ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອົງກາຣອາຫາຣໂລກ ຊ່ວຍເຫຼືອລາວ
Anonymous

Date:
ອົງກາຣອາຫາຣໂລກ ຊ່ວຍເຫຼືອລາວ
Permalink   
 


ອົງກາຣອາຫາຣໂລກ ຊ່ວຍເຫຼືອລາວ

ອົງກາຣ ອາຫາຣ ໂລກ ໃຫ້ກາຣ ຊ່ວຍເຫລືອ ເພື່ອ ແກ້ໄຂ ບັນຫາ ຂາດ ສາຣອາຫາຣ ຕາມ ຊົນນະບົດ ໃນລາວ.

F-WFP.jpg

WFP

ອົງການ ອາຫານໂລກ ມີຢູ່ ທົ່ວໂລກ ທີ່ຊ່ວຍມະນຸສ ໃຫ້ພົ້ນຈາກ ຄວາມອຶດຢາກ

ທາງ ອົງກາຣ ອາຫາຣ ໂລກ ປະຈໍາລາວ ມີແຜນການ ທີ່ ຈະໃຫ້ ກາຣຊ່ວຍເຫລືອ ແກ່ ທາງກາຣ ກ່ຽວຂ້ອງ ຂອງລາວ ເພື່ອແກ້ໄຂ ແລະ ກຳຈັດ ບັນຫາ ໂຣຄຂາດ ອາຫາຣ ຂອງ ປະຊາຊົນ ໂດຽສະເພາະ ແມ່ຍິງ ແລະ ເດັກນ້ອຍ ຕາມເຂຕ ຊົນນະບົດ ໃນທົ່ວ ປະເທສ ທີ່ມີທັງໝົດ ບໍ່ຕໍ່າ ກວ່າ 7.5 ແສນ ຄົນ.

ນາງອີຣີ ຄູໂດ Eri Kudo ຜູ້ຕາງໜ້າ ອົງກາຣ ອາຫາຣ ໂລກ ປະຈຳລາວ ໄດ້ແຈ້ງ ຕໍ່ທາງ ສື່ມວລຊົນ ວ່າ ທາງ ອົງກາຣ ອາຫາຣໂລກ ໄດ້ຮ່ວມມື ກັບ ທາງກາຣ ສປປລາວ ແລະ ອົງກາຣ ຈັດຕັ້ງ ອື່ນໆ ທີ່ຂຶ້ນກັບ ອົງກາຣ ສະຫະ ປະຊາຊາຕ ເພື່ອ ຮ່ວມມືກັນ ໃນດ້ານ ກາຣພັທນາ ຕາມ ແຂນງກາຣ ຕ່າງໆເຊັ່ນ: ດ້ານ ສາທາຣະນະສຸຂ ສຶກສາ ແລະ ກະສິກັມ ເພື່ອ ຫລຸດຜ່ອນ ບັນຫາ ກາຣຂາດສາຣ ອາຫາຣ ແບບ ຊຳເຮື້ອ ໃນກຸ່ມ ຜູ້ໃຫຍ່ ແລະ ເດັກນ້ອຍ ຕາມເຂຕ ຊົນນະບົດ ໃຫ້ ທົ່ວເຖິງ ກັນ.

ນາງອີຣີ ຄູໂດ ໄດ້ແຈ້ງ ເພີ່ມວ່າ ກາຣແກ້ໄຂ ບັນຫາ ກາຣຂາດ ອາຫາຣ ໃນກຸ່ມ ແມ່ຍີງ ທີ່ຖືພາ ແລະ ພວກ ເດັກນ້ອຍ ຊຶ່ງ ກໍຮວມ ທັງບັນດາ ເດັກນ້ອຍ ນັກຮຽນ ນຳດ້ວຍ ນັ້ນ ຈະໄດ້ຜ່ານ ທາງໂຄງກາຣ ສົ່ງເສີມ ໂພຊນາກາຣ ຂອງ ແຕ່ລະ ພາຄສ່ວນ ທີ່ຄາດວ່າ ຈະຕ້ອງໄດ້ ໃຊ້ທຶນ ທັງໝົດ ປະມານ 69 ລ້ານ ດອລລາຣ໌ ສະຫະຣັຖ ຊຶ່ງ ກໍສອດຄ່ອງ ກັບແຜນ ພັທນາ ເສຖກິຈ ສັງຄົມ ຂອງ ຣັຖບາລ ລາວ ປີ 2012-2015

ຢ່າງໃດ ກໍຕາມ ໂຄງກາຣ ຊ່ວຍເຫລືອ ດັ່ງກ່າວ ຍັງເປັນ ກາຣ ແກ້ໄຂ ບັນຫາ ຄວາມ ທຸກຂ໌ຍາກ ຂອງ ປະຊາຊົນ ໂດຽທົ່ວໄປ ແລະ ຍີ່ງຈະເປັນ ກາຣຂຍາຍ ຕາໜ່າງ ກາຣສຶກສາ ໃຫ້ມີ ຄຸນນະພາບ ເພື່ອ ກາຣພັທນາ ຊັພຍາກອນ ມະນຸສ ຂອງລາວ ນຳອີກ ດ້ວຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard