ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຳພາດ ຄວາມຈິງຈາກ ຜູ້ລອດຊີວິດ
Anonymous

Date:
ສຳພາດ ຄວາມຈິງຈາກ ຜູ້ລອດຊີວິດ
Permalink   
 


ສຳພາດ ຄວາມຈິງຈາກ ຜູ້ລອດຊີວິດ

ເຫດການເກີດ ເວລາ 7ໂມງແລງ ວັນທີ່ 23-7-18
1. ການແຈ້ງເຕືອນຜິດພາດ ບໍ່ໄດ້ບອກວ່າເຂື່ອນຈະແຕກ!!ປະຊາຊົນຮູ້ແຄ່ວ່າ ນຳ້ຈະມາຫລາຍ ທາງພາກສ່ວນກ່ຽວຂ້ອງຕ້ອງບອກຕົງໆໃຫ້ຄົນຢ້ານ
2. ການໄດ້ຮັບການແຈ້ງເຕືອນຈາກແຕ່ລະພາກສ່ວນຊັກຊ້າເຊັ່ນ : ທາງ ເຂື່ອນແຈ້ງເຕືອນ 10 ໂມງເຊົ້າ ປະຊາຊົນຮູ້ຂ່າວຕອນ 6 ໂມງແລງ ຊ້າຫລາຍ ເພາະ ອີກ 1 ຊມ ນຳ້ກະພັດມາຮອດແລ້ວ
3. ການແຈ້ງເຕືອນຜ່ານຫລາຍຂັ້ນຕອນເກີນໄປ ເອກະສານ ອອກຈາກ ເຂື່ອນ ເວລາ 10 ໂມງເຊົ້າແລ້ວໄປ ຫາ ແຂວງ ກວ່າທີ່ຈະແຈ້ງໄປເມືອງ ແລະ ເມືອງໄປ ຫາບ້ານ ໃຊ້ເວລາດົນໂພດ
4. ທາງເຂື່ອນຮູ້ທັ້ງຮູ້ວ່າເຂື່ອນສິແຕກເພາະມີການຊຶມແລ້ວເປັນເວລາ7 ມື້ກ່ອນເຫດການແຕ່ ບໍ່ແຈ້ງ ເຕືອນບອກ

ພັກລັດ ຢ້ານນັກຂ່າວ ເປີດເຜິຍຄວາມຈິງ

 



__________________
Anonymous

Date:
Permalink   
 

ຂ.ຄໍາມ່ວນນໍ້າຖ້ວມ 10 ເມືອງ

image

 

ປະຊາຊົນ 297 ບ້ານ 13,589 ຄອບຄົວທັງໝົດ 10 ເມືອງ ຢູ່ແຂວງຄຳມ່ວນ ໄດ້ຮັບຜົລກະທົບ ຍ້ອນຖືກນໍ້າຖ້ວມໜັກ ຖະໜົນຫົນທາງ ຖືກຕັດຂາດ ປະຊາຊົນຕ້ອງໄປ-ມາ ໂດຍທາງເຮືອ. ສະເພາະເມືອງມະຫາໄຊ ກໍ່ຖືກນໍ້າຖ້ວມໝົດເມືອງ ປະຊາຊົນ ທັງໝົດ 50 ບ້ານ ໄດ້ຮັບຜົລກະທົບ. ດັ່ງເຈົ້າໜ້າທີ່ ຫ້ອງວ່າການປົກຄອງເມືອງ ເມືອງມະຫາໄຊ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ນີ້ວ່າ:

"ກໍຍັງຂຶ້ນຢູ່ ຂຶ້ນຢູ່ 16,81 ແມັດ ເລີຍແຫລະ ຖ້ວມລວດໝົດເລີຍ ທາງກໍ່ສັນຈອນບໍໄດ້ແຫລະ ນໍ້າຖ້ວມເລີຍ 50 ບ້ານ."

ເຈົ້າໜ້າທີ່ກ່າວຕື່ມວ່າ ຂນະນີ້ຣະດັບນໍ້າຖ້ວມ ຢູ່ແຂວງຄຳມ່ວນ ຍັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແລະໄຫລແຮງ ສ່ວນຣະດັບນໍ້າ ເຊບັ້ງໄຟໃນມື້ນີ້ ວັດແທກຣະດັບໄດ້ 16,81 ແມັດ ເກີນຣະດັບເຕືອນພັຍເກືອບ 2 ແມັດ ເຮັດໃຫ້ນໍ້າເຊບັ້ງໄຟ ໄຫລເຂົ້າຖ້ວມ ບ້ານເຮືອນປະຊາຊົນ ແລະ ທົ່ງນາເປັນວົງກ້ວາງ.

ການປະເມີນຜົລກະທົບເບື້ອງຕົ້ນ ຂອງຜແນກກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ພົບວ່າ ທົ່ງນາທີ່ກຳລັງປູກເຂົ້າ ໃນຂນະນີ້ຖືກນໍ້າຖ້ວມ ແລ້ວ 21,680 ເຮັກຕ້າ. ເຈົ້າໜ້າທີ່ຫ້ອງວ່າການປົກຄອງເມືອງ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ, ໃນມື້ດຽວກັນວ່າຂໍ້ມູນທີ່ ຣາຍງານໄປນັ້ນ ຍັງເປັນຂໍ້ມູນເບື້ອງຕົ້ນ ທີ່ໄດ້ຮັບຣາຍງານຈາກເມືອງຕ່າງໆ ສ່ວນຂໍ້ມູນຣະອຽດ ຍັງບໍ່ສາມາດເກັບກຳໄດ້ເທື່ອ ຍ້ອນວ່າ ນໍ້າຍັງຖ້ວມສູງຢູ່ ແລະຫລາຍບ້ານຖືກຕັດຂາດ. ດັ່ງທ່ານກ່າວຕື່ມວ່າ:

"ຂໍ້ມູນເບື້ອງຕົ້ນມັນຍັງບໍ່ໄດ້ຣາຍງານ ເປັນທາງການເນາະ ກຳລັງລົງຍັງມີທີມງນ ເພີ່ມລົງໄປ ເກັບຂໍ້ມູນຄືນເພາະວ່າ ມັນຖ້ວມຫລາຍ ແລະ ຍັງບໍ່ຮູ້ຜົລກະທົບ ທັງໝົດ ກໍ່ຖ້ວມຫລາຍ."

ປະຈຸບັນ ປະຊາຊົນຫລາຍສິບພັນຄົນໃນ 10 ເມືອງ ຂອງແຂວງຄຳມ່ວນ ຍັງຂາດເຂີນອາຫານ ນໍ້າດື່ມ ເຄື່ອງນຸ່ງຫົ່ມ ແລະຢາປົວພຍາດ ເພາະຫລາຍບ້ານ ເຈົ້າໜ້າທີ່ທາງການແຂວງ ກໍຍັງເຂົ້າໄປຊ່ວຍເຫລືອໄດ້ບໍ່ໝົດ ເພາະເຄື່ອງແຈກຢາຍມີບໍ່ພຽງພໍ.



__________________
Anonymous

Date:
Permalink   
 

30/07/2018 ບ້ານ ໂພນຫວ້າ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ກາຍເປັນເມືອງບາດານໄປແລ້ວ

38065466_2108962339324901_5393610623122638132185_2108962349324900_14717944065362



__________________
Anonymous

Date:
Permalink   
 

ลาวขอ‘งด’รับบริจาคเสื้อผ้า-สิ่งของ ยอดเงินหัวใจไทยฯทะลุ34ล้าน

354687.jpg

30 ก.ค.61 นายสมพาศ นิลพันธ์ รองปลัดสำนักนายกรัฐมนตรี เปิดเผยว่า กระทรวงการต่างประเทศ แจ้งว่า ได้รับการประสานจากสาธารณรัฐประชาธิปไตยประชาชนลาว(สปป.ลาว) ว่า ขณะนี้เสื้อผ้าและสิ่งของที่ได้รับบริจาคมีจำนวนเพียงพอต่อความต้องการแล้ว เพื่อให้การบริหารจัดการสิ่งของดังกล่าวเป็นไปด้วยความเรียบร้อย สปป.ลาว จึงของดรับบริจาคเสื้อผ้าและสิ่งของตั้งแต่บัดนี้เป็นต้นไป ส่วนการบริจาคอื่นๆยังคงรับความช่วยเหลือต่อไป

นายสมพาศ กล่าวเพิ่มเติมว่า ขณะนี้ยอดบริจาคในบัญชีธนาคารกรุงไทย สาขาทำเนียบรัฐบาลชื่อบัญชี “หัวใจไทยส่งไป สปป.ลาว” เลขที่บัญชี 067-0-12886-4  ณ วันที่ 30 กรกฎาคม 2561 มีจำนวน 34,472,208.59 บาท โดยผู้ที่ประสงค์จะบริจาคช่วยเหลือยังสามารถนำเงินเข้าบัญชีดังกล่าว หรือบริจาคได้ ณ เรือนพอเพียง สำนักงานปลัดสำนักนายกรัฐมนตรี ทำเนียบรัฐบาล ในวันและเวลาราชการ



__________________
Anonymous

Date:
Permalink   
 

ຄະນະກຳມະການໜ່ວຍງານສະເພາະກິດຊ່ອຍເຫຼືອກູ້ໄພພິບັດພັດວ່າຍັງຕ້ອງການຄວາມຊ່ອຍເຫຼືອ

ຫລາຍຢູ່ ເປັນຕົນແມ່ນອາຫານແຫ້ງ ຢາປົວພະຍາດ, ສຳລັບເຄື່ອງນຸ່ງຫົ່ມ ອາດຈະມີຫລາຍລົ້ນ

ແຕ່ເຂົ້າຂອງເຄື່ອງໃຊ້ທີ່ຈຳເປັນຍັງຕ້ອງການອີກຫລາຍ ແຕ່ລະສູນຊ່ອຍເຫຼືອຕ້ອງການຕ່າງກັນ.



__________________
Anonymous

Date:
Permalink   
 

13 ພັນຄອບຄົວລໍຖ້າການ ຊ່ອຍເຫຼືອ

image

 

ປະຊາຊົນກວ່າ 13 ພັນຄອບຄົວ ທົ່ວແຂວງຄຳມ່ວນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມມາແຕ່ວັນທີ 26 ກໍຣະກະດາ ປີ 2018 ເປັນຕົ້ນມາ ຕ້ອງການອາຫານ ແລະນ້ຳດື່ມ ເນື່ອງຈາກຫລາຍບ້ານຍັງຖືກຕັດຂາດ ຈາກໂລກພາຍນອນກຢູ່ ໂດຍສະເພາະ ບ້ານ ທີ່ຕັ້ງຢູ່ໃກ້ແຄມນ້ຳ. ດັ່ງເຈົ້າຫນ້າທີ່ຫ້ອງການປົກຄອງ ແຂວງຄຳມ່ວນ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີວ່າ:

"ເປັນນ້ຳດື່ມເຂົ້າສານ ແລະອາຫານແຫ້ງ ປ໊ອງປາ ຜິສັງນີ້ແຫລະ ທາງຫ້ອງການເຮົາຮັບຮູ້ເນາະດຽວນີ້ ຄຳມ່ວນເຮົາກໍກະທົບຫລາຍໃດ ນ້ຳດື່ມແລ້ວກໍເຂົ້າສານນີ້ແຫລະ."

ທ່ານກ່າວຕື່ມວ່າ ໃນເວລານີ້ ຫ້ອງການປົກຄອງແຂວງຄຳມ່ວນ ກໍໄດ້ເປີດສູນຮັບການບໍຣິຈາກແລ້ວ ເປັນຕົ້ນອາຫານການກິນ ນ້ຳດື່ມ ເຄື່ອງນຸ່ງຫົ່ມ ເພື່ອເອົາໄປໃຫ້ປະຊາຊົນ ຜູ້ທີ່ໄດ້ຜົລກະທົບ ໂດຍສະເພາະ ໃນເຂດບ້ານທີ່ຖືກຕັດຂາດ ບໍ່ມີໄຟຟ້າ ແລະຫຼາຍບ້ານກໍເຂົ້າ ໄປຫາຍາກ ຍ້ອນນ້ຳຖ້ວມສູງ ເກືອບ 10 ແມັດ.

ສາເຫດທີ່ເຮັດໃຫ້ນ້ຳຖ້ວມຫລັກ ແມ່ນນ້ຳເຊບັ້ງໄຟ ນ້ຳຫີນບູນ ນ້ຳນ້ອຍລົ້ນຝັ່ງເຮັດໃຫ້ແມ່ນ້ຳຂອງ ສູງຂຶ້ນ ໄຫລໄປຖ້ວມບ້ານເຮືອນ ປະຊາຊົນ ທົ່ງໄຮ່ທົ່ງນາ ຂອງພວກຂະເຈົ້າ ກໍຖ້ວມໄປແລ້ວປະມານ 28 ພັນເຮັກຕາ ສັດລ້ຽງຕາຍ ແລະເສັຽຫາຍຫມົດ.

ພື້ນທີ່ໃນແຂວງຄຳມ່ວນ ທີ່ຖືກນ້ຳຖ້ວມຫນັກໃນບັນດາ 10 ເມືອງ ນັ້ນກໍມີເມືອງຍົມມະລາດ ຫນອງບົກ ມະຫາໄຊ ແລະເຊບັ້ງໄຟ ຊຶ່ງໃນ ປັດຈຸບັນ ຫ້ອງການປົກຄອງເມືອງ ກຳລັງເລັ່ງລັດ ໃນການກູ້ພັຍ ແກ່ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຕ້ອງການ ຄວາມຊ່ອຍເຫລືອ ຈາກ ທຸກພາກສ່ວນ ບໍ່ວ່າຈາກພາຍໃນ ແລະນອກປະເທດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard