ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາຢາເສພຕິດ ຂ.ສວັນນະເຂດ
Anonymous

Date:
ບັນຫາຢາເສພຕິດ ຂ.ສວັນນະເຂດ
Permalink   
 


ບັນຫາຢາເສພຕິດ ຂ.ສວັນນະເຂດ

2011-11-04

ປະຊາຊົນ ໃນແຂວງ ສວັນນະເຂດ ເຫັນວ່າ ການແກ້ໄຂ ບັນຫາ ຢາເສພຕິດ ຂອງ ເຈົ້າໜ້າທີ່ລາວ ຍັງບໍ່ ເຂັ້ມແຂງ ພຽງພໍ.

F-US-Ambassor-Huso-Souban-sarithirath.jpg

lao.usembassy.gov

ໂດຍຕາງໜ້າ ສະຫະຣັດ ຜູ້ຮ່ວມ ອຸປຖັມ ການປາບປາມ ຢາເສພຕິດ ໃນລາວ: ອະດີດ ເອກອັຄຣາຊທູຕ ສະຫະຣັດ ອະເມຣິກາ ປະຈໍາລາວ ທ່ານ ຮູໂຊ ຮ່ວມກັບ ທ່ານ ສຸບັນ ສະຣິທທິຣາດ ຫົວໜ້າ ກອງປາບປາມ ຢາເສພຕິດ ແຫ່ງຊາດລາວ ກ່າວເປີດ ການຝຶກອົບຮົມ ປ້ອງກັນ ຕ້ານ ຢາເສພຕິດ ໃນລາວ.

ບັນຫາ ຢາເສພຕິດ ຊຶ່ງ ຣັຖບານລາວ ໄດ້ປະກາດ ວ່າເປັນ ບັນຫານຶ່ງ ທີ່ສໍາຄັນ ຕ້ອງໄດ້ ແກ້ໄຂ ຢ່າງຮີບດ່ວນ ນັ້ນ ປະຊາຊົນ ໃນແຂວງ ສວັນນະເຂດ ເຫັນວ່າ ການແກ້ໄຂ ບໍ່ຈິງຈັງ ພຽງພໍ ເທື່ອ. ໃນບາງຄຸ້ມ ກໍຍັງມີ ເດັກນ້ອຍ ພາກັນ ມົ້ວສຸມນໍາ ຢາເສພຕິດ ຢູ່ ເລື້ອຍມາ. ຕາມຄໍາເວົ້າ ຂອງ ຊາວ ສວັນນະເຂດ ທີ່ບໍ່ປະສົງ ອອກຊື່:

"ຄັນຕາມເບິ່ງ ຢູ່ແຂວງ ສວັນນະເຂດ ມັນກໍບໍ່ຄ່ອຍ ເຂັ້ມແຂງ ປານໃດ ເຣື່ອງປາບປາມ ເຮົາກໍເຫັນ ຕາມຊອກຊອຍ ເດັກເລັກ ເດັກນ້ອຍ ມັນກໍຍັງ ມີຂາຍ ກັນຢູ່ ຄັນເອົາ ເຂົ້າໄປຂັງ ຢູ່ໃນ ຫ້ອງຂັງ ກໍຍັງຕິດ ຢາເສພຕິດ ຢູ່ຄືເກົ່າ ມັນເປັນໄດ້ ຢ່າງໃດ ມັນມີ ຢາເສພຕິດ ໄດ້ຢ່າງໃດ ຂນາດຢູ່ໃນ ຫ້ອງຂັງ".

ນາງເວົ້າ ຕື່ມວ່າ ແຂວງ ສວັນນະເຂດ ເປັນບ່ອນ ສະສົມ ແລະ ເປັນທາງຜ່ານ ຢາເສພຕິດ ອັນເຮັດໃຫ້ ຊອກຊື້ ໄດ້ງ່າຍ ໂດຍສະເພາະ ຢາບ້າ. ປະກອບກັບ ຄ່າຄອງຊີພ ໃນລາວ ທີ່ຖີບຕົວ ສູງຂຶ້ນ ໃນຂນະທີ່ ຣາຍໄດ້ ຈາກການ ປະກອບ ອາຊີພ ແບບ ສຸດຈະຣິດ ຂອງ ປະຊາຊົນ ຍັງຄືເກົ່າ ເຮັດໃຫ້ ລາຍໄດ້ ລາຍຈ່າຍ ບໍ່ ສົມດູນກັນ, ຈຶ່ງມີຫຼາຍຄົນ ຕ້ອງຫາຣາຍໄດ້ ທາງລັດ ພາກັນຄ້າ ຢາເສພຕິດ. ການເຮັດວຽກ ຂອງ ເຈົ້າໜ້າທີ່ ກໍຍັງ ບໍ່ມີ ປະສິດ ທິພາບ ພໍທີ່ຈະ ເຮັດໃຫ້ ພວກຂາຍ ຢາເສພຕິດ ເກງຂາມ ຢ້ານກົວ ໄດ້. ສະຖານ ປີ່ນປົວ ບໍາບັດ ຜູ້ຕິດ ຢາເສພຕິດ ກໍບໍ່ສາມາດ ເຮັດໃຫ້ ເດັກນ້ອຍ ເຊົາ ຕິດຢາໄດ້ ອອກຈາກບ່ອນ ປິ່ນປົວ ບໍາບັດ ແລ້ວ ກໍກັບໄປ ຕິດຢາ ຄືນອີກ:

"ບັນຫາ ທີ່ເຮົາເຫັນ ຢູ່ໃນເມືອງ ມັນກໍຍັງ ຄືເກົ່າ ລູກຫລານ ຄົນໃກ້ໆ ມັນກໍຕິດຢາ ຫລັງບ້ານ ຂ້ອຍເລີຍ ຂະເຈົ້າ ຕິດມາ ຕັ້ງແຕ່ໃດແລ້ວ ເດັກນ້ອຍນັ້ນ ອອກມາ ຈັກນ່ອຍນຶ່ງ ມັນກໍ ໄປຄືນ ທາງເກົ່າ ມັນມີໝູ່ມັນ ມັນແກ້ໄປ ມັນກໍໄປອີກ ໄປທາງ ເກົ່າມັນ".

ການມີ ຈຸດອ່ອນ ຂອງ ເຈົ້າໜ້າທີ່ ປະກອບ ບໍ່ມີ ພນັກງານ ພຽງພໍ ນັ້ນ ເຮັດໃຫ້ ສປປລາວ ໂດຍສະເພາະ ໃນເມືອງໃຫຍ່ ແລະ ຕາມຊາຍແດນ ພົບກັບ ບັນຫາ ຢາເສພຕິດ ໃນຫລາຍ ຮູປແບບ ເຊັ່ນ ເປັນແຫລ່ງ ເກັບມ້ຽນ ສະສົມ, ແຫລ່ງຊື້ຂາຍ ແຫລ່ງຕິດຕໍ່ ຈໍາໜ່າຍ ເປັນທາງຜ່ານ ແລະ ເປັນ ປະເທດ ທີ່ກ່ຽວຂ້ອງ ກັບ ຢາເສພຕິດ ທີ່ສໍາຄັນ ອີກແຫ່ງນຶ່ງ ໃນພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຢ່າງຫລີກລ່ຽງ ບໍ່ໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard