ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະທານສະຖາບັນການເງິນ ຈຸລພາກ ຖືກຈັບແລ້ວ
Anonymous

Date:
ປະທານສະຖາບັນການເງິນ ຈຸລພາກ ຖືກຈັບແລ້ວ
Permalink   
 


ປະທານສະຖາບັນການເງິນ ຈຸລພາກ ຖືກຈັບແລ້ວ

image

 

ທ່ານ ສົມຈິດ ບູນເລື່ອມ ອະດີດປະທານສະຖາບັນການເງິນຈຸລພາກ ທີ່ຮັບຝາກເງິນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມກັບ ທີມງານຈຳນວນນຶ່ງ ໄດ້ຖືກເຈົ້າໜ້າທີ່ຕຳຣວດເສຖກິຈຈັບແລ້ວ ໃນຂໍ້ຫາສໍ້ໂກງເງິນປະຊາຊົນ ທີ່ເປັນລູກຄ້າຂອງ ສະຖາບັນການເງິນຈຸລພາກ ຈຳນວນຫຼາຍຕື້ກີບ.

ພາຍຫຼັງທີ່ມີປະຊາຊົນຜູ້ຝາກເງິນຈຳນວນນຶ່ງ ໄປແຈ້ງຄວາມຕໍ່ ທ່ານເຈົ້າເມືອງ ຂໍໃຫ້ພາກສ່ວນກ່ຽວຂ້ອງ ຈັບໂຕຜູ້ກ່ຽວ ເພາະຜູ້ຝາກເງິນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນຖອນເງິນບໍ່ໄດ້ ຕາມຄວາມຕ້ອງການ, ຕາມການຊີ້ແຈງຂອງເຈົ້າໜ້າທີ່ ເມືອງນາຊາຍທອງທ່ານນຶ່ງ ຕໍ່ວິທຍຸ ເອເຊັຍເສຣີ:

"ເພິ່ນວ່າຊັ້ນ ຈັບແລ້ວ ກັບຄນະເພິ່ນຫັ້ນ ດຳເນີນຄະດີແລ້ວ ວ່າຊັ້ນນະ ເພີິ່ນກະເຮັດໃບສເນີໄປພູ້ນແລ້ວ ໄປຫາເຈົ້າເມືອງພູ້ນແຫຼະ ພະນັກງານຜູ້ຮອງລາວ ກະບໍ່ເຫັນມາຫຼາຍອາທິດແລ້ວ ທາງທະນາຄານກາງເພິ່ນກຳລັງ ພິຈາຣະນາຄົ້ນຄວ້າສລຸບບັນຊີ."

ເຈົ້າໜ້າທີ່ກ່າວຕື່ມວ່າຫລ້າສຸດ ທ້າວ ສົມຈິດ ພ້ອມກັບຄນະທີມງານອີກບາງຄົນ ຊຶ່ງຍັງບໍ່ມີຈຳນວນລະອຽດ ກຳລັງຖືກເຈົ້າໜ້າທີ່ຕຳຣວດ ສອບສວນສືບສວນຢູ່ ແຕ່ບໍ່ຮູ້ຣາຍລະອຽດຄວາມຄືບໜ້າ. ພາຍຫຼັງທີ່ບັນດາລູກຄ້າ ໄດ້ຮູ້ຂ່າວການຈັບກຸມນັ້ນແລ້ວ ຫຼາຍຄົນກໍຫວັງວ່າຜູ້ກ່ຽວ ແລະ ພັກພວກຈະຖືກດຳເນີນຄະດີ ຕາມກົດໝາຍຢ່າງເດັດຂາດ ພ້ອມທັງນໍາເງິນທີ່ສໍ້ໂກງໄປນັ້ນຄືນໃຫ້ສະຖາບັນ ເພື່ອທີ່ຈະໃຫ້ປະຊາຊົນ ໄດ້ມາຖອນອອກໄປ.

ກ່ອນໜ້ານີ້ ທ່ານ ສົມຈິດ ໄດ້ກ່າວກັບວິທຍຸ ເອເຊັຍເສຣີ ວ່າຕົນບໍ່ໄດ້ສໍ້ໂກງ ປະຊາຊົນແຕ່ຢ່າງໃດ ສາເຫດທີ່ບໍ່ເງິນໃຫ້ລູກຄ້າຖອນໄປນັ້ນ ຍ້ອນມີລູກຄ້າຈຳນວນນຶ່ງມາ ກູ້ເງິນໄປເຮັດການຜລິດ ແລະ ທາງສະຖາບັນ ບໍ່ສາມາດເກັບເງິນກູ້ຢືມນັ້ນຄືນມາໄດ້ ຕາມແຜນການທີ່ວາງໄວ້ ເຮັດໃຫ້ບໍ່ມີເງິນໝູນວຽນ ແຕ່ກໍຮັບປະກັນວ່າຈະຫາເງິນໝູນວຽນ ມາໃຫ້ລູກຄ້າຖອນໄດ້.

"ໃນສະພາບປະຈຸບັນ ຜູ້ຢືມເງິນ ກູ້ເງິນຫຍັງໄປເຮັດການຜລິດນີ້ນະ ແລ້ວມັນກະມີສະພາບເກັບໜີ້ຫັ້ນບໍ່ໄດ້ຕາມແຜນເນາະ ເກັບໜີ້ເງິນກູ້ ຈາກລູກຄ້າ ຫັ້ນນະ ກະສິນຳເງິນນຳຄຳອອກມາແກ້ໄຂ ໃຫ້ແກ່ສະມາຊິກ ໃຫ້ແກ່ລູກຄ້າຫັ້ນແຫຼະ ເປັນແຕ່ລະມື້ ໂດຍພວກເຮົາສິແຈ້ງ ລາຍຊື່ອອກເນາະ."

ມີຣາຍງານຕື່ມວ່າ ປະຈຸບັນສະຖາບັນການເງິນແຫ່ງນີ້ ຍັງເປີດຕາມປົກກະຕິ ແຕ່ລະມື້ມີເງິນໃຫ້ລູກຄ້າມາຖອນອອກ ຄົນນຶ່ງປະມານ 50 ພັນ ຫາ 100 ພັນກີບ ເທົ່ານັ້ນ, ຊຶ່ງທາງທະນາຄານກາງ ຈະພຍາຍາມແກ້ໄຂບັນຫານີ້ ໃຫ້ສຳເຣັດໂດຍໄວ.

ສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ເປີດໃຫ້ບໍຣິການມາຕັ້ງແຕ້ປີ 2001 ໂດຍເປີດບໍຣິການ ໃຫ້ປະຊາຊົນມາ ຝາກ-ຖອນ ຮວມທັງ ບໍຣິການເງິນກູ້ ໂດຍມີລູກຄ້າສ່ວນໃຫຍ່ຢູ່ໃນ ນະຄອນຫຼວງວຽງຈັນ.



__________________
Anonymous

Date:
Permalink   
 

ເອົາແຕ່ຄົນຫນ້າຕາດຳໆ ຫນ້າແຫລ້ໆ ມາເຮັດວຽກ

ມັນບໍ່ຈະເລີນນຳຫມູ່ດອກ...

ມັນມູນເຊື້ອ ຂີ້ສໍ້ຕໍ່ແຫລ ທັງນັ້ນ

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard