ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານ ລາວ ບໍ່ມີ ທ່າທີ ໃດໆ ທິ່ ຈະຊ່ອຍເຫລຶອ ຄົນລາວ ຜູ້ທິ່ຕົກ ເປັນເຫຍຶ່ອ ຂອງກຸ່ມ ຄ້າມະນຸດ ໃນໄທ
Anonymous

Date:
ຣັຖບານ ລາວ ບໍ່ມີ ທ່າທີ ໃດໆ ທິ່ ຈະຊ່ອຍເຫລຶອ ຄົນລາວ ຜູ້ທິ່ຕົກ ເປັນເຫຍຶ່ອ ຂອງກຸ່ມ ຄ້າມະນຸດ ໃນໄທ
Permalink   
 


ຣັຖບານ ລາວ ບໍ່ມີ ທ່າທີ ໃດໆ ທິ່ ຈະຊ່ອຍເຫລຶອ ຄົນລາວ ຜູ້ທິ່ຕົກ ເປັນເຫຍຶ່ອ ຂອງກຸ່ມ ຄ້າມະນຸດ ໃນໄທ

ຄົນລາວ ທີ່ຕົກ ເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໃນໄທ ຕ້ອງການ ຄວາມ ຊ່ອຍເຫລຶອ ຈາກ ຣັຖບານ ລາວ.

ໃນຣະຍະ ທິ່ ຜ່ານມາ ເທົ່າເຖິງ ປັດຈຸບັນ ຣັຖບານ ລາວ ບໍ່ມີ ທ່າທີ ໃດໆ ທິ່ ຈະຊ່ອຍເຫລຶອ ຄົນລາວ ຜູ້ທິ່ຕົກ ເປັນເຫຍຶ່ອ ຂອງກຸ່ມ ຄ້າມະນຸດ ໃນໄທ ໄດ້ເທື່ອ, ເຖິງແມ່ນວ່າ ໃນກຸ່ມ ດ່ັງກ່າວ ບາງຄົນ ຖຶກ ເຈົ້າໜ້າທິ່ ຈັບກຸມ ແລະ ຖືກສົ່ງໄປ ທໍາການ ບຳບັດ ທິ່ ບ້ານ ເກຕການ ປະເທດໄທ ແລ້ວ ກໍຕາມ. ກຸ່ມແຮງງານ ດັ່ງກ່າວ ກໍຍັງ ຢູ່ໃນຄວາມ ລຳບາກ ເພາະຈະຖືກ ກັກໃວ້ ໃນສູນ ເປັນເວລາ ດົນນານ ຍ້ອນການ ສືບສວນ ແລະ ດຳເນີນ ຄະດີ ຂອງກຸ່ມ ຄ້າມະນຸດ. ທາງການໄທ ຕ້ອງການ ພິຍານ ໃນການ ໃຫ້ປາກຄຳ ຕໍ່ສານ ດັ່ງ ເຈົ້າຫນ້າທິ່ ລາວ ເວົ້າວ່າ:

"ໄດ້ສເນີ ໃນ ກອງປະຊຸມ ຫລາຍປີ ແລ້ວ ໄດ້ລົມກັນ ວ່າ ຂະບວນການ ຂັ້ນຕົ້ນ ຂຶ້ນສານນໍ ແລະ ຂໍຮຽກຮ້ອງ ຄ່າເສັຽຫາຍ ຕ່າງໆນິ້ ໃຊ້ເວລາ ດົນນານ ເຮັດໃຫ້ ວັຍລຸ້ນ ສ່ວນຫລາຍ ທິ່ຖຶກພັກ ຊົ່ວຄາວ ແຕ່ຊົ່ວຄາວ ຣະຍະ 6 ເດຶອນ ຫາ 2 ປີ ມັນບໍ່ເປັນ ຊົ່ວຄາວ ປານໃດ".

ຮັຖບານລາວ ຄວນໃຫ້ການ ຊ່ອຍເຫລຶຶອ ຂະເຈົ້າ ທາງດ້ານ ກົດຫມາຍ ແລະ ບັນຫາ ອຶ່ນໆ ໃນຊ່ວງ ເວລານັ້ນ ເພຶ່ອໃຫ້ ຂະເຈົ້າ ໄດ້ຖຶກ ສົ່ງໂຕກັບ ຄືນບ້ານ ໄດ້ໄວຂຶ້ນ. ໃນເວລາ ດຽວກັນ ໃນເມຶ່ອ ພວກຂະເຈົ້າ ຖຶກສົ່ງ ກັບບ້ານ ທາງການ ລາວ ກໍບໍ່ໄດ້ ໃຫ້ການ ຊ່ອຍເຫລຶອ ແຕ່ຢ່າງໃດ, ເຊັ່ນ: ເຣື້ອງ ບຳບັດ ຈິດໃຈ, ການຝຶກ ອົບຮົມ ອາຊິພ ຮ່ວມທັງ ການສິດສອນ ວິທີການ ຕັ້ງຕົ້ນ ຊິວິດໃຫມ່ ຂອງພວກ ຂະເຈົ້າ ເພຶ່ອບໍ່ໃຫ້ ຂະເຈົ້າ ຕົກເປັນເຫຍຶ່ອ ຂອງ ກຸ່ມ ຄ້າມະນຸດ ອີກໃຫມ່ ໂດຍສະເພາະ ຜູ້ຍິງລາວ ທິ່ເຄີຍຕົກ ເປັນເຫຍຶ່ອ ຂອງ ກຸ່ມ ຄ້າປະເວນີ ໃນໄທ.



__________________
ຄົນຊ່າງສັງເກດ

Date:
RE: ຣັຖບານ ລາວ ບໍ່ມີ ທ່າທີ ໃດໆ ທິ່ ຈະຊ່ອຍເຫລຶອ ຄົນລາວ ຜູ້ທິ່ຕົກ ເປັນເຫຍຶ່ອ ຂອງກຸ່ມ ຄ້າມະນຸດ ໃນໄ
Permalink   
 


ຢ່າຄຶດມີຄວາມຫວັງເລີຽວ່າລັດຖະບານລາວຈະໄປຫວ່ງໃຍເຖີງຂະນາດນັ້ນຂໍໃຫ້ແຕ່ລະລັດຖະມົນຕຣີເອົາຕົວຂະເຈົ້າຢູ່ລອດໄປແຕ່ວັນໆກໍດີຢູ່ແລ້ວ, ເພາະເປັນຫ່ວງໂຄງການຊ່ວຽເຫຼືອຕ່າງທີ່ພໍທີ່ຈະໃດ້ແບ່ງສວ່ນ ຕ້ອງສູມແນວຄິດໄປໃສກ່ອນຕາວາ ສະຫາຽເຮີຽ ເພາະລັດຖະບານບໍ່ໃດ້ສັ່ງເຂົາໄປຂາຽໂຕແມ,ເຂົາອາຍຸເກີນກະສຽນສົມຄວນທີ່ຈະຮູ້ວ່າສີ່ງໃດຖູກແລະສີ່ງໃດຈະເປັນອັນຕະລາຽແກ່ຕົວເອງ, ແຕ່ກໍ່ເປັນໜ້າສົງສານລູກຜູ້ຍີງທຸກຄົນ,

ແຕ່ໃນທາງກັບຍັງມີຫົນທາງຊ່ວຽທຸກຄົນ ທີ່ຈະກັບປຽ່ນໃຈໃດ້ເມື່ອຮູ້ວ່າຕົວເອງຖືກຫຼອກ ຄົນລາວແລະຫຼາຽຊາດ ກໍ່ຍັງບໍ່ຮູ້ວ່າຕົວເອງຖູກຫຼອກໃນທາງອອ້ມ ໂດຽຫຼອກ ທາງການເມືອງ, ທາງ ສາສະນາ, ແລະຫຼອກທາງວັດຖຸນິຍົມ ຈົນຕົວເອງໄປຮູ້ເມືອວ່າຖືກຫຼອກໃນຕອນຕົວເອງຖືກໄປນອນຢູ່ຕຽງນອນໃນໂຮງພະຍາບານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard