ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງຮຽນຫລັງໃໝ່ມໍປາຍທ່າແຂກສ້າງສຳເລັດ 38%
Anonymous

Date:
ໂຮງຮຽນຫລັງໃໝ່ມໍປາຍທ່າແຂກສ້າງສຳເລັດ 38%
Permalink   
 


ໂຮງຮຽນຫລັງໃໝ່ມໍປາຍທ່າແຂກສ້າງສຳເລັດ 38%

lao10.jpg

(ຂປລ) ທ່ານອາຈານ ອິນທະຫວາ ດຳພະຈັນ ຮອງຫົວໜ້າຫ້ອງການບໍລິຫານ ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນໃຫ້ຮູ້ວ່າ: ມາຮອດ ປະຈຸບັນນີ້ ການກໍ່ສ້າງອາຄານຮຽນຫລັງໃໝ່ຂອງ ໂຮງຮຽນມໍປາຍທ່າແຂກສຳເລັດແລ້ວ 38% ພາຍຫລັງທີ່ໄດ້ລົງມືກໍ່ສ້າງມາແຕ່ຕົ້ນເດືອນ ຕຸລາ 2011 ຄາດວ່າຈະ ໃຫ້ສຳເລັດການກໍ່ສ້າງ 100% ໃນ ເດືອນ ມີນາ 2012 ໂຄງການດັ່ງກ່າວໂດຍໄດ້ຮັບ ການ ຊ່ວຍ ເຫລືອຈາກສະມາຄົມມິດຕະພາບ ລາວ-ຢາ ມານາ ຊິແຫ່ງ ປະເທດຍີ່ປຸ່ນໃນມູນຄ່າການກໍ່ສ້າ ງທັງໝົດ 5,6 ລ້ານກວ່າບາດ. ເປັນອາຄານສອງຊັ້ນ ມີຂະ ໜາດ 48 x 8 ແມັດ, ລວມມີ 5 ຫ້ອງ ຮຽນ 1 ຫ້ອງທົດລອງ ແລະ 1 ຫ້ອງຄອມພິວເຕີ ສາມາດບັນຈຸນັກ ຮຽນໄດ້ປະມານ 200 ຄົນ.

ທ່ານ ອາຈານ ອິນທະຫວາ ໄດ້ກ່າວຕື່ມວ່າ: ໃນໄລຍະຜ່ານຄວາມຮຽກຮ້ອງຕ້ອງການທາງ ດ້ານອາຄານ ກໍຄືສະຖານທີ່ຮ່ຳຮຽນຂອງນັກຮຽນແມ່ນບໍ່ສາມາດ ຮອງຮັບຈຳນວນນັກຮຽນ ທີ່ມີຈຳນວນ ເພີ່ມ ຂຶ້ນໃນແຕ່ລະປີໄດ້ ໂດຍສະເພາະແມ່ນລູກຫລານຂອງພໍ່ແມ່ປະຊາຊົນພາຍໃນເທດສະບານ ເມືອງທ່າແຂກ. ຜ່ານ ມາສະມາຄົມລາວ-ຢາ ມານາຊິແມ່ນມີຜົນງານຢ່າງພົ້ນເດັ່ນໃນການພັດທະນາ ແລະ ຊ່ວຍເຫລືອພື້ນຖານໂຄງລ່າງດ້ານການ ສຶກສາເປັນຕົ້ນແມ່ນການ ກໍ່ສ້າງ ອາຄານຮຽນຊັ້ນປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍ, ໃຫ້ທຶນການ ສຶກສາແກ່ນັກຮຽນຜູ້ທຸກຈົນດ້ອຍໂອກາດ, ຊ່ວຍສະໜອງ ອຸປະກອນ ການຮຽນ-ການສອນ ແລະ ເຄື່ອງນຸ່ງຫົ່ມ ສະມາຄົມລາວ-ຢາມານາຊ ິໄດ້ເຂົ້າມາເຄື່ອນ ໄຫວ ວຽກງານ ພາຍໃນແຂວງຄຳມ່ວນ ແຕ່ປີ 2002 ເປັນຕົ້ນມາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard