ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອະດີດນາຍທະຫານຝຣັ່ງ ຂ້າຕົວຕາຍເພື່ອຊາວມົ້ງ
Anonymous

Date:
ອະດີດນາຍທະຫານຝຣັ່ງ ຂ້າຕົວຕາຍເພື່ອຊາວມົ້ງ
Permalink   
 


ອະດີດນາຍທະຫານຝຣັ່ງ ຂ້າຕົວຕາຍເພື່ອຊາວມົ້ງ

F-Robert--Jambon.jpg

whatsontianjin.com/news

ອະດີດ ນາຍທະຫານ ຝຣັ່ງເສສ ພັນເອກ Robert Jambon

ອະດີຕ ພັນເອກ ກອງທັພ ຝຣັ່ງເສສ ຂ້າຕົວຕາຍ ເພື່ອ ປະທ້ວງ ກາຣ ປະຕິບັຕ ທີ່ບໍ່ ສເມີພາບ ຂອງ ເຈົ້າໜ້າທີ່ ຕໍ່ບັນດາ ຊົນເຜົ່າມົ້ງ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ ຕລອດ ຣະຍະ ທີ່ ຜ່ານມາ.

ອົງກາຣ ຂ່າວ AFP ໄດ້ຣາຍງານ ໃນ ມື້ວັນທີ່ 12 ທັນວາ ນີ້ວ່າ: ທ່ານ Robert Jambon ອາຍຸ 86 ປີ ຍິງ ຕົວເອງຕາຍ ຢູ່ ຂັ້ນໄດ "ອະນຸສາວະຣີ ອິນໂດຈີນ" (Monument Indonchine) ທີ່ Breton ເມືອງ Dinan ຢູ່ທາງ ຕາເວັນຕົກ ສ່ຽງເໜືອ ຂອງ ປະເທສ ຝຣັ່ງ ໃນ ມື້ວັນທີ່ 27 ຕຸລາ ຜ່ານມາ (2011) ນີ້.

ໃນເວລາ ທີ່ ກວດກາ ຊາກສົພ ໃນບ່ອນ ເກີດເຫດນັ້ນ ເຈົ້າໜ້າທີ່ ຕໍາຣວຈ ພົບເຫັນ ໜັງສື ທີ່ ທ່ານ Jambon ໄດ້ຂຽນໄວ້ ຊື່ງມີ ເນື້ອຄວາມ ວ່າ: "ພາຍຫລັງທີ່ ບໍ່ປະສົບ ຜົລສຳເຣັຈ ຂ້າພະເຈົ້າ ຈຶ່ງ ຕັດສິນໃຈ ໃຊ້ ລູກປືນ ລູກສຸດທ້າຍ"  ຊຶ່ງ ເຈົ້າໜ້າທີ່ ຕໍາຣວຈ ກໍໄດ້ ນຳເອົາ ສຳເນົາ ຂອງ ໜັງສື ດັ່ງກ່າວ ອອກທາງ ເວັບໄຊຕ໌ ພ້ອມກັບ ກາຣ ອະທິບາຍ ຢ່າງ ລະອຽດ ຂອງ ຄວາມ ພຍາຍາມ ຂອງ ທ່ານ Jambon ທີ່ໄດ້ ຮຽກຮ້ອງ ໃຫ້ ຣັຖບາລ ຝຣັ່ງເສສ ໃຫ້ຄວາມ ຊ່ວຍເຫລືອ ແກ່ ຊົນເຜົ່າມົ້ງ ໃນລາວ ນັ້ນ.

ໜັງສືພີມ AFP ໄດ້ແຈ້ງ ເພີ່ມວ່າ ທ່ານ Jambon ຕໍ່ສູ້ ຄຽງບ່າ ຄຽງໄຫລ່ ກັບຊາວມົ້ງ ໃນປາງ ສົງຄາມ ຝຣັ່ງເສສ ຢູ່ ອິນໂດຈີນ ໃນ ປີ 1950-54 ແລະ ຫລັງຈາກນັ້ນ ທ່ານ ກໍໄດ້ ພຍາຍາມ ຍົກເອົາ ບັນຫາ ຂອງ ຊົນເຜົ່າມົ້ງ ຢູ່ ປະເທສໄທຽ ທີ່ ຖືກສົ່ງກັບຄືນ ສປປລາວ ໃນປີ 2009 ເພື່ອໃຫ້ ຣັຖບາລ ຝຣັ່ງເສສ ໃຫ້ຄວາມ ຊ່ວຍເຫລືອ ແກ່ ເຂົາເຈົ້າ ແຕ່ ບໍ່ປະສົບ ຜົລສຳເຣັຈ.



__________________
Anonymous

Date:
RE: ອະດີດນາຍທະຫານຝຣັ່ງ ຂ້າຕົວຕາຍເພື່ອຊາວມົ້ງ
Permalink   
 


A retired French colonel has killed himself to protest against "indifference" to the plight of Laos's Hmong minority, French media say.

http://www.bbc.co.uk/news/world-asia-pacific-16145598



__________________
Anonymous

Date:
Permalink   
 

ເພິ່ນເປັນຄົນຕ່າງຊາດ ເພິ່ນຍັງກ້າເສັຽສະລະເພື່ອຊາວມົ້ງ, ຊົມເຊີຍນໍ້າໃຈ. ຂໍວິ້ງວອນໃຫ້ສິ່ງສັກສິດໃນສາກົນນະໂລກຈົ່ງນໍາດວງວິນຍານຂອງເພິ່ນໄປສູ່ສຸຂະຕິດ້ວຍເຖີ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard