ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທອງ​ສິງ ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ19
Anonymous

Date:
ທອງ​ສິງ ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ19
Permalink   
 


ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ
ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ19

lao0-b.jpg

*(ຂປລ)ກອງປະຊຸມສຸດຍອດ​ອາ​ຊຽນຄັ້ງທີ 19 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດອື່ນໆ ​ທີ່​ກ່ຽວຂ້ອງ ໄດ້ໄຂ ຂື້ນຢ່າງເປັນທາງການ ໃນຕອນ​ເຊົ້າຂອງວັນທີ 17 ພະຈິກ 2011 ທີ່ ບາ​ຫລີ, ອິນ​ໂດ​ເນ​ເຊຍ. ພະນະທ່ານທອງ​ສິງ ທຳ​ມະ​ວົງ, ນາຍົກ​ລັດຖະມົນຕີ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ໄດ້ນຳພາ​ຄະນະ​ຜູ້​ແທນລາວ ເຂົ້າ​ຮ່ວມ​​​ບັນດາກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ຊຶ່ງຈະ​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ ຄື: ​ແຕ່​ວັນ​ທີ 17 -19 ພະຈິກ 2011.

​ໃນໂອກາດເຂົ້າຮ່ວມກອງ​ປະຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງທີ 19 ນີ້, ບັນດາ​ຜູ້​ນຳ​ອາຊຽນ ​ໄດ້ທົບ​ທວນຄືນຄວາມຄືບຫນ້າ ຂອງ​ຂະ​ບວນການສ້າງປະຊາຄົມອາ ຊຽນ ​ແລະ ການຈັດຕັ້ງປະຕິບັດກົດບັດອາຊຽນ ພາຍຫລັງທີ່ມີຜົນບັງຄັບໃຊ້ໃນວັນ​ທີ 15 ທັນວາ 2008, ​​ໄດ້ປຶກສາຫາລື​ກັນກ່ຽວກັບການ​ເຊື່ອມ​ຈອດ​ອາ​ຊຽນ ​ໂດຍ​ສະ​ເພາະ​​ແມ່ນ​ໄດ້​ຮັບ​ຊາບ​ຄວາມ​ຄືບ​ຫນ້າໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການ ເຊື່ອມຈອດອາຊຽນ. ພ້ອມກັນ​ນີ້, ບັນດາ​ຜູ້​ນຳ​ອາ​ຊຽນ ຍັງ​ ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​​ລະຫວ່າງ ອາຊຽນ ກັບພາຍນອກ ລວມທັງ​ການຮັກສາ ແລະ ເສີມຂະຫຍາຍ​ບົດບາດ​ຂອງ​ອາ​ຊຽນ ​ໃນ​ເວທີພາກພື້ນທີ່ ອາຊຽນລິ້ເລີ້ມ. ໃນໂອກາດນີ້, ບັນດາຜູ້ນຳ ອາຊຽນໄດ້ລົງ​ນາມ​ຮັບຮອງເອົາຖະ​ແຫລ​ງການ​ບາ​ຫລີ ວ່າ​ດ້ວຍ​ປະຊາ​ຄົມ​ອາ​ຊຽນ ໃນ​ປະຊາ​ຄົມ​ໂລກ​ຂອງບັນ​ດາ ​ປະຊາ​ຊາດ ຊຶ່ງເປັນຖະແຫລງການທີ່ກຳນົດ​ວິ​ໄສ​ທັດ ກ່ຽວກັບບົດບາດ​ຂອງ​ອາ​ຊຽນ ພາຍຫລັງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

ນອກຈາກ​ນີ້, ບັນ​ດາ​ຜູ້​ນຳ​ອາ​ຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ບັນຫາໄພພິບັດທຳມະ ຊາດ​ໂດຍ​ສະ​ເພາະ​ແມ່ນ ​ໄພ​ນ້ຳ​ຖ້ວມ​ທີ່​​ເກີດຂື້ນຢູ່​ບາງ​ປະ​ເທດ​ສະມາຊິກ​ອາ​ຊຽນ. ກ່ຽວ​ກັບ​ໄພພິບັດ​ຈາກທຳ​ມະ​ຊາດນີ້, ບັນດາ​ຜູ້​ນຳ​ອາ​ຊຽນ ​ເຫັນ​ວ່າ ອາ​ຊຽນ ຄວນ​ເພີ​້ມທະວີ​ການ​ຮ່ວມ​ມື​ກັນ​ດ້ານ​ການບັນ​ເທົາ​ທຸກ ​​ແລະ ການຄຸ້ມ​ຄອງໄພພິບັດ ເພື່ອປ້ອງ​ກັນ ​ແລະ ຫລຸດຜ່ອນ​ຜົນ​ກະທົບຈາກໄພພິບັດທຳມະຊາດທີ່ມີຕໍ່​ ການ​ດຳລົງ​ຊີວິດຂອງ​ປະຊາຊົນກໍ​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ ທີ່​ໄດ້​ຮັບ​ຜົນ​ກະທົບຈາກໄພພິບັດດັ່ງກ່າວ. ພ້ອມດຽວກັນ​ນີ້, ​ບັນດາ​ຜູ້​ນຳ​ອາ ​ຊຽນ ໄດ້​ຮັບຮອງ​ເອົາ​ຖະ​ແຫລ​ງການ​ວ່າ​ດ້ວຍ​ການ​ຮ່ວມ​ມື​ເພື່ອ​ປ້ອງ​ກັນ, ຫລຸດຜ່ອນ, ບັນ​ເທົາ​ທຸກ ​ແລະ ຟື້ນຟູ ​ໄພ​ນ້ຳ​ຖ້ວມ ແລະ ຖະແຫລງການອື່ນໆ ພາຍໃຕ້ ປະຊາຄົມວັດທະນາທຳ-ສັງຄົມອາຊຽນ.

​ໃນວັນ​ດຽວ​ກັນນີ້, ພະນະ​ທ່ານ ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຍັງໄດ້​ພົບ​ປະ​ສອງຝ່າຍກັບ ນາຍົກລັດຖະມົນຕີ​ຫວຽດນາມ ໂດຍ​ໄດ້​ປຶກສາ​ຫາລື​ກັນ​ ກ່ຽວກັບ​ການ​ເສີມ​ຂະຫຍາຍ​ການ​ພົວພັນຮ່ວມ​ມືລະ ຫວ່າງ​ສອງ​ປະເທດ.



__________________
Anonymous

Date:
RE: ທອງ​ສິງ ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ19
Permalink   
 


ເຈົ້າພາບກະໂພດ ຈັດໃຫ້ນາຍົກລາວໄປຢູ່ຂ້າງຫລັງຄົນສູງ ແນມໄປເກືອບບໍ່ເຫັນໜ້າຜາກ.



ນາຍົກລາວຕໍາເມຍນາຍົກວຽດນາມໃນນາທີທີ 4:31





__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard