ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການລົງທຶນໃນລາວແບບ ລວງຕາກົດໝາຍ
Anonymous

Date:
ການລົງທຶນໃນລາວແບບ ລວງຕາກົດໝາຍ
Permalink   
 


ການລົງທຶນແບບ ລວງຕາກົດໝາຍ

ການລະເມີດ ກົດໝາຍ ແລະ ສັນຍາ ໃນການ ລົງທຶນ ຕ່າງໆ ຢູ່ລາວ ມີຈໍານວນ ເພີ້ມຂຶ້ນ.

F-Investors-Laos.jpg

ການພັທນາ ສ້າງສາ ໃນລາວ ທຸກພາກສ່ວນ ມີຄວາມ ຮັບຜິດຊອບ ເທົ່າກັນ ເພື່ອຄວາມ ຈະເຣີນ ຮຸ່ງເຮືອງ ຂອງ ບ້ານເມືອງ.

ປັດຈຸບັນ ການລະເມີດ ກົດໝາຍ ແລະ ສັນຍາ ໃນ ການລົງທຶນ ຕ່າງໆ ມີເພີ້ມຂຶ້ນ ໃນລາວ ເຖິງແມ່ນວ່າ ຣັຖບານ ຈະ ພຍາຍາມ ສົ່ງເສີມ ປະກາດ ໃຫ້ ນັກລົງທຶນ ແລະ ນັກ ທຸຣະກິດ ທັງຈາກ ພາຍໃນ ແລະ ຕ່າງ ປະເທດ ໄດ້ ເຂົ້າໃຈ ກ່ຽວກັບ ກົດໝາຍ ແລະ ເຮັດ ທຸຣະກິດ ດ້ວຍຄວາມ ຊື່ສັດ, ແຕ່ ກໍບໍ່ໄດ້ ຮັບຄວາມ ຮ່ວມມື ຈຶ່ງ ສ້າງຄວາມ ຂ້ອງໃຈ ຕໍ່ ນັກລົງທຶນ ໃໝ່ ທີ່ຢາກ ເຂົ້າມາ ເຮັດ ທຸຣະກິດ. ທ່ານ ລັງສີ ສີບຸນເຮືອງ ຮອງ ອັຍການ ປະຊາຊົນ ສູງສຸດ ຈາກ ນະຄອນຫລວງ ວຽງຈັນ ເວົ້າ ກ່ຽວກັບ ເຣື້ອງນີ້ ວ່າ:

"ດຽວນີ້ມັນ ມີຄົນສວຍ ໃຊ້ຊ່ອງຫວ່າງ ຂອງ ກົດໝາຍ ຫາວິທີ ຕົວະຕົ້ມ ກັນນີ້ ມີຫລາຍ ແລະ ບາງເທື່ອ ມີຄົນ ຕ່າງ ປະເທດ ຕົວະຕົ້ມ ຄົນລາວ ກໍມີ ບາງເທື່ອ ຄົນລາວ ກໍຕົ້ມ ຄົນຕ່າງ ປະເທດ ກໍມີ ນັກລົງທຶນ ນີ້ ສ່ວນຫລາຍ ກໍແມ່ນ ການລົງທຶນ ເຮັດ ທຸຣະກິດ ສ່ວນຫລາຍ ຂະເຈົ້າ ເຮັດນີ້ມັນ ເຣື້ອງໄມ້".

ທ່ານ ລັງສີ ເວົ້າຕໍ່ວ່າ ກໍຣະນີ ສ່ວນໃຫຍ່ ທີ່ເກີດຂຶ້ນ ກັບຄົນ ຕ່າງຊາດ ແມ່ນ ການໃຊ້ ຄົນລາວ ຈົດຊື່ ເປັນ ເຈົ້າຂອງ ບໍຣິສັດ ແທນ ແລະ ເມື່ອເຖິງ ເວລາ ແບ່ງ ຜົນປໂຍດ ຈຶ່ງມັກເກີດ ຂໍ້ຂັດແຍ່ງ ກັນ. ທີ່ ຜ່ານມາ ເມື່ອມີການ ຕັດສິນ ຝ່າຍທີ່ເສັຍ ຜົນປໂຍດ ຈະບໍ່ຍອມ ປະຕິບັດ ຕາມ ຈຶ່ງ ສ້າງຄວາມ ໜັກໃຈ ໃຫ້ຝ່າຍ ອັຍການ. ທ່ານ ລັງສີ ເວົ້າວ່າ:

"ມັນກະທົບ ຕໍ່ຜູ້ມາ ລົງທຶນ ໃຜກໍບໍ່ ຢາກເຊື່ອ ບໍ່ຢາກ ເຊື່ອໝັ້ນ ຕໍ່ຂະບວນການ ຍຸຕິທັມ ຂອງລາວ ແມ່ນ ລັກສນະ ແນວນັ້ນ ກໍ ບໍ່ຢາກດີ ປານໃດ".

ເຖິງຢ່າງໃດ ກໍຕາມ ການ ແກ້ໄຂ ບັນຫາ ນີ້ ທາງການ ຕ້ອງໄດ້ ປ່ຽນແປງ ກົດໝາຍ ໃຫ້ ຮັດກຸມ ແລະ ມີ ປະສິດທິພາບ ແລະ ຕັດຊ່ອງຫວ່າງ ທີ່ ນັກລົງທຶນ ສວຍໃຊ້ ນັ້ນລົງ.



__________________
Anonymous

Date:
Permalink   
 

ພວກຜູ້ນຳສູແທ້ໆ ຍັງບໍ່ປະຕິບັດຕາມກົດໝາຍ ຂັບລົດຢຽບຄົນຕາຍ ຍັງບໍ່ຢຸດ ບາດນຳໄປເບິ່ງ ແມ່ນປ້າຍລົດ

ກະຊວງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard