ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສາຍນໍ້າລໍາທານໃນລາວ ເຊື່ອມສະພາບ
Anonymous

Date:
ສາຍນໍ້າລໍາທານໃນລາວ ເຊື່ອມສະພາບ
Permalink   
 


ສາຍນໍ້າລໍາທານໃນລາວ ເຊື່ອມສະພາບ

F-nam-xong.jpg

ນັກວິຊາການ ຊັພຍາກອນ ນໍ້າ ຜູ້ນຶ່ງ ເວົ້າວ່າ ປັດຈຸບັນ ສາຍນໍ້າ ຫລາຍສາຍ ໃນລາວ ຢູ່ໃນ ສະພາບ ທີ່ຊຸດໂຊມ ຈົນໜ້າ ເປັນຫ່ວງ ຍ້ອນ ໂຄງການ ພັທນາ ໂຮງງານ ອຸດສາຫະກັມ ກໍມີຫຼາຍ ເພີ້ມຂຶ້ນ, ແຕ່ລະບົບ ບໍຣິຫານ ນໍ້າ, ການບໍາບັດ ນໍ້າເສັຍ ຂອງໂຮງງານ ບໍ່ມີມາຕການ ເຄັ່ງຄັດ ເພີ້ມຂຶ້ນນໍາ ແລະ ຫລາຍໂຮງງານ ກໍປ່ອຍ ນໍ້າເສັຍ ທີ່ ເປິເປື້ອນ ລົງສູ່ ແມ່ນໍ້າ ລໍາທານ. ນັກວິຊາການ ເວົ້າ ກ່ຽວກັບ ເຣື້ອງນີ້ວ່າ:

"ແຄມໃນ ເມືອງໃຫຍ່ ແຫລ່ງນໍ້າມັນ ກໍບໍ່ຄ່ອຍ ສະອາດ ປານໃດ ເພາະວ່າ ໂຮງງານເບັຍ, ໂຮງງານ ທີ່ຢູ່ ໃນເມືອງ ປ່ອຍນໍ້າ ລະບົບ ການບໍາບັດນໍ້າ ຍັງບໍ່ທັນດີ ຈາກເຄື່ອງຈັກ ໂຮງງານ ຊີ້ໜາ ເປັນບຶງ ເປັນຫ້ວຍ ນ້ອຍໆ ຊີ້ເນ໋າະ ຫ້ວຍໃຫຍ່ ຫລືວ່າ ແມ່ນໍ້າ ສາຂາ ແມ່ນໍ້າຂອງ".

ທ່ານເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ທ່ານ ແລະ ທີມງານ ເຄີຍໄປ ສໍາຣວດ ສະພາບ ນໍ້າ ຫລາຍແຫ່ງ ໃນແຂວງ ຕ່າງໆ ຂອງລາວ ແລະ ໄດ້ພົບວ່າ ແມ່ນໍ້າ ລໍາທານ ອ້ອມແອ້ມ ນະຄອນຫລວງ ວຽງຈັນ ໜ້າເປັນຫ່ວງ ຫລາຍທີ່ສຸດ ຍ້ອນວ່າ ໂຮງງານ ຫລາຍແຫ່ງ ຍັງມີ ລະບົບນໍ້າເສັຍ ທີ່ ບໍ່ໄດ້ ມາຕຖານ ແລະ ຍັງປ່ອຍ ນໍ້າເສັຍ ເປິເປື້ອນ ລົງສູ່ ແມ່ນໍ້າ ທີ່ເປັນການ ບັ່ນທອນ ຄຸນນະພາບ ນໍ້າ.

ທາງ ອົງການ ສາກົນ ແລະ ນັກວິຊາການ ລາວ ມີໜ້າທີ່ ພຽງແຕ່ ສນັບສນູນ ແລະ ໃຫ້ຄໍາ ແນະນໍາ ແກ່ ຣັຖບານລາວ ບໍ່ມີສິດ ຕັດສິນໃຈ ຫລື ບັງຄັບ ໃຊ້ ກົດໝາຍ ກັບໂຮງງານ ຕ່າງໆໄດ້. ທ້າຍສຸດ ທ່ານໄດ້ໃຫ້ ຄໍາແນະນໍາ ວ່າ ຣັຖບານລາວ ຄວນ ເຂັ້ມງວດ ກັບເຣື້ອງນີ້ ເປັນພິເສດ ຍ້ອນວ່າ ປະຊາຊົນ ສ່ວນໃຫຍ່ ຕ້ອງ ເພິ່ງພາ ອາສັຍ ແມ່ນໍ້າ ລໍາທານ ທັມມະຊາດ ເປັນບ່ອນ ລ້ຽງຊີບ ຫາກແຫຼ່ງນໍ້າ ຖືກທໍາລາຍ ກໍຍາກທີ່ຈະ ປົວແປງ ຄືນມາໄດ້ ຫຼື ອາຈຕ້ອງໃຊ້ ງົບປະມານ ຢ່າງ ມະຫາສານ ເພື່ອໃຫ້ ຄືນສູ່ ສະພາບເດີມ ໄດ້ ແລະ ປະຊາຊົນ ກໍຈະໄດ້ ຮັບຄວາມຍາກ ລໍາບາກ ຕື່ມອີກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard