ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານລາວຕັ້ງກັມການ ສອບສວນ ເຂື່ອນແຕກ
Anonymous

Date:
ຣັຖບານລາວຕັ້ງກັມການ ສອບສວນ ເຂື່ອນແຕກ
Permalink   
 


ຣັຖບານລາວຕັ້ງກັມການ ສອບສວນ ເຂື່ອນແຕກ

image

 

ຣັຖບາລ ສປປລາວ ແຕ່ງຕັ້ງຄນະກັມການສອບສວນ ຫາສາເຫດ ທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນໍ້ານ້ອຍເເຕກ ອັນສົ່ງຜົລກະທົບຢ່າງຮ້າຍແຮງ ຕໍ່ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ຫຼາຍພັນຄົນແລະຊັພສິນຢ່າງຫຼວງຫຼາຍ ໂດຍແມ່ນ ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ຣັຖມົນຕຣີ, ປະທານກວດກາ ສູນກາງພັກ ປະຊາຊົນປະຕິວັດລາວ ເປັນຫົວໜ້າ.

ເຈົ້າໜ້າທີ່ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກ່າວກ່ຽວກັບເຣຶ່ອງນີ້ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ສິງຫານີ້່ວ່າ:

"ຄນະກັມການທີ່ແຕ່ງຕັ້ງຂຶ້ນມາ ຍ້ອນຄວາມໂປ່ງໃສເນາະ ກໍຄືຈະມີການກວດໂຄງການໃຫ້ ທ່ານ ບຸນທອງ ເປັນຜູ້ດູແລ ກວດສອບທັງໝົດ ວ່າເຫດການມັນເກີດຂຶ້ນແນວໃດເນາະ ເປັນຫຍັງມັນຈຶ່ງເກີດຂຶ້ນ ແລ້ວແມ່ນໃຜມີສ່ວນຮູ້ສ່ວນເຫັນ ກັບຄວາມຜິດພາດເຫດການ ນີ້ບໍ່ ອິຫຍັງ ປະມານນີ້ຫັ້ນນະ ຍ້ອນຕາມທີ່ໄປລົມກັບຊາວບ້ານ ຊາວບ້ານບາງຄົນນໍ ກໍບອກວ່າ ພວກພະນັກງານຢູ່ເຂື່ອນຫັ້ນນະຮູ້ແລ້ວວ່າ ເຂື່ອນມັນຈະ ແຕກນໍ ກໍເລີຍພາກັນໜີ ຂະເຈົ້າໜີໄປກ່ອນ ກ່ອນມັນຈະເກີດເຫດຫັ້ນນະ ກໍຄືຈະມີການກວດສອບແລ້ວ ຈະສລຸບຄວາມເປັນຈິງອອກມາອີກ ເທື່ອນຶ່ງ."

ນາງກ່າວຕື່ມວ່າ ການກວດສອບບັນຫາດັ່ງກ່າວ ຈະເລີ້ມປະຕິບັດງານນັບແຕ່ມື້ທີ່ນໍ້າບົກລົງ, ຄນະກັມການດັ່ງກ່າວ ປະກອບດ້ວຍເຈົ້າໜ້າທີ່ ກະຊວງພລັງງານແລະບໍ່ແຮ່ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກະຊວງວິທຍາສາດ ແລະເທັກໂນໂລຈີ ແລະຈະມີຜູ້ຕາງໜ້າ ຈາກຣັຖບາລເກົາຫລີໃຕ້ ແລະໄທ ຊຶ່ງເປັນຣັຖບາລຂອງ ບໍຣິສັດລົງທຶນສ້າງເຂື່ອນ ແລະທັງຈະມີນັກວິຊາການ ດ້ານເທັກນິກຈາກອົງການ ຈັດຕັ້ງສາກົນ ເຂົ້າຮ່ວມພິສູດນໍາດ້ວຍ.

ການກວດສອບນັ້ນ ນາງເວົ້າວ່າຈະກວດກາໂຄງສ້າງເຂື່ອນຢ່າງລະອຽດທຸກຈຸດ ເພື່ອໃຫ້ຮູ້ວ່າສາເຫດເຂື່ອນແຕກນັ້ນ ເປັນຍ້ອນຫຍັງກັນແທ້, ຈະກວດສອບເຣຶ່ອງການແຈ້ງເຕືອນ ກ່ອນເຂື່ອນຈະແຕກນັ້ນ.

ເວົ້າເຖິງການກວດກາເຂື່ຶອນ ນາງບອກວ່າປັດຈຸບັນ ຣັຖບາລໃຫ້ພາກສ່ວນທີ່ກຽ່ວຂ້ອງ ກວດກາມາຕຖານໂຄງສ້າງເຂື່ອນທຸກເຂື່ອນໃນລາວ ທັງທີ່ກໍາລັງກໍ່ສ້າງ ແລະກໍ່ສ້າງແລ້ວ ແລະບໍ່ອະນຸມັດ ໃຫ້ໂຄງການສ້າງເຂື່ອນໃໝ່ຊົ່ວຄາວ ດັ່ງທີ່ນາງກ່າວວ່າ:

"ເຫດການນີ້ເກີດຂຶ້ນແລ້ວ ທ່ານນາຍົກແຈ້ງວ່າ ຈະມີການກວດສອບ ທຸກເຂື່ອນ ໃນປະເທສລາວ ກໍຄືຢຸດບໍ່ເອົາໂຄງການໃໝ່ມາ ແຕ່ວ່າມີ ການກວດສອບໂຄງການນຶ່ງໂຄງການ ທີ່ກໍາລັງກໍ່ສ້າງ ; 2-ແມ່ນໂຄງການທີ່ເຊັນສັນຍາແລ້ວ ແຕ່ບໍ່ທັນສ້າງກໍຄື ຈະມີການກວດສອບ ໂຄງການທັງໝົດ ແຕ່ວ່າໂຄງການໃໝ່ທີ່ສເນີມານີ້ນະ ຫວ່າງນີ້ເພິ່ນຈະບໍ່ຮັບເອົາ ຈະກວດສອບຕົວທີ່ມີຢູ່ກ່ອນນີ້."

ການແຕ່ງຕັ້ງຄນະກັມການສອບສວນ ຫາສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະແຈ້ງການໃຫ້ກວດກາຄືນ ທຸກເຂື່ອນໃນລາວນີ້ ໄດ້ປະກາດຢູ່ໃນກອງປະຊຸມຣັຖບາລ ປະຈໍາເດືອນສິງຫາ 2018 ໃນອາທິດນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ເປັນປະທານ.



__________________
Anonymous

Date:
Permalink   
 

ງົວຄວາຍ ຫາຍແລ້ວຈຶ່ງພາກັນມາຮ້ອມຄອກ

ບໍ່ເຂົ້າຖ້າ ຕີ້..! ທ່ານຜູ້ນຳ



__________________
Anonymous

Date:
Permalink   
 

ພວກມັນພາກັນແດກຫລາຍໂພດ ຂພຈ ຄິດຫວ່າທຸກໆ ເຂື້ອນໃນລາວ

ບໍ່ໄດ້ມາຕຖານສາກົລ ມີເພື່ອນເຮັດນຳໂຄງການສ້າງເຂື້ອນບອກໃຫ້ຟັງຫວ່າ

ສົມໝຸດ, ງົບປະມານສ້າງເຂື້ອນ $1,500 ລ້ານ.ພວກມັນເອົາໄປສາ້ງແຕ່ $1000ລ້ານ

ສ່ວຍ $500ລ້ານແບ່ງກັນເຂົ້າຖົງ,ເພາະບໍ່ມີໜ່ວຍງານໃດເຂົ້າໄປຕວດສອບ

ໂຄງການສ້າງເຂື້ອນໃນ ສປປລາວ ສ່ວນຫລາຍຈະເປັນບໍຣິສັດ ເອກກະຊົນ



__________________
Anonymous

Date:
Permalink   
 

ເຈົ້າໜ້າທີ່ ກຳປູເຈຍລາຍງານວ່າ ພົບສົບຄົນລາວ 30ສົບແລ້ວ ໄຫຼມາຕາມແມ່ນ້ຳຂອງ ຫຼັງ ເຂື່ອນແຕກ

38060874_208306919846246_275816133530379

 

ເຈົ້າໜ້າທີ່ ກຳປູເຈຍ ລາຍງານວ່າ ພົບສົບຄົນລາວ 30ສົບ ແລ້ວ ໄຫຼມາຕາມແມ່ນ້ຳຂອງ ຫຼັງ ເຂື່ອນແຕກ ທີ່ເມືອງ ສະໜາມໄຊ ແຂວງ ອັດຕາປື.

ຕາມການ ລາຍງານຂອງ ເວັບໄຊທ໌ Peoplenews.asia ຂອງ ກຳປູເຈຍ ຈາກກ໋ລະນີ ເຂື່ອນ ເຊປຽ່ນ - ເຊນ້ຳນອ້ຍ ທີ່ເມືອງ ສະໜາມໄຊ ແຂວງ ອັດຕາປື ແຕກ ໃນວັນທີ່ 23 ກ໋ລະກົດ 2018 ເຊີ່ງມີປະລິມານນ້ຳຫຼາຍພັນລ້ານໂຕນ ໄຫຼພັດເອົາເຮືອນຊານຂອງ ພໍ່ແມ່ປະຊາຊົນ ໃນ ເມືອງ ສະໜາມໄຊ ແຂວງ ອັດຕາປື ເຮັດໄຫ້ປະຊາຊົນລາວ ເສຍຊິວິດ ແລະ ສູນຫາຍເປັນຈຳນວນ ແລະ ຂາດທີ່ຢູ່ອາໃສ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard