ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະທານສະໂມສອນ ບານເຕະ ຖືກລົງວິນັຍ
Anonymous

Date:
ປະທານສະໂມສອນ ບານເຕະ ຖືກລົງວິນັຍ
Permalink   
 


ປະທານສະໂມສອນ ບານເຕະ ຖືກລົງວິນັຍ

image

 

ສະຫະພັນບານເຕະແຫ່ງຊາດລາວ ໄດ້ລົງຄວາມເຫັນໃສ່ໂທດຫ້າມບໍ່ໃຫ້ ຍານາງ ພິຈິກາ ບຸນກວ້າງ ຫຼື ມາດາມໂບ ປະທານສະໂມສອນ ເຕະບານ ວຽງຈັນ UNITED ຫຍຸ້ງກ່ຽວໃນກິຈກັມບານເຕະ ເປັນເວລາ 90 ມື້ ຍ້ອນວ່າ ໄດ້ຖ່າຍທອດສົດທາງ face book ວິຈານ ເສັ້ນທາງເຂົ້າສະຫະພັນ ເຕະບານແຫ່ງຊາດລາວ ເປັນຂຸມເປັນຂິ້ຕົມ.

ບົດລົງໂທດ ໄດ້ມີຂຶ້ນໃນວັນທີ 28 ສິງຫາ ໂດຍ ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະ ແຫ່ງຊາດລາວ ເປັນຜູ້ເຊັນໂດຍ ອິງຕາມມາຕຣາ 42 ຂອງກົດຣະບຽບແລະຂໍ້ບັງຄັບ ວ່າດ້ວຍການແຂ່ງຂັນບານເຕະຫຼັງຈາກ ຍານາງ ພິຈິກາ ບຸນກວ້າງ ໄດ້ຖ່າຍທອດສົດ ທາງເຟສບຸກ ໃນວັນທີ 25 ສິງຫາ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ສິງຫາ ນີ້:

“ລາວໄລຟສົດທາງເຂົ້າ ສະຫະພັນ ເນາະ ເຈົ້າໄປໄລຟ ຢູ່ທີ່ບ່ອນຣາຊການ ຂອງຄົນອື່ນນີ້ ເຈົ້າຜິດຮ້ອຍເປີເຊັນເລີຍ ທີ່ຈິງມັນກໍບໍ່ສົມຄວນ ຫັ້ນແຫລະ ບໍ່ຖືກຕາມກົດຣະບຽບ ຂອງເຂົາເຈົ້າ”

ທ່ານກ່າວຕື່ມວ່າ ກ່ຽວກັບບົດລົງໂທດ ດັ່ງກ່າວ ຍານາງ ພິຈິກາ ຈະຖືກສັ່ງຫ້າມ ບໍ່ໃຫ້ເຂົ້າສນາມ ໄປເບິ່ງການແຂ່ງຂັນເຕາະບານ ທຸກ ປະເພດໃນລາວ ເປັນເວລາ 90 ມື້ ແຕ່ສະໂມສອນວຽງຈັນ ຢູໄນເຕັສ ຍັງສາມາດດໍາເນີນ ການແຂ່ງຂັນໄດ້ຕາມປົກຕິ ບໍ່ໄດ້ຖືກລົງໂທດ ແຕ່ຢ່າງໃດ.

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ ຕິດຕໍ່ໄປຍັງ ຍານາງ ພິຈິກາ ບຸນກວ້າງ ເພື່ອຂໍຄວາມຊີ້ແຈງເພີ້ມຕື່ມ ແຕ່ນາງບອກວ່າ ຍັງບໍ່ສດວກ.

ຫລ້າສຸດ ຍານາງ ພິຈິກາ ໄດ້ກ່າວຜ່ານທາງເຟສບຸກ ສ່ວນຕົວວ່າ ຮູ້ສຶກເສັຍໃຈ ໃນສິ່ງທີ່ຕົນໄດ້ກະທໍາໄປ ແລະໄດ້ກ່າວຄໍາຂໍໂທດໄປຍັງ ທ່ານ ວິເພັດ ສີຫາຈັກ ປະທານ ສະຫະພັນເຕະບານລາວ ຕໍ່ກໍຣະນີທີ່ເກິດຂື້ນ ພ້ອມກັບ ຍອມຮັບການຕັດສິນໂທດ ດັ່ງກ່າວ.

ເຖິງຢ່າງໃດກໍຕາມ, ຜູ້ຄົນສ່ວນຫລາຍ ເຫັນດີກັບສິ່ງທີ່ ຍານາງ ພິຈິກາ ໄດ້ເວົ້າໄປນັ້ນ ມັນແມ່ນຄວາມຈິງ ຍ້ອນວ່າ ເສັ້ນທາງມັນເປັນຂີ້ຕົມ ແລະ ເປັນຂຸມແທ້, ແຕ່ ຍານາງ ບໍ່ໄດ້ເວົ້າວ່າ ສະຫະພັນບານເຕະ ແຫ່ງຊາດລາວ ບໍ່ດີ ຫລື ບໍ່ພັທນາ.



__________________
Anonymous

Date:
Permalink   
 

ທາງເຂົ້າສະຫະພັນ ສະໂມສອນ ແຫ່ງຊາດລາວ ວຽງຈັນຢູ່ໄນເຕັດ
 

 02A.jpg

ບັກຄວາຍ ທາງເຂົົ້າ ສະໂມສອນ ມຶງຍັງບໍ່ພັດທະນາ, ແລ້ວມຶງຈະພັດທະນາ ບານເຕາະແຫ່ງຊາດລາວໄດ້ແນວໃດ?



Attachments
__________________
Anonymous

Date:
Permalink   
 

ປະທານໂບ ປະກາດ ຂໍລາ

image

 

ໃນວັນທີ 29 ສິງຫາ ທີ່ຜ່ານມາ ຍາງນາງ ພິຈິກາ ບຸນກວ້າງ ປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ໄດ້ປະກາດລາອອກຜ່ານ ເຟສບຸກສ່ວນຕົວ ແລະຈະບໍ່ຂໍຫຍຸ້ງກ່ຽວກັບ ກິລາເຕະບານ ອີກຕໍ່ໄປ. ດັ່ງ ຍານາງ ພິຈິກາ ບຸນກວ້າງ ປະທານສະໂມສອນບານເຕະ ວຽງຈັນ ຢູໄນເຕັດ ໄດ້ກ່າວ ຜ່ານມາເຟສບຸກ ສ່ວນຕົວວ່າ:

"ບໍ່ຫຍຸ້ງກ່ຽວ ບໍ່ຫຍຸ້ງແລ້ວ ໂບ ບໍ່ໄຫວແລ້ວ ຊິເຮັດຫຍັງກະເຮັດ ຢູ່ດີໆເອົາເງິນໄປໃຊ້ຢ່າງອື່ນດີກວ່າ ໂບ ຊິເຊົາເບິ່ງບານ ວ່າຊິໄປເບິ່ງ ທີມຊາດ ແຕ່ວ່າບໍ່ໄດ້ໄປແລ້ວເນາະ ຂໍບອກລາຕົງນີ້ ແລະຫວັງວ່າ ຊິບໍ່ມີເຫດການແບບ ໂບ ເກີດຂຶ້ນອີກ."

ຍານາງໃຫ້ເຫດຜົນວ່າ ການປະກາດລາອອກ ແມ່ນເພື່ອສະແດງຄວາມຮັບຜິດຊອບຕໍ່ກໍຣະນີທີ່ໄດ້ Facebook Live ເວົ້າເລື້ອງທາງເຂົ້າ ຫ້ອງການ ສະຫະພັນບານເຕະ ແຫ່ງຊາດລາວ ເປັນຕົມ ເປັນຂຸມ ໃນວັນທີ 25 ສິງຫາ.

ວັນທີ 28 ສິງຫາ ປະທານສະຫະພັນບານເຕະ ແຫ່ງຊາດລາວ ທ່ານ ວິເພັດ ສີຫາຈັກ ກໍໄດ້ອອກແຈ້ງການ ລົງໂທດທາງວິນັຍ ຫ້າມບໍ່ໃຫ້ ຍານາງ ພິຈິກາ ຫຍຸ້ງກ່ຽວກັບກິຈກັມ ບານເຕະເປັນເວລາ 90 ມື້.

ຍາງນາງ ກ່າວຕື່ມອີກວ່າ ຜ່ານມາບໍ່ເຄີຍໄດ້ຮັບໜັງສື ແຈ້ງການຫຍັງຈາກສະຫະພັນບານເຕະ ແຫ່ງຊາດລາວ ແລະ ບໍ່ມີເຈົ້າໜ້າທີ່ ຄົນໃດ ໂທຣະສັບຕິດຕໍ່ມາ ບອກໂດຍກົງ ກ່ຽວກັບຄຳສັ່ງປະຕິບັດວິໃນດັ່ງກ່າວ ມີແຕ່ຮູ້ດ້ວຍຕົນເອງ ຈາກການເບິ່ງຜ່ານສື່ ອອນລາຍ.

ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ລົງໂທດທາງວິໃນ ໃນຄັ້ງນີ້ ກໍມີຜູ້ຄົນພາກັນ ວິຈານກ່ຽວກັບ ຄວາມບໍ່ສົມເຫດ ສົມຜົນ ຂອງການລົງໂທດ. ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ: ຂ້າພະເຈົ້າ ຄິດວ່າ ປະທານ ສະຫະພັນ ບານເຕະແຫ່ງຊາດລາວ ຫລື ສຕລ ຄວນເອົາເວລາໄປຄຶດຄົ້ນວິທີ ທີ່ຈະປັບປຸງວົງການ ກິລາເຕະບານແຫ່ງຊາຕ ໃຫ້ດີກວ່າທີ່ເປັນຢູ່ນີ້ ຊິບໍ່ດີກວ່າບໍ່ ຊິມາລ່ຳໄລອີ່ຫຍັງ ອັນເລື່ອງບໍ່ເປັນຕາເລື່ອງແນວນີ້! ໃນທາງກົງກັນຂ້າມ ຄວນຂອບໃຈ ເຂົາທີ່ເວົ້າຄວາມຈິງ ໃຫ້ຟັງ ແລະ ຊອກຫາທາງປັບປຸງຫົນທາງ ທີ່ເປັນຂຸມ ເປັບບວກ ດີກວ່າຊິປະໃຫ້ສັງຄົມນັ້ນ ຈົ່ມ ເວົ້າຂວັນ ແລະ ເບື່ອໜ່າຍລະບົບກິລາເຕະບານລາວ.



__________________
Anonymous

Date:
Permalink   
 

wrote:
ທາງເຂົ້າສະຫະພັນ ສະໂມສອນ ແຫ່ງຊາດລາວ ວຽງຈັນຢູ່ໄນເຕັດ
 

 02A.jpg

ບັກຄວາຍ ທາງເຂົົ້າ ສະໂມສອນ ມຶງຍັງບໍ່ພັດທະນາ, ແລ້ວມຶງຈະພັດທະນາ ບານເຕາະແຫ່ງຊາດລາວໄດ້ແນວໃດ?


 ວິເພັດ ສີຫາຈັກ ເຊື້ອສາຍລາຍລ່ອງມາຈາກແຂວງ ສວັນນະເຂດ ຜູ້ນີ້ ຫນ້າຕາກໍບົ່ງບອກອອກມາເລີຍວ່າ ເປັນຄົນອິດສາບັງບຽດຄົນອື່ນ

ແລະເປັນຄົນມີນິໄສອັນຕະພານ ສັນດານຖ່ອຍ ຈຶ່ງປັ້ນເລື້ອງຂຶ້ນມາແນວນີ້ ເພາະເປັນຫມາຂີ້ເຮື້ອນເຖົ້າ ນັ່ງເຝົ້າເລັມກ້າງຢູ່ກ້ອງລ່າງເຮືອນຂອງພັກ-ລັດ 

ມາຕັ້ງແຕ່ຈົບ ປໍສາມພຸ້ນ ... (ຜຂ ຮູ້ພໍ່ແມ່ຂອງຜູ້ກ່ຽວນີ້ດີພໍສົມຄວນ).



__________________
Anonymous

Date:
Permalink   
 

ການເວົ້າຄວາມຈິງ ຜິດການເມືອງຂອງພັກ-ຣັຖ !
ເສຍໃຈນຳ.



__________________
Anonymous

Date:
Permalink   
 

wrote:
ທາງເຂົ້າສະຫະພັນ ສະໂມສອນ ແຫ່ງຊາດລາວ ວຽງຈັນຢູ່ໄນເຕັດ
 

 02A.jpg

ບັກຄວາຍ ທາງເຂົົ້າ ສະໂມສອນ ມຶງຍັງບໍ່ພັດທະນາ, ແລ້ວມຶງຈະພັດທະນາ ບານເຕາະແຫ່ງຊາດລາວໄດ້ແນວໃດ?

40524722_280275712700899_520610263742598


 



__________________
ຊາວ​ນາ​ລາວ

Date:
Permalink   
 

Anonymous wrote:

ປະທານສະໂມສອນ ບານເຕະ ຖືກລົງວິນັຍ

image

 

ສະຫະພັນບານເຕະແຫ່ງຊາດລາວ ໄດ້ລົງຄວາມເຫັນໃສ່ໂທດຫ້າມບໍ່ໃຫ້ ຍານາງ ພິຈິກາ ບຸນກວ້າງ ຫຼື ມາດາມໂບ ປະທານສະໂມສອນ ເຕະບານ ວຽງຈັນ UNITED ຫຍຸ້ງກ່ຽວໃນກິຈກັມບານເຕະ ເປັນເວລາ 90 ມື້ ຍ້ອນວ່າ ໄດ້ຖ່າຍທອດສົດທາງ face book ວິຈານ ເສັ້ນທາງເຂົ້າສະຫະພັນ ເຕະບານແຫ່ງຊາດລາວ ເປັນຂຸມເປັນຂິ້ຕົມ.

ບົດລົງໂທດ ໄດ້ມີຂຶ້ນໃນວັນທີ 28 ສິງຫາ ໂດຍ ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະ ແຫ່ງຊາດລາວ ເປັນຜູ້ເຊັນໂດຍ ອິງຕາມມາຕຣາ 42 ຂອງກົດຣະບຽບແລະຂໍ້ບັງຄັບ ວ່າດ້ວຍການແຂ່ງຂັນບານເຕະຫຼັງຈາກ ຍານາງ ພິຈິກາ ບຸນກວ້າງ ໄດ້ຖ່າຍທອດສົດ ທາງເຟສບຸກ ໃນວັນທີ 25 ສິງຫາ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ສິງຫາ ນີ້:

“ລາວໄລຟສົດທາງເຂົ້າ ສະຫະພັນ ເນາະ ເຈົ້າໄປໄລຟ ຢູ່ທີ່ບ່ອນຣາຊການ ຂອງຄົນອື່ນນີ້ ເຈົ້າຜິດຮ້ອຍເປີເຊັນເລີຍ ທີ່ຈິງມັນກໍບໍ່ສົມຄວນ ຫັ້ນແຫລະ ບໍ່ຖືກຕາມກົດຣະບຽບ ຂອງເຂົາເຈົ້າ”

ທ່ານກ່າວຕື່ມວ່າ ກ່ຽວກັບບົດລົງໂທດ ດັ່ງກ່າວ ຍານາງ ພິຈິກາ ຈະຖືກສັ່ງຫ້າມ ບໍ່ໃຫ້ເຂົ້າສນາມ ໄປເບິ່ງການແຂ່ງຂັນເຕາະບານ ທຸກ ປະເພດໃນລາວ ເປັນເວລາ 90 ມື້ ແຕ່ສະໂມສອນວຽງຈັນ ຢູໄນເຕັສ ຍັງສາມາດດໍາເນີນ ການແຂ່ງຂັນໄດ້ຕາມປົກຕິ ບໍ່ໄດ້ຖືກລົງໂທດ ແຕ່ຢ່າງໃດ.

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ ຕິດຕໍ່ໄປຍັງ ຍານາງ ພິຈິກາ ບຸນກວ້າງ ເພື່ອຂໍຄວາມຊີ້ແຈງເພີ້ມຕື່ມ ແຕ່ນາງບອກວ່າ ຍັງບໍ່ສດວກ.

ຫລ້າສຸດ ຍານາງ ພິຈິກາ ໄດ້ກ່າວຜ່ານທາງເຟສບຸກ ສ່ວນຕົວວ່າ ຮູ້ສຶກເສັຍໃຈ ໃນສິ່ງທີ່ຕົນໄດ້ກະທໍາໄປ ແລະໄດ້ກ່າວຄໍາຂໍໂທດໄປຍັງ ທ່ານ ວິເພັດ ສີຫາຈັກ ປະທານ ສະຫະພັນເຕະບານລາວ ຕໍ່ກໍຣະນີທີ່ເກິດຂື້ນ ພ້ອມກັບ ຍອມຮັບການຕັດສິນໂທດ ດັ່ງກ່າວ.

ເຖິງຢ່າງໃດກໍຕາມ, ຜູ້ຄົນສ່ວນຫລາຍ ເຫັນດີກັບສິ່ງທີ່ ຍານາງ ພິຈິກາ ໄດ້ເວົ້າໄປນັ້ນ ມັນແມ່ນຄວາມຈິງ ຍ້ອນວ່າ ເສັ້ນທາງມັນເປັນຂີ້ຕົມ ແລະ ເປັນຂຸມແທ້, ແຕ່ ຍານາງ ບໍ່ໄດ້ເວົ້າວ່າ ສະຫະພັນບານເຕະ ແຫ່ງຊາດລາວ ບໍ່ດີ ຫລື ບໍ່ພັທນາ.


 ໄປ​ເວົ້າ​ວິ​ຈານ ຂາຍ​ໜ້າ​ຂາຍ​ຕາ​ເພີ່ນ ມັນ​ຜິດ​ນາງ​ເອີ່ຍ ມີ​ແຕ່​ເອົາ​ເງີນ​ໄປ​ສ້າງ​ໃຫ້​ເພີ່ນ ແລ້ວ​ເພີ່ນ​ຈະ​ໃຫ້​ໃບ​ຍ້ອງ​ຍໍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard