ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສວຍໃຊ້ຊັພສິນ ຂອງຣັດ
Anonymous

Date:
ການສວຍໃຊ້ຊັພສິນ ຂອງຣັດ
Permalink   
 


ການສວຍໃຊ້ຊັພສິນ ຂອງຣັດ

image_thumb

ເຈົ້າໜ້າທີ່ ທາງການລາວ ຖແລງວ່າ ຊັພສີນ ຂອງຣັຖ ຖືກໃຊ້ ໄປໃນທາງ ທີ່ ບໍ່ຖືກຕ້ອງ.

ກອງປະຊຸມ ຄນະບໍຣິຫານພັກ ນະຄອນຫລວງ ວຽງຈັນ ຄັ້ງທີ 4 ສມັຍທີ 5 ຜ່ານມານີ້ ໂດຍການ ເປັນປະທານ ຂອງ ທ່ານ ສຸກັນ ມະຫາຣາດ ເລຂາທິການ ສູນກາງພັກ ເຈົ້າຄອງ ກຳແພງ ນະຄອນຫລວງ ວຽງຈັນ ໄດ້ຮັບລາຍງານ ກ່ຽວກັບ ການສວຍໃຊ້ ສໍ້ໂກງ ຊັພສີນ ຂອງຣັຖ ເກີດຂື້ນ ຢ່າງຫລວງຫລາຍ ທ່ານ ສົມວັນດີ ນາຖາວົງ ຮອງ ເຈົ້າຄອງ ກຳແພງ ນະຄອນຫລວງ ວຽງຈັນ ໄດ້ລາຍງານ ກ່ຽວກັບ ປະເດັນ ດັ່ງກ່າວວ່າ ໃນຣະຍະ ທີ່ຜ່ານມາ ເຖິງແມ່ນວ່າ ຄນະພັກ ໄດ້ເອົາໃຈໃສ່ ໃນການປົກປ້ອງ ແລະຕ້ານການ ສໍ້ຣາສ ບັງຫລວງ ຫລາຍປານໃດ ກໍຕາມ ແຕ່ບັນຫາ ດັ່ງກ່າວ ຍັງແຜ່ລາມ ຫລາຍຢູ່.

ຈາກການກວດກາ ພົບວ່າ ພນັກງານ ການເງີນ ຂອງຣັຖ ໄດ້ຍັກຍອກ ເງີນຣັຖເຖິງ 2 ຕື້ ກວ່າກີບ ສວຍໃຊ້ ຍວດຍານ ພາຫະນະ ຂອງຣັຖ ໃຊ້ຕຳແຫນ່ງ ຫນ້າທີ່ ໃນການຮັບ ສີນບົນ ລັກລອບ ປອມແປງ ເອກສານ ໃນໂຄງການ ສໍາປະທານ ຂອງຣັຖບານ ຮວມທັງການ ລັກລອບ ຂຸດຄົ້ນຄຳ ທີ່ ເມືອງສັງທອງ ສ້າງຄວາມ ເສັຽຫາຍ ໃຫ້ແກ່ ຣັຖບານ ເຖີງ 6 ຕື້ ກີບ ນອກນັ້ນຍັງມີ 82 ບໍຣິສັດ ເອກກະຊົນ ບໍ່ເສັຽຄ່າ ອາກອນ ແລະ ພັນທະ ໃຫ້ຣັຖ. ການອອກ ໃບຕາດີນ ຊ້ຳຊ້ອນ ແລະ ບໍ່ຖືກຕ້ອງ ການຫັນປ່ຽນ ທີ່ດີນ ປະຊາຊົນ ມາເປັນ ທີ່ດີນຂອງຣັຖ. ໃນໂຄງການ ຂອງຣັຖບານ ກໍຂາດຄວາມ ເປັນທັມ ເພາະຈ່າຍຄ່າ ຊົດເຊີຍ ໃຫ້ ປະຊາຊົນ ບໍ່ພຽງພໍ. ການນຳຣົຖຍົນ ເຂົ້າປະເທດ ແບບບໍ່ເສັຽພາສີ ຍ້ອນໃຊ້ພັກພວກ ແລະ ເສັ້ນສາຍ.

 



__________________
Anonymous

Date:
Permalink   
 

ແຖມຍັງໃຊ້ພາຫານະຂອງພັກລັດ ຄ້າຢາບ້າອີກ



-- Edited by buckhumnoy on Tuesday 17th of January 2012 10:54:32 AM

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard