ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການກວດສອບຂອງລາວ ພົບເງິນບໍ່ເຂົ້າງົບປະມານຈໍານວນຫລາຍ
Anonymous

Date:
ອົງການກວດສອບຂອງລາວ ພົບເງິນບໍ່ເຂົ້າງົບປະມານຈໍານວນຫລາຍ
Permalink   
 


ອົງການກວດສອບຂອງລາວ ພົບເງິນບໍ່ເຂົ້າງົບປະມານຈໍານວນຫລາ

01-A-Fist-Full-of-Kip-4614-Edit.jpg

   ອົງ­ການ​ກອບ​ສອບ​ແຫ່ງລັດ​ກວດ​ສອບ​ບັນ­ຊີ​ນອກ​ລະ­ບົບເຫັນ​ວ່າ​ຍັງ​ມີ​ເງິນ​ ລາຍ​ຮັບ​ວິ­ຊາການ,ກອງ​ທຶນ ແລະ ເງິນ​ຂາຍໄມ້​ທີ່​ເກັບ​ໄດ້​ໃນ​ສົກ 2009-2010 ແຕ່​ບໍ່​ມອບ​ເຂົ້າ​ງົບ​ປະມານ​ຢ່າງ​ຄົບ​ຖ້ວນ ພ້ອມ​ນຳ​ເງິນດັ່ງ­ກ່າວ​ຈ່າຍ​ນອກແຜນ ແລະ ຝາກບັນ­ຊີ​ເງິນ​ຝາກ​ສະເພາະ​ນອກ​ລະ­ບົບຄັງ​ເງິນ​ແຫ່ງ​ຊາດ.

   ທ່ານ ດຣ. ບົວສີ ລໍ​ວັນ​ໄຊ ປະທານ​ອົງ­ການກວດ​ສອບ​ແຫ່ງລັດ​ລາຍ​ງານ​ຜົນການ​ກວດ​ສອບບົດ​ສະ­ຫລຸບ​ຂາດຕົວ​ ງົບ­ປະ­ມານແຫ່ງ​ລັດ​ປະ­ຈຳ​ສົກ​ປີ 2009-2010 ຕໍ່​ກອງ​ປະ­ຊຸມ​ສະ­ພາ​ສະໄຫມ​ສາ­ມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ມື້­ວານນີ້​ວ່າ: ຜ່ານ​ຈາກ​ການ​ກວດ​ສອບບົດ​ສະ­ຫລຸບ​ຂາດ​ຕົວ​ງົບ​ປະມານ​ແຫ່ງ​ລັດ​ປະ­ຈຳ​ສົກ​ປີ 2009-2010 ທີ່​ກະ­ຊວງ​ການເງິນ​ ໄດ້​ສະ­ຫລຸບ ແລະ ສັງ​ລວມອົງ­ການ​ກວດ​ສອບ​ແຫ່ງ​ລັດ​ເຫັນວ່າ​ລາຍ​ຮັບ, ລາຍ​ຈ່າຍ ແລະ ການດຸນ​ດ່ຽງ​ງົບ­ປະ­ມານ​ຕາມ​ການສັງ​ລວມ​ຂອງ​ກະ­ຊວງ​ການ​ເງິນເປັນ​ແຕ່​ລະ​ ຫົວ­ຫນ່ວຍ​ງົບ​ປະ ມານ​ແມ່ນ​ຖືກ­ຕ້ອງ​ກັນ ໂດຍ​ໄດ້ມີ​ການ​ກວດ​ສອບ​ບັນ­ຊີ​ນອກ​ລະບົບ​ເຫັນ​ວ່າ​ຍັງ​ມີ​ເງິນ​ວິ­ຊາ​ການ, ເງິນ​ກອງ​ທຶນ ແລະ ເງິນ​ຂາຍ​ໄມ້ ທີ່​ເກັບ​ໄດ້​ແລ້ວ​ບໍ່​ມອບ​ເຂົ້າ​ງົບປະ­ມານ​ຢ່າງ​ຄົບ​ຖ້ວນຊ້ຳ­ບໍ່­ ຫນຳ ຍັງ​ໄປ​ຈ່າຍ​ນອກ​ແຜນ​ເອົາ​ໄປຝາກ​ໄວ້​ບັນ­ຊີ​ເງິນ​ສະ­ເພາະ​ທີ່ ນອກ​ລະ­ບົບ​ຄັງ​ເງິນ​ແຫ່ງ​ຊາດ.

   ນອກ­ຈາກ​ນີ້​ ຫນີ້​ຕ້ອງ​ຮັບ, ຫນີ້​ຕ້ອງ​ສົ່ງ, ເງິນ​ລະ­ດົມ, ເງິນຊ່ວຍ­ເຫລືອ​ດ້ານ​ເປັນ​ວັດ­ຖຸ; ການປະ­ຕິ­ບັດ​ໂຄງ­ການ​ນອກ​ແຜນລວມ​ທັງ​ເງິນ​ກູ້​ຢືມ​ນອກ​ແຜນ​ນຳທະ­ນາ­ຄານ​ກໍ່ ​ບໍ່​ມີ​ການ​ສັງ​ລວມເຂົ້າ​ບົດ​ສະ­ຫລຸບ​ປິດ​ບັນ­ຊີ​ງົບ​ປະມານ​ປະ­ຈຳ​ປີ ເຊິ່ງ​ບໍ່​ສອດ­ຄ່ອງກັບ​ມາດ­ຕາ 9 ມາດ­ຕາ 5 ຂອງກົດ­ຫມາຍ​ວ່າ​ດ້ວຍ​ການ​ບັນ­ຊີສະ­ບັບ​ປີ 2007.

   ທ່ານ​ ດຣ. ບົວ​ສີ ລໍ​ວັນ​ໄຊ ໃຫ້ ຮູ້​ອີ​ກວ່າ: ອົງ­ການ​ກວດ​ສອບສາ­ມາດ​ກວດ​ສອບ​ໄດ້ 28 ຫົວຫນ່ວຍ​ໃນ​ນັ້ນ​ມີ 16 ແຂວງ, ກອງ ທຶນ​ບູ­ລະ­ນະ​ທາງ​ຫລວງ​ມະ­ຫາວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ 10 ກະ­ຊວງ​ໃນ​ຈຳ­ນວນ​ເງິນ​ລາຍ​ຮັບວິ­ຊາ​ການ​ຂອງ 28 ເປົ້າ​ຫມາຍ ເກັບ​ໄດ້​ໃນ​ປີ 2009-2010 ບວກ​ຍອດ​ທີ່​ຍົກ​ມາ​ແຕ່​ສົກ​ກ່ອນລວມ​ເປັນ​ເງິນ​ມີ 282,3 ຕື້​ກວ່າກີບ ໃນ​ນັ້ນ​ ມອບ​ເຂົ້າ​ງົບ­ປະ­ມານ 109,2 ຕື້​ກວ່າ​ກີບ ເອົາ​ໄປ​ຈ່າຍ ນອກ​ແຜນ​ມີ 24 ເປົ້າ​ຫມາຍລວມ​ເປັນ​ເງິນ 114,9 ຕື້​ກວ່າ​ກີບຮອດ​ເດືອນ​ກັນ­ຍາ 2010 ຍັງເຫລືອ​ເປັນ​ເງິນ 58,2 ຕື້​ກວ່າ​ກີບ ສຳ­ລັບ 5 ໃນ 24 ເປົ້າ​ຫມາຍ​ທີ່ນຳ​ເອົາ​ເງິນ​ໄປ​ຈ່າຍ​ນອກ​ແຜນປະ­ກອບ​ມີ​ນະ­ຄອນ­ຫລວງ​ວຽງຈັນ, ແຂວງ​ສະ­ຫວັນ​ນະ​ເຂດ, ກະ­ຊວງ​ສຶກ​ສາ​ທິ​ການ ແລະກີລາ, ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ ກະ­ຊວງ​ຖະ­ແຫລງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ.

   ດ້ານ​ເງິນ​ລາຍ​ຮັບ​ຈາກ​ການຂາຍ​ໄມ້​ຂອງ 15 ເປົ້າ​ຫມາຍ​ເກັບໄດ້ 315,5 ຕື້​ກວ່າ​ກີບ ໃນ​ນັ້ນ ມອບ​ເຂົ້າ​ງົບ­ປະ­ມານ 69,37 ຕື້ກີບ ເອົາ​ໄປ​ຈ່າຍ​ນອກ​ແຜນ​ມີ 14 ເປົ້າ​ຫມາຍ​ລວມ​ເປັນ​ເງິນ 125,8 ຕື້​ກີບ​ຮອດ​ເດືອນ​ກັນ­ຍາຍັງ​ເຫລືອ 120,3 ຕື້​ກວ່າ​ກີບເຊິ່ງ 5 ໃນ 14 ເປັນ​ຫມາຍ​ທີ່​ເອົ່າ​ເງິນລາຍ​ຮັບ​ໄປ​ຈ່າຍ​ນອກ​ແຜນ​ມີ ແຂວງ​ຈຳ­ປາ​ສັກ, ອັດ­ຕາ​ປື, ບໍ​ລິຄຳ​ໄຊ, ສະ­ຫວັນ ​ນະ​ເຂດ ແລະ ເຊ​ກອງ.

   ສ່ວນ​ເງິນ​ກອງ​ທຶນ​ຂອງ​ລັດຍອດ​ຍົກ​ມາ​ຈາກ​ສົກ​ປີ​ກ່ອນລວມ​ທັງ​ເງິນ​ທີ່​ເກັບ ​ໄດ້​ໃນ​ສົກ​ປີ 2009-2010 ເປັນ 67,08 ຕື້ກີບ ໃນ​ນີ້​ເອົາ​ໄປ​ຈ່າຍ​ນອກ​ແຜນ 54,9 ຕື້​ກວ່າ​ກີບ​ຮອດ​ເດືອນ​ກັນຍາ 2010 ຍັງ​ເຫລືອ​ເປັນ​ເງິນ 12,1 ຕື້​ກວ່າ​ກີບ ເຊິ່ງ​ເປົ້າ​ຫມາຍທີ່​ຖືກ​ກວດ​ສອບ​ມີ​ກະ­ຊວງ​ໂຍທາ​ທິ​ການ ແລະ ຂົນ­ສົ່ງ, ພະ­ລັງງານ ແລະ ບໍ່​ແຮ່ ແລະ ກະ­ຊວງສາ­ທາ­ລະ­ນະ​ສຸກ.

ແນວ­ໃດ ​ກໍ່​ດີ​ທ່ານ ດຣ. ບົວ​ສີ ລໍ​ວັນ​ໄຊ ກ່າວ​ວ່າ: ສຳ­ລັບ​ແຜນຕົວ​ເລກ​ເກັບ​ລາຍ​ຮັບ​ປີ 2009-2010 ລວມ​ເປັນ​ເງິນ​ມີ​ທັງ​ຫມົດ 10,5 ພັນ​ຕື້​ກວ່າ​ກີບ ແຕ່ 6 ເດືອນທ້າຍ​ປີ​ໄດ້​ດັດ­ແກ້​ແຜນ​ຂຶ້ນ​ເປັນ 11,1 ພັນ​ຕື້​ກວ່າ​ກີບ​ປະ­ຕິ­ບັດຕົວ​ຈິງ​ໄດ້ 12,5 ພັນ​ຕື້​ກວ່າ​ກີບ. ສ່ວນ​ລາຍ​ຈ່າຍ​ມີ​ທັງ​ຫມົດ 12,4 ພັນ​ຕື້​ກວ່າ​ກີບ​ຖືກ​ດັດ­ແກ້​ຂຶ້ນ​ເປັນ 13,3 ຕື້​ກວ່າ​ກີບ ປະ­ຕິ­ບັດ​ຕົວ​ຈິງ 13,9 ພັນ​ຕື້​ກວ່າ​ກີບ; ແຫລ່ງ ເງິນ​ດຸ່ນ​ດ່ຽງ​ຕາມ​ແຜນ 1,8 ພັນຕື້​ກວ່າ​ກີບ​ຖືກ​ດັດ­ແກ້​ເປັນ 2,2 ພັນ​ຕື້​ກວ່າ​ກີບປະ­ຕິ­ບັດ​ຕົວ​ຈິງ 2,1 ຕື້​ກວ່າ​ກີບ ແລະ ຍອດ​ເງິນເຫລືອ​ງົບ­ປະ­ມານ​ແຫ່ງ​ລັດ​ສົກ 2009- 2010 ເປັນ​ເງິນ​ທັງຫມົດ 728,5 ພັນ​ຕື້​ກວ່າ​ກີບ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard