ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຍັງລັກ ຕັດໄມ້ຂາຍ
Anonymous

Date:
ຊາວບ້ານຍັງລັກ ຕັດໄມ້ຂາຍ
Permalink   
 


ຊາວບ້ານຍັງລັກ ຕັດໄມ້ຂາຍ

ໂຮງງານ ເຮັດເຄື່ອງ ເຟີນີເຈີ ໃນລາວ ຍັງພາກັນ ຊື້ໄມ້ ຈາກ ຊາວບ້ານ ທີ່ລັກຕັດ ມາຂາຍ ໃຫ້.

F-forest.jpg

ທັງຄົນ ແລະ ສັດ ອາສັຍ ປ່າໄມ້ ເປັນທີ່ເພີ່ງ ທໍາລາຍ ປ່າໄມ້ ຄືການ ທໍາລາຍ ໂຕເອງ

ປະຊາຊົນ ຊາວລາວ ໃນເຂດ ຫ່າງໄກ ສອກຫຼີກ ຍັງພາກັນ ລັກລອບ ຕັດໄມ້ ທີ່ມີເນື້ອດີ ຄຸນນະພາບ ສູງ ເພື່ອນໍາ ໄປຂາຍ ໃຫ້ໂຮງງານ ເຮັດເຄື່ອງເຮືອນ ເຟີນີເຈີ ເພາະວ່າ ໂຮງງານ ພວກນີ້ ມັກຊື້ໄມ້ ດີໆ ຄືດັ່ງ ໄມ້ຄະຍູງ ເປັນຕົ້ນ. ພວກໂຮງງານ ມັກຊື້ໄມ້ ຈາກຊາວບ້ານ ເພາະໄດ້ ຣາຄາ ຖືກກ່ວາ ຊື້ໄມ້ ທີ່ຖືກຕ້ອງ ຕາມກົດໝາຍ. ຕາມທີ່ ເຈົ້າຂອງຮ້ານ ຂາຍໄມ້ ແປຮູບ ໃນລາວ ຄົນນື່ງ ໄດ້ເລົ່າ ໃຫ້ຟັງ:

"ການລັກລອບ ຕັດໄມ້ ກໍມີຢູ່ ບາງສ່ວນ ຜູ້ຕັດ ກໍແມ່ນ ຄົນລາວ ເຂົາເຂົ້າພວກ ເຟີນີເຈີ ລົງຊອຍ ນ້ອຍໆແບບ ເຟີນີເຈີ ໂຮງງານ ເຟີນີເຈີ ພວກເຂົາ ມັກມາຂາຍ ເຂົາສົ່ງແຕ່ ພວກນັ້ນ ສ່ວນຫລາຍ ແຕ່ ໂຮງງານໃຫ່ຽ ເຂົາ ບໍ່ສົ່ງໃຫ້ ເຂົາ ຊື້ຢູ່ຄີວນື່ງ ປະມານ 3,000-4,000 ຫລຽນ ສະຫະຣັດ ຄັນແບບ ມີໜັງສື ອອກ ຕົກຢູ່ ຄີວນື່ງ 7,000".

ລາວເວົ້າວ່າ ປະຊາຊົນ ທີ່ລັກ ຕັດໄມ້ນັ້ນ ສ່ວນຫລາຍ ເປັນຊາວບ້ານ ທີ່ຢູ່ເຂດ ຫ່າງໄກ ເຂດພູດອຍ ເພາະວ່າ ຊາວບ້ານ ຈໍາພວກນີ້ ບໍ່ມີລາຍໄດ້ ຢ່າງອື່ນ ນອກຈາກ ລັກຕັດໄມ້ ໄປຂາຍ ໃຫ້ພໍ່ຄ້າ ຄົນກາງ ແລ້ວ ກໍ ຂາຍຕໍ່ໃຫ້ ໂຮງງານເຮັດ ເຟີນີເຈີ ຂນາດນ້ອຍ ໃນຣາຄາ ຖືກກ່ວາ ໄມ້ທີ່ມີ ໃບ ອານຸຍາດ ຈາກ ທາງການ.

ການລັກລອບ ຕັດໄມ້ໃຫ່ຽ ຢູ່ໃນ ປ່າດົງ ແລະ ໃນເຂດ ຫວງຫ້າມ ນັ້ນມີສ່ວນ ເຮັດໃຫ້ ປ່າໄມ້ ໃນລາວ ໜ້ອຍລົງ ເພາະ ມີການ ຕັດໄມ້ ຢ່າງຕໍ່ເນື່ອງ ສົມທົບ ກັບ ການຕັດໄມ້ ຖາງປ່າ ເພື່ອເຮັດໄຮ່ ແບບ ເລື່ອນລອຍ ຊື່ງ ບັນຫາ ນີ້ ເຈົ້າໜ້າທີ່ ປ່າໄມ້ ກໍຍັງ ບໍ່ສາມາດ ຄວບຄຸມ ໄດ້ຢ່າງ ທົ່ວເຖິງ. ຊາວບ້ານ ຄົນນື່ງ ໃນແຂວງ ສວັນນະເຂດ ເວົ້າວ່າ ການລັກລອບ ຕັດໄມ້ ທໍາລາຍປ່າ ນີ້ ຍັງມີ ຢູ່ຫລາຍ:

"ຍັງມີຢູ່ ຫລາຍຢູ່ ມັນກໍບໍດີ ຫລາຍຢ່າງ ເປັນຕົ້ນ ກໍ ມັນເຣັດໃຫ້ ຟ້າຝົນຕົກ ບໍ່ກົງກັບ ລະດູການ ຢາກໃຫ້ ຣັຖບານ ພັທນາ ຕື່ມ ກວດກາ ເບິ່ງ ເພີ້ມຕື່ມ".

ເຖິງແມ່ນວ່າ ທາງການ ຫ້າມຕັດໄມ້ ເນື້ອແຂງ ຊນິດ ຫາຍາກ ກໍດີ ການລັກລອບ ຕັດໄມ້ ເນື້ອແຂງ ໃນທົ່ວ ປະເທດລາວ ຍັງມີຢ່າງ ຕໍ່ເນື່ອງ ທັງ ປະຊາຊົນ ແລະ ເຈົ້າໜ້າທີ່ ພາກັນ ສົມຮູ້ ຮ່ວມຄິດ ກັບ ນາຍທືນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard