 

ນັ້ນ​ແມ່ນ​ຄວາມ​ກ້າຫານຂອງ​ນັກ​ການ​ເມືອງ​ສະຫະລັດ​ຄົນ​ນຶ່ງ ​ທີ່​ກ້າ​ເວົ້າ​ກ້າ​ວ່າ​ ຮັບ​ຮູ້ເຖິງຄວາ​ມຈິງຂອງ​ຊີວິດ ​ແລະມີ​ຄວາມ​ຮັບຜິດຊອບ ທີ່​ປະຊາຊົນຜູ້​ມີ​ສິດ​ປ່ອນ​ບັດ​ຈະ​ເປັນ​ຜູ້​ຕັດສິນ​ດ້ວຍຕົນ​ເອງ.  ນາງ​ທີນາ ກ່າວ​ວ່າ ຄົນ​ເຮົາ​ສາມາດ​ປ່ຽນ​ແປງ​ໄດ້ ​ແລະ​
ຮຽນ​ຮູ້​ຄວາມ​ຜິດພາດ​ໄວ້​ເປັນ​ບົດຮຽນ. ​ເຖິງ​ແມ່ນ​ວ່າ ນາງ​ທີນາ ໄດ້ມີ​ປະວັດອັນ​ບໍ່​ຂາວ​ສະອາດມາ ​ແຕ່​ນາງກໍສາມາດຍາດໄດ້​ ໄຊ​ຊະນະຈາກບັນດາຜູ້​ສະ​ໜັກແຂ່ງຂັນ​ຫ້າຄົນ ຢູ່ໃນ​ພັກ​ດຽວ​ກັນມາແລ້ວ.  ນາງ​ທີ​ນາ ​ໄດ້​ກ່າວເຖິງການ​ໄດ້ຮັບ​ການສະໜັບສະ​ໜູນ​ດັ່ງ​ນີ້:

“ປະຊາ​ຄົມ​ເອ​ເຊຍ ​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່​ຂ້າພະ​ເຈົ້າ 100 ​ເປີ​ເຊັນຕະຫຼອດການ​ດຳ​ເນີນ​ໂຄສະນາ​ຫາ​ສຽງ ບໍ່​ມີ​ພຽງ​ແຕ່​ຄົນ​ລາວ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຄົນ​ຈີນ ຄົນ​ຫວຽດນາມ ​ແລະ​ຊາວ​ອິນເດ​ຍ​ແດງ​ອາ​ເມຣິກັນ. ​ເຂົາ​ເຈົ້າ​ ເຂົ້າ​ໃຈ​ເຖິງ​ເບື້ອງ​ຫຼັງຂອງ​ຂ້າພະ​ເຈົ້າທີ່ໄດ້​ຮັບ​ໃຊ້​ສາທາລະນະຊົນມາ​ກ່ອນ ​ເພະ​ສະ​ນັ້ນ​ຂ້າພະເຈົ້າຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢູ່​ທົ່ວ​ສະຫະລັດ 100 ​ເປີ​ເຊັນ ບໍ່​ແມ່ນ​ແຕ່​ຢູ່​ໃນ​ລັດ​ໂອ​ຮາ​ຍ​ໂອ. ຂ້າພ​ະ​ເຈົ້າ​ມີ​ປະຊາ​ຄົມ​ເອ​ເຊຍ​ຢືນຢູ່​ຄ່ຽງຄູ່ ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ. ມັນ​ເປັນ​ປະສົບ​ການ​ທີ່​ໜ້າ​ສັງ​ເວດ​ທີ່​ເຫັນ​ພັກ​ຂອງ​ຕົນ​ເອງ​ບໍ່​ໃຫ້ການ​ສະໜັບສະໜູນ ທີ່ເຂົາ​ເຈົ້າເຫັນວ່າ ຂ້າພະ​ເຈົ້າເປັນ​ຄົນ​ບໍ່​ດີ​ຈາກ​ລາຍ​ງານ​ຂ່າວ. ແຕ່​ເປັນ​ປະສົບ​ການ​ທີ່​ດີ​ຈາກ​ຄອບຄົວ​ຄົນ​ລາວ​ທີ່​ໄດ້​ໃຫ້ການ​ສະໜັບ​ສະໜູນ​ແກ່​ຂ້າພ​ະເຈົ້າ ທີ່​ບອກ​ໃຫ້ຂ້າພະ​ເຈົ້າ​ຮູ້​ວ່າ ມັນບໍ່​ເປັນ​ຫຍັງ​ກ່ຽວ​ກັບ​ເລື້ອງ​ທີ່​ຜ່ານ​ມາ ​ເຮົາ​ປ່ອຍໃຫ້ມັນ​ຜ່ານໄປ​ ມັນ​ເປັນ​ເລື້ອງ​ທີ່​ຜ່ານ​ໄປ​ແລ້ວ ​ແຕ່​ນີ້​ເປັນ​ເລື້ອງ​ປັດ​ຈຸບັນ. ສິ່ງ​ທີ່​ຂ້າພະ​ເຈົ້າ​ບໍ່​ສາມາດ​ຄວບ​ຄຸມ​ໄດ້​ນັ້ນ​ກໍ​ຄື​ວ່າ ຂ້າພ​ະ​ເຈົ້າ​ຈະ​ເອົາ​ຊະນະ​ການ​ເລືອກ​ຕັ້ງ​ນີ້​ໄດ້​ຢ່າງ​ໃດ ​ແລະ​ຂ້າພະ​ເຈົ້າ​ຄວບ​ຄຸມ​ບໍ່​ໄດ້​ວ່າ ພັກ​ຂອງ​ຂ້າພະ​ເຈົ້າ​ຈະ​ເວົ້າ​ຫຍັງ​ກ່ຽວກັບ​ຂ້າພະ​ເຈົ້າ. ຖ້າຫາກຂ້າພ​ະ​ເຈົ້າ​ສາມາດ​ຜ່ານ​ເບື້ອງຫຼັງ​ໄປໄດ້​ ນີ້​ບໍ່​ແມ່ນ​ເລື່ອງ​ໃໝ່​ ຂ້າພະ​ເຈົ້າປ່ຽນແປງ​ບໍ່​ໄດ້​ໃນ​ສິ່ງ​ທີ່​ຜ່າ​ນມາ. ປັດ​ຈຸ​ບັນ​ນີ້ ​ຂ້າພະ​ເຈົ້າ​ຢາ​ກເປັນ​ຜູ້ຕາງໜ້າທ່ານ ຂ້າພ​ະ​ເຈົ້າ​ຢາກ​ໃຫ້ມີ​ການ​ປ່ຽນ​ແປງ​ໃນ​ເຂດ​ນີ້ ຂ້າພ​ເຈົ້າ​ຢາ​ກ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ຄົນ​ກຸ່ມ​ນ້ອຍ​ຄື​ດັ່ງ​ຂ້າພ​ະ​ເຈົ້າ​ນີ້​ ມີ​ສຽງ​ຢູ່​ໃນ​ສະພາ ​ແມ່ນ​ແຕ່​ພັກ​ຂອງຂ້າພະ​ເຈົ້າ ​ກໍ​ບໍ່ຢາ​ກ​ໃຫ້​ມີປາກມີສຽງ.”



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard