ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນກະທົບ ຈາກໂຄງການ ພັທນາ ຈະໄດ້ຮັບ ສິດຕາມ ເງື່ອນໄຂ ທີ່ກໍານົດໄວ້ ເທົ່ານັ້ນ.
Anonymous

Date:
ຜົນກະທົບ ຈາກໂຄງການ ພັທນາ ຈະໄດ້ຮັບ ສິດຕາມ ເງື່ອນໄຂ ທີ່ກໍານົດໄວ້ ເທົ່ານັ້ນ.
Permalink   
 


ຜົນກະທົບ ຈາກໂຄງການ ພັທນາ ຈະໄດ້ຮັບ ສິດຕາມ ເງື່ອນໄຂ ທີ່ກໍານົດໄວ້ ເທົ່ານັ້ນ

F-Lao-morning-market.jpg

ໂຕຢ່າງ ການກໍ່ສ້າງ ພັທນາ ໃນເຂດ ຕລາດເຊົ້າ ນະຄອນຫຼວງວຽງຈັນ

ໃນໂຄງການ ຂະຫຍາຍ ເມືອງ ແລະ ການພັທນາ ຕ່າງໆ ໃນໂຕເມືອງໃຫ່ຽ ຕ້ອງມີການ ໂຍກຍ້າຍ ປະຊາຊົນ ອອກຈາກ ພື້ນທີ່ ເຂດພັທນາ. ຫາກປະຊາຊົນ ມີໃບຕາດິນ ຢູ່ແລ້ວ ຕ້ອງໄດ້ໂອນ ກັມມະສິດ ໃຫ້ຣັດ ສ່ວນຄ່າ ຊົດເຊີຽ ກໍຈະໄດ້ຮັບ ຕາມກົດໝາຍ ວ່າດ້ວຍທີ່ດິນ ລະບຸໄວ້ ເທົ່ານັ້ນ. ຕາມການ ອະທິບາຍ ຂອງເຈົ້າໜ້າທີ່ ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ:

"ກໍໂອນ ໃບຕາດິນ ມາເປັນ ຂອງຣັຖ ເພາະວ່າຣັຖ ຈະຄຸ້ມຄອງ ເຮົາກໍໄປ ຊອກໂຕໃໝ່ ມາໃຫ້ເຂົາເຈົ້າ ສ່ວນຫລາຍ ມັນບໍ່ໄດ້ ເນື້ອທີ່ ຕາມທີ່ເຮົາ ຕ້ອງການ ມີເທົ່າໃດ ເຮົາກໍຊ່ວຍເຫລືອ ກັນໄປແນວນັ້ນ ມັນຕ້ອງ ເຫັນຄວາມຈໍາເປັນ ບໍ່ແມ່ນວ່າ ມີດິນ 10 ໄຮ່ ໄປພຸ້ນ ກໍຕ້ອງໄດ້ 10 ໄຮ່ ເພາະວ່າ ກົດໝາຍທີ່ດິນ ມັນລະບຸໄວ້ ຮຽບຮ້ອຍແລ້ວວ່າ ຜູ້ນື່ງ ໃຫ້ໄດ້ເທົ່າໃດ ສົມມຸດວ່າ ດິນ ປູກສ້າງນີ້ ເຮົາໃຫ້ 800 ຕາລາງແມັດ".

ຍານາງວ່າ ຜ່ານມາ ເກີດບັນຫາ ໂຕ້ແຍ້ງກັນ ລະຫ່ວາງ ປະຊາຊົນ ທີ່ຖືກໂຍກຍ້າຍ ກັບ ຣັຖບານ ເຣື້ອງທີ່ດິນນີ້ ຍ້ອນວ່າ ປະຊາຊົນ ບໍ່ໄດ້ທີ່ດິນ ຫລື ຄ່າຊົດເຊີຽ ຕາມຣາຄາ ທີ່ດິນ ໃນຕລາດ. ທ່ານວ່າ ຕາມຫຼັກການ ນັ້ນ ເມື່ອຣັຖ ຈັດສັນທີ່ດິນ ໃຫ້ແລ້ວ ຣັຖກໍອອກ ໃບຕາດິນ ໃຫ້ເປັນ ກັມມະສິດ ຂອງເຈົ້າຂອງ. ຍານາງໄດ້ ອະທິບາຍ ຕື່ມວ່າ ການຊົດເຊີຽ ນີ້ມີສອງ ລັກສນະ ຣັຖສະເໜີ ໃຫ້ ປະຊາຊົນ ເລືອກເອົາວ່າ ຕ້ອງການ ລັກສນະໃດ:

"ພວກໂຄງການ ນີ້ແທ້ ພາກຣັຖ ຈະມີດິນໃຫ້ ມັນມີ 2 ກໍຣະນີ ທີ່ເຮົາທົດແທນ ໃຫ້ເຂົາເຈົ້າ ອັນທີນື່ງ ແມ່ນທາງຣັຖ ເຮົາໄປຊອກ ຈັດສັນທີ່ດິນ ໃຫ້ແລ້ວ ຈື່ງໂຍກຍ້າຍ ເຂົາເຈົ້າໄປຢູ່. ອັນທີສອງນີ້ ສົມມຸດວ່າ ເຂົາເຈົ້າ ມີທີ່ດິນແລ້ວ ຢູ່ບ່ອນ ໃດບ່ອນນື່ງ ທີ່ວ່າເຂົາເຈົ້າ ບໍ່ຕ້ອງການດິນ ເຮົາກໍທົດແທນ ເປັນເງິນ ໃຫ້ເຂົາເຈົ້າ".

ປະຊາຊົນ ທີ່ຖືກໂຍກຍ້າຍ ວິພາກວິຈານ ກັນວ່າ ພວກຕົນ ຍັງບໍ່ພໍໃຈ ເພາະເຫັນວ່າ ຣັຖ ຊື້ທີ່ດິນ ຈາກພວກຕົນ ໃນຣາຄາຖືກ ກວ່າຣາຄາ ໃນຕລາດ ແລະ ໄປຂາຍໃນ ຣາຄາແພງ ເປັນຫຍັງ ຣັຖບານ ຈື່ງຮຽກຮ້ອງ ໃຫ້ ປະຊາຊົນ ຜູ້ທຸກຍາກ ເປັນຜູ້ ເສັຽສະລະ ເພື່ອປ່ອຍທາງໃຫ້ ໂຄງການ ພັທນາ ຂອງຣັຖ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard