ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກະແສຕ້ານເຂື່ອນ ໄຊຍະບູຣີ
Anonymous

Date:
ກະແສຕ້ານເຂື່ອນ ໄຊຍະບູຣີ
Permalink   
 


ກະແສຕ້ານເຂື່ອນ ໄຊຍະບູຣີ

ອົງການຮ່ວມ ເພື່ອຊ່ວຍ ຮັກສາ ແມ່ນໍ້າຂອງ ຮຽກຮ້ອງ ໃຫ້ ກັມມາທິການ ແມ່ນໍ້າຂອງ ຍົກເລີກ ໂຄງການ ສ້າງເຂື່ອນ ໄຊຍະບູຣີ.

F-MRC-sign-website-Asia-eye.jpg

Asia-eye

ປະເທດລຸ່ມ ແມ່ນໍ້າຂອງ ປະສານງານ ເພື່ອ ຄວາມຮຸ່ງເຮືອງ ຂອງ ພູມີພາຄ ໃນ ອະນາຄົດ

ໃນຊ່ວງທີ່ ບັນດາ ຣັຖມົນຕຣີ ຂອງ ປະເທດ ອ່າງ ແມ່ນໍ້າຂອງ ກະຕຽມ ເຂົ້າກອງ ປະຊຸມ ສົນທະນາ ການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນແຂວງ ໄຊຍະບູຣີ ຊື່ງຈະເລີ້ມ ແຕ່ ວັນທີ່ 7 ໄປຮອດ ວັນທີ່ 9 ທັນວາ ນີ້ທີ່ ນະຄອນ ຊຽມຣຽບ ປະເທດ ກໍາພູຊາ. ອົງການຮ່ວມ ຮັກສາ ແມ່ນໍ້າຂອງ, ເຄືອຂ່າຍ ປະຊາຄົມ ແລະ ກຸ່ມອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ໃນພູມີພາກ ແລະ ຈາກ ທົ່ວໂລກ, ໃນວັນ ອັງຄານ ນີ້ໄດ້ສົ່ງ ຈົດໝາຍ ໄປຍັງ  ກັມມາທິການ ແມ່ນໍ້າຂອງ ຮຽກຮ້ອງໃຫ້ ລົງມະຕິ ຍົກເລີກ ໂຄງການສ້າງ ເຂື່ອນ ໄຊຍະບູຣີ.

ຈົດໝາຍ ຣະບຸວ່າ ການພົບປະ ຂອງ ຄນະຣັຖມົນຕຣີ ຄັ້ງນີ້ ເປັນໂອກາດ ສຸດທ້າຍ ສໍາລັບ ປະເທດ ສະມາຊິກ MRC ທີ່ຈະສະແດງ ອອກເຖິງ ພັນທະ ຂອງຕົນ ຕໍ່ຈິດໃຈ ແລະ ໜ້າທີ່ ທາງ ກົດໝາຍ ກ່ຽວກັບຂໍ້ ຕົກລົງ ແມ່ນໍ້າຂອງ ປີ 1995 ວ່າດ້ວຍ ການແບ່ງປັນ ໃຊ້ ແມ່ນໍ້າຂອງ ແລະ ການຮັກສາ ແມ່ນໍ້າຂອງ ເພື່ອບໍ່ໃຫ້ ລະບົບ ນິເວດ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຕາມ ແມ່ນໍ້າຂອງ ໄດ້ຮັບຜົນ ກະທົບ.

ຈົດໝາຍດັ່ງກ່າວ ລົງລາຍເຊັນ ໂດຍ ຜູ້ຕາງໜ້າ ອົງການ ແນວຮ່ວມ ຮັກສາ ແມ່ນໍ້າຂອງ, ເຄືອຂ່າຍ ປະຊາຄົມ ແລະ ກຸ່ມອົງການ ທີ່ບໍ່ຂື້ນກັບ ຣັຖບານ ທັງໝົດ 39 ອົງການ. ເມື່ອອາທິດ ທີ່ແລ້ວນີ້ ມີຜູ້ລົງ ລາຍເຊັນ ທັງໝົດ ເກືອບ 50,000 ຄົນ. ໃນຈົດໝາຍ ທີ່ສົ່ງໄປຫາ ນາຍົກຣັຖມົນຕຣີ ລາວ ແລະ ໄທ ຮຽກຮ້ອງໃຫ້ ຍົກເລີກ ໂຄງການສ້າງ ເຂື່ອນດັ່ງກ່າວ.

ໜັງສືພິມ ບາງກອກ ໂພສ, ພະນົມເປັນ ໂພສ, ແລະ ໜັງສືພິມ ລາຍວັນ ກໍາພູຊາ ໄດ້ອຸທິດ 3 ໜ້າເຈົ້ຽ ເພື່ອໂຄສະນາ ຕໍ່ຕ້ານ ການສ້າງເຂື່ອນ ໄຊຍະບູຣີ ແລະ ໃນນັ້ນ ອົງການຮ່ວມ ຮັກສາ ແມ່ນໍ້າຂອງ ໄດ້ ຮຽກຮ້ອງ ໄປຍັງ ນາຍົກຣັຖມົນຕຣີ ລາວ, ໄທ, ກໍາພູຊາ, ແລະ ວຽດນາມ ບໍ່ໃຫ້ ສ້າງເຂື່ອນ ໄຊຍະບູຣີ.

ທ່ານ Trinh Le Nguyen ຈາກອົງການ ທີ່ມີຊື່ວ່າ ປະຊາຊົນ ແລະ ທັມະຊາດ ຂອງວຽດນາມ ໄດ້ຮຽກຮ້ອງ ໄປຍັງ MRC ວ່າ ຄວນນໍາພາ ພູມີພາກ ໄປສູ່ ແນວຄິດໃໝ່ ສໍາລັບ ແມ່ນໍ້າຂອງ ແລະ ຂໍໃຫ້ ເລີກລົ້ມ ແຜນການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard