ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແຫ່​ຜາສາດ​ເຜິ້ງ​ ​ບຸນ​​ພະທາດ​ຫລວງ
Anonymous

Date:
ແຫ່​ຜາສາດ​ເຜິ້ງ​ ​ບຸນ​​ພະທາດ​ຫລວງ
Permalink   
 


ແຫ່ຜາສາດເຜິ້ງ​
ບຸນພະທາດ​ຫລວງ

IMG_2625.gif          
     


__________________
Anonymous

Date:
Permalink   
 

ບຸນທາດຫຼວງປີນີ້ສຸດທີ່ຂີ້ຮ້າຍໂດຍສະເພາະແມ່ນການສັນຈອນ ແລະ ການສວຍໂອກາດຫາເງິນ

ມື້ເຊົ້ານີ້ລົດຕິດຂັດທົ່ວເມືອງໄຊເສດຖາຍ້ອນການສັນຈອນບໍ່ໄດ້ວາງແຜນການ..

ຢູ່ແຖວບ້ານສີສັງສອນ ແລະ ນາໄຊ ລົດຕິດແທ້ຕິດວ່າຍ້ອນມີພວກສວຍໂອກາດຫາເງິນໂດຍຈັດໃຫ້ລົດຈອດເຕັມຢູ່ທຸກປາກຮ່ອມ ຂອ້ຍຄາຢູ່ແຖວນັ້ນເກືອບ 2 ຊົ່ວໂມງ ນໍ້າມັນລົດກະຊິໝົດ ຊໍ້າບໍ່ໜໍາ ມີພວກນຶ່ງສົມທົບກັບກອງຫຼອນບ້ານມາຖາມວ່າຝາກລົດບໍ 50.000 ກີບ ຂ້ອຍເລີຍຕອບໄປວ່າເປັນບ້າຕິຂອ້ຍຈອດຢູ່ໜ້າເຮືອນຂ້ອຍແທ້ໆ

ຈັ່ງແມ່ນຊວຍຊໍ້າສອງພໍ່ແມ່ພີ່ນ້ອງເອີຍ..ໄປໃສ່ນໍ້າມັນລົດກະຖືກເຂົາບີບລົມເຂົ້າ, ກະຫຼຽວເບິ່ງຕອນເຂົາໃສ່ກໍ່ເລີ່ມແຕ່ເລກສູນແທ້ແຕ່ບໍ່ຮູ້ວ່າເຂົາໃຊ້ວິທີໂກງແນວໃດ..ຢາມບຸນຢາມສິນຄືມາມີແຕ່ຄົນສວຍໂອກາດແທ້ນໍປະເທດຊາດບ້ານເມືອງເອີຍ.



__________________
Anonymous

Date:
Permalink   
 

ເຫັນດີນໍາເດີ..ບຸນປີນີ້ຈັ່ງແມ່ນບໍ່ມີລະບຽບແທ້ໆຢູ່ບ່ອນໃດກະເກັບຄ່າຝາກລົດໂດຍບໍ່ມີການຄຸ້ມຄອງກະເລີຍເຮັດໃຫ້ການສັນຈອນສັບສົນຫຼາຍລົດແລ່ນຢູ່ນໍາທາງກະຍັງຊິມາເກັບເງິນ.. ຈັ່ງແມ່ນໂພດອີຫຼີ..ຄວນຖອດຖອນບົດຮຽນໄວ້ປີໜ້າ..ນາຍບ້ານ, ກອງຫຼອນບ້ານແຕ່ລະບ້ານກະບໍ່ສົນນໍາໂຈນຊິງັດເຮືອນໃດເລີຍສົນແຕ່ນໍາເງິນຄ່າຝາກລົດຄັນລະ 50.000 ກີບ..ຈັ່ງແມ່ນມັນຈິບຫາຍພວກນີ້ນ່າ ໂດຍສະເພາະບ້ານສີສັງວອນ ແລະ ນາໄຊ



__________________
Anonymous

Date:
Permalink   
 

ເຂົາສາມາດປ່ຽນທາງສັນຈອນສາທາລະນະໃຫ້ເປັນເງິນໄດ້ ນັບຖືຫຼາຍ,ທັ້ງໆທີ່ເກັບເງີນພາສີປະຊາຊົນມາສ້າງ,ຄວາມຈະເລີນ ແຮງເຮັດໃຫ້ຫຍຸ້ງຍາກຫຼາຍຂື້ນ



__________________
Anonymous

Date:
Permalink   
 

ຢ່າວ່າແຕ່ພວກເຈົ້າ ອອກຕົນຍາດໂຍມເອີຍ ແມ່ນແຕ່ ພຣະສົງເພີ່ນ ໄປບິນທະບາດກະຍັງໃດ່ເສັຍຄ່າທໍານຽມ



__________________
Anonymous

Date:
Permalink   
 

Wax Castle Parade That Luang Festival 2011

That Luang Festival Wax Castle procession part one

That Luang Festival Wax Castle procession part two




__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard