ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກສືກສາລາວ ຮຽນຈົບແລ້ວວ່າງງານ
Anonymous

Date:
ນັກສືກສາລາວ ຮຽນຈົບແລ້ວວ່າງງານ
Permalink   
 


ນັກສືກສາລາວ ຮຽນຈົບແລ້ວວ່າງງານ

ຫລາຍພາກສ່ວນ ໃຫ້ຄວາມສົນໃຈ ວ່າ ຣັຖບານລາວ ຈະແກ້ໄຂ ບັນຫາ ນັກສືກສາ ວ່າງງານ ດ້ວຍວິທີໃດ

ໃນຣະຍະ ທີ່ຜ່ານມາ ນັກສຶກສາລາວ ສ່ວນໃຫຍ່ ໃຫ້ຄວາມສົນໃຈ ເລືອກຮຽນ ຂແນງວິຊາ ດຽວກັນ ຈົນເຮັດໃຫ້ ບາງວິຊາຕ້ອງ ເປີດພາກຮຽນ ພິເສດ ເພາະ ນັກຮຽນຫລາຍ ເກີນໄປ ເຊັ່ນຂແນງ ເສຖສາດ ແລະ ຄູ້ມຄອງ ການບໍຣິຫານ ທຸຣະກິດ ແລະ ການປົກຄອງ ແຕ່ຂແນງ ການກະເສດ ປູກຝັງ ລ້ຽງສັດ ກັບບໍ່ມີ ນັກຮຽນສົນໃຈ ເມື່ອຈົບການ ສຶກສາແລ້ວ ວຽກງານ ໃນວິຊາ ທີ່ຮຽນມາ ພັດຫາຍາກ ຈື່ງພາກັນ ວ່າງງານ.

ດຣ. ພັນຄໍາ ວິພາວັນ ຣັຖມົນຕຣີ ກະຊວງ ສຶກສາທິການ ແລະກິລາ ໃຫ້ເຫດຜົລວ່າ ນັກສຶກສາວ່າງງານ ກໍຍ້ອນວ່າ ຄຸນນະພາບ ການສຶກສາ ໃນລາວ ບໍ່ໄດ້ມາຕຖານ ແລະ ນັກສຶກສາ ກໍຮຽນວິຊາ ດຽວກັນຫຼາຍ ເກີນໄປ ບໍ່ສົມດູນ ກັບວຽກງານ ທີ່ມີຢູ່ໃນ ສປປລາວ.

ແຮງງານ ທີ່ຕ້ອງການ ຫລາຍທີ່ສຸດ ໃນລາວແມ່ນ ແຮງງານ ການກະເສດ ປູກຝັງລ້ຽງສັດ ແລະ ກໍ່ສ້າງ ແຮງງານ ຣະດັບສູງຫລື ນັກວິຊາການ ໃຫຍ່ໆນັ້ນ ສ່ວນຫລາຍ ຈະເປັນຄົນ ຕ່າງຊາດ ສ່ວນຄົນລາວ ແມ່ນ ເປັນແຮງງານດິບ ຫລືແຮງງານ ຣະດັບຕ່ຳ ເທົ່ານັ້ນ.

ດັ່ງນັ້ນ ທາງການລາວ ຈື່ງຢາກໃຫ້ ນັກສຶກສາ ຮຽນອາຊີບ ທີ່ຕ້ອງການ ໃນລາວ ເພາະ ທຸກອາຊີພ ມີກຽດຫມົດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard