ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມອບເງິນຄອບຄົວລະ 1,5 ລ້ານແກ່ຄອບຄົວຜູ້ເສຍຊີວິດເມືອງສະໜາມໄຊ
Anonymous

Date:
ມອບເງິນຄອບຄົວລະ 1,5 ລ້ານແກ່ຄອບຄົວຜູ້ເສຍຊີວິດເມືອງສະໜາມໄຊ
Permalink   
 


6512_n-696x392.jpg41619215_253673478619667_762775205672753

ທາງການແຂວງອັດຕະປື ໄດ້ດຳເນີນການຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ ໂດຍການປະກອບສ່ວນປັດໃຈກິນທານໃນງານຊາປະນາກິດສົບຜູ້ທີ່ເສຍຊິວິດຈາກໄພພິບັດຢູ່ເມືອງສະໜາມໄຊ ເປັນຈຳນວນເງິນຄອບຄົວລະ 1,5 ລ້ານກີບ ຊຶ່ງພິທີມອບ-ຮັບ ມີຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ຢູ່ທີ່ພາກສະໜາມ ເມືອງສະໜາມໄຊ ແຂວງອັດຕະປື.

ອິງຕາມຂໍ້ມູນຂອງຄະນະກຳມະການຟຶ້ນຟູ ແລະແ້ກໄຂຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໃຊ້ໃຫ້ຮູ້ວ່າ ປະຊາຊົນທີ່ສູນຫາຍຈາກເຫດການໃນຄັ້ງນີ້ມີທັງໝົດ131 ຄົນ ແລະໃນປັດຈຸບັນໄດ້ພົບສົບ ພ້ອມທັງນໍາມາຈັດງານຊາປະນາກິດສົບ ປະຕິບັດຕາມຮີດຄອງປະເພນີແລ້ວ 39 ສົບ ໃນນັ້ນແມ່ນປະຊາຊົນຈາກບ້ານໃໝ່ 8 ສົບ, ບ້ານທາຫີນ 4 ສົບ, ບ້ານທ່າແສງຈັນ 10 ສົບ, ບ້ານຫີນລາດ 14 ສົບ, ບ້ານດອນມ່ວງ 1 ສົບ ແລະ ປະຊາຊົນຈາກບ້ານທ່າອວນ 1 ສົບ ແລະ ມີອີກ 1 ສົບແມ່ນຍັງບໍ່ທັນມີຍາດພີ່ນ້ອງມາຢັ້ງຢືນເອົາ.

ເຊິ່ງທ່ານນາງ ພອນມະນີ ຂຽນໄຊຍະວົງໄດ້ຊີ້ແຈ້ງກ່ຽວກັບການມອບເງິນໃນຄັ້ງນີ້ວ່າ: ເງິນດັ່ງກ່າວນີ້ແມ່ນເປັນເງິນທີ່ໄດ້ຮັບຈາກສັງຄົມສົງເຄາະແຂວງຈາກກະຊວງແຮງງານ ແລະ ສະຫວັດດີການ ເພື່ອນໍາມາມອບໃຫ້ກັບຄອບຄົວຜູ້ເສຍຊີວິດໃນຈໍານວນ 39ສົບ ຄອບຄົວລະ 1,5 ລ້ານກີບ ໃນຈໍານວນເງິນ 58,5ລ້ານກີບ.



__________________
Anonymous

Date:
RE: ມອບເງິນຄອບຄົວລະ 1,5 ລ້ານແກ່ຄອບຄົວຜູ້ເສຍຊີວິດເມືອງສະໜາມໄຊ
Permalink   
 


ຈັ່ງແມ່ນສູໃຫ້ຫລາຍເນາະ ...! ຊີວິດຄົນແທ້ໆ, ສູລະເຮັດປານ ເຂົາເປັນແບ້ ....ແບ້ ໂຕລະ 1.500.000kip ເງິນຊ່ວຍເຫລືອ ຕັ້ງທໍ່ໃດຕື້ ...



__________________
Anonymous

Date:
Permalink   
 

 
Evolic Sanchia ຊີວິດຄົນເຮົາມີຄ່າຊໍ່ານີ້ເນາະ 1,500.000 ກີບ
Manage
 
R Nousith Methahuk Methahuk ດີຕົນສົ່ງສານເດ້ ກັບຄອບຄົວຜູ້ທີ່ເສຍໄປ😔😔😔
Manage
 
 
Lit Litsamai ລົດຕຳຕາຍໃດ້50.000.000
Manage
 
Khamphet Sydahao ໃຫ້ຫລາຍນໍ້
Manage
 
คำเคีอง วันนิ ງົວ1ໂຕ5ລ້ານຄົນຕາຍ1.500000ຄັນເປັນໄປໃດ້ບ່ຍາກຕາຍດອກ
Manage
 
Nathy Nathy ໃຫ້ເທົ່ານັ້ນລະຈົບ ເບາະ ສຳລັບຄອບຄົວຜູ້ເສຍຊິວິດນະ
Manage

 
Noy Vila ຄືໃຫ້ເຂົາໜອ້ຍແທ້ເງີນຊອ່ຍເຫຼືອບັກຫຼາຍຫຼາຍ
Manage
 
Nou Latsavong ผิดหวังหลายที่สุดที่ติดตามข่าวมา
Manage


__________________
Anonymous

Date:
Permalink   
 

41575449_284792902249180_345882420957098

ນາຍທອງລຸນ ໜ້າເສົ້າ ເພາະໄປຫາປະຊາຊົນມືເປົ່າ ມີແຕ່ເວົ້າ ເຂົ້າຂອງບໍ່ມີໄປແຈກຢາຍຊ່ວຍເຫລືອປະຊາຊົນລາວ ທີ່ຖືກນ້ຳຖ້ວມ ຍ້ອນ ການປ່ອຍນ້ຳອອກຈາກເຂື່ອນນ້ຳງື່ມ ຖ້ວມບ້ານປະຊາຊົນຫລາຍເມືອງໃນແຂວງວຽງຈັນ,,ນາຍທອງລຸນ ເຈິະທາງຕັນ ເພາະວິກິດນ້ຳຖ້ວມທົ່ວປະເທດ ບໍ່ສາມາແກ້ບັນຫາໃຫ້ປະຊາຊົນລາວໄດ້(ເພາະບໍ່ມີເງິນທຶນສຳລອງ ຮອງຮັບສະພາບໄພພິບັດທີ່ເກີດຂື້ນຢ່າງຮ້າຍແຮງປີນີ້ ມີແຕ່ລໍແບມືຂໍທານການຊ່ວຍເຫລືອຈາກຕ່າງປະເທດທຸກວັນນີ້) 

41530607_284315902296880_10822293236219941626357_284315985630205_246565851466458



__________________
Anonymous

Date:
Permalink   
 

ຄົນແບບນີ້ມາຮັບໃຊ້ຊາດຈື່ງຈະພັດທະນາໄວ ເປັນບຸກຄົນສະຫລາດສ່ອງໃສ

ເປັນແບບຢ່າງໃຫ້ສັງຄົມກໍ່ຄືປະຊາຊົນລາວທົ່ວປະເທດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard