ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄະນະຜູ້ແທນ ເຊື້ອຊາດລາວເຜົ່າມົ້ງ ຢ້ຽມຢາມລາວ
Anonymous

Date:
ຄະນະຜູ້ແທນ ເຊື້ອຊາດລາວເຜົ່າມົ້ງ ຢ້ຽມຢາມລາວ
Permalink   
 


ຄະນະຜູ້ແທນ ເຊື້ອຊາດລາວເຜົ່າມົ້ງ ຢ້ຽມຢາມລາວ

lao5.jpg

*(ຂປລ): ໃນວັນທີ 14 ທັນວາ 2011 ທີ່ນະຄອນຫລວງວຽງຈັນ, ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ທ່ານ ດວງດີ ອຸດທະຈັກ ປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ​ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບຄະນະຜູ້ແທນຄົນເຊື້ອຊາດລາວ ເຜົ່າມົ້ງ ຈາກສະຫະລັດອາເມລິກາ. ເຊິ່ງນຳໂດຍທ່ານ ພອນເຮີ ຫົວໜ້າຫ້ອງການປະສານງານຂອງອົງການ PMH, LLC ພ້ອມດ້ວຍຄະນະ ເນື່ອງໃນໂອ ກາດມາຢ້ຽມຢາມທັດສະນະສຶກສາຢູ່ ສປປ ລາວ ແຕ່ວັນທີ 11-21 ທັນວາ 2011 ນີ້, ເພື່ອເປັນການຂົນຂວາຍພີ່ນ້ອງຊາວລາວ ຢູ່ຕ່າງປະເທດອວ່າຍໜ້າ ກັບ​ຄືນມາປະເທດນັບມື້ນັບຫລາຍຂຶ້ນ.

ໂອກາດນີ້ ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອາລຸນແກ້ວ ກິດຕິຄຸນ ແລະ ທ່ານ ປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ແຫ່ງ ສປປ ລາວ ດວງດີ ອຸດທະຈັກ ທັງສອງກໍໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ມາຢ້ຽມຢາມທັດສະນະສຶກສາເປັນຄັ້ງທຳອິດ ຢູ່ ສປປ ລາວ. ຊຶ່ງເປັນ ການສ້າງເງື່ອນໄຂໃຫ້ແກ່ພີ່ນ້ອງຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໄດ້ມາເຫັນສະພາບຕົວຈິງ ໃນການສ້າງ ສາພັດທະນາເສດຖະ ກິດ-ສັງຄົມຢູ່ລາວ. ພ້ອມທັງໄດ້ແຈ້ງໃຫ້ຄະນະຜູ້​ແທນ​ດັ່ງກ່າວ ​ໄດ້​ຮັບຊາບກ່ຽວກັບນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ຄົນ ເຊື້ອຊາດລາວຢູ່ຕ່າງປະເທດ ຊຶ່ງ ຍາມໃດກໍມີຄວາມເປັນຫວ່ງເປັນໃຍ ແລະ ບໍ່ສາມາດຕັດແຍກອອກຈາກວົງຄະນາຍາດ ແຫ່ງຊາດໄດ້ລັດຖະບານລາວ ມີຄວາມຢຶດໜັ້ນຢ່າງສະເໜີຕົ້ນ ສະເໝີປາຍ ໃນການປະຕິບັດນະໂຍບາຍ ການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືກັບທຸກປະເທດໃນໂລກບົນພື້ນຖານ ຫລັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ນອກນີ້ຍັງໄດ້ແຈ້ງກ່ຽວກັບການກະກຽມກອງປະຊຸມ ອາເຊມ ຄັ້ງທີ 9 ທີ່ ສປປ ລາວເຮົາ ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກອົງການສາກົນ ອັນເປັນການປະກອບສ່ວນຍົກຖານະ ບົດບາດ ຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນພາກພື້ນກໍຄືໃນໂລກ./.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard