ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ດິນສັມປະທານ ທີ່ຂາດການວິຈັຍ


Guru

Status: Offline
Posts: 622
Date:
ດິນສັມປະທານ ທີ່ຂາດການວິຈັຍ
Permalink   
 


ທາງກາຣ ສປປລາວ ໃຫ້ ສັມປະທານ ທີ່ດິນ ໂດຽທີ່ ບໍ່ມີກາຣ ສຶກສາ ວິຈັຍ ດ້ານ ຜົລກະທົບ.

2011-11-11

image_thumb

ອົງກາຣ ຄຸ້ມຄອງ ທີ່ດິນ ເປີດເຜີຽວ່າ ກາຣໃຫ້ ສັມປະທານ ທີ່ດິນ ແກ່ ຊາວ ຕ່າງປະເທສ ໃນຣະຍະ ຜ່ານມາ ປາກົດວ່າ ມີເພີ່ມຂຶ້ນ ຫລາຍ ພໍສົມຄວນ ຊຶ່ງ ສ່ວນຫລາຍ ແມ່ນເກີນ ຂອບເຂຕ ສິທ ຂອງ ທ້ອງຖີ່ນ ໂດຽທີ່ບໍ່ໄດ້ ຜ່ານກາຣ ສຳຣວຈ ຈັດສັນ ປຣາສຈາກ ບົທວິພາກ ເສຖກິຈເທັຄນິຄ ແລະ ກໍບໍ່ມີກາຣ ສຶກສາ ວິຈັຍ ດ້ານ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ແຕ່ຢ່າງໃດ.

ໃນຂນະ ດຽວກັນ ກາຣ ປະສານງານ ຣະຫວ່າງ ແຂນງກາຣ ຕ່າງໆ ໃນແຕ່ລະ ທ້ອງຖີ່ນ ກໍບໍ່ຖືກ ດໍາເນີນໄປ ໃຫ້ໄດ້ດີ ເທົ່າທີ່ຄວນ ຈຶ່ງເກີດເປັນ ບັນຫາ ທີ່ມີທີ່ດິນ ສັບຊ້ອນ ແລະ ບາງພື້ນທີ່ ກໍໄປກວມ ເອົາ ເຂຕ ປ່າດົງດິບ ເຂຕ ປ່າສງວນ ປ່າປ້ອງກັນ ເປັນ ແຫລ່ງນ້ຳ ຫລື ບ່ອນຢູ່ ອາສັຍ ແລະ ທຳມາ ຫາກິນ ຂອງ ປະຊາຊົນ, ອັນເປັນເຫຕ ໃຫ້ເກີດ ມີກາຣ ຮ້ອງທຸກຂ໌ ຂໍຄວາມ ເປັນທັມ ເລື້ອຍໆ ໃນຣະຍະ ທີ່ຜ່ານມາ.

ນັກວິຈັຍ ດ້ານ ເສຖກິຈ ຊາວຕ່າງ ປະເທສ ຫລາຍໆຄົນ ໃຫ້ທັສນະ ວ່າ ກາຣໃຫ້ ສັມປະທານ ທີ່ດິນ ແກ່ ນັກລົງທຶນ ຊາວ ຕ່າງປະເທສ ໃນຫລາຍໆ ໂຄງກາຣ ຖືກດຳເນີນ ໄປໂດຽ ທີ່ບໍ່ໄດ້ ມີກາຣ ສຳຣວຈວິຈັຍ ດ້ານ ຜົລກະທົບ ໂດຽລະອຽດ ແຕ່ຢ່າງໃດ ແລະ ໃນຂນະດຽວກັນ ກາຣໃຫ້ ສັມປະທານ ທີ່ດິນ ນັ້ນ ສ່ວນຫລາຍ ກໍຢູ່ໃນ ຣະດັບ ທີ່ ຕໍ່າເກີນໄປ ດັ່ງຈະເຫັນ ໄດ້ຈາກ ຂໍ້ມູລ ຂອງ ທາງກາຣ ໃນແຕ່ລະ ທ້ອງຖີ່ນ ຊຶ່ງ ບາງບ່ອນ ກໍມີແຕ່ ປະມານ ເຮັກຕ໊າຣ໌ ລະ 1-3 ດອລລາຣ໌ ເທົ່ານັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard