ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສນາມກ໊ອຝວຽດນາມ ບ້ານດົງໂພສີ
Anonymous

Date:
ສນາມກ໊ອຝວຽດນາມ ບ້ານດົງໂພສີ
Permalink   
 


ສນາມກ໊ອຝວຽດນາມ ບ້ານດົງໂພສີ

ຊາວບ້ານ ດົງໂພສີ ນະຄອນຫລວງ ວຽງຈັນ ບໍ່ຢາກຍ້າຍ ອອກຈາກເຂດ ໂຄງການ ສ້າງສນາມກ໊ອຝວຽດນາມ.

F-VN-golf.jpg

RFA

ພື້ນທີ່ສນາມກ໊ອຝ ຂອງວຽດນາມ ທີ່ໄດ້ເລີ້ມ ບຸກເບີກມາແລ້ວ ແຕ່ຫຼາຍປີ

ຊາວບ້ານ ດົງໂພສີ ເມືອງຊາຍຟອງ ບອກວ່າມີ ປະຊາຊົນ ຈໍານວນນື່ງ ຢູ່ໃນເຂດ ໂຄງການສ້າງ ສນາມ ກ໊ອຝ ລອງທັນ ຂອງວຽດນາມ ບໍ່ຢາກຍ້າຍອອກ ເພາະວ່າມັນ ເປັນຖິ່ນຖານ ດັ້ງເດີມ ທີ່ພວກຕົນ ອາສັຍ ຢູ່ມາໄດ້ ຫລາຍປີແລ້ວ ແຕ່ກໍຈໍາເປັນ ຕ້ອງໄດ້ຍ້າຍອອກ ຕາມຄໍາສັ່ງ ຂອງ ຣັຖບານ ທ່ານເວົ້າວ່າ:

 "ມັນກໍບໍ່ດີ ເພາະວ່າມັນ ເປັນຖິ່ນຖານເກົ່າ ຢູ່ກັນມາ ຕັ້ງແຕ່ ດົນແລ້ວ ບໍ່ຢາກຍ້າຍ ຫັ້ນແຫລະ ແຕ່ດ້ວຍເຫດວ່າ ລະບົບ ຂອງຣັຖບານ ຢູ່ພີ້ ພໍຣັດມີ ຄໍາສັ່ງອອກມາ ຢາກຍ້າຍ ຫລືບໍ່ຢາກຍ້າຍ ກໍຕ້ອງໄດ້ຍ້າຍ".

ຊາວບ້ານ ປະມານ 200 ຫລັງຄາເຮືອນ ຕ້ອງສູນເສັຽ ບ້ານເຮືອນ ແລະຍັງຕ້ອງ ສູນເສັຽບ່ອນ ທໍາມາຫາກິນ ໂດຍສະເພາະ ພື້ນທີ່ປູກຝັງ ຫລາຍເຮັກຕາ ຍ້ອນໂຄງການ ສ້າງສນາມກ໊ອຝ ວຽດນາມ ພວກຕົນ ຈະຕ້ອງໄດ້ ເລີ້ມຊີວິດໃໝ່ ຍັງບໍຮູ້ວ່າ ເພິ່ນຈະໃຫ້ ຍ້າຍ ໄປຢູ່ ບ່ອນໃດ ແລະ ສິ່ງສໍາຄັນ ກໍຍັງ ບໍ່ຮູ້ວ່າ ຄ່າຊົດເຊີຽ ຈະໄດ້ໜ້ອຍ ຫລາຍປານໃດ.

ເຈົ້າໜ້າທີ່ ກ່ຽວຂ້ອງກັບ ໂຄງການນີ້ ຢືນຢັນວ່າ ຈະຕ້ອງໂຍກຍ້າຍ ປະຊາຊົນ ອອກຈາກ ບໍຣິເວນ ໂຄງການສ້າງ ສນາມກ໊ອຝ ນີ້ເພື່ອບໍ່ໃຫ້ ກີດຂວາງ ການກໍ່ສ້າງ ແລະຈະໃຫ້ ຄ່າຊົດເຊີຽ:

 "ມີບ້ານສ່ວນນື່ງ ແຕ່ນ້ອຍດອກ ຣັຖບານລາວ ຈະຊົດເຊີຽ ໃຫ້ປະຊາຊົນ ຈັດທີ່ຢູ່ໃຫ້ໃໝ່ ໃຫ້ ປະຊາຊົນ".

ໂຄງການສ້າງ ສນາມກ໊ອຝ ລອງທັນ ຂອງ ບໍຣິສັດ ວຽດນາມ ຕັ້ງຢູ່ເຂດ ເສຖກິດສະເພາະ ໃນພື້ນທີ່ 550 ເຮັກຕາ ສ້າງຄວາມ ບໍ່ພໍໃຈໃຫ້ ປະຊາຊົນ ໃນທ້ອງຖິ່ນ.

ທາງການລາວ ຄາດວ່າ ໂຄງການນີ້ ຈະດຶງດູດ ນັກລົງທືນ ຫລາຍຂື້ນ ແຕ່ກໍເປັນ ການນໍາເອົາ ຊາວວຽດນາມ ເຂົ້າມາ ຕັ້ງຖິ່ນຖານ ໃນລາວ ເຊັ່ນກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard