ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂົວມິຕພາບແຫ່ງທີ 3 ເປີດໃຊ້ແລ້ວ
Anonymous

Date:
ຂົວມິຕພາບແຫ່ງທີ 3 ເປີດໃຊ້ແລ້ວ
Permalink   
 


ຂົວມິຕພາບແຫ່ງທີ 3 ເປີດໃຊ້ແລ້ວ

2011-11-07

ທາງການ ແຂວງ ຄໍາມ່ວນ ເຊື່ອວ່າ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຈະດຶງດູດ ນັກລົງທຶນ ຕ່າງ ປະເທດ ໄດ້ຫລາຍ ຂື້ນ.

F-Third-mekong-bridge.jpg

hotsia.com

ຂົວຂ້າມ ແມ່ນໍ້າຂອງ ລາວ-ໄທ ແຫ່ງທີ 3 ນະຄອນພະນົມ-ທ່າແຂກ

ຂົວ ມິຕພາບ ລາວ-ໄທ ຂ້າມ ແມ່ນໍ້າຂອງ ແຫ່ງທີ 3 ຣະວ່າງ ແຂວງ ຄໍາມ່ວນ ແລະ ນະຄອນພະນົມ ຈະສາມາດ ດຶງດູດ ນັກລົງທຶນ ຕ່າງປະເທດ ໄດ້ດີ ທັງໃນເຂດ ເສຖກິດ ພິເສດ ພູຂຽວ ແລະ ບ່ອນອື່ນໆ ເພາະຂົວ ດັ່ງກ່າວ ຈະອໍານວຍ ຄວາມສະດວກ ແກ່ການ ຂົນສົ່ງ ເຂົ້າ-ອອກ ຫລາຍຂຶ້ນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ແຜນການ ແລະ ການລົງທຶນ ແຂວງຄໍາມ່ວນ:

"ກະຫລາຍ ເພາະວ່າ ເພິ່ນ ກະສົນໃຈ ຢູ່ຫລາຍ ເປັນເຣື່ອງ ການສ້າງຕັ້ງ ໂຮງງານ ແລ້ວກໍ ໂຮງແຮມ ຫຍັງຕ່າງໆ ສໍາລັບ ນັກລົງທຶນ ຕ່າງປະເທດ ປັຈຈຸບັນ ກໍມີ 80 ປາຍ ບໍຣິສັດ ສ່ວນຫລາຍ ກໍເປັນ ວຽດນາມ ໄທ ແລ້ວກໍ ຈີນ ຕາມລໍາດັບ".

ທ່ານເວົ້າ ອີກວ່າ ສໍາລັບ ບໍຣິສັດ ຕ່າງປະເທດ ທີ່ມາ ລົງທຶນ ຢູ່ໃນແຂວງ ປັຈຈຸບັນ ນີ້ ສ່ວນຫລາຍ ກໍເປັນ ໂຮງງານ ກະສິກັມ ໂຮງງານ ຜລິດປຸ໊ຍ ແລະ ໂຮງງານ ອຸດສາຫະກັມ ຕ່າງໆ. ສ່ວນ ບໍຣິສັດ ທີ່ເຂົ້າມາ ຈັບຈອງ ພື້ນທີ່ ລົງທຶນ ໃນເຂດ ເສຖກິດ ພິເສດ ພູຂຽວ ທີ່ເມືອງ ທ່າແຂກ ນັ້ນ ທ່ານກໍວ່າ ເຣີ່ມມີ ຈໍານວນ ຫລາຍ ພໍສົມຄວນ ເຖິງແມ່ນວ່າ ຍັງບໍ່ໄດ້ ລົງມື ກໍ່ສ້າງເຂດ ເສຖກິດ ນັ້ນ ຢ່າງເປັນ ທາງການ ເທື່ອກໍຕາມ.

ແຂວງຄໍາມ່ວນ ມີພື້ນທີ່ ກວ້າງຂວາງ ມີສະຖານທີ່ ສວຍງາມ ຊຶ່ງສາມາດ ດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ໄດ້ ເປັນຢ່າງດີ, ພ້ອມທັງ ເປັນແຂວງ ທີ່ມີ ຊາຍແດນ ເຊື່ອມຕໍ່ ໄທ ແລະ ວຽດນາມ ຈຶ່ງມີ ຄວາມ ເປັນໄປ ໄດ້ວ່າ ໃນ ອະນາຄົດ, ຂົວ ມິຕພາບ ແຫ່ງທີ 3 ຈະເຮັດ ໃຫ້ມີ ນັກລົງທຶນ ຕ່າງຊາດ ເຂົ້າມາ ລົງທຶນ ສ້າງ ໂຮງແຮມ RESORT ທີ່ພັກ ຖນົນ ຫົນທາງ ແລະ ເປີດ ກິຈການ ຕ່າງໆ ພາຍໃນແຂວງ ເພີ່ມຂຶ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard