ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະພັນສາກົລເພື່ອ ສິດທິ ມະນຸດ ຖແລງການຮ່ວມ
Anonymous

Date:
ສະຫະພັນສາກົລເພື່ອ ສິດທິ ມະນຸດ ຖແລງການຮ່ວມ
Permalink   
 
image

ສປປລາວ ເປັນປະເທດທີ່ປາບປາມປະຊາຊົນ ຢ່າງຮ້າຍກາດ ໂດຍທີ່ຣັຖບານລົ້ມເເຫລວ ໃນການເຄົາຣົບ ສິດທິພົລເມືອງ ແລະສີດທິ ການເມືອງ. ຕາມຖແລງການຮ່ວມ ຣະຫວ່າງ ສະຫະພັນສາກົລ ເພື່ອສີດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ກຸງປາຣີ ປະເທດຝຣັ່ງເສດ ໃນມື້ວັນທີ 2 ສິງຫາ 2018 ກ່ຽວກັບ ສະຫະປະຊາຊາດ ປະນາມການຣະເມີດ ສິດທິພົລເມືອງ ແລະສິດທິການເມືອງ ພາຍຫລັງການທົບທວນ ຄັ້ງປວັດສາດ ເຖິງສະພາບສິດທິມະນຸດ ໃນສປປລາວ.

ໃນຖແລງການນັ້ນເວົ້າວ່າ ຍານາງ ເດບີ ສຕອຕຮາດ ເລຂາທິການເອກ ຂອງສະຫະພັນ ສາກົລ ເພື່ອ ສີດທິມະນຸດ ຫລື FIDH ກ່າວວ່າ ຜົລການກວດສອບ ຂອງອົງການ ສະຫະປະຊາຊາດ ຄວນຈະເປີດຫູເປີດຕາ ຣັຖບານປະເທດຕ່າງໆ ທີ່ສ່ວນໃຫຍ່ ຈະເມີນເສີຍ ຕໍ່ການ ຣະເມີດສິດທິມະນຸດ ໃນ ສປປ ລາວ ແຕ່ລະຄັ້ງທີ່ເກີດຂຶ້ນ.

ປະຊາຄົມສາກົນຈະບໍ່ມີຂໍ້ອ້າງອັນໃດອີກແລ້ວ ທີ່ຈະປະຕິເສດ ບໍ່ຍອມກົດດັນຣັຖບານ ສປປລາວ ໃຫ້ແກ້ໄຂບັນຫາສໍາຄັນ ໃນການເຄົາຣົບ ສິດທິມະນຸດ. ແລະ ທ່ານ Andrea Giorgetta ຜູ້ອໍານວຍການ FIDH ຜແນກເອເຊັຽ ກໍໄດ້ກ່າວຕໍ່ RFA ຕອນນຶ່ງວ່າ:

"We believe that the concluding observation of the UNHR committee…. ທ່ານກ່າວວ່າ ພວກທ່ານເຊື່ອວ່າການສັງລວມ ການກວດສອບ ຂອງຄນະກັມການ ສິດທິມະນຸດ ຂອງ ສະຫະປະຊາຊາດ ເປັນການຊີ້ແຈງຖືກຕ້ອງຫລາຍ ກ່ຽວກັບ ສະພາບການຣະເມີດ ສິດທິມະນຸດ ໃນສປປລາວ."

ໃນວັນທີ 26 ກໍຣະກະດາ 2018, ຄນະກັມການສິດທິມະນຸດ ສະຫະປະຊາຊາດ ດ້ານສິດທິພົລເມືອງ ແລະສິດທິການເມືອງ ໄດ້ໃຫ້ຂໍ້ ສັງເກດ ສລຸບຜົນເຖິງສະພາບສິດທິພົລເມືອງ ແລະສິດທິການເມືອງ ໃນສປປລາວ ແລະໄດ້ສະແດງຄວາມວິຕົກກັງວົນ ຕໍ່ກໍຣະນີ ການຣະເມີດ ສິດທິດັ່ງກ່າວ ໂດຍໄດ້ສເນີແນະ ໃຫ້ທາງການລາວ ທີ່ເປັນພາຄີສົນທິສັນຍາສາກົນ ວ່າດ້ວຍ ສິດທິພົລເມືອງ ແລະສິດທິ ທາງການເມືອງ ເມື່ອປີ 2009 ນັ້ນ.

ພ້ອມດຽວກັນນີ້ ທາງສະຫາພັນສາກົນ ເພື່ອສີດທິມະນຸດ ແລະຂະບວນການລາວ ເພື່ອສິດທິມະນູດ ກໍສະແດງຄວາມຊື່ນຊົມ ຕໍ່ຂໍ້ສເນີ ຂອງຄນະກັມການສິດທິມະນຸດ ສະຫະປະຊາຊາດ ແລະຮຽກຮ້ອງ ໃຫ້ທາງການລາວ ດໍາເນີນບາດກ້າວ ຢ່າງຈິງຈັງ ສູ່ການປະຕິບັດ ໃນພາກຕົວຈິງ ເພື່ອນັບຖືສົນທິສັນຍາສາກົນ ນັ້ນໂດຍບໍ່ລໍຊ້າ.

ແຕ່ເຖິງຢ່າງໃດກໍຕາມ ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຣີປະຈໍາ ສໍານັກງານນາຍົກ ຣັຖມົນຕຣີ ຜູ້ເປັນຫົວໜ້າຄນະ ຜູ້ແທນສປປລາວ ເຂົ້າຮ່ວມກອງປະຊຸມ ເມື່ອວັນທີ 11 ກໍຣະກະດາ ທີ່ ນະຄອນ Geneva ໄດ້ກ່າວຕໍ່ກອງປະຊຸມນັ້ນວ່າ ທ່ານ ຄິດວ່າ ທຸກໆປະເທດ ແລະ ຜູ້ນໍາທຸກຄົນ ຕ້ອງການໃຫ້ປະຊາຊົນ ໃນປະເທດຂອງຕົນມີ ສິດທິມະນຸດ. ບໍ່ມີຜູ້ນໍາຄົນໃດ ຢາກໃຫ້ປະຊາຊົນ ຂອງຕົນໄດ້ຮັບຄວາມທຸກ ທໍຣະມານ ຈາກການຣະເມີດສິດທິມະນຸດ. ບໍ່ມີທາງທີ່ຜູ້ນໍາ ປະເທດຄົນໃດ ຢູ່ປະເທດໃດ ຈະເຮັດໃຫ້ ປະຊາຊົນໄດ້ຮັບຄວາມທຸກທໍຣະມານ ຈາກ ນະໂຍບາຍຂອງຕົນເອງ.

__________________
Anonymous

Date:
RE: ສະຫະພັນສາກົລເພື່ອ ສິດທິ ມະນຸດ ຖແລງການຮ່ວມ
Permalink   
 
Anonymous wrote:

 "  ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຣີປະຈໍາ ສໍານັກງານນາຍົກ ຣັຖມົນຕຣີ ຜູ້ເປັນຫົວໜ້າຄນະ ຜູ້ແທນສປປລາວ ເຂົ້າຮ່ວມກອງປະຊຸມ ເມື່ອວັນທີ 11 ກໍຣະກະດາ ທີ່ ນະຄອນ Geneva ໄດ້ກ່າວຕໍ່ກອງປະຊຸມນັ້ນວ່າ ທ່ານ ຄິດວ່າ ທຸກໆປະເທດ ແລະ ຜູ້ນໍາທຸກຄົນ ຕ້ອງການໃຫ້ປະຊາຊົນ ໃນປະເທດຂອງຕົນມີ ສິດທິມະນຸດ. ບໍ່ມີຜູ້ນໍາຄົນໃດ ຢາກໃຫ້ປະຊາຊົນ ຂອງຕົນໄດ້ຮັບຄວາມທຸກ ທໍຣະມານ ຈາກການຣະເມີດສິດທິມະນຸດ. ບໍ່ມີທາງທີ່ຜູ້ນໍາ ປະເທດຄົນໃດ ຢູ່ປະເທດໃດ ຈະເຮັດໃຫ້ ປະຊາຊົນໄດ້ຮັບຄວາມທຸກທໍຣະມານ ຈາກ ນະໂຍບາຍຂອງຕົນເອງ.  " 

ທ່ານ ບຸນເກີດ ສັງສົມສັກ ເວົ້າອອກມາແບບຫນ້າຄຶດ ແຕ່ ທ່ານ ຈຳເປັນຕ້ອງໄດ້ຢຸດປະໂຍກຄຳເວົ້າລົງແຕ່ພຽງເທົ່ານັ້ນ.

ເພາະຄຳທີ່ຄວນຈະເວົ້າຕໍ່ໄປກໍຄື : ....ບໍ່ມີທາງທີ່ຜູ້ນໍາ ປະເທດຄົນໃດ ຢູ່ປະເທດໃດ ຈະເຮັດໃຫ້ ປະຊາຊົນໄດ້ຮັບຄວາມທຸກທໍຣະມານ ຈາກ ນະໂຍບາຍຂອງຕົນເອງ

                     ນອກຈາກພວກຜູ້ນຳກຳອຳນາດໃນລາວເທົ່ານັ້ນ "

ປະຊາຊົນລາວໄດ້ຮັບແຕ່ຄວາມທຸກຍາກ ໄດ້ຮັບແຕ່ຄວາມເຈັບປວດ ຈາກນະໂຍບາຍຂອງພັກລັດ

ຖ້າສົມມຸດກໍປຽບດັ່ງ ຄົນໆ ນຶ່ງກຳລັງເຈັບເປັນເລືອດໄຂ້ອອກຢູ່ພາຍໃນຮ່າງກາຍ

ທ່ານຫມໍລາວ (ຫລືທີ່ພາກັນມາເອີ້ນກັນວ່າ ພວກ ປ.ອ - ເພາະບໍ່ແມ່ນດອກເຕີ ແທ້ ) 

ກັບສາມາດໃຫ້ໄດ້ແຕ່ພຽງຢ່າແກ້ປວດຫາຍ ເທົ່ານັ້ນ. ຄົນເຈັບຄົນນັ້ນ ຫລື ປຊຊ ລາວທັງຫມົດນັ້ນກໍໄດ້ພຽງແຕ່ຖ້າມື້ຕາຍ.

ຄົນລາວທຸກຄົນຮັກປະເທດລາວ ແຕ່ ເບື່ອຫນ່າຍພວກກຸ່ມປົກຄອງປະເທດຢູ່ດຽວນີ້ 

ປະເທດລາວ ຈະຫມົດສູນສິ້ນທຸກຢ່າງ ທັງຊັບໃນດິນສິນໃນນ້ຳ ທັງຊື່ສຽງໃນທາງສາກົນ ຖ້າຫາກຍັງດື້ດັນໄປແບບນີ້.

ຈະຖ້າອາໃສແຕ່ ກະໂດດຂັ້ນ ກະໂດດແລ້ວ ກະໂດດອີກ ກະດູກປະເທດຊາດມັນຫັກຈົນຈະບໍ່ມີຫຍັງດີຢູ່ແລ້ວ.

ປ່ອຍວາງເຖີດ...ເຫັນແກ່ປະເທດລາວ ຄົນລາວ ຫນຸ່ມນ້ອຍລາວ ລູກລາວຫລານລາວ ເຂົາກໍຢາກຈະມີອະນາຄົດອັນດີ

ເຫມືອນມະນຸດໃນປະເທດອື່ນເຂົາ. ພວກທ່ານກຳອຳນາດຢູ່ພຽງບໍ່ທໍ່ໃດຄົນ ຈະທຳລາຍຄົນລາວ ແລະປະເທດລາວ ໄປອີກຮອດໃສ ?

ຟ້າກໍຍັງບໍ່ພ້ອມພວກທ່ານ ! ເຂື່ອນທີ່ແຕກນີ້ ມັນຄືການເຕືີອນຄວາມຮູ້ສຶກຂອງພວກທ່ານ ແຕ່ບໍ່ຮູ້ວ່າພວກທ່ານມີຄວາມຮູ້ສຶກຫຍັງຫລືບໍ່​?

ເງິນຄຳຊັບສິນ ພວກທ່ານກໍກອບໂກຍໄດ້ຢ່າງມະຫາສານແລ້ວ ຈະເອົາອີກທໍ່ໃດຈຶ່ງຈະພໍ ?

ພວກທ່ານຢາກເຊື່ອແຕ່ລັດທິອ້າຍນ້ອງຂອງພວກທ່ານ ກໍໃຫ້ເຊື່ອອີກຕໍ່ໄປ.

ຊະຕາກັມ ແລະ ຄວາມຈິງຕ່າງໆ ທີ່ພວກທ່ານບໍ່ຍອມຮັບນັ້ນ ມັນກຳລັງປະກົດໂຕອອກມາ ຍິ່ງທະວີຫລາຍຂື້ນແລະແຮງຂື້ນທຸກໆວັນ.

ເຊົາເຖີດ ເລິກຕື່ນຈາກຝັນຂອງທ່ານໄດ້ແລ້ວ ຄວາມຄຶດແລະນະໂຍບາຍຂອງພວກທ່ານ ມັນຫມົດຍຸກໄປແລ້ວ

ພວກທ່ານຝັນຢາກຈະໃຫ້ເມືອງລາວເປັນຄືສິງກະໂປ ຢາກໃຫ້ເມືອງລາວເປັນຄືເກົາຫລີໃຕ້ ຫລືເປັນຄືຮ່ອງກົງ

ແຕ່ນັ້ນກໍເປັນໄດ້ແຕ່ຄວາມຝັນ ເພາະວິທີການທີ່ພວກທ່ານເຮັດ ມັນບໍ່ແມ່ນວິທີດຽວກັນກັບທີ່ປະເທດເຫລົ່ານັ້ນເຂົາເຮັດກັນ.

ພວກທ່ານຈະລົບຫນີໄປຫາຄວາມສຸກຢູ່ປະເທດເສຣີໃດກໍໄປໄດ້ ຫລືຈະໄປບວດລ້າງບາບຢູ່ວັດໃດກໍໄດ້ ຄົນລາວໃຫ້ອະໄພກັນໄດ້ຢູ່.

ຂໍໃຫ້ພວກທ່ານຕັດສິນໃຈໄວໆ  ກ່ອນທີ່ປະເທດລາວຈະຫາຍແລະກາຍເປັນເມືອງໃຕ້ບາດານ ຍ້ອນຄວາມດື້ດຶງຂອງພວກທ່ານ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard