ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຄ້າເດັກນ້ອຍເກີດໃໝ່
Anonymous

Date:
ການຄ້າເດັກນ້ອຍເກີດໃໝ່
Permalink   
 


ການຄ້າເດັກນ້ອຍເກີດໃໝ່

ໃນ ສປປ ລາວ ມີຄົນບາງກຸ່ມ ຮັບອຸປຖັມ ເດັກນ້ອຍ ເກີດໃໝ່ ແລ້ວນໍາໄປ ຂາຍຕໍ່ໃຫ້ ຊາວຕ່າງ ປະເທດ ເມື່ອມີອາຍຸ ພຽງນື່ງ ຫາສອງປີ.

F-Lao-children.jpg

ຊີວິດ ປະຈໍາວັນ ຂອງເດັກນ້ອຍລາວ ຕ້ອງເບີ່ງແຍງກັນເອງ

ປັຈຈຸບັນ ມີຄົນລາວ ບາງກຸ່ມ ຮັບເອົາເດັກນ້ອຍ ເກີດໃໝ່ ມາລ້ຽງເປັນລູກ ບຸນທັມ ແຕ່ເມື່ອມີ ອາຍຸ 1-2 ປີ ກໍຂາຍ ເດັກນ້ອຍ ໃຫ້ປະເທດ ໃກ້ຄຽງ ຫລື ຄົນຕ່າງຊາດ ຈາກ ຢູໂຣບ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ປກສ:

"ມັນລ້ຽງເດັກ ມັນໄປເອົາເດັກ ຜູ້ທຸກຜູ້ຍາກ ມັນໄປເອົາ ມາແລ້ວ ມັນມາລ້ຽງ ແລ້ວມັນ ກະຂາຍໃຫ້ ຕ່າງປະເທດ ເຂົາຊື້ເອົາ 2 ພັນໂດລາ ບໍ່ 5 ພັນ ໂດລາ ບໍ່ ແລ້ວແຕ່ ຜູ້ມີໜ້ອຍ ມີຫລາຍ ນໍາເຂົາໃຫ້".

ກຸ່ມຄົນລາວ ທີ່ວ່ານັ້ນ ຈະໄປຕາມ ໂຮງໝໍ ຕາມບ້ານເຮືອນ ໃນແຂວງ ຕ່າງໆຂອງລາວ ເພື່ອຊອກຫາ ເດັກນ້ອຍ ເກີດໃໝ່ ທີ່ພໍ່ແມ່ ສມັກໃຈ ຍົກລູກ ໃຫ້ລ້າໆ ເພາະບໍ່ສາມາດ ລ້ຽງດູໄດ້ ຍ້ອນຄວາມ ທຸກຍາກ ບໍ່ຮູ້ວ່າ ລູກ ຈະມີຊີວິດ ຕໍ່ໄປແບບໃດ. ເຈົ້າໜ້າທີ່ ບໍ່ສາມາດ ເອົາຜິດ ກຸ່ມຄົນທີ່ ຮັບອຸປຖັມ ເດັກນ້ອຍ ເພື່ອໄປຂາຍໄດ້ ຍ້ອນວ່າພວກເຂົາ ໄດ້ເຮັດໜັງສື ຮັບເດັກນ້ອຍ ເປັນລູກບຸນທັມ ແບບຖືກຕ້ອງ ຕາມກົດໝາຍ:

"ໂຕນີ້ມັນ ກໍເຮັດໜັງສື ຢູ່ກະຊວງ ຍຸດຕິທັມ ຢູ່ກະຊວງ ການຕ່າງ ປະເທດ ແບບເປັນລູກ ບຸນທັມ ແຕ່ໂຕນີ້ ກໍຍັງຣາຍງານ ຣັຖບານລາວ ຢູ່ວ່າ ສິໃຫ້ຢຸດເຊົາ ຫລືວ່າຈັ່ງໃດ ໂຕນີ້ ເຈົ້າໜ້າທີ່ ພວກເຮົາ ກໍຍັງກວດກາ ຍັງນໍາສເນີ ຈະມີວິທີ ສະກັດກັ້ນ".

ການກະທໍາ ດັ່ງກ່າວ ຖືເປັນການ ຄ້າມະນຸດ ໃນຮູບແບບໃໝ່ ທີ່ບໍ່ເຫັນ ມາກ່ອນ ໃນ ສປປລາວ ຊຶ່ງທາງ ພາກສ່ວນ ກ່ຽວຂ້ອງ ຕ້ອງໄດ້ຮ່ວມ ກັນແກ້ໄຂ ຕໍ່ໄປ ຄອບຄົວ ທີ່ທຸກຍາກ ມີລູກນ້ອຍ ຄວນຣະມັດ ຣະວັງ ເມື່ອຍົກລູກ ຂອງຕົນ ໃຫ້ຄົນ ຕ່າງຖີ່ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard