ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກອງປະຊຸມການລົງທຶນ ປະເທດອ່າງແມ່ນໍ້າຂອງ
Anonymous

Date:
ກອງປະຊຸມການລົງທຶນ ປະເທດອ່າງແມ່ນໍ້າຂອງ
Permalink   
 


ກອງປະຊຸມການລົງທຶນ ປະເທດອ່າງແມ່ນໍ້າຂອງ

ກອງປະຊຸມ ທຸຣະກິດ ແລະ ການລົງທຶນ ຂອງ ບັນດາ ປະເທດ ເຂດອ່າງ ແມ່ນໍ້າຂອງ ໄຂຂຶ້ນທີ່ ສູນ ປະຊຸມ ນາໆຊາດ ຂອງ ພະມ່າ ໃນວັນຈັນ ທີ 19 ທັນວາ 2011. 1 ມື້ ກ່ອນໜ້າ ກອງປະຊຸມ ສຸດຍອດ GMS.

F-GMS.jpg

AFP PHOTO / Soe Than Win

ທີ່ ເນປີດໍ ເມືອງເອກ ປະເທດ ພະມ້າ: ໄດ້ເປີດ ກອງປະຊຸມ ທຸຣະກິຈ ການລົງທຶນ ຂອງກຸ່ມ ປະເທດ ອ່າງ ແມ່ນໍ້າຂອງ ໃນວັນທີ 19 ທັນວາ 2011.

 


ຕາມຄໍາເວົ້າ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ໄທ: ເປັນທີ່ ຄາດກັນວ່າ 6 ປະເທດ GMS ຈະຮັບຜ່ານ ຂອບວຽກງານ ຍຸທສາດ ສໍາລັບ GMS ຊຶ່ງ ປະກອບດ້ວຍ ໄທ ກັມພູຊາ ພະມ່າ ລາວ ວຽດນາມ ແລະ ຈີນ ຊຶ່ງຈະມີ ການບຸກເບີກ ການພັທນາ ແລວ ເສຖກິດ ໃນຣະຍະ 10 ໂດຍສະເພາະ ລະບົບ ທາງຣົດໄຟ ໃນປະເທດ ສະມາຊິກ ທີ່ຈະຊ່ວຍ ຫລຸດຜ່ອນ ຣາຍຈ່າຍ ການຂົນສົ່ງ ສິນຄ້າ.

ໃນນັ້ນ ບັນດາ ຜູ້ເຂົ້າຮ່ວມ ກໍານົດຮັບຟັງ ການຣາຍງານ ທົບທວນ ເຣື່ອງ ຄົມມະນາຄົມ ແລະ logistic ໃນເຂດອ່າງ ແມ່ນໍ້າຂອງ, ບົດບາດ ຂອງ GMS ແລະ ຂອງ ສະມາຄົມ ການຂົນສົ່ງ FRETA ໃນການ ພັທນາ ໃນເຂດ GMS, ການລົງທຶນ ໃນແລວ ເສຖກິດ GMS ຕົ້ນແບບ ສບັບ ຂອງ ອຸດສາຫະກັມ ນໍ້າຕານ ມິຕຜົນ ແລະ ການສົ່ງເສີມ ການລົງທຶນ ຮ່ວມກັນ ຂອງ GMS ຮວມຢູ່ດ້ວຍ. ກອງປະຊຸມ Forum ທຸຣະກິດ ອະນຸ ພູມີພາກ ອ່າງ ແມ່ນໍ້າຂອງ ຖືກຕັ້ງຂຶ້ນ ເມື່ອເດືອນ ຕຸລາ ປີ 2000 ເພື່ອສົ່ງເສີມ ການຮ່ວມມື ແລະ ການເຕີບໂຕ ຂອງ ພາກ ເອກກະຊົນ ໂດຍຜ່ານ ການ ເຈຣະຈາ ແລກປ່ຽນ ຂໍ້ມູນ ເຄືອຂ່າຍ ແລະ ພາກສັງຄົມ.

ໂຄງການ ຮ່ວມມື ດ້ານ ເສຖກິດ ເຂດ GMS ຖືກເຣີ່ມຂຶ້ນ ໃນປີ 1992 ໂດຍ 6 ປະເທດ ທີ່ໃຊ້ ແມ່ນໍ້າຂອງ ຮ່ວມກັນ, ເປັນໂຄງການ ສົ່ງເສີມ ການພັທນາ ເສຖກິດ ແລະ ສັງຄົມ, ການ ຊົລປະທານ ແລະ ການ ຮ່ວມມື ຣະຫວ່າງ 6 ປະເທດ ແມ່ນໍ້າຂອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard