ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈໍາປາສັກ ຢາກເປີດກາຊີໂນ
Anonymous

Date:
ຈໍາປາສັກ ຢາກເປີດກາຊີໂນ
Permalink   
 


ຈໍາປາສັກ ຢາກເປີດກາຊີໂນ

ແຂວງຈຳປາສັກ ກຳລັງ ຕຣຽມຂໍ ອະນຸຍາດ ຈາກຣັຖບານ ເປີດບ່ອນຫລີ້ນ ກາຊີໂນ.

F-bridge-khong-champasak.jpg

2Bangkok

ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງເວົ້າວ່າ ປັດຈຸບັນ ແຂວງຈຳປາສັກ ກຳລັງ ຕຣຽມຂໍ ອະນຸຍາດ ຈາກຣັຖບານ ໃນການສ້າງ ບ່ອນຫລີ້ນ ກາຊີໂນ ໃນເຂດ ເສຖກິດພິເສດ ຄອນພະເພັງ ຫລັງຈາກທີ່ ຣັຖບານ ມີເງື່ອນໄຂ ຈະອະນຸຍາດ ໃຫ້ສ້າງ ບ່ອນຫລີ້ນ ກາຊີໂນ ເພີ້ມອີກ ໃນລາວ ແຕ່ຕ້ອງ ໄດ້ຜ່ານ ການ ພິຈາຣະນາ ແລະ ເຫັນພ້ອມຈາກ ຣັຖບານກ່ອນ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ດຽວນີ້ເພີ່ນ ກໍຢາກໃຫ້ ເຮັດຢູ່ເນາະ ແຕ່ວ່າ ຕ້ອງໄດ້ມາ ເຈຣະຈາ ເທື່ອນື່ງ ກາຊີໂນນີ້ ຫມາຍຄວາມວ່າ ມັນເປັນຂັ້ນ ຣັຖບານ ວ່າຊັ້ນສະ ແຂວງເຮົາ ຕ້ອງໄດ້ຂໍ ອະນຸຍາດ ນຳຣັຖບານ ຂໍອະນຸຍາດ ວ່າຄວນໃຫ້ ຣັຖບານ ມາມີເງື່ອນໄຂ ຮ່ວມນຳເຮົາ ວ່າຊີ່ເຮັດ ຂນາດໃດ".

ທ່ານກ່າວວ່າ ປັດຈຸບັນ ທາງການແຂວງ ກຳລັງຫາລືກັບ ຜແນກທີ່ ກ່ຽວຂ້ອງກັບ ແຜນການສ້າງ ເພື່ອ ສເນີໃຫ້ ຣັຖບານ ພິຈາຣະນາ ແລະ ຖ້າໄດ້ຮັບ ອະນຸຍາດ ທາງແຂວງ ກໍຈະໃຫ້ ບໍຣີສັດ ທີ່ສົນໃຈມາ ລົງທືນ ໃນການກໍ່ສ້າງ.

ປັດຈຸບັນ ໂຄງການສ້າງ ເຂດເສຖກິດ ພິເສດ ຄອນພະເພັງ ແຂວງ ຈຳປາສັກ ຍັງບໍ່ມີ ຄວາມຄືບຫນ້າ ຫລາຍປານໃດ ຍ້ອນວ່່າບໍ່ມີ ນັກລົງທືນສົນໃຈ ມາລົງທືນ ແຕ່ຖ້າມີການ ອະນຸຍາດ ໃຫ້ເປີດ ກາຊີໂນ ອາດຈະມີ ນັກລົງທືນ ສົນໃຈ ຫລາຍຂື້ນ ທາງການລາວ ຈະອະນຸຍາດ ໃຫ້ສ້າງບ່ອນຫລີ້ນ ກາຊີໂນ ສະເພາະແຕ່ ໃນບາງແຂວງ ເທົ່ານັ້ນ ແລະນັກລົງທືນ ທີ່ຈະມາສ້າງ ບ່ອນຫລີ້ນ ກາຊີໂນ ນັ້ນຕ້ອງເປັນ ບໍຣິສັດ ພາຍໃນລາວ ບໍ່ແມ່ນ ຈາກຈີນ ຫຼືວຽດນາມ  ຫຼືຊາດອື່ນໆ ອີກ.



__________________
Anonymous

Date:
Permalink   
 


ຊົມເຊີຍນໍ້າໃຈແຂ່ງຂັນສ້າງບ່ອນຟອກເງິນ !

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard