ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ວັນສຸກທີ 16 ທັນວາ 2011 ນີ້ ເລີ່ມແຕ່ເວລາ 17:30 ໂມງເປັນຕົ້ນໄປ ໂຮມຊຸມນຸມຄັ້ງໃຫ່ຍ ຢູ່ທີ່ເດີ່ນພະທາດຫຼວງ
Anonymous

Date:
ວັນສຸກທີ 16 ທັນວາ 2011 ນີ້ ເລີ່ມແຕ່ເວລາ 17:30 ໂມງເປັນຕົ້ນໄປ ໂຮມຊຸມນຸມຄັ້ງໃຫ່ຍ ຢູ່ທີ່ເດີ່ນພະທາດຫຼວງ
Permalink   
 


ວັນສຸກທີ 16 ທັນວາ 2011 ນີ້ ເລີ່ມແຕ່ເວລາ 17:30 ໂມງເປັນຕົ້ນໄປ ໂຮມຊຸມນຸມຄັ້ງໃຫ່ຍ  ຢູ່ທີ່ເດີ່ນພະທາດຫຼວງວຽງຈັນ ນຳໂດຍພະນະທ່ານ ບົວສອນ ບຸບຜາວັນ

ວັນສຸກທີ 16 ທັນວາ 2011 ນີ້ ເລີ່ມແຕ່ເວລາ 17:30 ໂມງເປັນຕົ້ນໄປ ຈະໄດ້ມີການໂຮມຊຸມນຸມຄັ້ງໃຫ່ຍ ຂໍຢໍ້າ (ຄັ້ງໃຫ່ຍ)ອີກເທີ່ອໜຶ່ງໃນປະຫວັດສາດລາວເຮົາ ຢູ່ທີ່ເດີ່ນພະທາດຫຼວງວຽງຈັນ ນຳໂດຍພະນະທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັຖມົນຕີລາວເຮົາ ທີ່ຖືກເດັ້ງໂດຍກຸ່ມຫົວນິຍົມຫວຽດນາມ ຍ້ອນທ່ານບົວສອນເພິ່ນນິຍົມຈີນ. ໃນອະດີດທ່ານບົວສອນ ກໍເປັນນັກສຶກສາຄົນໜຶ່ງທີ່ມີຜົນງານ ເດັ່ນໃນການເປັນແກນນຳໂຮມຊຸມນຸມ. ອີກທ່ານໜຶ່ງທີ່ຈະເປັນແກນນຳໃນຄັ້ງນີ້ແມ່ນທ່ານ ສຸລິວົງ ດາລາວົງ ລັຖະມົນຕີ ພະລັງານບໍ່ແຮ່ ເປັນລຸງ ເຮົາເອງ. ຄາດກັນວ່າ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍຈະເຂົ້າຮ່ວມ.
ທຸກໆຄົນສາມາດເຂົ້າຮ່ວມໄດ້ ເພື່ອສະແດງພະລັງວ່າເຮົາຄົນລາວບໍມັກການຕົກເປັນຫົວເມືອງແບບໃໝ່ໃຫ້ແກ່ຫວຽດນາມ!

ກະລຸນາ copy ຂຽນໃສ່ status ຂອງທ່ານແລ້ວບອກຕໍ່ໆກັນໄປ. Copy ມາຈາກອ້າຍ ຕູ່ ຄົນຮັກຊາດລາວ



__________________
Anonymous

Date:
RE: ວັນສຸກທີ 16 ທັນວາ 2011 ນີ້ ເລີ່ມແຕ່ເວລາ 17:30 ໂມງເປັນຕົ້ນໄປ ໂຮມຊຸມນຸມຄັ້ງໃຫ່ຍ ຢູ່ທີ່ເດີ່ນພະທາດຫຼ
Permalink   
 


Seng Chidhalay 13. Dezember 17:46
ສະບາຍດີ ພີ່ນ້ອງຄົນລາວຮັກຊາດ ທຸກຄົນ,
ອິງຕາມແຫລ່ງຂ່າວ ທີ່ໜ້າເຊື່ອຖືໄດ້ ສະພາບການໃນລາວກຳລັງເຄັ່ງຕຶງ ເພາະມີ
ການແຍ້ງຊິງອຳນາດກັນເອງ ລະຫວ່າງ ກຸ່ມທາງໃຕ້ ແລະກຸ່ມທາງເໜືອ ...ໝາຍ
ຄວາມວ່າ ລະຫວ່າງ ກຸ່ມ ອະດີດ ນາຍົກເກົ່າ ທ່ານ ບົວສອນ ຜຸບຜາວັນ ແລະ
ກຸ່ມ ນາຍົກ ຄົນ ປະຈຸບັນ ທ່ານ ທອງສິງ ທຳມະວົງ...ຫລືຈະເບິ່ງໄປອີກ ແງ່ນື່ງ
ກໍແມ່ນ ການສູ້ຢັນກັນລະຫວ່າງກຸ່ມ ນິຍົມຈີນ ແລະ ກຸ່ມ ນິຍົມວຽດນາມ...
ດັ່ງທີ່ ມີຂ່າວປ່າວປີວອອກມາ ວ່າ ໃນ ມື້ວັນເສົາ ທີ່ 16 ທັນວາ ນີ້ ຈະມີການ
ລົງເດີ່ນປະທ້ວງ ຢູ່ໃນບໍຣິເວນ ເດີ່ນທາດຫລວງ ນະຄອນວຽງຈັນ ນັ້ນ ກໍແມ່ນ
ມີສ່ວນມາຈາກ ການຂັດແຍ້ງ ກັນພາຍໃນ...ພວກບັນດານາຍທະຫານ ສ່ວນໃຫຍ່
ແມ່ນ ຍັງສນັບສນຸນ ທ່ານ ບົວສອນ ຢູ່...ປະຊາຊົນ ໃນທົ່ວປະເທດ ກໍເບື່ອໜ່າຍ
ຕໍ່ພວກຜູ້ນຳ ທີ່ສໍ້ໂກງປະເທດ ຊາດບ້ານເມືອງ ສ່ຳກັບບັກລາເບື່ອເຂົ້າຫລາມແລ້ວ..
ຂໍໃຫ້ແຕ່ມີໂອກາດ ປະຊາຊົນລາວ ຜູ້ທີ່ຮັກຊາດ ລວມໄປເຖິງ ພະນັກງານລັດ ນັກຮຽນ ນັກສຶກສາ ທະຫານຕຳຣວດ ພໍ່ຄ້າຊາວຂາຍ ກໍຈະພາກັນອອກມາ ຂັບໄລ່
ພວກ ໂຈນ 500 ຢ່າງບໍ່ຕ້ອງສົງໃສ!!! ຖ້າມີຂ່າວຄືບໜ້າ ຂພຈ. ຈະໄດ້ຕິດຕາມ
ເອົາມາ ແຈ້ງໃຫ້ພໍ່ແມ່ ພີ່ນ້ອງ ຄົນລາວຮັກຊາດ ຊາບທົ່ວເຖິງກັນ....ຂໍໃຫ້ພວກເຮົາ
ຈົ່ງພາກັນເອົາໃຈໃສ່ ແລະຕຽມປະກອບສ່ວນ ເພື່ອຊຸກຍູ້ໃຫ້ ມີການປ່ຽນແປງ...ຄັ້ງປະວັດສາດໃຫ້ໄດ້....!
ຮັກແພງ



__________________
Anonymous

Date:
Permalink   
 

ທ່ານ Khammai
ຂພຈ ວ່າ ມັນ ບໍ່ແມ່ນ ເຣື້ອງ ທີ່ ຈະມາ forward ກັນແບບ ໃຫ້ຕື່ນເຕັ້ນ ດີໃຈ ກັນ ຫລີ້ນ ໆ ແຕ່ ມັນອອກມາໄດ້
ແນວໃດ ຂ່າວແບບນີ້ ..ຂພຈ ຮູ້ສືກ ສົງໃສ .ເພາະມັນບໍ່ຫນ້າ ຈະອອກມາແບບນີ້ ເພາະມັນບໍ່ເປັນຜົນດີເລຍ ສໍາລັບສ່ວນລວມ .
ຄົນທີ່ ປ່ອຍຂ່າວນີ້  ເປັນ ພວກ ຫວັງດີ ປະສົງຮ້າຍຫລືບໍ່ ? ຫລື ພວກມັກ ອວດດີ ແລະ ເປັນປະເພດ ແບບຮູ້ເທົ້າບໍ່ເຖີງງການ .

ຂອບໃຈຫລາຍ ໆ
ທອງດີ



__________________
Anonymous

Date:
Permalink   
 

ຂພຈ ຄິດວ່າ ຈູມມະລີ ຄົງຕັບຫົດແນ່ນອນກຽ່ວກັບຂ່າວນີ້ ແຕ່ບໍ່ຮູ້ວ່າ ຂາ່ວນີ້ອອກມາໄດ້ແນວໃດ?



__________________
Anonymous

Date:
Permalink   
 

ຢ່າປອ່ຍຂ່າວທີ່ບໍ່ມີຄວາມຈິງ  ມັນຈະບໍ່ເປັນຜົລດີ ຕໍ່ທິມງານລາວໂຮມລາວ



__________________
Anonymous

Date:
Permalink   
 

http://groups.google.com/group/soc.culture.laos/browse_thread/thread/2f44d274279686ee



__________________
Anonymous

Date:
Permalink   
 

 
 
  

ຮຽກຮ້ອງຫຍັງລະ ?

1.ຄໍລັບຊັ້ນ

2.ພັດທະນາປະເທດຊ້າ, ພື້ນຖານໂຄງລ່າງພາຍໃນປະເທດຍັງລ້າຫຼັງ.

3.ຄົນບໍ່ມີວຽກເຮັດງານທຳ

4.ໃຊ້ເສັ້ນໃຊ້ສາຍ

5.ການມີສິດໃນການສະແດງອອກຂອງປະຊາຊົນຕໍ່ສື່...



__________________
Anonymous

Date:
Permalink   
 

ກະລຸນາ copy ຂຽນໃສ່ status ຂອງທ່ານແລ້ວບອກຕໍ່ໆກັນໄປ. Copy ມາຈາກອ້າຍ ຕູ່ ຄົນຮັກຊາດລາວ

Tou khone hak xat ni bo man khone dio gup Tou Sitha in forum Laosnetworkroom that belongs  to Bounkhong Arounsavath?  If it's him then it's a hoax.  That guy is just like dek lieng kae.



__________________
Anonymous

Date:
Permalink   
 

ຕື່ນນອນສາເຖີ້ນ ທ່ານນອນຝັນມາ36ປີແລ້ວ ລຸກຂື້ນມາເອົານຳ້ສະອາດລ້າງຕາ ທ່ານຈະໄດ້ເຫັນແສງສະຫ່ວາງ

ແລະ ທ່ານຈະໄດ້ຮູ້ວ່າປະເທດລາວກ້າວໄປຮອດໃສແລ້ວ. ໝັ່ນອອກກຳລັງກາຍແດ່ທ່ານເພາະວ່າສະໝອງຂອງທ່ານເປັນໂປລິໂອແລ້ວ

ດ້ວຍຄວາມຫັວງດີ.



__________________
Anonymous

Date:
Permalink   
 

ເອົາກັນແທ້ຫວະພໍ່ອາວ ຖ້າເອົາກັນແທ້ໆ ຂ້ອຍກໍຈະໄປຄືກັນ ເຕາະພວກຫ່ານີ້ລົງຕັ່ງ



__________________
Anonymous

Date:
Permalink   
 

Anonymous wrote:

ເອົາກັນແທ້ຫວະພໍ່ອາວ ຖ້າເອົາກັນແທ້ໆ ຂ້ອຍກໍຈະໄປຄືກັນ ເຕາະພວກຫ່ານີ້ລົງຕັ່ງ


 ບໍ່ມີໄຊຊະນະໃດທີ່ໄດ້ມາ ລ້າໆ ດາຍໆ

ຕ້ອງສູ້ ຕ້ອງສູ້ ຕ້ອງສູ້ ຈຶ່ງຈະຊະນະ

- ມີການກົດຢູ່ໃສ ມີການຕໍ່ສູ້ຢູ່ຫັ້ນ

- ມີຄວາມບໍ່ຍຸດຕິທັມຢູ່ໃສ ມີການຕໍ່ສູ້ຢູ່ຫັ້ນ

ອັນນີ້ເປັນສັດຈະທັມ ເປັນຄໍາທີ່ນັກປະຕິວັດ ກ່າວເປັນນິຍາມເພື່ອປຸກລະດົມແຫ່ງການຕໍ່ສູ້ຜ່ານມາ

ດັ່ງນັ້ນ ເມື່ອເກີດມີ ການກົດຂີ່ອົາລັດເອົາປຽບ ມີຄວາມບໍ່ເປັນທັມ............

ກໍຕ້ອງມີການຕໍ່ສູ້,,,,,,,,,,,,,,,,,

ຕ້ອງສູ້ ຕ້ອງສູ້ ຕ້ອງສູ້ ຈຶ່ງຈະຊະນະ



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ເອົາກັນແທ້ຫວະພໍ່ອາວ ຖ້າເອົາກັນແທ້ໆ ຂ້ອຍກໍຈະໄປຄືກັນ ເຕາະພວກຫ່ານີ້ລົງຕັ່ງ


 ບໍ່ມີໄຊຊະນະໃດທີ່ໄດ້ມາ ລ້າໆ ດາຍໆ

ຕ້ອງສູ້ ຕ້ອງສູ້ ຕ້ອງສູ້ ຈຶ່ງຈະຊະນະ

- ມີການກົດຢູ່ໃສ ມີການຕໍ່ສູ້ຢູ່ຫັ້ນ

- ມີຄວາມບໍ່ຍຸດຕິທັມຢູ່ໃສ ມີການຕໍ່ສູ້ຢູ່ຫັ້ນ

ອັນນີ້ເປັນສັດຈະທັມ ເປັນຄໍາທີ່ນັກປະຕິວັດ ກ່າວເປັນນິຍາມເພື່ອປຸກລະດົມແຫ່ງການຕໍ່ສູ້ຜ່ານມາ

ດັ່ງນັ້ນ ເມື່ອເກີດມີ ການກົດຂີ່ ອົາລັດເອົາປຽບ ມີຄວາມບໍ່ເປັນທັມ............

ກໍຕ້ອງມີການຕໍ່ສູ້,,,,,,,,,,,,,,,,,

ຕ້ອງສູ້ ຕ້ອງສູ້ ຕ້ອງສູ້ ຈຶ່ງຈະຊະນະ


 ໄລ່ພວກແກວໜີບໍ່ ? ທັງນາຍມັກແກວກໍໄລ່ບໍ່ ?



__________________
Anonymous

Date:
Permalink   
 

Copy ມາຈາກອ້າຍ ຕູ່ ຄົນຮາກຊາດລາວ

 

ເຮີເຮີເຮີ.................ເຮີ



__________________
Anonymous

Date:
Permalink   
 

ຂອ້ຍບໍ່ເຂົ້າໃຈວ່າ ຜູ້ເອົາລົງມີຈຸດປະສົງໃດ, ແຕ່ຂໍ້ມູນຄວາມຈິງຄືມັນບໍ່ມີ ຖ້າມີກໍ່ແມ່ນການຈັດກິຈະກຳຂອງຄະນະເພິນ ເພື່ອເຮັດກິດຈະກຳອັນໃດອັນນື່ງທີ່ເປັນປະທານໂດຍ ອະດີດນາຍຍົກ ຫຼື ທ່ານອື່ນໆ. ຄຳເວົ້າທີ່ເຈົ້າຂຽນແມ່ນເປັນຕົວະຢົວະ ແລະ ຊວນເຊື່ອ,​ ຢາກບອກໃຫ້ຮູ້ຄົນລາວເຂົາມີລະດັບການສຶກສາພໍຈຳແນກໄດ້ ອັນໃດຄວນເຊື່ອ ແລະ ບໍ່ເຊື່ອ, ບັນທ່ານແນະນຳມານີ້ ຍິ່ງເຮັດໃຫ້ບໍ່ເປັນຕາເຊື່ອຈັກໜ້ອຍ, ມີແຕ່ບັນພວກໜ້າຈືດທີ່ຢູ່ນອກປະເທດລາວບໍ່ຮູ້ອີໂນອີແນ່ ກໍ່ພາກັນເຊື່ອໄປໝົດ, ເຂົາຈູງດັງໄປທາງໃດກໍ່ນຳເຂົາໝົດ ເກີດເປັນຄົນລະບໍ່ຮູ້ວິເຄາະ ເຫດການຫັນຈັກໜ້ອຍ, ປະໃຫ້ສັນດານນັກຂ່າວຈູງດັງຕົວເອງຄືຄວາຍນີ້



__________________
Anonymous

Date:
Permalink   
 

ວັນທີ່ 16 ນີ້ເພິ່ນຈັດຄອນເສີດ ເຊິ່ງມີນັກຮ້ອງ ລາວ ແລະ ນັກຮ້ອງເພງລູກທົ່ງຂອງໄທຈໍານວນ ໜຶ່ງ ດຽວນີ້ປີ້ຂາຍໝົດແລ້ວ ໃຫ້ພວກເສລີຊົນໄປຖ່າຍວິດີໂອເອົາເດີແລ້ວເອົາມາລົງ ແລະ ບອກວ່າມີການປະທ້ວງຢູ່ເດີນທາດຫຼວງ ພວກໝາ



__________________
Anonymous

Date:
Permalink   
 

ເຂົ້າພາກັັນໄປເບິ່ງ ຄອນເສີດ ຫລືວ່າເຂົ້າພາກັນໄປເດີນຂະບວນ !!!



__________________
Anonymous

Date:
Permalink   
 

ຢູ່ໃສ clip ການປະທ້ວງຢູ່ເດີນທາດຫຼວງ ພວກທ່ານເສລີຊົນທັງຫຼາຍເອົາມາໃຫ້ເບິ່ງແດ່ ຫຼືວ່າເຂົາເຊຍຄອນເສີດບໍ່



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard