ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານທອງລຸນ ລືມສັນຍາ
ບໍ່ກ້າບອກ

Date:
ທ່ານທອງລຸນ ລືມສັນຍາ
Permalink   
 


ເຈົ້າໜ້າທີ່ ຈາກ ອົງການ ຊ່ວຍເຫລືອ ຄົນ ເສັຍອົງຄະ ໃນລາວ ຜູ້ນຶ່ງ ກ່າວວ່າ ປັດຈຸບັນ ອັດຕຣາ ການໄດ້ ວຽກເຮັດ ງານທໍາ ຂອງ ຄົນເສັຍອົງຄະ ໃນລາວ ຍັງຕໍ່າ ຫລາຍ, ເຖິງແມ່ນວ່າ ຫລາຍພາກສ່ວນ ຈະ ພຍາຍາມ ຊຸກຍູ້ ໃຫ້ ບໍລິສັດ ເອກກະຊົນ ແລະ ສໍານັກງານ ພາກຣັຖ ຮັບເອົາ ຄົນເສັຍອົງຄະ ເຂົ້າເຮັດການ ຫລາຍຂຶ້ນ ກໍຕາມ, ແຕ່ກໍຍັງ ບໍ່ໄດ້ຮັບ ຜົນສໍາເຣັດ ເທົ່າທີ່ຄວນ. ເຈົ້າໜ້າທີ່ ອະທິບາຍ ວ່າ:

"ເປັນໂຕເລກ ທີ່ຍັງບໍທັນ ຫລາຍ ເພາະວ່າ ຄົນພິການ ເຮົາຈະເປັນ ຄົນຮ້ອງວ່າ ເປັນແຮງງານ ດິບເນາະ ໝາຍເຖິງ ຄວາມຮູ້ຈະຕໍ່າ ແລະ ເວລາ ໄປສມັກງານ ຄ່ອນຂ້າງ ຈະລໍາບາກ ເພາະວ່າ ຫລາຍໆ ບໍລິສັດ ເຂົາຈະຕ້ອງການ ຄົນມີ ຄວາມຮູ້ ໜ້ອຍນຶ່ງ ເປັນ ເປີເຊັນນີ້ ຍັງຈະ ບໍ່ເຖິງ 2 ເປີເຊັນ ດອກ".

ເຈົ້າໜ້າທີ່ ເວົ້າວ່າ ຈາກການ ສໍາຮວດ ຄັ້ງຫລ້າສຸດ ເມື່ອປີ 2005 ຢູ່ລາວ ມີຄົນ ເສັຍອົງຄະ ປະມານ 70,000 ຄົນ, ແຕ່ຈາກ ການກະຕວງ ໂດຍຮວມ ແລະ ປຽບທຽບກັບ ມາຕຖານ ສາກົນ ຄາດວ່າ ຈະມີ ຄົນ ເສັຍອົງຄະ ຢູ່ປະມານ 10 ສ່ວນຮ້ອຍ ຂອງ ພົລເມືອງ ທັງໝົດ ຄື ບໍ່ຕໍ່າກວ່າ 5 ແສນຄົນ.

ເຈົ້າໜ້າທີ່ ເວົ້າອີກວ່າ ໃນລະຍະ ເວລາ 10 ປີ ຜ່ານມາ ຄົນເສັຍອົງຄະ ໃນລາວ ພຍາຍາມ ຮຽກຮ້ອງ ໃຫ້ຣັຖບານ ຊ່ວຍເຫລືອ ໃນເຣື້ອງການ ຈ້າງງານ ໃຫ້ໄດ້ ເຮັດວຽກ ເພາະເມື່ອ ບໍ່ມີ ວຽກເຮັດ ງານທໍາ ຊີວິດ ການເປັນຢູ່ ຂອງ ຜູ້ເສັຍອົງຄະ ກໍຈະຕົກ ເປັນພາລະ ຂອງ ຄອບຄົວ, ພີ່ນ້ອງ.

ເຈົ້າໜ້າທີ່ ເວົ້າສລຸບວ່າ ການຊ່ວຍເຫລືອ ຈາກຣັຖບານ ເປັນຄວາມ ຕ້ອງການ ຂອງຜູ້ ເສັຍອົງຄະ ໂດຍສະເພາະ ການສນັບສນູນ ງົບປະມານ ແລະ ການອອກ ກົດໝາຍ ຫລື ນະໂຍບາຍ ເພື່ອເຮັດໃຫ້ ພວກຂະເຈົ້າ ມີໂອກາດ ທີ່ຈະໄດ້ ວຽກເຮັດ ງານທໍາ ຫລາຍຂຶ້ນ.



__________________
Anonymous

Date:
Permalink   
 

ນີ້ແມ່ນແຫຼ່ງທີ່ມາຂອງຂ່່າວ ລືມເອົາລົງໃຫ້

http://www.rfa.org/lao/news-about-laos/job-opportunities-for-handicaps-in-laos-10272011135312.html



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard