ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວເມືອງກະລຶມ ຕ້ອງໂຍກຍ້າຍ
Anonymous

Date:
ຊາວເມືອງກະລຶມ ຕ້ອງໂຍກຍ້າຍ
Permalink   
 


ຊາວເມືອງກະລຶມ ຕ້ອງໂຍກຍ້າຍ

ແຂວງເຊກອງ ຈະມີການ ຍົກຍ້າຍ ຊາວເມືອງ ກະລຶມ ທີ່ ຢູ່ໃກ້ເຂດ ໂຄງການ ສ້າງເຂື່ອນ.

F-Sekong4.jpg

Internationalrivers.org/Marcus Rhinelander

ທຸງຊາດວຽດນາມ ປີວສະບັດ ຢູ່ພື້ນທີ່ ໂຄງການສ້າງ ເຂື່ອນເຊກອງ 4

ທາງການ ແຂວງ ເຊກອງ ມີແຜນການ ຍ້າຍເມືອງ ແລະ ປະຊາຊົນ ອອກຈາກ ເມືອງກະລຶມ ຊຶ່ງຈະເປັນ ພື້ນທີ່ ອ່າງເກັບນໍ້າ ໃນເຂດ ທີ່ຈະສ້າງ ເຂື່ອນ ໄຟຟ້າ ນໍ້າຕົກ. ທ່ານ ລຽງ ຄໍາພູນ ຮອງ ເຈົ້າແຂວງ ເຊກອງ ເວົ້າກ່ຽວກັບ ໂຄງການ ສ້າງເຂື່ອນ ໄຟຟ້າ ໃກ້ ເມືອງກະລຶມ ວ່າ:

"ໃນອະນາຄົດ ມັນຈະມີ ການກໍ່ສ້າງ ເຂື່ອນ ໄຟຟ້າ ນໍ້າຕົກ 2 ແຫ່ງ ຈາກການ ວິໄຈ ຂອງການ ກໍ່ສ້າງ ເຂື່ອນ ມັນຈະມີ ນໍ້າຖ້ວມ ເປັນ ບໍລິເວນ ກວ້າງ ຈະໄດ້ຍ້າຍ ໂຕເມືອງ ກະລຶມ ໄປຕັ້ງຢູ່ ບ່ອນອື່ນ ມີແຜນ ໂຍກຍ້າຍ ແລ້ວ".

ທ່ານຮອງ ເຈົ້າແຂວງ ແຂວງ ເຊກອງ ເວົ້າຕໍ່ໄປ ອີກວ່າ ເຖິງແມ່ນວ່າ ການ ກໍ່ສ້າງ ເຂື່ອນ ຈະສົ່ງຜົນ ກະທົບ ຕໍ່ ປະຊາຊົນ ແຕ່ກໍຕ້ອງ ຍອມຮັບ ເພື່ອການ ພັທນາ. ການໂຍກຍ້າຍ ປະຊາຊົນ ຈາກ ເມືອງກະລຶມ ກໍມີແຕ່ 2-3 ໝູ່ບ້ານ, ຊຶ່ງ ຕາມແຜນການ ແລ້ວ ຈະຍ້າຍ ຫ່າງອອກໄປ ຈາກບ່ອນ ເກົ່າ ປະມານ 30 ກິໂລແມັດ ໄປທາງ ຕາເວັນອອກ, ຊຶ່ງເປັນ ພື້ນທີ່ ທີ່ ທາງຣັຖບານ ໄດ້ ອະນຸມັດ ຈັດສັນ ກະຕຽມ ການກໍ່ສ້າງ ໄວ້ແລ້ວ.

ໃນເວລາ ດຽວກັນ ການໂຍກຍ້າຍ ປະຊາຊົນ ຖືວ່າເປັນ ການຫລຸດຜ່ອນ ຄວາມທຸກຍາກ ໃຫ້ກັບພວກ ຂະເຈົ້າ ເພາະວ່າ ເຂດໃໝ່ ຢູ່ກາງ ເມືອງກະລຶມ ຊຶ່ງມີ ໂອກາດ ສ້າງຖນົນ ຫົນທາງ ເຊື່ອມຕໍ່ ເມືອງອື່ນໆ ໄດ້. ທ່ານ ລຽງ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ຖ້າບໍ່ມີບ່ອນກໍ່ສ້າງເຂື່ອນ ການພັທນາກໍ່ບໍ່ເຖິງ ຖ້າມີການກໍ່ສ້າງເຂື່ອນ ແລ້ວຍ້ານເມືອງໄປ ຈະຕັ້ງຢູ່ໃຈກາງ ຂອງປະຊາຊົນ ທີ່ຢູ່ເຂດສອກຫລີກ ເຂດຫ່າງໄກ ຈະມີໂອກາດສ້າງທາງເຊື່ອມຕໍ່ໄປຫາບ້ານທີ່ຢູ່ ຫ່າງໄກ
ທີ່ຜ່ານມາທາງການແຂວງເຊກອງໄດ້ປຶກສາຫາລືກັບ ປະຊາຊົນທີ່ຈະໄດ້ຮັບຜົນກະທົບ ທຸກຝ່າຍເຂົ້າໃຈກ່ຽວກັບ ແຜນການແລະຄວາມຕ້ອງການ ການພັທນາ ເສຖກິດ-ສັງຄົມຂອງຣັຖບານ ແຕ່ແຜນການໂຍກຍ້າຍ ປະຊາຊົນ  ຍັງຂາດງົບປະມານ ຈຶ່ງເກີດການຫລ້າຊ້າ.


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard