ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ.ຊຽງຂວາງຕັດຕົ້ນໄມ້ ຫຼາຍກວ່າປູກ
Anonymous

Date:
ຂ.ຊຽງຂວາງຕັດຕົ້ນໄມ້ ຫຼາຍກວ່າປູກ
Permalink   
 


ຂ.ຊຽງຂວາງຕັດຕົ້ນໄມ້ ຫຼາຍກວ່າປູກ

2011-11-08

ນະໂຍບາຍ ປູກຕົ້ນໄມ້ ຄືນ ໃນ ແຂວງ ຊຽງຂວາງ ບໍ່ໄດ້ຮັບ ຜົນສໍາເຣັດ ເທົ່າທີ່ ຄວນ.

F-plant-trees.jpg

ປັດຈຸບັນ ປ່າໄມ້ ໃນແຂວງ ຊຽງຂວາງ ມີໜ້ອຍລົງ ຍ້ອນວ່າ ທາງແຂວງ ອະນຸມັດ ໃຫ້ນາຍທືນ ເຂົ້າໄປຕັດ ແລະ ໃນຂນະ ດຽວກັນ ການ ປູກຕົ້ນໄມ້ ເພື່ອ ທົດແທນ ກໍບໍ່ໄດ້ດີ ເທົ່າທີ່ຄວນ ຈື່ງມີການ ຕັດລົງ ຫຼາຍກວ່າ ປູກ. ດັ່ງເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ປະຈໍາ ແຂວງ ເວົ້າວ່າ:

"ເນື້ອທີ່ ຂອງການ ປົກຫຸ້ມ ໜ້າດິນ ນີ້ນະ ມັນມີ ຕົ້ນໄມ້ ປົກຫຸ້ມ ເພີ້ມຂື້ນ ແຕ່ວ່າ ໄມ້ໃຫ່ຽ ສີ່ຫລຸດລົງ ເພາະວ່າ ເຮົາມີການ ຂຸດຄົ້ນ ອອກເນາະ ສໍາລັບ ໂຕໄມ້ ໃຫ່ຽເນາະ ອັນນື່ງແມ່ນ ການຊຸກຍູ້ ປູກຄືນ ນີ້ ມັນມີ ແຕ່ວ່າ ບໍທັນ ບໍ່ທັນໄດ້ ດີເທົ່າທີ່ ຄວນ".

ທ່ານວ່າ ພື້ນທີ່ ປ່າຜລິດ ໃນແຂວງ ຊື່ງມີການ ອະນຸຍາດ ໃຫ້ເຂົ້າ ໄປຕັດໄມ້ ເພື່ອ ແປຮູບ ນັ້ນ ມີ ປະມານ 3 ແສນ ກວ່າເຮັກຕາ ແລະ ຣັຖບານ ອະນຸຍາດ ໃຫ້ຕັດໄດ້ ປະມານ 2,000 ແມັດກ້ອນ ຕໍໍ່ປີ ແລະ ຕ້ອງປູກ ຄືນ ຢ່າງນ້ອຍ 400-500 ha ຕໍ່ປີ, ແຕ່ວ່າ ການປູກ ຄືນໃໝ່ ນີ້ ບໍ່ປະສົບ ຜົນສໍາເຣັດ ເທົ່າທີ່ຄວນ ຍ້ອນວ່າ ຕ້ອງໃຊ້ ເວລາ ດົນນານ ກ່ອນຕົ້ນໄມ້ ຈະໃຫ່ຽ ແລະ ໃຊ້ການໄດ້. ເຈົ້າໜ້າທີ່ ຍອມຣັບ ວ່າ ກ່ອນປີ 1975 ນັ້ນ ປ່າໄມ້ ປົກຄຸມ ໃນລາວ ມີເຖິງ 74%, ຕົກມາຮອດ ປັດຈຸບັນ ສໍາຣວດ ເຫັນວ່າ ຍັງເຫລືອ ແຕ່ ປະມານ 40% ຍ້ອນມີການ ໃຫ້ ສັມປະທານ ແກ່ນັກ ລົງທືນ ແລະ ມີການ ລັກລອບ ຕັດຢູ່ ເປັນປະຈໍາ, ໂດຍມີ ຜູ້ໃຊ້ ອໍານາດ ຢູ່ ເບື້ອງຫລັງ.

ການປູກ ຕົ້ນໄມ້ ຄືນໃໝ່ ໃນລາວ ສ່ວນໃຫ່ຽ ບໍ່ໄດ້ ຣັບການ ບົວລະບັດ ຮັກສາ ຢ່າງດີ, ປູກຫລາຍ ແຕ່ຈໍານວນ ທີ່ໃຫ່ຽ ເປັນຕົ້ນ ແທ້ໆນັ້ນ ມີໜ້ອຍ, ທາງການລາວ ຮູ້ ແລະ ເຂົ້າໃຈ ບັນຫາ ນີ້ ແຕ່ ປະຕິບັດ ບໍ່ໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard