ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຖແລງການຮ່ວມ:ສະຫະພັນ ສາກົລ ເພື່ອ ສິດທິມະນຸດ
Anonymous

Date:
ຖແລງການຮ່ວມ:ສະຫະພັນ ສາກົລ ເພື່ອ ສິດທິມະນຸດ
Permalink   
 


ຖແລງການຮ່ວມ:ສະຫະພັນ ສາກົລ ເພື່ອ ສິດທິມະນຸດ

image

ສິດທິພົລເຮືອນ ແລະສິດທິທາງການເມືອງ ໃນລາວ ຢູ່ໃນສະພາບ ຖືກຣະເມີດຢ່າງໜັກໜ່ວງ ຢູ່ຕໍ່ໄປ, ຕາມຖແລງການຮ່ວມ ຂອງ ສະຫະພັນ ສາກົລ ເພື່ອສິດທິມະນຸດ ຫລື FIDH ແລະ ຂະບວນການລາວ ເພື່ອ ສິດທິະມະນຸດ ຫລື LMHR ໃນມື້ວັນທີ 11 ມິຖຸນາ ກ່ອນໜ້າຄນະກັມການ ສິດທິມະນຸດ ສະຫະປະຊາຊາດ ຈະທົບທວນເປັນຄັ້ງທໍາອິດ ໃນມື້ວັນທີ 11 ແລະ 12 ກໍຣະກະດາ 2018 ນີ້ ທີ່ນະຄອນ Geneva ປະເທດ Switzerland.

ທ່ານ Andrea Giorgetta ຫົວໜ້າຜແນກເອເຊັຽ ຂອງ FIDH ກ່າວຕໍ່ RFA ຕອນນຶ່ງວ່າ:

"ທ່ານກ່າວວ່າ ຣັຖບານລາວ ໄດ້ຣະເມີດທຸກມາຕຣາ ຢ່າງໜັກໜ່ວງ ຣະເມີດສິດທິມະນຸດ ທຸກຢ່າງທີ່ຣະບຸໄວ້ໃນ ສົນທິສັນຍາ ສາກົລ ວ່າດ້ວຍສິດທິພົລເຮືອນ ສິດທິທາງການເມືອງ ຮວມເຖິງສິດເສຣີພາບ ໃນການສະແດງຄວາມຄິດເຫັນ ການໂຮມຊຸມນຸມ ຢ່າງສັນຕິ ແລະອື່ນໆ ທັງສິດເສຣີພາບ ທາງສາສນາ ນໍາດ້ວຍ."

ຄນະກັມການ ສິດທິມະນຸດສະຫະປະຊາຊາດ ຕິດຕາມການປະຕິບັດ ພັນທະທາງກົດໝາຍ ຕາມສົນທິສັນຍາສາກົລ ວ່າດ້ວຍ ສິທິພົລເຮືອນ ແລະສິດທິ ທາງການເມືອງ ຂອງບັນດາ ປະເທດພາຄີ ຊຶ່ງສປປລາວ ກໍເຂົ້າເປັນພາຄີ ເມື່ອປີ 2009 ນັ້ນ.

ທາງດ້ານ ຍານາງ ວານີດາ ເທບສຸວັນ ປະທານຂະບວນການລາວ ເພື່ອສິດທິມະນຸດ ທີ່ປະເທດຝຣັ່ງເສດ ກໍໄດ້ກ່າວໃນຖແລງການຮ່ວມ ນັ້ນວ່າ ທີ່ນະຄອນ Geneva ຄນະຜູ້ແທນຣັຖບານລາວ ຈະຕ້ອງໄດ້ຕອບ ຫລາຍຄໍາຖາມນັບຕັ້ງແຕ່ ເຣື່ອງການບັງຄັບ ໃຫ້ ທ່ານ ສົມບັດ ສົມພອນ ຜູ້ນໍາອົງການ ພາກປະຊາສັງຄົມຂອງລາວ ຫາຍສາບສູນໄປ ແລະການຕັດສິນລົງໂທດ ທີ່ໜ້າຕົກໃຈ ຂອງຣັຖບານລາວ ຕໍ່ພວກຄົນທີ່ຕິຕຽນ ຣັຖບານ ຊຶ່ງເຖິງເວລາແລ້ວ ທີ່ຣັຖບານລາວ ຈະເຮັດໃຫ້ຕົນຂາວສະອາດ ແລະແກ້ໄຂ ບັນຫາ ການລ່ວງຣະເມີດ ສິດທິພົລເຮືອນ ແລະສິດທິ ທາງການເມືອງ ໃນລາວ.



__________________
Anonymous

Date:
RE: ຖແລງການຮ່ວມ:ສະຫະພັນ ສາກົລ ເພື່ອ ສິດທິມະນຸດ
Permalink   
 


ຄອມມຸຍນິດບໍ່ສົນດອກກັບກົດ ເຂົາເຮັດທຸກຢ່າງເພື່ອຄົງອຳນາດເທົ່ານັ້ນ !



__________________
Anonymous

Date:
Permalink   
 

ພວກ​ທ່ານບໍ່​ຕ້ອງ​ກັງ​ວົນດອກ ວ່າ​ຢ້ານ​ທາງ​ການ​ລາວບໍ່​ມີ​ຄຳ​ຕອບ

ຕ້ອງ​ມີ​ແນ່ນອນ ແລ້ວກໍ່​ລະ​ອຽດ ຊັດ​ເຈນ​ນຳ​ອີກ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard