ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມ.ຜົ້ງສາລີ ມ.ນໍ້າບາກ ນໍ້າຖ້ວມ ໜັກ
Anonymous

Date:
ມ.ຜົ້ງສາລີ ມ.ນໍ້າບາກ ນໍ້າຖ້ວມ ໜັກ
Permalink   
 


ມ.ຜົ້ງສາລີ ມ.ນໍ້າບາກ ນໍ້າຖ້ວມ ໜັກ

image

 

ໃນຕອນແລງວັນທີ 29 ສິງຫາ ນີ້ເກີດພັຍນໍ້າຖ້ວມ ໄຫລຊຸແຮງ ຢູ່ບ້ານວັງດອຍເມືອງຜົ້ງສາລີ ແຂວງຜົ້ງສາລີ ຖ້ວມເຮືອນປະຊາຊົນ ຫລາຍຫລັງແລະເສັ້ນທາງ ຖືກຕັດຂາດ ສ້າງຄວາມຢ້ານກົວໃຫ້ແກ່ປະຊາຊົນ, ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ກໍາລັງອອກ ສໍາຣວດຄວາມເສັຽຫາຍ ແລະຈໍານວນ ປະຊາຊົນທີ່ຖືກຜົລກະທົບ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ອຸຕຸນິຍົມ ແຂວງຜົ້ງສາລີ ຕໍ່ RFA ໃນມື້ວັນທີ 30 ສິງຫາ ນີ້ວ່າ:

"ນໍ້າຖ້ວມຢູ່ບ້ານວັງດອຍຫັ້ນ ວ່າຊັ້ນແຕ່ວ່າເປັນແນວໃດ ກະບໍ່ຮູ້ເນາະ ເປັນນໍ້າຖ້ວມຊຸ ແມ່ນຫຍັງນີ້ເບາະ ໂຕນີ້ຂະເຈົ້າວ່າແຮງແຫລະ ເມື່ອວານນີ້ປະມານ 6-7 ໂມງ."

ທ່ານກ່າວຕື່ມວ່ານໍ້າຖ້ວມ ໄຫລຊຸຢູ່ເຂດດັ່ງກ່າວ ແມ່ນເປັນຍ້ອນຝົນຕົກໜັກ ແລະຄາດວ່າຈະໄດ້ຮັບຂໍ້ມູນ ຄວາມເສັຽຫາຍ ໃນໄວໆນີ້. ຫລັງຈາກນັ້ນກໍຈະຣາຍງານ ໃຫ້ພາກສ່ວນກ່ຽວຂ້ອງ ປະເມີນການຊ່ວຍເຫລືອ ປະຊາຊົນແລະສ້ອມແປງຫົນທາງ ທີ່ຖືກຕັດຂາດນັ້ນ.

ໃນຂນະດຽວກັນ ຢູ່ເມືອງນໍ້າບາກ ແຂວງຫລວງພຣະບາງ ກໍເກີດນໍ້າຖ້ວມເຊັ່ນດຽວກັນ ເຮັດໃຫ້ປະຊາຊົນ 20 ປາຍບ້ານທີ່ຢູ່ແຄມນໍ້າງິ້ວ ໄດ້ຮັບຜົລກະທົບ, ນໍ້າຖ້ວມເນື້ອທີ່ທໍາການຜລິດ, ນໍ້າປະປາຂອງເມືອງ ໃຊ້ການບໍ່ໄດ້. ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງນໍ້າບາກ ກ່າວໃນມື້ດຽວກັນນີ້ວ່າ:

"ປະມານ 20 ປາຍບ້ານນີ້ແຫລະ ນາທີ່ຢູ່ລຽບຕາມນໍ້າງິ້ວ ເປັນນໍ້າຫ້ວຍແຮງມາແລ້ວມັນເຊາະ ແລ້ວເຮັດໃຫ້ດິນບໍ໊ ຫລືວ່າເສດຂີ້ເຫຍື້ອ ໝາກຫີນອີ່ຫຍັງມັນລົງຫັ້ນນະ, ສອງ ແມ່ນນໍ້າປະປາຂອງເມືອງ ຖືວ່າໃຊ້ບໍ່ໄດ້ເທົ່າປັດຈຸບັນນີ້ ໝາກຫີນໝາກອີ່ສັງໄປຕັນທໍ່."

ຫ້ອງການປົກຄອງເມືອງນໍ້າບາກ ໄດ້ປະກາດໃຫ້ປະຊາຊົນ ຫຼາຍບ້ານເຝົ້າຣະວັງ ພັຍນໍ້າຖ້ວມ ແບບກະທັນຫັນ ໂດຍສະເພາະຜູ້ທີ່ອາສັຍ ຢູ່ຕາມແຄມນໍ້າ ແລະໃຫ້ໂຍກຍ້າຍເຄື່ອງຂອງ ໄປໄວ້ບ່ອນທີ່ປອດພັຍ ຍ້ອນຍັງຈະມີຝົນຕົກ ແລະນໍ້າປ່າ ໄຫລຫລາກຕື່ມອີກ.



__________________
Anonymous

Date:
Permalink   
 

ຂ.ຫຼວງພຣະບາງ ເສັຽ 6 ຊີວິດ ຍ້ອນນ້ຳຖ້ວມ

image

 

ໃນວັນທີ 29 ສິງຫາ ທີ່ຜ່ານມາ ຢູ່ແຂວງຫລວງພຣະບາງ ເກີດມີສະພາບຝົນຕົກໜັກ ແລະນ້ຳປ່າໄຫລຊຸ ເຮັດໃຫ້ມີຜູ້ເສັຍຊີວິດ 6 ຄົນ.

ຜູ້ເສັຍຊີວິດເປັນປະຊາຊົນເມືອງນ້ຳບາກ 2 ຄົນ, ຊຽງເງິນ 1 ຄົນ, ນະຄອນຫລວງພຣະບາງ 1 ຄົນ, ເມືອງງອຍ 1 ຄົນ ແລະອີກ 1 ຄົນ ນັ້ນຍັງບໍ່ທັນມີການຢືນຢັນວ່າ ຢູ່ເມືອງໃດ, ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:

"6 ຄົນແລ້ວ ມັນຈະຢູ່ເມືອງນ້ຳບາກ 2, ຊຽງເງິນ 1, ນະຄອນຫຼວງພຣະບາງ 1, ແລະກໍເມືອງງອຍ 1, ແຕ່ມີເດັກນ້ອຍຜູ້ນຶ່ງຫັ້ນນ່າ ແຕ່ວ່າຣາຍງານ ຂະເຈົ້າບໍ່ຣາຍງານລະອຽດຕື່ມ ຕົວນີ້ ນ້ຳໄຫລຊຸເນາະ ສົມມຸດວ່າ ນ້ຳຫ້ວຍນ້ຳຮ່ອງ ແລ້ວ ເຂົາເຈົ້າໄປທຳມາ ຫາກິນ ຂ້າມມາບ້ານເຮືອນ ແລ້ວ ກໍຖືກນ້ຳໄຫລຊຸ."

ສະພາບນ້ຳຖ້ວມຂັງ ແລະ ລະດັບນ້ຳເພີ້ມຂຶ້ນເລື້ອຍໆ ເກີດຂຶ້ນມາເປັນເວລາຫລາຍມື້ ແຕ່ມາຮອດ ວັນທີ 29 ສິງຫາ ຝົນຕົກໜັກໝົດມື້ ເຮັດໃຫ້ນ້ຳຈາກບ່ອນສູງ ໄຫລຊຸລົງມາ ເຮັດໃຫ້ປະຊາຊົນ ບໍ່ສາມາດຂົນເຄື່ອງ ຈາກໄປຢູ່ບ່ອນສູງ ໄດ້ທັນເວລາ. ສຳລັບ ຜູ້ເສັຍຊີວິດ ຍາດພີ່ນ້ອງເຂົາເຈົ້າ ນໍາໄປເຮັດພິທີ ທາງສາສນາແລ້ວ ແລະຣາຍລະອຽດຜູ້ເສັຽຊີວິດ ເຈົ້າໜ້າທີ່ຈະມີການຣາຍງານເພີ້ມຕື່ມ, ດັ່ງທ່ານ ກ່າວວ່າ:

"ແຕ່ລະເມືອງເຂົາເຈົ້າລາຍງານບໍ່ລະອຽດ ເພາະວ່າ ມັນໄປບໍ່ຮອດເນາະ ທີ່ວ່າ ບາງບ້ານກໍເຂົ້າບໍ່ເຖິງ ເພາະວ່າ ເສັ້ນທາງໄປບໍ່ຮອດ ເພາະວ່າ ມັນມີປະເພດດິນເຈື່ອນ ມີຂອນໄມ້ຂອນຫຍັງ ທັບທາງ ທຸລຸເສັ້ນທາງຂຶ້ນໄປບໍ່ໄດ້ເດ້ ເພິ່ນກຳລັງລົງເກັບກຳ ຂໍ້ມູນຢູ່ ບາງບ້ານ ກໍເຂົ້າບໍ່ເຖິງ ເທື່ອເດີ ຍັງຫລາຍບ້ານຢູ່."

ໃນເບື້ອງຕົ້ນເຈົ້າໜ້າທີ່ ໄດ້ໃຫ້ຄວາມຊ່ວຍເຫລືອ ປະຊາຊົນຜູ້ທີ່ຖືກຜົນກະທົບ ໂດຍສະເພາະ ໄດ້ແຈກຢາຍອາຫານແຫ້ງ, ໝີ່, ປ໋ອງປາ ແລະນ້ຳດື່ມໄດ້ແລ້ວ ແຕ່ສຳລັບເຄື່ອງໃຊ້ ທີ່ຈຳເປັນອື່ນໆ ຍັງບໍ່ທັນມີແຈກເທື່ອ.

ປັດຈຸບັນມີທັງໝົດ 12 ເມືອງ ຢູ່ແຂວງຫຼວງພຣະບາງ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແຕ່ເຈົ້າໜ້າທີ່ສາມາດສລຸບໄດ້ພຽງແຕ່ 5 ເມືອງ ເທົ່ານັ້ນ. ມີປະຊາຊົນໄດ້ຮັບຜົນກະທົບ ປະມານ 70 ບ້ານ ລວມມູນຄ່າ ຄວາມເສັຍຫາຍ ທີ່ເຈົ້າໜ້າທີ່ປະເມີນ ໃນເບື້ອງຕົ້ນ ແມ່ນ 8 ຕື້ ກີບ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທາງການແຂວງຫລວງພຣະບາງ.



__________________
Anonymous

Date:
Permalink   
 

ລວມພາບນໍ້າຖ້ວມ ຕົວເມືອງຊໍາເໜືອ ຕອນບ່າຍ ວັນທີ 30/8/2018

40556929_197499297671455_20398219905539740467992_197499077671477_14134297781233240400873_197499107671474_23313762418960640433188_197499164338135_529747263780972



__________________
Anonymous

Date:
Permalink   
 

ບ້ານທ່າສະຫວ່າງ ເມືອງໄຊທານີ ນໍ້າຖ້ວມຈະຫວິດຫຼັງຄາແລ້ວ ! 30/8/2018

safe_image.php?d=AQD6gLBDXwDgub0u&w=540&



__________________
Anonymous

Date:
Permalink   
 

ຂໍໃຫ້ທຸກຄົນປອດໄພ, ຢູ່ແຖວ Midwest ຂອງອາເມຣິກາ ກໍ່ຈະຖືກລົມພະຍຸ Gordon

ຫອບຝົນມາໃສ່ ໜັກໜ່ວງສຸດແມ່ແຂວງທີ່ຢູ່ແຄມມະຫາສະໝຸດ ແຖວ Florida ປະມານນີ້ລະ.

ພາວະໂລກຮ້ອນເຮັດໃຫ້ດິນຟ້າອາກາດມີການປ່ຽນແປງຫລາຍປະສົມຜົນຮ້າຍທີ່ຄົນສ້າງຂຶ້ນມາ

ດ້ວຍການຕັດໄມ້ທຳລາຍປ່າ ສ້າງເຂື່ອນພະລັງງານໄຟຟ້າ ດັ່ງນີ້ເປັນຕົ້ນ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard