ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງຮຽນບ້ານ ຂ້ອຍຍັງບໍ່ມີຝາ ຮອດປີ 2020 ກໍຍັງທຸກຄືເກົ້າ
Anonymous

Date:
ໂຮງຮຽນບ້ານ ຂ້ອຍຍັງບໍ່ມີຝາ ຮອດປີ 2020 ກໍຍັງທຸກຄືເກົ້າ
Permalink   
 


ຄົນລາວເຊື່ອວ່າ ປີ 2020 ຍັງຈະທຸກຄືເກົ່າ

img_4564.jpg

ຕາມ ນະໂຍບາຍ ຂອງ ຣັຖບານ ລາວ, ບັນຫາ ຄວາມທຸກຍາກ ຂອງ ປະຊາຊົນ ເປັນບັນຫາ ຫລັກ ທິ່ຈະຕ້ອງ ແກ້ໄຂ ກ່ອນ ດ້ວຍການ ປະຕິບັດ ໂຄງການ ສົ່ງເສິມ ອາຊີບ ທີ່ຫມັ້ນຄົງ ໃຫ້ແກ່ ປະຊາຊົນ, ແລະ ຕ້ອງແກ້ໄຂ ບັນຫາ ໃຫ້ໄດ້ ໃນປີ 2020. ປະຊາຊົນ ລາວ ບໍ່ເຊຶ່ອວ່າ ນະໂຍບາຍ ດ່ັງກ່າວ ຈະບັນລຸ ຜົລ ເພາະໃນ ປັດຈຸບັນ ຍັງມີ ປະຊາຊົນ ຢ່າງ ຫຼວງຫຼາຍ ຍັງ ທຸກຍາກຢູ່ ໂດຍສະເພາະ ໃນເຂດ ຊົນນະບົດ. ດັ່ງຊາວລາວ ຜູ້ນຶ່ງ ກ່່າວວ່າ:

"ກໍມີຢູ່ ຈຳນວນນຶ່ງ ແນ່ນອນວ່າ ພວກຕົວເມຶອງ ຕ້ອງຫລຸດພົ້ນ ແນ່ ພວກ ຊົນນະບົດ ຕ້ອງຍັງຄ້າງ ຈຳນວນນຶ່ງ ເພາະວ່າ ການ ຄົມມະນາຄົມ ການໄປມາ ຊົນນະບົດ ເຂດພູດອຍ ມັນຍັງ ລຳບາກ ຢູ່ ວຽກງານ ພັທນາມັນ ກໍໄປຊ້າ ເພາະມັນ ຍັງໄປຫາ ກັນລຳບາກ".

ທ່ານກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ໃນ ປັດຈຸບັນ ຈະມີ ນັກລົງທຶນ ຕ່າງຊາດ ເຂົ້າມາ ລົງທຶນ ໃນລາວ ຫລາຍປານໃດ ກໍຕາມ ແຕ່ສ່ວນຫລາຍ ແລ້ວ ນັກລົງທຶນ ເຫລົ່ານັ້ນ ກໍຈະເອົາ ຄົນງານ ຈາກ ປະເທດ ຕົນເອງ ມາເຮັດວຽກ ເນຶ່ອງຈາກວ່າ ຄົນລາວ ໃນເຂດ ຊົນນະບົດ ບໍ່ມີ ຄວາມຊຳນານ ໃນການ ເຮັດວຽກ ທິ່ມີ ສີມື ນອກຈາກ ການເຮັດນາ. ດັ່ງນັ້ນ ຄົນລາວ ກຸ່ມ ດັ່ງກ່າວ ກໍຍັງຈະ ທຸກຍາກ ເຫ ມຶອນເດິມ ເພາະບໍ່ມີ ວຽກເຮັດ. ບັນຫາ ຄວາມທຸກຍາກ ໃນລາວ ບໍ່ແມ່ນ ແຕ່ສະເພາະ ຫນ້າທິ່ ຂອງ ຣັຖບານ ເທົ່ານັ້ນ ທີ່ ຈະຕ້ອງ ແກ້ໄຂ, ປະຊາຊົນ ລາວ ກໍຕ້ອງ ໃຫ້ຄວາມ ຮ່ວມມື ຄືກັນ ດັ່ງ ປະຊາຊົນ ອີກຜູ້ນຶ່ງ ເວົ້າວ່າ:

"ອັນນິ້ກໍ ຂຶ້ນກັບ ຄວາມ ອົດທົນ ຂອງເຂົາ ຊີ່ແກ້ໄຂ ໄດ້ບໍ່ ເຮົາ ກໍບໍ່ຈັກ ຊີ່ວ່າ ອົດທົນ ກັບຄົນຜູ້ທີ່ ແກ້ໄຂ ຄວາມທຸກຍາກ ຄັນບໍ່ ອົດທົນ ແກ້ໄຂ ຄວາມທຸກຍາກ ຊີ່ແກ້ໄຂ ໄດ້ຢ່າງໃດ ຄັນວ່າ ອົດບໍ່ໄດ້ ກໍແປວ່າ ແກ້ບໍ່ໄດ້ ກໍທຸກຍາກ ຄືເກົ່າ".

ນະໂຍບາຍ ຂອງ ຣັຖບານ ລາວ ແມ່ນຢາກ ໃຫ້ຄວາມ ທຸກຍາກ ໃນລາວ ສິ້ນສຸດລົງ ໃນປີ 2020 ແຕ່ ປະຊາຊົນ ລາວ ສ່ວນໃຫຍ່ ເຊຶ່ອວ່າ ອາດເປັນໄປ ໄດ້ຍາກ.



__________________
Anonymous

Date:
RE: ໂຮງຮຽນບ້ານ ຂ້ອຍຍັງບໍ່ມີຝາ ຮອດປີ 2020 ກໍຍັງທຸກຄືເກົ້າ
Permalink   
 


ໄມ້ເຮັດຝາໂຮງຮຽນພວກນ້ອງ ມີຫລາຍແທ້ ບັກຫລ້າ ແຕ່ເພິ່ນບໍ່ພາກັນສ້າງ ພາກັນສົ່ງຂາຍ ຫວຽດນາມ

ໝົດ

 

[Illegal+timber+in+VN+eaviet119.jpg]



__________________
noy


Newbie

Status: Offline
Posts: 1
Date:
Permalink   
 

ແມ່ນອີຫຼີແທ້ໃດ໋ ຜູ້ລວຍແມ່ນເຖົ້າແກ່ໄມ້ ຜູ້ໄດ້ແມ່ນເຈົ້າໜາທີ່ກ່ຽວຂ້ອງ ເຊັ່ນ : ປ່າໄມ້ ຂີ່ລົດລາຄາເປັນແສນຫຼຽນ ບໍ່ແມ່ນແຕ່ແຖວບ້ານນອກ ໂຮງຮຽນບໍ່ມີຝາຫັ້ນ ໃນຕົວເມືອງແທ້ໆກະຍັງມີ ບາດໄມ້ຕັດຂາຍໃຫ້ຫວຽດບໍ່ຖອຍເປັນຕາໜ່າຍ
ພັກ ແລະ ລັດ ຄມ ກິນເມືອງ


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard