ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດຂົນໄມ້ວຽດນາມ ຖືກເຜົາຢູ່ບ້ານປ່າສິງ
Anonymous

Date:
ຣົດຂົນໄມ້ວຽດນາມ ຖືກເຜົາຢູ່ບ້ານປ່າສິງ
Permalink   
 


ຣົດຂົນໄມ້ວຽດນາມ ຖືກເຜົາຢູ່ບ້ານປ່າສິງ

 
 
  
 

http://4.bp.blogspot.com/_4Mcb9VPcOxY/TDSFK0xyBeI/AAAAAAAAAMA/738h8UI2bU4/s1600/IMGP6023.jpg

ແຫຼ່ງຂ່າວ ຈາກ ແຂວງ ສາຣະວັນ ເປີດເຜີຍວ່າ ໃນຄືນ ວັນທີ 6 ທັນວາ 2011, ຣົຖຂົນສົ່ງ ໄມ້ທ່ອນ ຂອງ ວຽດນາມ 4 ຄັນ ຖືກ ລັກຈູດ ຢູ່ ບ້ານ ປ່າສິງ ເມືອງຕາໂອ້ຍ ແຂວງ ສາຣະວັນ. ມີ 2 ຄັນ ບັນທຸກ ໄມ້ແຄນ ເຕັມອັດຕຣາ ແລະ ອີກ 2 ຄັນ ທີ່ ຍັງເປົ່າຢູ່.

ໃນເບື້ອງຕົ້ນ ເຊື່ອວ່າ ເປັນການ ກະທໍາ ຂອງ ຊາວບ້ານ ໃນທ້ອງຖິ່ນ, ເພາະວ່າ ເມື່ອເກີດເຫດ ໄຟໄໝ້ ບໍ່ມີ ຊາວບ້ານ ອອກມາ ຊ່ວຍມອດໄຟ ເລີຍ. ຕໍ່ມາ ກໍມີຊາວບ້ານ ອອກມາ ສະແດງ ຄວາມບໍ່ດີໃຈ ທີ່ ບໍຣິສັດ ຄ້າໄມ້ ວຽດນາມ ເຂົ້າມາ ຕັດໄມ້ ທໍາລາຍປ່າ ໃນເຂດນັ້ນ ຢ່າງ ບໍມີ ຄວາມເກງໃຈ ເລີຍ.

ແຫລ່ງຂ່າວ ດຽວກັນນີ້ ເຄີຍໄດ້ ລາຍງານ ເມື່ອທ້າຍເດືອນ ຕຸລາ ຜ່ານມາ ກ່ຽວກັບ ການ ວີລະເບີດ ໃສ່ ແຄ້ມບ່ອນຢູ່ ຄົນງານ ຊາວ ວຽດນາມ ທີ່ເຂົ້າມາ ເຮັດວຽກ ໃນລາວ ເຮັດໃຫ້ມີຜູ້ ໄດ້ຮັບບາດເຈັບ ແລະ ເສັຍ ຊີວິດ ຈໍານວນ ນຶ່ງ, ເຫດການ ດັ່ງກ່າວ ໄດ້ເກີດຂຶ້ນ ໃນມື້ ວັນທີ 28 ຕຸລາ 2011 ຢູ່ ລະຫວ່າງ ບ້ານ ໜອງກະໝານ ແລະ ບ້ານໜອງແຂ້ ເມືອງ ເລົ່າງາມ ແຂວງ ສາຣະວັນ. ໃນຂນະທີ່ ຄົນງານ ຊາວ ວຽດນາມ ກໍາລັງ ຫຼັບນອນຢູ່.

ໃນໂຮງງານ ບໍຣິສັດ ປູກພືດ ສາລີ ແລະ ມັນຕົ້ນ ໄດ້ມີຄົນ ວີລະເບີດ ໃສ່ ແຄ້ມບ່ອນຢູ່ ເຮັດໃຫ້ມີ ຜູ້ເສັຍ ຊີວິດ 5 ຄົນ ແລະ ບາດເຈັບ 10 ກວ່າ ຄົນ. ຕໍ່ມາໃນວັນທີ 30 ຕຸລາ 2011 ຢູ່ ບ້ານນາໄຊ ເມືອງ ແລະ ແຂວງ ສາຣະວັນ ໃນ ຕອນແລງ ເວລາ ປະມານ 5-6 ໂມງ ໄດ້ມີການ ລອບຍິງ ພໍ່ຄ້າໄມ້ ຊາວ ວຽດນາມ ທີ່ ມາຕິດຕໍ່ ຊື້ຂາຍໄມ້ ຂະຍູງ ໃນເຫດການ ຄັ໊ງນັ໊ນ ມີຜູ້ເສັຍ ຊີວິດ 2 ຄົນ.



__________________
Anonymous

Date:
Permalink   
 

ຕໍ່ໄປຈະເຜົາຫົວວຽດນາມອີກ ຖ້າລໍຟັງຂ່າວເດີ ພໍ່ອາວ ເພາະວ່າພວກນີ້ມັນໝ້າດ້ານ ພາກັນສົມຮູ້ລວມຄິດກັບພວກ ພັກລັດ ທຳລາຍປ່າໄມ້ໃນບໍຮິເວນນັ້ນ ພັກລັດ ມືນຕາເບິ່ງຢູ່ລ້າໆ ແຕ່ບໍ່ເຮັດຫຍັງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard